
ຂຽນເມື່ອ: ມ.ນ.. 29, 2010
| ມີ
0 ຄຳເຫັນ
ແລະ
0 trackback(s)

ບັນຫາຜົມຫລົ່ນ, ຜົມບາງ ຫລື ຫົວລ້ານຖືເປັນອີກຫນຶ່ງບັນຫາທີ່ບັນທອນຄວາມຫມັ້ນໃຈ ເຊິ່ງບັນຫາຜົມຫລົ່ນ, ຜົມບາງ ຫລື ຫົວ ລ້ານນີ້ເປັນເລື່ອງທີ່ບໍ່ຕ້ອງໂທດສິ່ງໃດໆທັ້ງນັ້ນເພາະນັ້ນແມ່ນສິ່ງທີ່ພໍ່-ແມ່ໃຫ້ມາໃນການສຶກສາຄັ້ງໃຫມ່ຢູ່ໃນປະເທດອັງກິດພົບວ່າ: ຜູ້ຊາຍ ທີ່ມີບັນຫາດັ່ງກ່າວນີ້ ແມ່ນໄດ້ພັນທຸກຳມາຈາກຜູ້ໃຫ້ກຳເນີດທັງສອງ.
ຫນ່ວຍງານນັກສຶກສານຳໂດຍນັກວິທະຍາສາດຈາກມະຫາວິທະຍາໄລ ຄິງຄອລເລຈ ໃນນະຄອນຫລວງລອນດອນໄດ້ວິເຄາະກຸ່ມຕົວ ຢ່າງເຊິ່ງເປັນຜູ້ຊາຍຫລາຍກວ່າ 1.100 ຄົນ ແລະ ພົບວ່າຄວາມຜັນປ່ຽນຂອງພັນທຸກຳໂຄຣໂມໂຊມ 20 ທີ່ເພີ່ມຄວາມສ່ຽງໃນການທີ່ຜູ້ ຊາຍຈະພົບກັບບັນຫາຫົວລ້ານ. ຖ້າຫາກທ່ານມີປັດໃຈສ່ຽງໃນຄວາມຜັນປ່ຽນທີ່ພົບກັບ ໂຄຣໂມໂຊມ 20 X ທີ່ຍັງບໍ່ທັນເປັນທີ່ຮູ້ຈັກໂດຍ ທົ່ວໄປແລ້ວທ່ານກໍ່ຫມັ້ນໃຈໄດ້ເລີຍວ່າ ທ່ານກຳລັງຢູ່ໃນກຸ່ມສ່ຽງທີ່ຈະເປັນຜູ້ທີ່ຫົວລ້ານເພີ່ມຂຶ້ນ 7 ເທົ່າ.
Ecom