ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2013 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ມື້ນີ້ຂ້ອຍຮູ້ສຶກວ່າເຫງົາໂຄດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

ອັນນີ້ບໍທີ່ຂະເຈົ້າວ່າເປັນໂລກຊຶມເສົ້າຫັ້ນນະ

ກິນບໍ່ໄດ້ນອນບໍ່ຫຼັບ(ສິຈ່ອຍບາດນີ້ລະເນາະ555)

ຖ້າຖາມວ່າເລື່ອງຫຍັງ?ຂ້ອຍກະຕອບບໍ່ໄດ້

ແຕ່ຄວາມຮູ້ສຶກຂອງຂ້ອຍມັນເໝືອນກັບວ່າຂ້ອຍສິບໍ່ໄດ້ພົບລາວອີກຕໍ່ໄປ

ບອກໄດ້ຄຳດຽວເລີຍວ່າຄິດຮອດລາວຫຼາຍ ຍິ່ງລາວເຮັດເສີຍຊາຂ້ອຍກໍ່ຍິ່ງຮັກລາວຫຼາຍຂຶ້ນ

ລາວເປັນຄົນຈີນມາຢູ່ປະເທດລາວໄດ້3ປີແລ້ວແຕ່ວ່າລາວເວົ້າພາສາລາວເກັ່ງແລະກະໂຄດແຈ້ງຂະໜາດ

ລາວມັກຈະໂທຫາຂ້ອຍທຸກມື້ແລະ ກະວີແຊັດ ຫາຕະຫຼອດ ເຖິງຈະບໍ່ຮັກແຕ່ກະຮູ້ສຶກຜູກພັນຫັ້ນແຫຼະເນາະ!

ຕອນແລງມື້ວານນີ້ລາວຊວນຂ້ອຍໄປກິນເບຍ

ຂ້ອຍເລີ່ມແປກໃຈເພາະປົກກະຕິລາວບໍ່ໄດ້ກິນເບຍ

ແຕ່ມື້ນີ້ລາວກິນໄປຕັ້ງ3ປ໋ອງພຸ້ນນະໜ້າແດງຂະໜາດເລີຍ

ເບິ່ງລາວຕອນນີ້ໜ້າຮັກຫຼາຍ ຂ້ອຍນັ່ງແຍງລາວດົນເຕີບ ແລະ ກະຄິດວ່າ

ຜູ້ຍິງຄົນນີ້ມີອິດທິພົນໃນຫົວໃຈຂອງຂ້ອຍຫຼາຍ

ແຕ່ຂ້ອຍກະຕ້ອງຢຸດຄິດ

ເມືອລາວບອກກັບຂ້ອຍວ່າລາວຈະກັບໄປຈີນໄປຕໍ່ພາດສປອດອາດຈະໄປດົນແນ່

ຂ້ອຍຮູ້ວ່າລາວໝາຍຄວາມວ່າແນວໃດ

ຄິດວ່າລາວອາດຈະບໍ່ໄດ້ກັບມາຫາຂ້ອຍອີກເລີຍ

ປະມານກາງເດືອນ9ນີ້ລາວກໍ່ຈະໄປແລ້ວ

ມື້ນີ້ຂ້ອຍເປັນຄົນສົ່ງວີແຊັດຫາລາວກ່ອນທັງທີ່ແຕ່ກ່ອນລາວມັກຈະສົ່ງຫາຂ້ອຍກ່ອນຕະຫຼອດ

ລາວມັກຈະມາປຸກຂ້ອຍອອກໄປຍ່າງນຳລາວທຸກເຊົ້າແຕ່ມື້ນີ້ລາວມິດ

ຂ້ອຍກະວົນກະວາຍໃນໃຈຫຼາຍໂທຫາລາວກໍ່ບໍ່ຮັບເຮັດແນວໃດລາວກະບໍ່ຕອບ

ມື້ນີ້ເຂົ້າຍັງບໍ່ທັນໄດ້ຕົກທ້ອງຊ້ຳນະ ມັນເປັນແບບວ່າອີ່ມໄປເລີຍ

ໄປຫາລາວຢູ່ຮ້ານກະບໍ່ເຫັນ ໄປຫາຢູ່ເຮືອນກະບໍ່ພໍ້

ຂ້ອຍຄິດວ່າລາວຄົງບໍ່ຢາກເຫັນໜ້າຂ້ອຍ ຫຼືວ່າ ລາວພວມທຳໃຈທີ່ຈະລືມຂ້ອຍ

ແຕ່ລາວສິຮູ້ບໍວ່າຂ້ອຍຄືຜູ້ທີ່ທຸກໃຈກວ່າ ເດິກປານນີ້ກະຍັງບໍ່ນອນ ສະໝອງກະຄິດໄປເລີຍຢູ່ເນາະ!

AJie ເຈົ້າຮູ້ບໍວ່າຂ້ອຍຄິດຮອດນະ

ຖ້າເຈົ້າໄປແລ້ວບໍ່ກັບມາອີກຂ້ອຍຄົງເຫງົາໄປອີກດົນນນນນນນນນນນນນນນ

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ພະຍາຍາມທີ່ຈະລືມ

 

ພະຍາຍາມທີ່ຈະຕັດໃຈ

 

ແຕ່ກໍບໍ່ສາມາດທີ່ຈະເຮັດໄດ້

 

ເພາະ...............

 

ໄດ້ແຕ່........................

 

ລໍວັນທີ່ເຈົ້າຈະກັບຄືນມາ

 

ຫາກະຮູ້ວ່າການເວລາມັນຜ່ານໄປຊ້າໆໆໆໆໆໆໆໆໆໆໆໆໆ

 

ກະຕອນທີ່ຖ້າເຈົ້າກັບມານີ້ແຫຼະ

 

ເວລາ 1 ເດືອນ ມັນຄ້າຍຄືກັບວ່າດົນໆໆໆໆໆໆໆໆໆໆໆ

 

ເກືອບເປັນ 10 ປີພຸ້ນແຫຼະ

 

ແຕ່ແນວໃດ໋ຂ້ອຍກະສິຖ້າ ຖ້າຈົນກວ່າເຈົ້າຈະກັບມາ

 

ເຈົ້າຄືຄວາມໝາຍທີ່ສຳຄັນສຳລັບຂ້ອຍ

 

ເຖິງແມ່ນວ່າຂ້ອຍຈະພົບກັບຄວາມເສຍໃຈ

 

ແຕ່ຂ້ອຍກະບໍ່ຢ້ານ

 

ຂໍພຽງແຕ່ໄດ້ເຫັນໜ້າເຈົ້າອີກຄັ້ງໜຶ່ງ

 

ມັນກະຄຸ້ມຄ່າສຳລັບ ການລໍຄອຍ

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 19, 2012 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ມື້ນີ້ວັນທີ 19.12.2012 (ຕ້ອງໄດ້ບອກໄວ້ເພາະຢ້ານລືມ ອິອິ)

ປົກກະຕິຂ້ອຍກະບໍ່ມັກໄປຫຼິ້ນກັບໝວດຫ້ອງການດອກ

ມື້ນີ້ພາໝູ່ໄປກິນຈີ່ເອັນຮ້ານຂາປະຈຳ ກະໄປກັນຫຼາຍຄົນຫັ້ນແຫຼະ

ກິນພໍຫອມປາກຫອມຄໍແລ້ວກະແຍກກັນກັບ

ຈັກແມ່ນຄິດຈັ່ງໃດ່ບຸຄິດຢາກຂີ່ລົດຫຼິ້ນວ່າຊ້ານນນນນນນນ ມີໝໍໜຶ່ງເຮັດວຽກນຳກັນຫັ້ນລະຂີ່ລົດນຳກົ້ນມາຊວນໄປກິນຊີ້ນດາດສອງຄົນ

ຕອນແລກກະງົງໆແຕ່ພໍຄິດວ່າເປັນເພື່ອນຮ່ວມງານກັນກໍ່ເລີຍໄປຊະ(ກະພວມຄິດຢາກກິນພໍດິອິອິ)

ໄປນັ່ງຮ້ານປຸບບໍ່ທັນຮອດຄີບຊີ້ນໄປດາດຊ້ຳໝໍກະສາທະຍາຍສາຍສອ່ງຄວາມໃນໃຈອອກມາ ແມ່ມັນເອີຍຂ້ອຍຈົນວ່າອີ່ມລົງກັບມ໋ອງ

ກະບໍແມ່ນວ່າຂ້ອຍລັງກຽດໝໍດອກ ແຕ່ຂ້ອຍບໍເຄີຍມີຄວາມຮູ້ສຶກແບບຊູ້ສາວກັບໝໍແມແຕ່ໜ້ອຍດຽວ ໝໍເວົ້າວ່າເຮົາມາລອງຄົບກັນເບິ່ງເບາະ(ຮ່າມັນເອີຍ) (ຄິດວ່າສິເກັບໄວ້ພິຈາລະນາ ຫະຫະຫະ)

ຄວາມຈິງຂ້ອຍມີຄວາມຮູ້ສຶກດີໆກັບໝູ່ຂອງໝໍພຸ້ນນະແລະຂ້ອຍກະຄິດວ່າໝູ່ໝໍກະຕ້ອງຄິດກັບຂ້ອຍແນ່ຈັກໜ່ອຍແຫຼະ

ແຕ່ໝວດຂ້ອຍບໍ່ມີໂອກາດທີ່ຈະບອກເທົ່ານັ້ນແຫຼະ

(ປາດດດດດດດດດດໝັ້ນໃຈປານນັ້ນພຸ້ນນະ ຫະຫະຫະ)

ຕອນນີ້ຂ້ອຍເລີ່ມສັບສົນແລ້ວລະ ກັງວົນວ່າຖ້າໝູ່ໝໍຮູ້ເລື່ອງນີ້ຄວາມຮູ້ສຶກດີໆຂອງໝວດຂ້ອຍສິປ່ຽນໄປບໍ?

ແລ້ວຂ້ອຍກັບໝໍນີ້ສິເບິ່ງໜ້າກັນຕິດຢູ່ບໍວະ?

ເລື່ອງແບບນີ້ບໍ່ໜ້າທີ່ຈະມາເກີດກັບຂ້ອຍເລີຍແຕ່ໃນເມື່ອມັນເກີດຂຶນແລ້ວກະບໍ່ຮູ້ວ່າສິເຮັດແນວໃດ໊

ກໍ່ໄດ້ແຕ່ຍອມຮັບຄວາມຈິງເທົ່ານັ້ນແຫຼະ ເບີ້ມເອີຍ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 15, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ


7 days ago

ແລ້ວສິ່ງທີ່ບໍ່ຄີຍປາດຖະໜາມັນໄດ້ກາຍເປັນຈິງ

ແມ້ແຕ່ຄວາມຮັກກະບໍ່ອາດຢຸດຢັ້ງເຈົ້າໄວ້ໄດ້

ໄດ້ແຕ່ຍອມຮັບໃນວັນ

ທີ່ບໍ່ມີເຈົ້າ

ຂ້ອຍເສຍໃຈແຕ່ກໍ່ຕ້ອງຍອມຮັບການຕັດສິນໃຈຂອງເຈົ້າ

ຂ້ອຍບໍ່ກ້າທີ່ຈະຄຽດເຈົ້າດອກ ຂ້ອຍຮູ້ວ່າເຈົ້າຄົງຈະເຮັດຖືກແລ້ວ

ຂ້ອຍໃຈຮ້ອນໂພດແມ່ນບໍ?

ຖ້າຫາກວ່າຂ້ອຍລໍຖ້າຈົນຮອດເດືອນ12ຂ້ອຍຄົງຈະບໍ່ເສຍໃຈໄວປານນີ້

ແຕ່ແນວໃດ໋ກໍ່ຕ້ອງຂອບໃຈທີ່ເຮົາຍັງມີຄວາມຮູ້ສຶກທີ່ດີຕໍ່ກັນ

ຂ້ອຍພຽແຕ່ຂຽນໄດອາຣີ່ຊື່ໆ ຖ້າມັນບໍ່ໄດ້ໝາຍເຖິງເຈົ້າກໍ່ຢ່າຮ້ອນໂຕໄດ້ບໍ

ຫາກເຈົ້າບໍ່ໄດ້ເປັນແບບນັ້ນ

ຫວັງວ່າເຈົ້າຄົງຈະມີຄວາມສຸກທີ່ບໍ່ມີຂ້ອຍຮ່ວມຫາຍໃຈນຳ

ຈັ່ງໃຈກະຂອບໃຈ

ຂອບໃຈທີ່ເຮົາ

ເຄີຍຮັກກັນ

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 6, 2012 | ມີ 37 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ມື້ນີ້ເປັນວັນຄ້າຍວັນເກີດຂອງຂອ້ຍແຕ່ຂ້ອຍກະບໍ່ເຄີຍລືມມື້ນັ້ນມື້ທີ່ຂ້ອຍເຈັບປວດທີ່ສຸດ

ເຫດມັນເກີດເມື່ອວັນທີ6/2/2011ເຊິ່ງເປັນວັນຄ້າຍວັນເກີດຂອງຂ້ອຍໃນຕອນປີກາຍນີ້

ເລື່ອງມັນກະມີຢູ່ວ່າ: ຂ້ອຍເຊິ່ງເປັນຄົນຂີ້ລ້າຍໆໆຄົນໜຶ່ງແຕ່ດັນໄປມີແຟນຜູ້ງາມໆຊັ້ນເດະ

ແຟນຂ້ອຍລາວເປັນຄົນຊຽງຂວາງ(ຂໍສະຫງວນຊື່ໄວ້ເດີ)ກະຄືວ່າຫັ້ນລະສາວຊຽງຂວາງກໍ່ທັງງາມທັງເກັ່ງສົມກັບເພງອີ່ຫຼີ

ແຕ່ຂ້ອຍກະບໍ່ເຄີຍຄິດມາກ່ອນວ່າລາວຈະເຮັດໃຫ້ຄົນທີ່ລາວບອກວ່າຮັກສຸດຫົວໃຈໄດ້ເຖິງປານນີ້

ຊວ່ງວັນທີ1-5/2/2011ຂ້ອຍຖືກໄປຝຶກອົບຮົມຢູ່ນະຄອນຫຼວງສວ່ນລາວແມ່ນລົງໄປຫຼິ້ນທ່າແຂກ

ມື້ວັນທີ6/2ຂ້ອຍວ່າຈະລົງມາເຊກອງແຕ່ກະຕ້ອງຢຸດເພາະວ່າລາວໂທຫາຂ້ອຍໃຫ້ໄປແວ່ຫາລາວເພາະວັນສຳຄັນຕ່າງໆຂອງຂ້ອຍລາວຈື່ໄດ້ສະເໝີ

ພໍແຕ່ວ່າເຫັນໜ້າລາວຂ້ອຍກະສຸດທີ່ດີໃຈ ຄິດວ່າສິໄດ້ສະຫຼອງວັນເກີດກັບແຟນສອງຄົນແບບຫງຽບໆ ແຕ່ມັນກັບບໍ່ເປັນດັ່ງທີ່ຄິດ

ລາວບອກກັບຂ້ອຍວ່າ: "ເພິ່ນລືມເຂົາສາເນາະເຂົາມັນກະບໍ່ແມ່ນຜູ້ຍິງທີ່ດີຫຍັງດອກແລ້ວເລື່ອງຂອງເຮົາມັນກະຄົງຈະເປັນໄປບໍ່ໄດ້ດອກ"

ໄດ້ຍິນແບບນີ້ແລ້ວຂ້ອຍເກືອບຈະລົມຈັບກັບມ໋ອງເລີຍ ຖາມໂຕເອງແບບເປັນບ້າວ່ານີ້ເບາະແຟນຂ້ອຍທີ່ຄົບກັນມາຕັ້ງວ່າ5ປີເຕັມໆເສຍເວລາຂ້ອຍບໍ່ວ່າແຕ່ເສຍຄວາມຮູ້ສຶກນີ້ຕີຈັກວ່າສິໄປຊອກຫາມັນຢູ່ໃສ

ລາວຍັງບອກກັບຂ້ອຍອີກວ່າ: "ຫຼັງຈາກອອກພັນສາແລ້ວລາວສິເອົາຜົວຊັ້ນເດະ" ອັນນີ້ແຫຼະທີ່ຂ້ອຍຊັງລາວທີ່ສຸດເລີຍ

ຮັກສານ້ຳໃຈກັນແດ່ຈັກໜ່ອຍກະບໍ່ໄດ້ເນາະມື້ອື່ນກະມີຖົມເຖ່ໄປເປັນຫຍັງບໍ່ບອກແລ້ວສິມາບອກມື້ນີ້ເຮັດສັງຊ່າງເປັນຜູ້ຍິງທີ່ໃຈດຳຫຼາຍ

ແຕ່ຂ້ອຍກະບໍ່ຄຽດໃຫ້ລາວດອກ ຂ້ອຍກະເຄີຍຄິດຢູ່ວ່າເລື່ອງຂອງພວກຂ້ອຍມັນເປັນໄປບໍ່ໄດ້ ໃຜກະຕ້ອງເລືອກທາງທີ່ດີທີ່ສຸດໃຫ້ກັບຊີວິດຂອງຕົນເອງຢູ່ແລ້ວ

ແຕ່ລາວກະເຮັດໂພດຫຼາຍ ວັນຄ້າຍວັນເກີດຂອງຂ້ອຍທຸກປີລາວມັກຈະໃຫ້ຂອງຂວັນຂ້ອຍສະເໝີ ແຕ່ມາປີນີ້ເປັນຂອງຂວັນທີ່ໃຫຍ່ແລະກໍເຈັບປວດຫຼາຍ

ແມ່ນໃຜແນ່ເກາະທີ່ຢູ່ໃນໂລກນີ້ແລ້ວເປັນຄືຂ້ອຍແນ່ນະ. ຄຳຂໍໂທດຈັກຄຳກະບໍ່ມີຈາກຜູ້ຍິງໃຈດຳຄົນນັ້ນຂ້ອຍຈຳເປັນຕ້ອງຈາກລາວໄປແຕ່ຂ້ອຍກະບໍ່ເຄີຍອ່ອນແອໃຫ້ລາວເຫັນ

ລາວບອກວ່າ"ຂ້ອຍເຂັ້ມແຂງແລະຂ້ອຍກໍ່ສະຫຼາດຂ້ອຍຄົງຈະຢູ່ໄດ້ຖ້າຫາກວ່າບໍ່ມີລາວ"(ວ່າຊັ້ນເດະ)

ຂ້ອຍຍອມຮັບວ່າຂ້ອຍໄຫ້ໄລຍະທາງແຕ່ທ່າແຂກຫາເຊກອງກະສິປະມານ500ປາຍກວ່າກິໂລນີ້ແຫຼະຂ້ອຍໄຫ້ມາຕະຫຼອດທາງ ບໍ່ຮູ້ວ່ານ້ຳຕາມັນອອກມາໄດ້ແນວໃດ໋ແຕ່ຮູ້ສຶກວ່າບາດໄດ້ໄຫ້ແລ້ວສະບາຍໃຈກະເລີຍວ່າປ່ອຍໂຕເອງເລີຍສາ. ຄຳເວົ້າຂອງລາວມັນໄດ້ກ້ອງຫູຂ້ອຍຕະລອດວ່າ:"ລືມເຂົາສາ".

ຈາກນັ້ນມາຂ້ອຍກະພະຍາຍາມຢູ່ຫ່າງອອກຈາກເຂົາແຕ່ກະຄືວ່າຫັ້ນລະ ຄົນເຄີຍຮັກກັນເນາະ ມັນສິລືມກັນໄດ້ຊະເບາະ.

ສ່ວນວ່າມື້ນີ້ລາວກະຍັງບໍ່ລືມວັນເກີດຂ້ອຍ ລາວໂທມາຫາຂ້ອຍແຕ່3ໂມງເຊົ້າພຸ້ນລະອວຍພອນວັນເກີດວ່າ"ໃຫ້ຂ້ອຍມີແຕ່ຄວາມສຸກສົມຫວັງທຸກປະການແລະກໍ່ໄດ້ຜົວໄວໆໆເດີ"(ມັນຊ້ຳຊ່ຳໃດ໋)

ບໍ່ເຂົ້າໃຈວ່າລາວສິມາຕອກຢ້ຳອີ່ຫຍັງກັບຂ້ອຍອີກ ຂະໜາດວັນເກີດລາວຂ້ອຍກະຍັງບໍ່ເຄີຍໂທໄປວົນທັງທີ່ວ່າຂ້ອຍກະຈື່ໄດ້ຄືກັນ

ໂອຍເວົ້າມາແລ້ວກະເບື່ອເລີຍລະ

ຫຼາບແລ້ວຢ້ານແລ້ວບໍ່ຮັກໃຜອີກແລ້ວຖ້າຮັກແລ້ວຕ້ອງຊ້ຳໃຈເສຍທັງນ້ຳຕາ.....

ຈົບແລ້ວ

ຂອບໃຈທີ່ວ່າອ່ານຈົນຈົບ

ເມັ້ນແດ່ເດີໃຜອ່ານເປີດອ່ານແລ້ວບໍ່ເມັ້ນຂໍໃຫ້ບໍມີແຟນ


 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 19, 2012 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ພົດຈະນານຸກົມຂອງຫົວໃຈ

ນ້ອຍໃຈ

ເປັນອາການອ່ອນແອຂອງຈິດໃຈທີ່ບໍ່ໄດ້ຮັບການຕອບສະໜອງເວລາທີ່ເກີດຄວາມຕ້ອງການໃຫ້ຄົນເອົາໃຈ

ວິທີແກ້ໄຂ ຢ່າເອົາແຕ່ໃຈ.

 

ເຈັບໃຈ

ອາການເປັນພິດຂອງຫົວໃຈທີ່ແຜ່ລາມມາຈາກຫາງເວລາທີ່ມີໃຜມາຢຽບມັນ

ວິທີແກ້ໄຂ ຕັດຫາງຖິ້ມ ແລະ ກໍ່ຢ່າຍົກຫ່າງຕົວເອງ.

 

ລະອາຍໃຈ

ເປັນການໃຝ່ສູງຂອງຈິດໃຈທີ່ອອກມາຊີ້ໜ້າດ່າເຮົາ

ຂໍແນະນຳ ເມື່ອຊຳລະຊົ່ວໄດ້ກໍ່ບໍ່ຮູ້ສິກລະອາຍໃຈ.

 

ເສຍໃຈ

ເປັນອາການທາງຈິດໃຈເກີດຈາກຄວາມບໍ່ໝັ້ນຄົງຂອງຈິດໃຈເພາະມັກຈະເອົາໃຈໄປຜູກມັດໄວ້ກັບສິ່ງອື່ນ

ວິທີແກ້ ຕັດໃຈສາ.

 

ຫຼາຍໃຈ

ເປັນອາການສືບພັນຂອງຈິດໃຈທີ່ມີການແບ່ງຕົວນຳໄປສູ່ການນ້ອຍໃຈແກ່ຄົນອ້ອມຂ້າງໄດ້ໃນເວລາຕໍ່ມາ

ວິທີແກ້ ຄິດໄວ້ວ່າມີແຕ່ພວກ(......)ທີ່ໃຊ້ວິທີແບ່ງແບບນີ້.

 

ທຳໃຈ

ເປັນອາການທີ່ແປກທີ່ສຸດຂອງໃຈຍິ່ງພະຍາຍາມທຳໃຈຫຼາຍເທົ່າໃດກໍ່ຍິ່ງວ່າງເປົ່າຂຶ້ນເທົ່ານັ້ນ.

ຂໍ້ແນະນຳ ທຳໃຈເວລາທີ່ຮູ້ສຶກເຫງົາ,ເສົ້າ ແລະ ຜິດຫວັງ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 28, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຮັກໝັ້ນຄົງ ຄືແຂ້ວແທ້

ຮັກອໍ້ແອ້ ຄືແຂ້ວໂຍກ

ຮັກໂສໂຄກ ຄືແຂ້ວດຳ

ຮັກຖະຫຼຳ ຄືແຂ້ວຫຍ້ຳໜັງ

ຮັກແລ້ວຊັງ ຄືແຂ້ວຫ່າງ

ຮັກແລ້ວຮ້າງ ຄືແຂ້ວວ່ອງ

ຮັກລອຍລ່ອງ ຄືແຂ້ວກຸດ

ຮັກບໍລິສຸດຄືແຂ້ວຂາວ

ຮັກຊົ່ວຄາວຄືແຂ້ວປອມ

ຮັກອ້ອຊ້ອມຄືແຂ້ວຫຼົ່ນ

ຮັກສັບປົນ ຄືແຂ້ວເຈ໊(ແຂ້ວແຕ່ງ)

ຮັກຈຳເຈ ຄືແຂ້ວຊ້ອນ

ຮັກສະຫຼອນ ຄືແຂ້ວແຊກ

ຮັກຄັ້ງແລກ ຄືແຂ້ວນ້ຳນົມ

ເອົາມາຈາກ:kapook.com

ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

 

 

 

 

ເຮົາເຄີຍສົງໄສແນ່ບໍວ່າ

ຄົນທີ່ຮັກເຮົາ ກັບຄົນທີ່ເຮົາຮັກມັນຕ່າງກັນແນວໃດ?

ຄົນທີ່ເຮົາຮັກ

..........ເຮົາໃສ່ໃຈໃນເລື່ອງຂອງເຂົາທຸກຢ່າງ

.........ເຮົາແຄຄວາມຮູ້ສຶກຂອງເຂົາສະເໝີ

.........ເຮົາບໍ່ເຄີເສຍດາຍເວລາທີ່ຢູ່ໃກ້ເຂົາ

.............ເຮົາພະຍາຍາມທີ່ຈະຮູ້ຈັກເຂົາຫຼາຍຂຶ້ນ

...........ເຮົາເປັນຫ່ວງເຂົາ

................ເຮົາຫວງເຂົາ

................ເຮົາເສຍສະຫຼະເພື່ອເຂົາໄດ້

................................ແຕ່ວ່າ.......................................

ຄົນທີ່ຮັກເຮົາຄື

..............ຄົນທີ່ໃຫ້ຄວາມສຳຄັນກັບຄວາມຮູ້ສຶກຂອງເຮົາ

................ຄົນທີ່ພະຍາຍາມຈະຮູ້ຈັກກັບເຮົາ

..................ຄົນທີ່ແຄຄວາມຮູ້ສຶກຂອງເຮົາ

...................ຄົນທີ່ເປັນຫ່ວງເຮົາ

....................ຄົນທີ່ໃສ່ໃຈທຸກເລື່ອງຂອງເຮົາ

....................ຄົນທີ່ເສຍສະຫຼະເພື່ອເຮົາໄດ້

ແລ້ວຖ້າໃຫ້ເລືອກລະຫວ່າງ ຄົນທີ່ເຮົາຮັກ ກັບຄົນທີ່ຮັກເຮົາ ເຮົາຈະເລືອກໃຜ

ບໍ່ວ່າເຮົາສິເລືອກໃຜມັນກໍ່ຈະມີຄົນໜຶ່ງທີ່ຈະຕ້ອງເສຍໃຈຢູ່ດີ

  1. ຖ້າເຮົາເລືອກຄົນທີ່ເຮົາຮັກ ຄົນທີ່ຮັກເຮົາກໍ່ເສຍໃຈ
  2. ຖ້າເຮົາເລືອກຄົນທີ່ຮັກເຮົາ ເຮົາກໍ່ອາດຈະຕ້ອງເສຍໃຈ
  3. ຖ້າເຮົາບໍ່ເລືອກໃຜຈັກຄົນ ທັງເຮົາ ແລະ ຄົນທີ່ຮັກເຮົາກໍ່ຈະຕ້ອງເສຍໃຈ


ແຕ່......................

ມີຄົນໜຶ່ງທີ່ບໍ່ເສຍໃຈ

ຄືຄົນທີ່ເຮົາຮັກ

ຄວາມຮັກມັນກະບໍ່ແນ່ນອນສະເໝີໄປດອກ

ມື້ນີ້ເຮົາອາດຈະຜິດຫວັງ

ມື້ໜ້າເຮົາກໍ່ອາດຈະສົມຫວັງ

ຕອນນີ້ເຮົາອາດຈະມອງຂ້າມຄົນທີ່ຮັກເຮົາແຕ່ເຮົາເຊື່ອວ່າມື້ໜ້າເຮົາຈະແນມເຫັນຄົນໆນັ້ນແຈ້ງຂຶ້ນໃນສາຍຕາເຮົາ.

 

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 16, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມຮັກກັບຄວາມລັບກະມີແນວແຕກຕ່າງກັນແດ່ຈັກໜ່ອຍຫັ້ນລະ!

  1. ຄວາມລັບ ເຄີຍໄດ້ຍິນວ່າເປັນສີດຳ # ຄວາມຮັກຈື່ໄດ້ວ່າເປັນສີຊົມພູ.
  2. ຄວາມລັບ ຕ້ອງຊື່ມໃສ່ຂ້າງຫູ # ຄວາມຮັກ ອາດຮັບຮູ້ໄດ້ດ້ວຍຫົວໃຈ.
  3. ຄວາມລັບ ຕ້ອງມີການວາງແຜນ # ຄວາມຮັກ ຈະໝື່ນແສນກໍ່ຍັງຍິ່ງໃຫຍ່.
  4. ຄວາມລັບຖ້າບອກກໍ່ຈະບໍ່ລັບອີກຕໍ່ໄປ # ຄວາມຮັກໄດ້ຟັງມື້ໃດ໋ກໍ່ຍັງງົດງາມ.
  5. ຄວາມລັບ ຟັງແລ້ວອາດຈະສົງໄສ # ຄວາມຮັກ ມັກບໍ່ມີຄຳຖາມ.
  6. ຄວາມລັບຕ້ອງເກັບໃຫ້ດີຄືນິຍາມ # ຄວາມຮັກບໍ່ຕ້ອງຈຳກັດຄຳເວົ້າ.
  7. ຄວາມລັບ ຈະບໍ່ບອກໃຫ້ໃຜຮູ້ # ຄວາມຮັກ ຫາກໄດ້ຟັງຢູ່ກະສຸກລົ້ນ.
  8. ຄວາມລັບ ຟັງໄປຫຼາຍຈະສັບສົນ # ຄວາມຮັກ ພຽງຢູ່ໃນໃຈໃຜຈັກຄົນກະພຽງພໍ.
ຂຽນເມື່ອ ຂຽນເມື່ອ: ທ.ວ.. 16, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ວິທີຄິດຢ່າງມີລະບົບເມື່ອຖືກຄົນຮັກຖິ້ມໄປ(ບອກເລີກ)

  1. ທະນາຄານ : ມັນເປັນNPLທາງຄວາມຮູ້ສຶກ,
  2. ເສດຖະສາດ : ສົງໄສDemandບໍ່ກົງກັບSupply.
  3. ການປົກຄອງ: ໂອ໊ຍ...ປົກຄອງຍາກ...ແຕ່ຄວນຈະໃຫ້ເຮົາມີສ່ວນຮ່ວມໃນການຕັດສິນໃຈ.
  4. ຟີຊິກ : ແນວໃດເຂົາກະໄປຊ້າເພາະວ່າເຂົາເດີນທາງຊ້າກ່ວາແສງ.
  5. ເຄມີ : ສານປະກອບໃນໂຕຂອງສອງຄົນນີ້ບໍ່ເຂົ້າກັນ.
  6. ສະຖາປັດ : ອອກແບບຮັກບໍ່ໄດ້.
  7. ສັດຕະສາດ : ສັດທຸກຊະນິມີການດຳລົງຊີວິດໃນຮູບແບບຂອງໂຕເອງ.
  8. ແພດສາດ: ອາການອົກຫັກຮັກສາຍາກ.
  9. ບໍ່ແຮ່: ຕ້ອງວິເຄາະທາດ.
  10. ກົນຈັກ : ແປງໄດ້.
  11. ໄຟຟ້າ : ພິວຂາດ...ຕ້ອງປ່ຽນໃໝ່.
  12. ໂຍທາ : ສັ່ງຮື້ຖິ້ມ.
  13. ພະນັກງານຂາຍ : ຈັກນ່ອຍເຂົາກະກັບມາຫາກເຮົາມີໂປຣໂມຊັນໃໝ່.
  14. ຕຳຫຼວດ : ຈັບຂັງໄວ້ຕັ້ງແຕ່ດົນກະໝົດເລື່ອງ.
  15. ນັກກິລາ : ເກມໜ້າຄ່ອຍວ່າກັນໃໝ່.
  16. Programmer : ໄວຣັດສແທ້ໆ.
  17. ນັກຂຽນ : ບໍ່ເປັນຫຍັງດອກຫາເລື່ອງໃໝ່ຂຽນກະໄດ້.
  18. ນັກບັນຊີ : ກະພຽງປິດງົບບໍ່ລົງໂຕ.
  19. ນັກແປ : ເຮົາສື່ສານບໍ່ກົງກັນເພາະວ່າເຮົາເວົ້າກັນຄົນລະພາສາ.
  20. ນັກຂ່າວ : ບໍ່ເປັນຫຍັງດອກພຽງແຕ່ຂ່າວບໍ່ແມ່ນຄວາມຈິງກ
  21. ທະນາຍຄວາມ : ປິດຄະດີ.
  22. ຜູ້ຊຽວຊານສາດສະໜພຸດ : ເຂົາຕ້ອງໄປໃຊ້ກຳກັບຄົນອື່ນຕໍ່.