ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 13, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

ຕາມທີ່ຂ້ອຍສັງເກດມາໃນບ່ອນເຮັດວຽກຂອງຂ້ອຍມາຫຼາຍປີມັນກະມັກເປັນແບບນີ້ສະເໝີ:

1. ຜູ້ຊະນະ: ເມື່ອພົບວ່າມີຂໍ້ຜິດພາດ ຈະກ່າວວ່າ ຂ້ອຍເຮັດຜິດເອງ.

ຜູ້ເສຍ: ເມື່ອພົບວ່າມີຂໍ້ຜິດພາດ ຈະກ່າວວ່າ ບໍ່ແມ່ນຄວາມຜິດຂອງຂ້ອຍ.

2. ຜູ້ຊະນະ: ຈະເຮັດວຽກໜັກກວ່າປົກກະຕິ ແລະ ມີເວລາຫຼາຍກວ່າຜູ້ເສຍ.

ຜູ້ເສຍ:ຈະເຮັດວຽກແບບຫຍຸ້ງໝົດມື້ໂດຍບໍ່ຄິດວ່າວຽກໄດ໋ຄວນເຮັດກ່ອນວຽກໄດ໋ຄວນເຮັດນຳຫຼັງ.

3. ຜູ້ຊະນະ:ຈະປະເຊີນກັບບັນຫາ ແລະ ລົງມືແກ້ໄຂບັນຫານັ້ນ.

ຜູ້ເສຍ:ຈະເຮັດໃນທາງກົງກັນຂ້າມຫຼືຫຼີກລຽງບັນຫາ.

4. ຜູ້ຊະນະ:ລົງມືເຮັດວຽກໃຫ້ປະກົດຜົນເປັນຈິງ.

ຜູ້ເສຍ: ມີແຕ່ເວົ້າແຕ່ບໍ່ເຮັດຈັກເທື່ອ.

5. ຜູ້ຊະນະ: ກ່າວວ່າ ຂ້ອຍເຮັດໄດ້ແຕ່ຍັງບໍ່ດີເທົ່າທີ່ຂ້ອຍຕ້ອງການເທື່ອ.

ຜູ້ເສຍ: ກ່າວວ່າ ຍັງມີຄົນອື່ນອີກຫຼາຍຄົນທີ່ມີຜົນງານຂີ້ລ້າຍກວ່າຂ້ອຍ.

6. ຜູ້ຊະນະ:ຕັ້ງໃຈຟັງແລ້ວທຳຄວາມເຂົ້າໃຈ ແລະ ສາມາດຕອບສະໜອງໄດ້.

ຜູ້ເສຍ:ລໍຖ້າຢ່າງດຽວໂດຍບໍ່ຟັງບໍ່ທຳຄວາມເຂົ້າໃຈສິ່ງທີ່ຄົນອື່ນເວົ້າ ລໍຖ້າວ່າປານໃດຈັ່ງສິຮອດເວລາທີ່ຕົນເອງເວົ້າ.

7. ຜູ້ຊະນະ: ຍອມຮັບນັບຖືຄົນທີ່ມີຄວາມສາມາດຫຼາຍກວ່າຕົນ ແລະ ຈະຮຽນຮູ້ຈາກຄົນເຫຼົ່ານັ້ນ.

ຜູ້ເສຍ: ຈະເຮັດໃນທາງກົງກັນຂ້າມ.

8. ຜູ້ຊະນະ: ຈະມີຄວາມຮັບຜິດຊອບບໍ່ພຽງແຕ່ວຽກທີ່ໄດ້ຮັບມອບໝາຍເທົ່ານັ້ນ ຍັງຊ່ວຍເຫຼືອເພື່ອນຮ່ວມງານນຳອີກ.

ຜູ້ເສຍ: ບໍ່ກ້າທີ່ຈະຊ່ວຍເຫຼືອຄົນອື່ນ ແລະ ມັກຈະເວົ້າວ່າ ຂ້ອຍບໍ່ວ່າງກຳລັງເຮັດວຽກຂອງຂ້ອຍຢູ່.

9. ຜູ້ຊະນະ: ຕ້ອງມີວິທີທີ່ຈະເຮັດໃຫ້ດີຂຶ້ນສະເໜີ.

ຜູ້ເສຍ: ມັກຈະເວົ້າວ່າ ນີ້ຄືຫົນທາງດຽວທີ່ຈະເຮັດໄດ້.

10. ຜູ້ຊະນະ: ຈະແບ່ງປັນໄດອາຣີ່ນີ້ໃຫ້ກັບໝູ່ເພື່ອນຂອງເຂົາ.

ຜູ້ເສຍ: ຈະເກັບໄດອາຣີ່ນີ້ໄວ້ເພາະວ່າເຂົາບໍ່ມີເວລາແບ່ງປັນໃຫ້ກັບຄົນອື່ນ.

ແລ້ວບ່ອນເຮັດວຽກຂອງໝູ່ເພື່ອນເດກະເປັນແບບນີ້ຢູ່ເບາະ!

ຂຽນເມື່ອ ຂຽນເມື່ອ: ທ.ວ.. 28, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ວ່າແຕ່ເຫັນຫົວຂໍ້ກະທູ້ນີ້ແລ້ວບາງຄົນກະສິສະອຽນແລ້ວເນາະຢ່າຟ້າວວ່າກັນ

ອ່ານໃຫ້ຈົບກ່ອນເດີແລ້ວຈັ່ງຄ່ອຍວ່າກັນນະ

ຕາມຕຳລາບູຮານຂອງຊາວຈີນໄດ້ມີການບັນທຶກການເບິ່ງບຸກຄະລິກຂອງຄົນຈາກການຕົດຢ່າງຫຼວງຫຼາຍ

ມື້ນີ້ເຮົາລອງມາເບິ່ງກັນວ່າເຈົ້າເປັນຄົນປະເພດໃດ?

ຄົນທີ່ກັ້ນຕົດຈົນເຖິງຈຸດລະເບີດ = ເປັນຄົນໃຈເຢັນ

ຄົນທີ່ຕົດດັງສະນັ່ນແລ້ວຢືນຍິ້ມຢ່າງຊື່ນໃຈ = ເປັນຄົນຂີ້ໂອ່

ຄົນທີ່ຕົດແລ້ວຫັນໄປເບິ່ງໜ້າເດັກ = ເປັນຄົນບໍ່ຈິງໃຈ

ຄົນທີ່ມັກຢືນດົມຕົດຕົວເອງ = ເປັນຄົນຂີ້ງົກ

ຄົນທີ່ຕົດຂະນະທີ່ເອົາມືຕົບໂຕະແຕ່ພາດຈັງຫວະ(ຊວຍ) = ເປັນຄົນໂຊກຮ້າຍ

ຄົນທີ່ຕົດໃນຜ້າຫົ່ມແລ້ວກົດຫົວແຟນຕົນເອງໄປດົມ = ເປັນຄົນຊາດິດ

ຄົນທີ່ຕົດແລ້ວໄອອະແຮ່ມຄ່ອຍໆ = ເປັນຄົນເຈົ້າເລ້

ຄົນທີ່ກ່າວຄຳຂໍໂທດກ່ອນແລະ ຫຼັງການຕົດ(ທັງທີ່ຢູ່ຄົນດຽວ) = ເປັນຄົນສຸພາບ

ຄົນທີ່ຕົດສະໝ່ຳສະເໝີເປັນຈັງຫວະ ແລະ ຍາວນານ = ເປັນຄົນມັ້ງຄັ້ງ

ຄົນທີ່ຕົດບໍ່ມີສຽງແຕ່ວ່າເໝັນໂຄດໆໆໆ = ເປັນຄົນອຳມະຫິດ

ຄົນທີ່ຕົດໂຄດດັງແຕ່ບໍ່ມີກິ່ນ(ເນັ້ນການໃຊ້ສຽງເພື່ອຄູ່ສັດຕູ) =  ເປັນຄົນທີ່ດີແຕ່ເວົ້າ

ຄົນທີ່ຕົດ, ຂີ້ ຍ່ຽວ ໄປພ້ອມໃນເວລາດຽວກັນ(ເອີ້ນວ່າສາມັກຄີ) = ເປັນຄົນຫຼາຍໃຈ

ຄົນທີ່ຕົດຢູ່ເໜືອລົມ = ເປັນຄົນໃຈບຸນ

ຄົນທີ່ມັກວິເຄາະກິ່ນຕົດວ່າອາຫານທີ່ກິເຂົ້າໄປປະກອບດ້ວຍຫຍັງແດ່ = ເປັນນັກວິທະຍາສາດ

ຄົນທີ່ກັ້ນຕົດໄວ້ເປັນຊົ່ວໂມງເພື່ອກັບໄປຕົດຢູ່ເຮືອນຕົນເອງ = ເປັນຜູ້ດີ

ຄົນທີ່ລ້າງມືກ່ອນ ແລະ ຫຼັງຕົດ = ເປັນແພດ

ເຫັນບໍວ່າຂະໜາດຕົດກໍ່ຍັງບອກນິໄສຂອງຄົນເຮົາໄດ້

ແລ້ວເຈົ້າເດລະຕົດແບບໃດ໋?

ຄັດຈາກປື້ມ: ວາລະສານຄອບຄົວ