ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 31, 2009 | ມີ 16 ຄຳເຫັນ ແລະ 0 trackback(s)

ມີມື້ໜຶ່ງພີ່ນ້ອງຂອງຂ້ອຍໄດ້ລົງໄປຫຼິ້ນພາກໃຕ້ຂອງປະເທດລາວມີທັງໝົດ ມີ10ຄົນ ຜູ້ໃຫຍ່ມີ8 ເດັກນ້ອຍມີ2 ເວລານັ້ນຂີ່ລດໄປຮອດປາກເຊມີເດັກນ້ອຍຜູ້ໜຶ່ງໄດ້ຖືກຜີເຂົ້າ ແຕ່ຄົນຢູ່ໃນລົດທັງໝົດກໍບໍ່ໄດ້ຮູ້ຫຍັງດອກ ແມ່ຂອງເດັກນ້ອຍຜູ້ນັ້ນໄດ້ຖາມລູກຂອງລາວວ່າກິນເຂົ້າໜົມບໍ່ ແຕ່ເດັກນ້ອຍຄົນນັ້ນກໍບໍ່ຕອບຫຍັງມີແຕ່ເຮັດປາກຄືຄ້ຽວໝາກຢູ່ ຈົນໄປຮອດອັດຕະປື ຮອດຕອນຄ່ຳເດັກນ້ອຍຜູ້ນັ້ນກໍບໍ່ຢາກນອນເລີຍແມ່ຕູ້ຂອງລາວສົງໃສວ່າເປັນຫຍັງເດັກນ້ອຍຜູ້ນັ້ນຈຶ່ງບໍ່ຢາກນອນຊ້ຳບໍ່ໜຳເດັກນ້ອຍຜູ້ນັ້ນຍັງຢາກອາບນ້ຳຢູ່ທັ້ງໆທີ່ວ່າຕອນກນ້ອຍຜູ້ນັ້ນບໍ່ເຄີຍອາບນ້ຳຕອນຈະເຂົ້ານອນຈັກເທື່ອ ຕອນນັ້ນກໍຮອດເວລາປະມານ 11:30ນິແຫຼະ  ຮອດຕອນເຊົ້າມື້ຕໍ່ມາແມ່ຂອງເດັກນ້ອຍຜູ້ນັ້ນກໍໄດ້ຖາມລູກລາວວ່າເຈົ້າແມ່ນໃຜ ? ເດັກນ້ອຍຜູ້ນັ້ນກໍນັ່ງແລະເຮັດທ່າຄ້ຽວໝາກຢູ່ ປ້າຂອງເດັກນ້ອຍຜູ້ນັ້ນຖາມວ່າ ເຈົ້າຊື່ວັນລີແມ່ນບໍ່ ? ເດັກນ້ອຍຜູ້ນັ້ນກໍຕອບວ່າຂ້ອຍຊື່ຄືກັບເຈົ້າເວົ້າຫັ້ນແຫຼະ ເຊິ່ງວັນລີນັ້ນແມ່ນຊື່ຂອງແມ່ຂອງພໍ່ຕູ້ເດັກນ້ອຍຄົນນີ້ ຈາກນັ້ນແມ່ຕູ້ຂອງເດັກນ້ອຍກໍໂທຫາຜົວຂອງລາວແລະບອກໃຫ້ລາວຈູດທູບຄອບທາດແມ່ຂອງລາວ ສ່ວນຢູ່ທາງນີ້ກໍໄດ້ກຽມແຕ່ງຂັນ5 ແລະຮອດຕອນແລງຜີໃນລາງເດັກນ້ອຍຄົນນັ້ນກໍອອກ.

                          ສາເຫດກໍຍ້ອນວ່າ ແມ່ຕູ້ຂອງເດັກນ້ອຍຜູ້ນັ້ນບໍ່ໄດ້ຄອບຜີເຈົ້າຜີເຮືອນ.

                                                                ""  The End ""

ຂຽນເມື່ອ ຂຽນເມື່ອ: ພ.ພ.. 25, 2009 | ມີ 22 ຄຳເຫັນ ແລະ 0 trackback(s)

   ໃນຄ່ຳຄືນຂອງທຸກໆວັນສິນວິນຍານຂອງຍິງສາວຜູ້ໜຶ່ງເຊິ່ງເລົ່າຕໍ່ກັນມາວ່າໃນມື້ເກີດເຫດໄດ້ມີລົດຂົນສ່ງນ້ຳມັນເຊິ່ງໃນນັ້ນມີພຽງແຕ່2ຜົວເມຍຂັບໄປນຳກັນຈົນຮອດບ່ອນເກີດເຫດກໍປາກົດວ່າລົດໄດ້ຕົກຂົວ ໃນນັ້ນຜູ້ເປັນເມຍລະຕາຍ ຜູ້ເປັນຜົວລະໄດ່ຮັບອຸບັດຕິເຫດ ເຊິ່ງເປັນເຫດໃຫ້ແຖວນັ້ນມີວິນຍານຂອງຍິງສາວລ່ອນເລ່ຢູ່ຫັ້ນ   ມີມື້ໜຶ່ງພໍ່ຂອງຂ້ອຍກັບມາແຕ່ສ່ງແຂກຢູ່ຊາຍແດນລາວ-ຫວຽດ ລາວໄດ້ຂັບລົດມາຄົນດຽວ ຕອນນັ້ນປະມານ 24:00ພໍມາໃກ້ຊິຮອດຂົວແຫ່ງນັ້ນລາວໄດ້ເຈິກັບຄົນທີ່ໃສ່ເສື້ອຂາວລະຜົມຍາວປົກໜ້າຍ່າງມາໃກ້ໆລົດ ລາວກໍເລີຍຫັກລົດຫຼົບ ເວລານັ້ນລາວຮູ້ສຶກຂົນຫົວລຸກ ແຖວຂົວນັ້ນກໍບໍ່ມີໝູ່ບ້ານເລີຍ ມື້ຕໍ່ມາລາວໄດ້ໄປເວົ້າໃຫ້ໝູ່ລາວຟັງໝູ່ລາວອີກຄົນໜຶ່ງກໍເຫັນຄືລາວເວົ້າ ຄົນສ່ວນຫຼາຍທີ່ໄປແຖວນັ້ນຄົນດຽວກໍມັກຈະເຫັນແນວນີ້ແຫຼະ ຖ້າບໍ່ເຊື່ອໄປລອງເບິ່ງໂລດ