ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 25, 2009 | ມີ 22 ຄຳເຫັນ ແລະ 0 trackback(s)

   ໃນຄ່ຳຄືນຂອງທຸກໆວັນສິນວິນຍານຂອງຍິງສາວຜູ້ໜຶ່ງເຊິ່ງເລົ່າຕໍ່ກັນມາວ່າໃນມື້ເກີດເຫດໄດ້ມີລົດຂົນສ່ງນ້ຳມັນເຊິ່ງໃນນັ້ນມີພຽງແຕ່2ຜົວເມຍຂັບໄປນຳກັນຈົນຮອດບ່ອນເກີດເຫດກໍປາກົດວ່າລົດໄດ້ຕົກຂົວ ໃນນັ້ນຜູ້ເປັນເມຍລະຕາຍ ຜູ້ເປັນຜົວລະໄດ່ຮັບອຸບັດຕິເຫດ ເຊິ່ງເປັນເຫດໃຫ້ແຖວນັ້ນມີວິນຍານຂອງຍິງສາວລ່ອນເລ່ຢູ່ຫັ້ນ   ມີມື້ໜຶ່ງພໍ່ຂອງຂ້ອຍກັບມາແຕ່ສ່ງແຂກຢູ່ຊາຍແດນລາວ-ຫວຽດ ລາວໄດ້ຂັບລົດມາຄົນດຽວ ຕອນນັ້ນປະມານ 24:00ພໍມາໃກ້ຊິຮອດຂົວແຫ່ງນັ້ນລາວໄດ້ເຈິກັບຄົນທີ່ໃສ່ເສື້ອຂາວລະຜົມຍາວປົກໜ້າຍ່າງມາໃກ້ໆລົດ ລາວກໍເລີຍຫັກລົດຫຼົບ ເວລານັ້ນລາວຮູ້ສຶກຂົນຫົວລຸກ ແຖວຂົວນັ້ນກໍບໍ່ມີໝູ່ບ້ານເລີຍ ມື້ຕໍ່ມາລາວໄດ້ໄປເວົ້າໃຫ້ໝູ່ລາວຟັງໝູ່ລາວອີກຄົນໜຶ່ງກໍເຫັນຄືລາວເວົ້າ ຄົນສ່ວນຫຼາຍທີ່ໄປແຖວນັ້ນຄົນດຽວກໍມັກຈະເຫັນແນວນີ້ແຫຼະ ຖ້າບໍ່ເຊື່ອໄປລອງເບິ່ງໂລດ

Delicious Digg Fark Twitter