
ຂຽນເມື່ອ: ກ.ພ.. 18, 2012
| ມີ
2 ຄຳເຫັນ
ແລະ
0 trackback(s)
ໂລກຈະຢູ່ດີມີສຸກ : ເພາະໂລກມີ ຫິຣິ (ຮູ້ສຶກລະອາຍຕໍ່ບາບ) ໂອດຕັບປະທັມ (ຢ້ານກົວຕໍ່ບາບ)
ໂລກວຸ້ນວາຍ : ເພາະໂລກຂາດ ທັມມະ ຫິຣິໂອດຕັບປະ
ໂລກ (ສັງຄົມມະນຸດ) ເຮົາ : ຖ້າມີຄວາມຮູ້ສຶກລະອາຍຕໍ່ບາບ ແລະ ຢ້ານກົວຕໍ່ບາບແລ້ວ ກໍ່ຈະນຳຄວາມສະຫງົບສຸກມາໃຫ້
ຖ້າມະນຸດໃນໂລກນີ້ : ບໍ່ມີຄວາມຮູ້ສຶກລະອາຍຕໍ່ບາບ ແລະ ຢ້ານກົວຕໍ່ບາບແລ້ວ ຂາດຄຸນນະທັມ ຄື ຫິຣິໂອດຕັບປະແລ້ວ
ພວກເຮົາເອງ ກໍ່ຈະເຮັດໃຫ້ໂລກນີ້ວຸ້ນວາຍ ສ້າງອະກຸສົນກັມໄປເລື້ອຍໆ ແລ້ວກໍ່ບໍ່ມີມື້ສິ້ນສຸດ
ສະນັ້ນ ຂໍໃຫ້ມະນຸດທຸກຄົນ ມີ ທັມມະ ຫິຣິໂອດຕັບປະ ນຳກັນທຸກໆຄົນເດີ້ !