
ຂຽນເມື່ອ: ກ.ພ.. 23, 2012
| ມີ
19 ຄຳເຫັນ
ແລະ
0 trackback(s)
ການຈັດຕັ້ງປະຕິບັດວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ປີ 2011 ຈຳນວນ 101 ເປົ້າໝາຍພົບເຫັນມູນຄ່າເສຍຫາຍ 259.037 ຕື້ກີບ.
ຈາກບົດລາຍງານຂອງທ່ານ ດຣ.ບຸນທອງ ຈິດມະນີ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດຖະບານ ໃຫ້ຮູ້ວ່າ: ລັດຖະບານອົງການປົກຄອງ ແລະ ຄະນະກວດກາແຕ່ລະຂັ້ນ ໄດ້ເອົາໃຈໃສ່ຕິດຕາມກວດກາຄຸ້ມຄອງບໍລິຫານລັດ ກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ການປະຕິບັດກົດໝາຍນິຕິກຳຕ່າງໆທີ່ລັດປະກາດໃຊ້ ພ້ອມທັງກວດກາສະເພາະກິດບາງເປົ້າໝາຍໃນການຂຸດຄົ້ນໄມ້ ສຳປະທານທີ່ດິນ ໂຄງການລົງທຶນພາຍໃນ ແລະ ຕ່າງປະເທດ ສຳລັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໄດ້ປະຕິບັດດ້ວຍຫຼາຍຮູບຫຼາຍວິທີ ເປັນຕົ້ນແມ່ນການໃຫ້ທຸກການຈັດຕັ້ງຂອງພັກ-ລັດ ບັນດາອົງການຈັດຕັ້ງມະຫາຊົນຢູ່ແຕ່ລະຂັ້ນ ມີຄວາມຮັບຜິດຊອບຕິດຕາມ-ສຶກສາອົບຮົມພະນັກງານ ສະມາຊິກພັກ ເປັນຂະບວນ ແລະ ປົກກະຕິ ບ່ອນໃດມີປະກົດການດ້ານສໍ້ລາດບັງຫຼວງ ແມ່ນໄດ້ດຳເນີນການກວດກາແກ້ໄຂຕາມກໍລະນີດ້ວຍຄວາມຖືກຕ້ອງ ວ່ອງໄວ ຄົ້ນຄ້ວາປັບປຸງດ້ານນິຕິກຳທີ່ເຫັນວ່າມີຄວາມຈຳເປັນ ເຊັ່ນ: ຍຸດທະສາດຕ້ານການສໍ້ລາດບັງຫຼວງ ການແຈ້ງຊັບ-ສິນລາຍຮັບ ພ້ອມນັ້ນຍັງໄດ້ເປັນເຈົ້າການເຂົ້າຮ່ວມຢ່າງຕັ້ງໜ້າໃນ ການເຄື່ອນໄຫວແລກປ່ຽນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວກັບບັນດາປະເທດ ສະມາຊິກອາຊຽນ ກໍຄືສາກົນ.