ຂຽນເມື່ອ: ມ.ກ.. 11, 2009
| ມີ
10 ຄຳເຫັນ
ແລະ
0 trackback(s)
ທີ່ຊົນນະບົດແຫ່ງນຶ່ງ ...
ພໍ່ຕູ້ແລະຫລານກຳລັງຍ່າງໄປນາ ບັງເອີນພໍ່ຕູ້ພັດເຈັບທ້ອງປວດຂີ້ກາງທາງກະທັນຫັນ ຈື່ງບອກຫລານຊາຍວ່າ:
ຫຳໆ ກູຊິໄປຂີ້ກ່ອນເດີ ບາດມີຄົນມາລະເອີ້ນບອກແດ່...ເວົ້າແລ້ວແລ່ນເຂົ້າໄປຈັດການປົດປ່ອຍທຸກຢູ່ປ່າແຄມທາງຫັ້ນລະ.
ຂະນະທີ່ກຳລັງປ່ອຍທຸກຢູ່ນັ້ນ ກໍ່ມີຄົນກຸ່ມນຶ່ງຍ່າງມຸ່ງໜ້າເຂົ້າມາ ເມື່ອ ບັກຫຳ ຜູ້ເປັນຫລານຊາຍແນມເຫັນຊິເຂົ້າມາຮອດແລ້ວ
ກໍ່ຮ້ອງຂື້ນວ່າ: ປ້າ...ປ້າ.. ພໍ່ຕູ້ຂອງຂ້ອຍນັ່ງຂີ້ຢູ່ພຸ່ມໄມ້ຫັ້ນເດີ.....
ພໍ່ຕູ້ນັ່ງປົດທຸກຢູ່ກໍ່ບໍ່ເປັນສຸກ ຈັກທັນສຸດຫລືບໍ່ ຄິດຢາກຮ້າຍໃຫ້ບັກຫຳຜູ້ເປັນຫລານກະພ່ອງກັນ,ກະເລີຍຍ່າງອອກມາດ່າບັກຫຳ
ພໍ່ຕູ້: ກູບອກໃຫ້ເອີ້ນບອກກູພີ້ ມຶງພັດເສືອກໄປເອີ້ນບອກເຂົາມາເບິ່ງກູ ຮ່າມຶງເອີຍ......
ຫລານຊາຍ:...ແຮະໆໆ