ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 16, 2008 | ມີ 19 ຄຳເຫັນ ແລະ 0 trackback(s)

alt,,,alt

alt

ໂອກາດ

ຄວາມເຂົ້າໃຈຜິດເລັກໆ ນ້ອຍໆ

ເປັນບໍ່ເກີດແຫ່ງຄວາມຮັກທີ່ເຈັບປວດທໍລະມານ

ຫາກຄວາມເຂົ້າໃຈຜິດເລັກໆ ນ້ອຍໆ ສະສົມ

ຈົນກາຍເປັນຂີ້ໝ້ຽງຈັບຢູ່ໃນໃຈ

ເມື່ອເຖິງຂັ້ນນັ້ນ ຄວາມຫ່າງເຫີນ ຄວາມເຈັບປວດ

ແລະ ຄວາມບໍ່ໄວ້ເນື້ອເຊື່ອໃຈ

ຈະເພີ່ມທະວີແຂ່ງແກ່ນຂື້ນ ຢ່າງວ່ອງໄວ

ຄວາມຮັກ ແລະ ມິດຕະພາບ ທີ່ຮ່ວມກັນສ້າງມາ

ຢ່າງຍາກລຳບາກ...ກໍຈະຈົບລົງງ່າຍໆ.

..............................

ການເວົ້າຈາກັນ ເປັນຢາລະລາຍຂີ້ໝ້ຽງນັ້ນ

ອອກຈາກໃຈໄດ້

ອະທິບາຍ....ຮັບຮູ້.....ຮັບຟັງ...ທຳຄວາມເຂົ້າໃຈ

ຂີ້ໝ້ຽງທີ່ເກາະຢູ່ໃນໃຈນັ້ນ

ອາດຈະກາຍເປັນຢາດີຊາບຊືມເຂົ້າດວງໃຈ

ແລະທຳລາຍຄວາມເຂົ້າໃຈຜິດເຫຼົ່ານັ້ນໃຫ້ໝົດໄປ...

.....................................

ເມື່ອມີບັນຫາໃດ ໆ ....ຈົ່ງໃຫ້ໂອກາດ

ກ່ອນອື່ນຢ່າປິດກັ້ນຕົວເອງ

ດ້ວຍການເວົ້າຈາ...ເພື່ອແລກປ່ຽນຄວາມເຂົ້າໃຈ

ໃຫ້ໂອກາດອີກຝ່າຍ ແລະ ໃຫ້ໂອກາດຕົວເອງ

ໃຫ້ພາສາໃຈໄດ້ສື່ສານກັນດີກວ່າ...

alt

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 13, 2008 | ມີ 22 ຄຳເຫັນ ແລະ 0 trackback(s)

ຢູ່ປະເທດລາວ ມີໂຮງຮຽນສອນຄອມພິວເຕີ້ ( IT ) ຫລາຍແຫ່ງຄິດວ່າບໍ່ສະເພາະແຕ່

ຢູ່ນະຄອນຫລວງວຽງຈັນ ເຮົາຢາກຖາມວ່າ: ໂຮງຮຽນໃດທີ່ເພື່ອນໆຄິດວ່າເປັນໂຮງຮຽນທີ່ຖືກໃຈ

ການສອນ,ອຸປະກອນການຮຽນ ແລະ ຄ່າໃຊ້ຈ່າຍໃນການຮຽນເທົ່າໃດ(ປະມານ) ?

ຂໍໃຫ້ເພື່ອນໆຊ່ອຍແດ່ ຊ່ອຍອະທິບາຍໃຫ້ຟັງແດ່ ເຮົາຢາກຮູ້ແທ້ໆ..! ບອກລາຍລະອຽດຍິ່ງດີ

ຂອບໃຈລ່ວງໜ້າສຳຫລັບຄຳບອກເລົ່າ.

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 10, 2008 | ມີ 25 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ກະບໍ່ຮູ້ວ່າເຮົາຕິດພັນລາວບ່ອນໃດ ສາວພັນລາວມີແຕ່ຜູ້ງາມໆເບາະ ( ອັນນີ້ມີສ່ວນ) ແຕ່ລະມື້ທັງກາງຄືນແລະກາງເວັນ ຫລັງຈາກເລີກຮຽນມາ ກະໂດດໃສ່ຄອມໂລດແລະກະເຂົ້າພັນລາວ.ຄອມ ກ່ອນໝູ່

ຢາກຂຽນໄດອາຣີ່ອັນໃດອັນນຶ່ງກະຂຽນບໍ່ເປັນກະເລີຍໄດ້ແຕ່ອ່ານໄດອາຣີ່ ແລະ ບົດສຳຫລວດຂອງເພື່ອນໆວ່າ ເພື່ອນໆຂຽນຫຍັງແດ່ ກະອ່ານໄປອ່ານມາ

ຈົນໝົດແລ້ວກະຍັງນັ່ງຈ້ອງເບິ່ງຢູ່ ( ຄາງກະໄຕຈົນວ້ຳ ) ລືມເຮັດຮອດວຽກບ້ານຈາກໂຮງຮຽນ ໂຮມເວີກກະເລີຍກາຍເປັນໂຮມໄວ້ ຫລາຍໆຄັ້ງກະສົ່ງອາຈານບໍ່ທັນ ແລະ ເພື່ອນໆເດ ກະເປັນຄືເຮົາຢູ່ຫວາ,

ເພື່ອນໆຈັດເວລາແນວໃດແດ່ ກ່ຽວກັບການຫລີ້ນເນັດນີ້ນ່າ.?

ເປັນຈັ່ງໃດກະລອງມາຈົ່ມໃຫ້ຟັງແດ່ເດີ..!

alt

ໜ້າສົງສານເນາະວ່າໄປວ່າມາລະກະດີ..ອິອິອິ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 13, 2008 | ມີ 9 ຄຳເຫັນ ແລະ 0 trackback(s)
ສະບາຍດີ ເພື່ອນໆ  ມື້ນີ້ມີວິທີແນະນຳສຳຫລັບເພື່ອນໆຜູ້ທີ່ໃຊ້FireFox ແຕ່ວ່າບໍ່ສາມາດອ່ານພາສາໄທໄດ້
ຂໍໃຫ້ເພື່ອນລອງເຮັດຕາມຂັ້ນຕອນດັ່ງລຸ່ມນີ້ລອງເບິ່ງເດີ..

ພາບທີ 1
alt

ພາບທີ 2
alt

ພາບທີ 3

alt

ພາບທີ 4  ຂັ້ນຕອນ ສຸດທ້າຍ

alt

ເພື່ອນໆຜູ້ທີ່ໃຊ້ FireFox ລອງເຮັດຕາມຂັ້ນຕອນຂ້າງເທິງນັ້ນເດີ..
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 11, 2008 | ມີ 35 ຄຳເຫັນ ແລະ 0 trackback(s)
ມື້ວານນີ້ນັ່ງລົມໂທລະສັບກັບກະແຕນ້ອຍຢູ່ ລົມໄປລົມມາກະແຕນ້ອຍເລີຍເວົ້າວ່າ
ແບ໋ງຂຽນໄດ໋ອາຣີ້ ເລື່ອງ"ການດັດແປງcodeຈາກ youtube ໃຫ້ແດ່. !
ດັ່ງນັ້ນແບ໋ງກະເລີຍລອງເອົາມາຂຽນເບິ່ງເພື່ອວ່າເພື່ອນໆທີ່ສົນໃຈຢາກດັດແປງດ້ວຍຕົນເອງລອງເບິ່ງ.
ຂັ້ນຕອນກະບໍ່ຍາກລອງອ່ານແລະເຮັດຕາມຂັ້ນຕອນດັ່ງລຸ່ມນີ້ເດີ..
alt
1. ເຂົ້າໄປ www.youtube.com
ແລ້ວເລືອກເພງທີ່ເພື່ອນມັກແລ້ວກອບປີ້ເອົາ Code ຢູ່ຫ້ອງ Embed ດ້ານຂ້າງຂອງພາບວີດີໂອ.
ແລ້ວໄປ post ໃສ່ Profile ຂອງເພື່ອນ (  Punlao , hi5 ຫລື MySpace  ກະໄດ້ )
ສັ່ງເກດຕາມພາບດັ່ງນີ້:
alt

ເມື່ອໄດ້ Code ຈາກ youtube ມາແລ້ວກະເລີ່ມດັດແປງຕາມນີ້ເລີຍ.!
alt
ນອກຈາກນັ້ນເພື່ອນຍັງສາມາດຈັດໜ້າພາບວີດີໂອໃຫ້ນ້ອຍລົງອີກກະໄດ້
ຈາກ width="425"  height="344" ລົງມາເປັນ
width="250"  height="150" ກໍ່ໄດ້ ຕາມແຕ່ເພື່ອນຕ້ອງການ
ຢາກໃຫ້ມັນນ້ອຍ.