ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 7, 2009 | ມີ 7 ຄຳເຫັນ ແລະ 0 trackback(s)

ໝາຍເຫດ: ຂພຈ ມີເລືອງຊົວຫົວມາເລົ່າສູ່ຟັງແຕ່ຂໍບອກວ່າບໍ່ແມ່ນຂພຈຄິດເອງພໍດີໄປອ່ານເຈິຢູ່ວາລະສານສະບັບ1 ເລີຍນຳມາຝາກ

ແຕ່ອາດມີບາງເນື້ອໃນປ່ຽນແປງໜ້ອຍ1ອິ ອິ(ຂໍອະໄພນຳຕົ້ນສະບັບ)

ອ໊ະແຮ໊ມ ໆໆ!!!  ມີມື້1 ຄົນຂັບລົດແທ໊ກຊີ້ ໄດ້ຮັບຜູ້ໂດຍສານຊາວຕ່າງຊາດ (ມາກັນຄົນລະປະເທດ) 3ຄົນ ຈາກເດີ່ນບີນສາກົນວັດໄຕ ເຂົ້າສູ່ຕົວເມືອງ ໃນຄະນະທີ່ຢູ່ໃນລົດຜູ້ໂດຍສານ 3ຄົນໄດ້ລົມກັນກ່ຽວກັບປະເທດຂອງຕົນວ່າ: (ອອກແນວໂມ້ໆແດ່ ເຮີເຮີ)

ຜູ້ທິ່1 ຢາກໂມ້ແຮງເລີຍເປ່ງສຽງໂມ້ມາວ່າ: ຂົວທີ່ຍາວທີ່ສູດດດດດດດສຸດຢູ່ປະເທດຂ້ອຍສາມາດສ້າງສຳເລັດພາຍໃນ 3 ເດືອນs

ຜູ້ທີ່2 ຮູ້ສຶກຄັນປາກຂື້ນມາທັນທີເລີຍໂມ້ຕໍ່ວ່າ: ຫໍຄອຍທີ່ສູງທີ່ສູດດດດດດດສຸດຢູ່ປະເທດຂ້ອຍສາມາດສ້າງສຳເລັດພາຍໃນ 7 ວັນs

ຜູ້ທີ 3 ເກົາປາກຍ໊ອກໆແລ້ວເວົ້າຂື້ນວ່າ: ເດີ່ນບິນທີ່ປະເທດຂ້ອຍໃຫຍ່ກວ່າເດີ່ນບີນສາກົນວັດໄຕ ສາມາດສ້າງສຳເລັດພາຍໃນ 5 ວັນs

ສ່ວນຄົນຂັບແທ໊ກຊີ້ທີ່ນັ່ງຟັງຢູ່ ປາກຂອງລາວກໍ່ຄ້າຍໆກັບວ່າຖືກໝາກຕຳແຍ(ເກີດອາການຄັນແບບຮຸນແຮງ ຍ໊ອກໆໆໆໆໆໆ)ແຕ່ບໍ່ມີໂອກາດທີ່ຈະສອຍນຳລູກຄ້າ.ພໍດີ! ພໍດີ !!!!ຄົນຂັບແຫ໊ກຊີ້ຂັບມາຜ່ານປະຕູໄຊ ຊາວຕ່າງຊາດຄົນນື່ງ ເລີຍທ້ວງຂື້ນວ່າ: !!ເຮເຮໆໆໆໆ ອານນ໊ານແມ່ຫຍາ??????(ສຳນຽງໜ້ອຍ1)

ຄົນຂັບແທ້ກຊີ້ໄດ້ທີ(ໃຫ້ສົມທີ່ມີຕຳແຍຢູ່ປາກ ຮຶຮຶ)ເລີຍສອຍກັບໄປວ່າ: ອ໊າວແມ່ນຫັຍງນິ??????(ເຮັດທ່າທີຕົກໃຈ),ຂ້ອຍກະບໍ່ຮູ້ຄືກັນ ວ່າງກີ້ຜ່ານມາຍັງບໍ່ເຫັນ ພໍໄປຮັບພວກເຈົ້າມາແຕ່ເດີ່ນບິນກະເຫັນລະງົງຄືກັນ "ສົງໃສຫາກະສ້າງແລ້ວ"........................................................The ຈົບບບ.