ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 28, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

ມາຖະໝອມສາຍຕາໃຫ້ງາມຕະຫລອດກັນດີກວ່າ

1 ໃຊ້ອຸ້ມມືປິດຕາທັງ 2 ຂ້າງໄວ້ ແລ້ວພະຍາຍາມຈິນຕະນາການ ໃຫ້ເຫັນພາບທີ່ງົດງາມສະບາຍຕາ ປະມານ 5 - 10ນາທີ

2 ເລື່ອນຕາໄປມາເປັນວົງກົມ ຈາກຊ້າຍ ຫາ ຂວາ ແລະ ຈາກຂວາ ຫາຊ້າຍ ປະມານ 2-3 ຮອບ

3 ໃຫ້ພະຍາຍາມພັບຕາ ປະມານ 5-6 ເທື່ອຕິດຕໍ່ກັນ ທຸກໆ 10 ນາທີ ເພື່ອໃຫ້ມີນ້ຳຫລໍ່ລ້ຽງສາຍຕາ

4 ເວລາຕື່ນນອນທຸກເຊົ້າ ໃຫ້ໃຊ້ນ້ຳອຸ່ນ ວິດໃສ່ຕາ ປະມານ 5-6 ຄັ້ງ ຫລື ຕາມແຕ່ຕ້ອງການ

5 ພະຍາຍາມໃຊ້ສາຍຕາເບີ່ງໃຫ້ໄກໆ ເພື່ອບໍລິຫານສາຍຕາ

ຖ້າເພື່ອນໆເຮັດເປັນປະຈຳທຸກມື້ພຽງເທົ່ານີ້ເພື່ອນໆກໍ່ຈະມີສາຍຕາທີ່ງາມຕະຫລອດເວລາ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 20, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

ເພື່ອນໆຮູ້ບໍ່ວ່າໝາກໄມ້ພື້ນບ້ານທີ່ຫາໄດ້ງ່າຍຢູ່ປະເທດເຮົາຄື: ໝາກສີດາ ມີສັບພະຄຸນຫລາຍສ່ຳໃດ?ລອງມາອ່ານນຳກັນເບີ່ງ

ໝາກສີດາ ແມ່ນ ອຸດົມໄປດ້ວຍວິຕາມິນ ຊີ ເຖີງ 160 ມິນລີກຣາມ (ຫລາຍກວ່າວິຕະມິນ ຊີ ທີ່ຢູ່ໃນໝາກກ້ຽງ ເຖີງ 9 ເທົ່າ) ເຊິ່ງ ການບໍລິໂພກວິຕາມິນຊີແມ່ນຊ່ວຍ ເຮົາບໍ່ເປັນຫວັດງ່າຍ ແລະ ມັນຍັງຊ່ວຍປ້ອງກັນມະເຮັງບາງຊະນິດ( ອັນນີ້ຜູ້ຂຽນ ກະບໍ່ແນໃຈວ່າປ້ອງ ກັນມະເຮັງຫຍັງແດ່ !!ແຮ່ໆ!! ເອົາເປັນວ່າ ກິນຫລາຍໆໄວ້ກ່ອນແລ້ວກັນ ) ນອກນີ້ໝາກສີດາ ຍັງມີ ວິຕາມິນອື່ນໆອີກເຊັ່ນ: ວິຕາມິນ ເອ, ແຄ໊ວຊ້ຽມ, ຟ໊ອດສຟໍຣັດ, ທາດເຫລັກ,ວິຕາມິນ ບີ1 ແລະ ວິຕາມິນ ບີ2 .

ຍັງບໍ່ໝົດ ໃບຂອງໝາກສີດາ ຍັງສາມາດແກ້ອາການທ້ອງເສຍ ແລະ ເມື່ອນຳໃບມາຍ້ຳສົດໆ ສາມາດດັບກີ່ນປາກໄດ້ ອີກ !!! ວ໊າວວ໊າວໆໆໆ!!! ມີສັບພະຄຸນຫລາຍປານນີ້ ເພື່ອນຢ່າງ ລືມໄປຊອກຊື້ຊອກຫາ ກັນມາຮັບປະທານເດີ້ !! ເວລາຊື້ມາກິນຢ່າລືມເລືອກເອົາໜ່ວຍມີໃບແດ່ເດີ້ຈັ່ງຊິໄດ້ໃຊ້ປະໂຫຍດຈາກໃບນຳ ອິອິ !! ແລະ ຖ້າໃຜມີຕົ້ນໝາກສີດາກໍ່ ຢ່າຄິດຟັນຖີ້ມເດີ້ເພາະມີປະໂຫຍດອີ່ຫລີ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 19, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

                                            ເພື່ອນໆ ວ່າບໍ່ການທີ່ຜູ້ຍິງມີຜົມທີ່ງາມ ກໍ່ສາມາດເຮັດໃຫ້ບຸກຄະລິກຂອງເຮົາດູດີຂື້ນໄດ້ . ດັ່ງນັ້ນຂ້ອຍມີ 5 ວິທີງ່າຍໆໃຫ້ເພືອ່ນໆ(ຍິງ)ໄປລອງເຮັດ                                                               ແຕ່!!ແຕ່   ຖ້າເພື່ອນຊາຍຄົນໃດຢາກລອງກະບໍ່ວ່າກັນເດີ້!! ອິອິ !!   ເຮົາມາເລີ້ມກັນເລີຍເນາະ

1. ກ່ອນສະຜົມທຸກຄັ້ງຄວນຫວີຜົມກ່ອນ ເພື່ອໃຫ້ຜົມເຮົາບໍ່ພັນກັນເວລາສະ ແຕ່ບໍ່ຄວນຫວີດົນ ຫລື ແຮງເພາະຈະເຮັດໃຫ້ຜົມຂອງເຮົາຂາດໄດ້.

2. ໝັ່ນນວດໜັງຫົວເປັນປະຈຳ ເພື່ອກະຕຸ້ນລະບົບໝູນວຽນເລືອດຢູ່ຫົວໃຫ້ທຳງານສະດວກ ແລະ ເຮັດໃຫ້ຮາກຜົມແຂງແຮງນຳອີກ.ການນວດຄວນນວດແຕ່ງ່ອນຈົນໄປເຖີງກາງຫົວ.

3. ເພີ່ມຄວາມເງົາງາມຂອງຜົມ ດ້ວຍນ້ຳສົ້ມສາຍຊູ ໝາຍຄວາມວ່າ ຫລັງສະຜົມທຸກເທື່ອ ໃຫ້ເອົານ້ຳສົ້ມສາຍຊູ 1 ບ່ວງກິນເຂົ້າ ປະສົມກັບນ້ຳອຸ່ນ 3 ຈອກ ແລ້ວນຳມາເທໃສ່ຜົມ ໃຊ້ຫວີ ຫວີໃຫ້ທົ່ວ ຈາກນັ້ນລ້າງອອກ ແລ້ວໃຊ້ນ້ຳ ສົ້ມອັນເກົ່າ ລ້າງເປັນນ້ຳສຸດທ້າຍ ປະໃຫ້ແຫ້ງ ພຽງເທົ່ານີ້ຜົມເຮົາກໍ່ຈະເງົາງາມ.

4. ພະຍາຍາມຢ່າໃຊ້ນ້ຳທີ່ຮ້ອນຈົນເກີນໄປສະຜົມເພາະຈະເຮັດໃຫ້ຕ່ອມຮາກຜົມເປີດ,ສູນເສຍນ້ຳຕາມທຳມະຊາດ  ແລະ ເຮັດໃຫ້ຜົມແຫ້ງ,ຟູໄດ້ງ່າຍ.

5. ຂັ້ນຕອນສຸດທ້າຍ ຢ່າເຊັດຜົມແຮງຈົນເກີນໄປ ເພາະຈະເຮັດໃຫ້ຜົມຂາດງ່າຍ ແລະອີກຢ່າງຜ້າທີ່ເຮົາໃຊ້ນັ້ນອາດດູດຊັບນ້ຳຢູ່ທີ່ຜົມອອກໝົດ ເຮັດໃຫ້ຄວາມຊຸ່ມຊື່ນຂອງຜົມເສຍໄປ. ຄວນບີບນ້ຳຢູ່ຜົມອອກ ແລ້ວໃຊ້ຜ້າເຊັດຄ່ອຍໆ ກໍ່ພໍ ແລ້ວປ່ອຍໃຫ້ແຫ້ງຕາມທຳມະຊາດດີທີ່ສຸດ.

                              ເປັນແນວໃດແດ່ເພື່ອນໆ ຖ້າປະຕິບັດໄດ້ພຽງເທ່ານີ້ຮັບຮອງວ່າຜົມຂອງເຮົາງາມໆໆໆໆໆໆໆໆໆໆ!!ແນ່ນອນ. ອໍ໊!!ແຕ່ຢ່າລືມສີ່ງສຳຄັນເພື່ອນໆຄວນບຳລຸງຈາກພາຍໃນຄວບຄູ່ໄປນຳ ຕ້ອງກິນອາຫານທີ່ມີປະໂຫຍດ,ຄົບ 5 ໝູ່ ,ອອກກຳລັງກາຍສະໝຳ່ສະເໝີ. ກໍ່ສາມາດຊ່ວຍໃຫ້ຄວາມງາມອອກມາຈາກພາຍໃນໄດ້

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 7, 2009 | ມີ 7 ຄຳເຫັນ ແລະ 0 trackback(s)

ໝາຍເຫດ: ຂພຈ ມີເລືອງຊົວຫົວມາເລົ່າສູ່ຟັງແຕ່ຂໍບອກວ່າບໍ່ແມ່ນຂພຈຄິດເອງພໍດີໄປອ່ານເຈິຢູ່ວາລະສານສະບັບ1 ເລີຍນຳມາຝາກ

ແຕ່ອາດມີບາງເນື້ອໃນປ່ຽນແປງໜ້ອຍ1ອິ ອິ(ຂໍອະໄພນຳຕົ້ນສະບັບ)

ອ໊ະແຮ໊ມ ໆໆ!!!  ມີມື້1 ຄົນຂັບລົດແທ໊ກຊີ້ ໄດ້ຮັບຜູ້ໂດຍສານຊາວຕ່າງຊາດ (ມາກັນຄົນລະປະເທດ) 3ຄົນ ຈາກເດີ່ນບີນສາກົນວັດໄຕ ເຂົ້າສູ່ຕົວເມືອງ ໃນຄະນະທີ່ຢູ່ໃນລົດຜູ້ໂດຍສານ 3ຄົນໄດ້ລົມກັນກ່ຽວກັບປະເທດຂອງຕົນວ່າ: (ອອກແນວໂມ້ໆແດ່ ເຮີເຮີ)

ຜູ້ທິ່1 ຢາກໂມ້ແຮງເລີຍເປ່ງສຽງໂມ້ມາວ່າ: ຂົວທີ່ຍາວທີ່ສູດດດດດດດສຸດຢູ່ປະເທດຂ້ອຍສາມາດສ້າງສຳເລັດພາຍໃນ 3 ເດືອນs

ຜູ້ທີ່2 ຮູ້ສຶກຄັນປາກຂື້ນມາທັນທີເລີຍໂມ້ຕໍ່ວ່າ: ຫໍຄອຍທີ່ສູງທີ່ສູດດດດດດດສຸດຢູ່ປະເທດຂ້ອຍສາມາດສ້າງສຳເລັດພາຍໃນ 7 ວັນs

ຜູ້ທີ 3 ເກົາປາກຍ໊ອກໆແລ້ວເວົ້າຂື້ນວ່າ: ເດີ່ນບິນທີ່ປະເທດຂ້ອຍໃຫຍ່ກວ່າເດີ່ນບີນສາກົນວັດໄຕ ສາມາດສ້າງສຳເລັດພາຍໃນ 5 ວັນs

ສ່ວນຄົນຂັບແທ໊ກຊີ້ທີ່ນັ່ງຟັງຢູ່ ປາກຂອງລາວກໍ່ຄ້າຍໆກັບວ່າຖືກໝາກຕຳແຍ(ເກີດອາການຄັນແບບຮຸນແຮງ ຍ໊ອກໆໆໆໆໆໆ)ແຕ່ບໍ່ມີໂອກາດທີ່ຈະສອຍນຳລູກຄ້າ.ພໍດີ! ພໍດີ !!!!ຄົນຂັບແຫ໊ກຊີ້ຂັບມາຜ່ານປະຕູໄຊ ຊາວຕ່າງຊາດຄົນນື່ງ ເລີຍທ້ວງຂື້ນວ່າ: !!ເຮເຮໆໆໆໆ ອານນ໊ານແມ່ຫຍາ??????(ສຳນຽງໜ້ອຍ1)

ຄົນຂັບແທ້ກຊີ້ໄດ້ທີ(ໃຫ້ສົມທີ່ມີຕຳແຍຢູ່ປາກ ຮຶຮຶ)ເລີຍສອຍກັບໄປວ່າ: ອ໊າວແມ່ນຫັຍງນິ??????(ເຮັດທ່າທີຕົກໃຈ),ຂ້ອຍກະບໍ່ຮູ້ຄືກັນ ວ່າງກີ້ຜ່ານມາຍັງບໍ່ເຫັນ ພໍໄປຮັບພວກເຈົ້າມາແຕ່ເດີ່ນບິນກະເຫັນລະງົງຄືກັນ "ສົງໃສຫາກະສ້າງແລ້ວ"........................................................The ຈົບບບ.