
ຂຽນເມື່ອ: ພ.ຈ.. 20, 2009
| ມີ
15 ຄຳເຫັນ
ແລະ
0 trackback(s)
ເພື່ອນໆຮູ້ບໍ່ວ່າໝາກໄມ້ພື້ນບ້ານທີ່ຫາໄດ້ງ່າຍຢູ່ປະເທດເຮົາຄື: ໝາກສີດາ ມີສັບພະຄຸນຫລາຍສ່ຳໃດ?ລອງມາອ່ານນຳກັນເບີ່ງ
ໝາກສີດາ ແມ່ນ ອຸດົມໄປດ້ວຍວິຕາມິນ ຊີ ເຖີງ 160 ມິນລີກຣາມ (ຫລາຍກວ່າວິຕະມິນ ຊີ ທີ່ຢູ່ໃນໝາກກ້ຽງ ເຖີງ 9 ເທົ່າ) ເຊິ່ງ ການບໍລິໂພກວິຕາມິນຊີແມ່ນຊ່ວຍ ເຮົາບໍ່ເປັນຫວັດງ່າຍ ແລະ ມັນຍັງຊ່ວຍປ້ອງກັນມະເຮັງບາງຊະນິດ( ອັນນີ້ຜູ້ຂຽນ ກະບໍ່ແນໃຈວ່າປ້ອງ ກັນມະເຮັງຫຍັງແດ່ !!ແຮ່ໆ!! ເອົາເປັນວ່າ ກິນຫລາຍໆໄວ້ກ່ອນແລ້ວກັນ ) ນອກນີ້ໝາກສີດາ ຍັງມີ ວິຕາມິນອື່ນໆອີກເຊັ່ນ: ວິຕາມິນ ເອ, ແຄ໊ວຊ້ຽມ, ຟ໊ອດສຟໍຣັດ, ທາດເຫລັກ,ວິຕາມິນ ບີ1 ແລະ ວິຕາມິນ ບີ2 .
ຍັງບໍ່ໝົດ ໃບຂອງໝາກສີດາ ຍັງສາມາດແກ້ອາການທ້ອງເສຍ ແລະ ເມື່ອນຳໃບມາຍ້ຳສົດໆ ສາມາດດັບກີ່ນປາກໄດ້ ອີກ !!! ວ໊າວວ໊າວໆໆໆ!!! ມີສັບພະຄຸນຫລາຍປານນີ້ ເພື່ອນຢ່າງ ລືມໄປຊອກຊື້ຊອກຫາ ກັນມາຮັບປະທານເດີ້ !! ເວລາຊື້ມາກິນຢ່າລືມເລືອກເອົາໜ່ວຍມີໃບແດ່ເດີ້ຈັ່ງຊິໄດ້ໃຊ້ປະໂຫຍດຈາກໃບນຳ ອິອິ !! ແລະ ຖ້າໃຜມີຕົ້ນໝາກສີດາກໍ່ ຢ່າຄິດຟັນຖີ້ມເດີ້ເພາະມີປະໂຫຍດອີ່ຫລີ