ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 17, 2009 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ


alt

alt

alt

alt

alt

alt

alt

alt

alt

alt

ຂຽນເມື່ອ ຂຽນເມື່ອ: ມ.ນ.. 16, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

 

ບໍ່ສຳຄັນວ່າເຈົ້າຂັບລົດຍີຫໍ້ຫຍັງ?....ແຕ່ສຳຄັນທີ່ວ່າ..ເຈົ້າໃຫ້ຄົນທີ່ບໍ່ມີລົດນັ່ງມານຳເຈົ້າຈັກເເທື່ອ

ບໍ່ສຳວ່າເຈົ້າທຳງານລ່ວງເວລາຫລາຍປານໃດ?... ແຕ່ສຳຄັນທີ່ວ່າເຈົ້າໃຫ້ເວລາແກ່ຄອບຄົວ ແລະຄົນທີ່ຮັກຫລາຍປານໃດ

ບໍ່ສຳຄັນວ່າເຈົ້າມີເສື້ອຜ້າທັນສະໃຫມຈັກສຸດໃນຕູ້?... ແຕ່ສຳຄັນທີ່ວ່າເຈົ້າເຄີຍໃຫ້ເສື້ອຜ້າແກ່ຄົນທີ່ຂາດແຄນຈັກສຸດ

ບໍ່ສຳຄັນວ່າເຈົ້າມີຖານະຫຍັງໃນສັງຄົມ?.... ແຕ່ສຳຄັນທີ່ວ່າເຈົ້າວາງຕົວໃນລະດັັບໃດ

ບໍ່ສຳຄັນວ່າເຈົ້າມີສັບສິນຫລາຍປານໃດ?... ແຕ່ສຳຄັນທີ່ວ່າສິ່ງທີ່ເຈົ້າມີມັນມີອຳນາດຊີຂາດຊີວິດເຈົ້າຫລາຍປານໃດ

ບໍ່ສຳຄັນວ່າເງີນເດືອນສູງສຸດຂອງເຈົ້າເທົ່າໃດ?.... ແຕ່ສຳຄັນທີ່ວ່າ ເຈົ້າຕ້ອງເສຍສະລະ ອຸດດົມການເພື່ອໃດ້ມັນມາຫລືບໍ່

ບໍ່ສຳຄັນວ່າເຈົ້າໃດ້ເລື່ອນຂັ້ນຈັກຂັ້ນແລ້ວ?..... ແຕ່ສຳຄັນທີ່ວ່າ ເຈົ້າເຄີຍສະຫນຳສະຫນູນຜູ້ໃດຜູ້ຫນື່ງໃຫ້ໃດ້ເລື່ອນຂັ້ນບໍ່

ບໍ່ສຳຄັນວ່າເຈົ້າມີຕຳແຫນ່ງການງານຫຍັງ?....ແຕ່ສຳຄັນທີ່ວ່າເຈົ້າທຳງານສຸດຄວາມສາມາດຫລືບໍ່

ບໍ່ສຳຄັນວ່າເຈົ້າມີຫມູ່ຈັກຄົນ?.....ແຕ່ສຳຄັນທີ່ວ່າເຈົ້າເປັນເພື່ອນແທ້ກັບໃຜແນ່

ບໍ່ສຳຄັນທີ່ວ່່າເຈົ້າຮຽກຮ້ອງ ແລະປົກປ້ອງສິດທິຂອງຕົວເອງແບບໃດ?.....ແຕ່ສຳຄັນທີ່ວ່າ ເຈົ້າເຮັດຫຍັງເພື່ອຊ່ວຍ ແລະປົກປ້ອງສິດທິຄົນອື່ນ

ບໍ່ສຳຄັນວ່າສິ່ງທີ່ເຈົ້າເຮັດສອດຄ່ອງກັບຄຳເວົ້າຂອງເຈົ້າຈັກເທື່ອ?.... ແຕ່ສຳຄັນທີ່ວ່າມີຈັກເທື່ອທີ່ຄຳເວົ້າຂອງເຈົ້າບໍ່ສອດຄ່ອງກັບການກະທຳ

ສຳຄັນທີ່ສຸດເຖົ່າທີ່ຂ້ອຍຄິດຄືເຮັດແລ້ວມືນີ້ມັນມີຄວາມສຸກ ( ຄວາມສຸກທີ່ອົບອຸ່ນ ທີ່ແທ້ຈິງຄືຄວາມສຸກທີ່ບໍ່ໃດ້ເຮັດໃຫ້ຜູ້ໃດເດືອດຮ້ອນ ບໍ່ນອນພະຫວາ )ຫລາຍປານໃດລະ......

ສຳຄັນທີ່ສຸດບໍ່ວ່າເຈົ້າຈະເຄີຍເຮັດສິງຊົ່ວຊ້າມາຫລາຍປານໃດກໍ່ຕາມມັນບໍ່ສຳຄັນ, ຫາກເຈົ້າຕຽມໃຈ ທີ່ຈະນັບຫນື່ງໃຫ່ມ ແລະກ່າວເດີນຢ່າງກ້າຫານອີກເທື່ອຫນື່ງ

ແລະສຳຄັນແທ້ ຯ ເມື່ອເຈົ້າອ່ານເລື່ອງນີ້ແລ້ວຯ ເຈົ້າຄິດແນວໃດກັບມັນ ປ່ອຍໄປ ຫລື ປັບປຸງ ???????????????