ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 19, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

ແມ່ຄົນໜຶ່ງ ມີລູກສາວທີ່ໄດ້ແຕ່່ງງານແລ້ວ ສອງສາມເດືອນແລະອອກເຮືອນໄປຢູ່ກັບຜົວ
ຜູ້ເປັນແມ່ຄິດອອກໄດ້ຢາກຈະໄປຢາມລູກສາວຂອງຕົນພໍໄປເຖິງເຮືອນລູກສາວ
ກໍ່ເຫັນລູກຍ່າງເປືອຍກາຍຢູ່ໃນເຮືອນໂດຍບໍ່ໄດ້ສວມໃສ່ເສື້ອຜ້າຈັກຊິ້ນເລີຍແມ່ສົງໃສກໍ່ເລີຍຖາມລູກວ່າ

"ເປັນຫຍັງຈຶ່ງປະໂປ້ຢູ່ແບບນີ້ລະລູກ?"ທາງລູກສາວກໍ່ຫັນມາຍິ້ມໃຫ້ແມ່ແລະຕອບວ່າ

"ນີ້ເປັນເສື້ອຜ້າແຫ່ງຄວາມຮັກຂອງລູກນະແມ່"

"ອໍ...ຫວາ..."ແມ່ອຸທອນ

ທາງຜູ້ເປັນແມ່ກັບເມືອຮອດເຮືອນກໍ່ເລີ່ມຮຽນແບບລູກສາວໂດຍການເປືອຍກາຍແລ້ວຍ່າງໄປມາພາຍໃນເຮືອນ
ພໍຜູ້ເປັນຜົວເຫັນກໍ່ແປກໃຈຈຶ່ງຖາມທາງເມຍວ່າ"ເປັນຫຍັງເຈົ້າຈຶ່ງແກ້ຜ້າແບບນີ້?"

ຜູ້ເປັນເມຍກໍ່ຕອບດ້ວຍໜ້າຊື່ນຕາບານວ່າ"ນີ້ຂ້ອຍກຳລັງໃສ່ເສື້ອຜ້າແຫ່ງຄວາມຮັກທີ່ຮັກ!"

ຜູ້ເປັນຜົວກໍ່ເຫລືອກຕາເບິ່ງ ແລ້ວເວົ້າວ່າ"ຫວາເທື່ອໜ້າຈະໃສ່ກະຮູ້ຈັກລີດແດ່ກໍ່ດີ"5555555555555

ຂຽນເມື່ອ ຂຽນເມື່ອ: ມ.ນ.. 18, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

 

ທີ່ໂຮງໝໍ ມະໂຫສົດ,ດອກເຕີ ຄຳຍອດ ກັບ ດອກເຕີ ຄຳຮູ້ ຈຳເປັນຕ້ອງເຮັດວຽກຮ່ວມກັນ,
ທັ້ງທີ່ ສອງຄົນ ບໍ່ຄ່ອຍຈະກີນເສັ້ນ ແລະ ລົງຮອຍກັນເທົ່າໃດເພາະຮຽນກັນມາ ຄົນລະ ສະຖາບັນ..
ໃນຂະນະທີ່ ຢືນລົມກັນຢູ່ ໜ້າ ຫ້ອງກວດພະຍາດ,ດອກເຕີຄຳຍອດ ທີ່ຮຽນມາ ຈາກ ຄູບາ,ເຫລືອບຕາໄປເຫັນ ຄົນໄຂ້ຄົນນື່ງ ທີ່ກຳລັງຍ່າງ ເຮັດຂາທ່າງ ແລະໂກ່ງໂກະ ໂກ່ງໂກ້ຍ,ພ້ອມກັບ ໃບໜ້າ ທີ່ຊີດເຜືອກ ...
ດອກເຕິ ຄຳຍອດເລີຍ ຄີດຢາກ ຈະລອງຂອງ ກັບ ດອກເຕີ ຄຳຮູ້ ທີ່ ຮຽນຈົບ ມາຈາກ ຝຣັ່ງເສດ..
ຄຳຍອດ "ເອົາ ! ທ່ານ ດອກເຕີຄຳຮູ້ ຄີດວ່າ ລຸງ ທີ່ ກຳລັງຍ່າງ ມານັ້ນ ລາວເຈັບຫຍັງ ??"
ຄຳຮູ້ "ໂອຍ !ງ່າຍໂພດ..ທ່າທາງ ແບບນີ້ ?ໜ້າຕາ ແບບນີ້,ເຮົາວ່າ ຕ້ອງເຈັບໄສ້ຕີ່ງ ແນ່ນອນ..."
ຄຳຍອດ"ໂຕໄປຮຽນມາ ແບບໃດຫວາ !!! ອາການແບບນີ້ ເຮົາເບີ່ງຕາດຽວ ເຮົາກະຮຸ້ວ່າ ລາວໄສ້ລົງຫຳ,ລາວຈື່ງຍ່າງ ຈັ່ງຊັ້ນ..!!!"
ເມື່ອ ຖົກຖຽນກັນ ບໍ່ເລີກ ບໍ່ແລ້ວ ແລະ ບໍ່ສາມາດຕົກລົງ ກັນໄດ້..ຄຳຍອດ ກໍເລີຍ ກວັກມື ຮ້ອງ ລຸງນັ້ນມາຖາມ..
ຄຳຍອດ "ແມ່ນ ລຸງເຈົບຢັງນໍ,ດອກເຕີ ຄຳຮູ້ ວ່າລຸງ ຕ້ອງເຈັບໄສ້ຕີ່ງ ! ແຕ່ ເຮົາວ່າ ລຸງຕ້ອງໄສ້ລົງຫຳ,"
ລຸງຄົນໄຂ້  "ໂອຍ ! ເດາຜິດທິ້ງຄູ່ຫັ້ນຫລະ..!!!
...
ລຸງ ກໍແຫ່ງເດົາຜີດກວ່າອີກ!!!...ທຳອີດ ລຸງວ່າ ຊິ ...ຕົດ...ຊື່ ໆ...
...
ແຕ່ ເວນກັມ ! ຂີ້ ມັນອອກ ມາພ້ອມ...ເຕັມໂສ້ງເລິຍ ...ເວົ້າແທ້ ເວົ້າດີ ຫ້ອງນ້ຳ ຢູ່ໃສ ທ່ານໝໍ!!!"
ຄຳຍອດ +ຄຳຮູ້ = !!!
 
ຂຽນເມື່ອ ຂຽນເມື່ອ: ມ.ນ.. 17, 2009 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ


alt

alt

alt

alt

alt

alt

alt

alt

alt

alt

ຂຽນເມື່ອ ຂຽນເມື່ອ: ມ.ນ.. 16, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

 

ບໍ່ສຳຄັນວ່າເຈົ້າຂັບລົດຍີຫໍ້ຫຍັງ?....ແຕ່ສຳຄັນທີ່ວ່າ..ເຈົ້າໃຫ້ຄົນທີ່ບໍ່ມີລົດນັ່ງມານຳເຈົ້າຈັກເເທື່ອ

ບໍ່ສຳວ່າເຈົ້າທຳງານລ່ວງເວລາຫລາຍປານໃດ?... ແຕ່ສຳຄັນທີ່ວ່າເຈົ້າໃຫ້ເວລາແກ່ຄອບຄົວ ແລະຄົນທີ່ຮັກຫລາຍປານໃດ

ບໍ່ສຳຄັນວ່າເຈົ້າມີເສື້ອຜ້າທັນສະໃຫມຈັກສຸດໃນຕູ້?... ແຕ່ສຳຄັນທີ່ວ່າເຈົ້າເຄີຍໃຫ້ເສື້ອຜ້າແກ່ຄົນທີ່ຂາດແຄນຈັກສຸດ

ບໍ່ສຳຄັນວ່າເຈົ້າມີຖານະຫຍັງໃນສັງຄົມ?.... ແຕ່ສຳຄັນທີ່ວ່າເຈົ້າວາງຕົວໃນລະດັັບໃດ

ບໍ່ສຳຄັນວ່າເຈົ້າມີສັບສິນຫລາຍປານໃດ?... ແຕ່ສຳຄັນທີ່ວ່າສິ່ງທີ່ເຈົ້າມີມັນມີອຳນາດຊີຂາດຊີວິດເຈົ້າຫລາຍປານໃດ

ບໍ່ສຳຄັນວ່າເງີນເດືອນສູງສຸດຂອງເຈົ້າເທົ່າໃດ?.... ແຕ່ສຳຄັນທີ່ວ່າ ເຈົ້າຕ້ອງເສຍສະລະ ອຸດດົມການເພື່ອໃດ້ມັນມາຫລືບໍ່

ບໍ່ສຳຄັນວ່າເຈົ້າໃດ້ເລື່ອນຂັ້ນຈັກຂັ້ນແລ້ວ?..... ແຕ່ສຳຄັນທີ່ວ່າ ເຈົ້າເຄີຍສະຫນຳສະຫນູນຜູ້ໃດຜູ້ຫນື່ງໃຫ້ໃດ້ເລື່ອນຂັ້ນບໍ່

ບໍ່ສຳຄັນວ່າເຈົ້າມີຕຳແຫນ່ງການງານຫຍັງ?....ແຕ່ສຳຄັນທີ່ວ່າເຈົ້າທຳງານສຸດຄວາມສາມາດຫລືບໍ່

ບໍ່ສຳຄັນວ່າເຈົ້າມີຫມູ່ຈັກຄົນ?.....ແຕ່ສຳຄັນທີ່ວ່າເຈົ້າເປັນເພື່ອນແທ້ກັບໃຜແນ່

ບໍ່ສຳຄັນທີ່ວ່່າເຈົ້າຮຽກຮ້ອງ ແລະປົກປ້ອງສິດທິຂອງຕົວເອງແບບໃດ?.....ແຕ່ສຳຄັນທີ່ວ່າ ເຈົ້າເຮັດຫຍັງເພື່ອຊ່ວຍ ແລະປົກປ້ອງສິດທິຄົນອື່ນ

ບໍ່ສຳຄັນວ່າສິ່ງທີ່ເຈົ້າເຮັດສອດຄ່ອງກັບຄຳເວົ້າຂອງເຈົ້າຈັກເທື່ອ?.... ແຕ່ສຳຄັນທີ່ວ່າມີຈັກເທື່ອທີ່ຄຳເວົ້າຂອງເຈົ້າບໍ່ສອດຄ່ອງກັບການກະທຳ

ສຳຄັນທີ່ສຸດເຖົ່າທີ່ຂ້ອຍຄິດຄືເຮັດແລ້ວມືນີ້ມັນມີຄວາມສຸກ ( ຄວາມສຸກທີ່ອົບອຸ່ນ ທີ່ແທ້ຈິງຄືຄວາມສຸກທີ່ບໍ່ໃດ້ເຮັດໃຫ້ຜູ້ໃດເດືອດຮ້ອນ ບໍ່ນອນພະຫວາ )ຫລາຍປານໃດລະ......

ສຳຄັນທີ່ສຸດບໍ່ວ່າເຈົ້າຈະເຄີຍເຮັດສິງຊົ່ວຊ້າມາຫລາຍປານໃດກໍ່ຕາມມັນບໍ່ສຳຄັນ, ຫາກເຈົ້າຕຽມໃຈ ທີ່ຈະນັບຫນື່ງໃຫ່ມ ແລະກ່າວເດີນຢ່າງກ້າຫານອີກເທື່ອຫນື່ງ

ແລະສຳຄັນແທ້ ຯ ເມື່ອເຈົ້າອ່ານເລື່ອງນີ້ແລ້ວຯ ເຈົ້າຄິດແນວໃດກັບມັນ ປ່ອຍໄປ ຫລື ປັບປຸງ ???????????????
ຂຽນເມື່ອ ຂຽນເມື່ອ: ມ.ນ.. 15, 2009 | ມີ 12 ຄຳເຫັນ ແລະ 0 trackback(s)

ເລື່ອງນີ້ແມ່ນເລື່ອງເວ້າຂອງໄຜກໍຈື່ບ່ໄດ້ ແຕ່ວ່າກໍຈະຫລກດີເລິຍເອາມາເວ້າໃຫ້ຟັງນໍ
     
ມີຊາຍສາມຄົນເປັນນັກໂບຮານນະຄະດີ ມີຄວາມຮູ້ດ້ານຊົນເຜົ່າເປັນຢ່າງດີ ໄດ້ເຂົ້າປ່າໄປສຶກສາຊົນເຜົ່າຕ່າງໆໃນ ປ່າ ບັງເອີນຖືກຊົນເຜົ່າກິນຄົນ ຈັບໄດ້ຢູ່ປ່າເລິກ ຊາຍທັງສາມໄດ້ຮ້ອງຂໍຊີວິດນຳຫົວໜ້າເຜົ່າ ເພາະສາມາດເວົ້າ ພາສາຊົນເຜົ່າໄດ້. ເມື່ອຫົວໜ້າຊົນເຜົ່າກິນຄົນໄດ້ຍິນຄຳຮ້ອງຂໍດັ່ງກ່າວ ເລີຍບອກວ່າ:
ຫົວໜ້າເຜົ່າ: ໃຫ້ພວກ*********ໄປຫາໝາກໄມ້ໃນປ່າມາຜູ້ລະ 10 ໝາກ.
ເມື່ອໄດ້ຍິນດັ່ງນັ້ນ ຊາຍທັງສາມກໍພາກັນອອກໄປເກັບໝາກໄມ້ ດົນເຕີບກໍກັບມາເທື່ອລະຄົນ.
ຄົນທີ1 ກັບມາກ່ອນໝູ່ ຫອບເອົາໝາຍສົ້ມໂອມາ 10 ໝາກ. ເມື່ອຫົວໜ້າເຜົ່າເຫັນ ຈິ່ງສັ່ງໃຫ້ລູກນ້ອງ ຈັບໝາກສົ້ມໂອຍັດເຂົ້າຮູກົ້ນ ພໍຍັດເຂົ້າໄດ້ແຕ່ 3 ໝາກ ຊາຍຄົນນັ້ນກໍຕາຍ. ເມື່ອຕາຍແລ້ວວິນຍານກໍລອຍຂຶ້ນໄປ ເທິງສະຫວັນ ຖ້າແນມເບິ່ງໝູ່ຢູ່.
ອີກຈັກໜ່ອຍບໍ່ດົນຊາຍຄົນທີ 2 ກໍກັບມາພ້ອມດ້ວຍໝາກຂາມປ້ອມນ້ອຍ 10 ໝາກ, ເມື່ອເຫັນດັ່ງນັ້ນ ຫົວໜ້າເຜົ່າ ກໍ່ສັ່ງການຄືເກົ່າ ໃຫ້ລູກນ້ອງຈັບໝາກຂາມປ້ອມຍັດໃສ່ຮູກົ້ນໃຫ້ໝົດ, ເມື່ອຍັດໄປ ຍັດໄປ ຮອດໝາກທີ 8 ທີ 9 ຊາຍຄົນນີ້ພັດ ຫົວຢ່າງສະອຶກສະເອື້ອນ ເມື່ອຫົວໜ້າເຜົ່າແນມເຫັນ ຈິ່ງໃຈຮ້າຍ ສັ່ງໃຫ້ຕັດຄໍຖິ້ມທັນທີ, ເມືອຕາຍໄປແລ້ວວິນຍານກໍລອຍຂຶ້ນໄປພົບກັບສ່ຽວຜູ້ທີ 1 ທີ່ຕາຍກ່ອນ, ສ່ຽວຜູ້ທີ 1, ຖາມດ້ວຍຄວາມຕຳນິໝູ່ວ່າ:
ສ່ຽວຜູ້ທີ1: ເປັນຫຍັງໂຕຈິ່ງຫົວສະອຶກສະອື້ນ ເຮົາເອົາໃຈຊ່ວຍໂຕຢູ່ ຮອດໜ່ວຍທີ 9 ແລ້ວ, ແມ່ນໂຕເປັນ
ຫຍັງ?
ສ່ຽວຜູ້ທີ2 ຕອບວ່າ: "ໂຕຊິບໍ່ໃຫ້ເຮົາຫົວໄດ້ແນວໃດ ເຮົາເຫັນບັກສ່ຽວເຮົາ ຫາບໝາກຖົ່ວລຽນມາສິບໝາກ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 15, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

 

ເນື່ອງໃນໂອກາດທີ່ໄວໝຸ່ມຫລາຍໆຊາດມາພົບປະກັນ,ໃນນັ້ນມີຄົນຍີ່ປຸ່ນ,ຈີນ,ເກົາຫລີ,ລາວ,ຫວຽດນາມ...
ທັນໃດນັ້ນຊາວໝຸ່ມຍີ່ປຸ່ນກໍ່ສະແດງຄວາມອວດອ້າງວ່າຊາດຕົວເອງລວຍເລີຍດຶກເຄື່ອງຫລິ້ນເອັມພີ3ທີ່
ມີລາຄາແພງລົງນ້ຳ,ຫມູ່ເພື່ອນໄດ້ເຫັນເລີຍທັກທ້ວງວ່າເຮີ້ຍ!ບໍ່ເສຍດາຍຫວ໋າ?ຊາວໝຸ່ມຍີ່ປຸ່ນຄົນນັ້ນກໍ່
ເລີຍຕອບວ່າ:ຢູ່ບ້ານຂ້ອຍມີຫລາຍບໍ່ຕ້ອງຫ່ວງ!ທັນໃດນັ້ນຊາວຫນຸ່ມເກົາຫລີກໍ່ບໍ່ນ້ອຍຫນ້າຈັບໂທລະສັບ
ຍີ່ຫໍ້ຊຳຊຸງດຶກຖິ້ມຄືກັນ,ເພື່ອນໆເລີຍງົງ..?..ໂຮ້!ພວກນີ້ຄືບໍ່ຮູ້ເສຍດາຍຫວະ?ຊາວຫນຸ່ມເກົາຫລີກໍ່ຕອບຄື
ກັນວ່າ:"ຢູ່ບ້ານຂ້ອຍກໍ່ບໍ່ອຶດອັນຂອງແບບນີ້!ພໍຊາວຫນຸ່ມຈີນເຫັນເພື່ອນບ້ານແບບນັ້ນກໍ່ຄິດຢູ່ດົນເຕີບວ່າ
******ຊິເອົາຫຍັງມາອວດຫມູ່ນໍ?ແລ້ວກໍ່ຈັບເອົາລົດຖີບທີ່ຕົນນັ່ງຢູ່ຖິ້ມ!ພ້ອມກັບເວົ້າວ່າຢູ່ບ້ານ******ກໍ່ບໍ່ອຶດສ່ຳລົດ
ຖີບຊື່ໆ.ມາຮອດທີ່ຊາວຫນຸ່ມລາວຄິດຫນັກກວ່າຊາວຫນຸ່ມຈີນເສຍອີກວ່າຈະເອົາຫຍັງມາອວດໃຫ້ຫມູ່ນໍ?
ຄິດດົນເຕີບແລ້ວໄອເດຍກໍ່ປິ້ງອອກມາພ້ອມກັບອູ້ມເອົາຊາວຫນຸ່ມຈີນຄົນນັ້ນທຸ່ມລົງຫນອງທັນທີພ້ອມກັບ
ເວົ້າຂຶ້ນວ່າ"ຢູ່ບ້ານ******ກໍ່ບໍ່ອຶດພວກນີ້"!!!!!55555 55555555555555