ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 5, 2012 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ວັນວາເລັນທາຍນີ້....ໃຜມີຄວາມໃນໃຈ ຈະບອກຄົນທີ່ທ່ານຮັກ...ເຂົ້າມາລະບາຍໄດ້ຕາມເລີຍ

ຮັກໃຜ....?

ຄິດຮອດໃຜ....?

ຫ່ວງໃຍໃຜ...?

ຈະເລີກກັບໃຜ....?

ຢາກເປັນແຟນກັບໃຜ...?

......ລະບາຍໄດ້ເລີຍ.....

ຂຽນເມື່ອ ຂຽນເມື່ອ: ມ.ກ.. 28, 2012 | ມີ 24 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ທ່ານມີຄວາມຄິດເຫັນແນວໃດ  ຖ້າຫາກທ່ານມີໝູ່ເພື່ອນ ຫຼືແຟນຂອງທ່ານຕົກຢູ່ໃນກໍລະນີນີ້:

ຄົນເຮັດວຽກເສີມຕອນກາງຄືນ( 24:00 - 8:00 ເຊົ້າ) ແລ້ວກັບບ້ານ(ໄປນອນພັກຜ່ອນ), ສ່ວນຕອນແລງກໍ່ໄປຮຽນຕໍ່.

ເຫດການຕົວຢ່າງທີ່ເກີດຂື້ນຈີງກັບໝູ່ ປະມານ1ປີກ່ອນ:

ເລື່ອງ:​ ມີໝູ່ຄົນ1 ທີ່ມາຈາກຕ່າງແຂວງ  ເຊີ່ງໃນຊ່ວງກໍາລັງສຶກສາຢູ່ ໂຮງຮຽນວິຊາຊີບ ປີ1 ລາວໄດ້ຄົບກັບແຟນສາວ1ຄົນ

ເຊີ່ງຕ່າງຝ່າຍ ຕ່າງກໍ່ເຂົ້າໃຈກັນເປັນຢ່າງດີ ມີຄວາມຮັກທີ່ຫວານຊື້ງ(ມີບັນຫາໜ້ອຍໜື່ງກໍ່ ສາມາດຜ່ານຜ່າໄປໄດ້).....

ແຕ່ຫຼັງຈາກນັ້ນຕໍ່ມາ ປະມານ 9ເດືອນກ່ວາ ຜູ້ເປັນແຟນ(ຝ່າຍຊາຍ) ໄດ້ຕັດສີນໃຈໄປຊອກເຮັດວຽກເສີມ (ຄື ເປັນ ພ/ງ ຮັບຕ້ອນ

ຢູ່ໃນໂຮງແຮມແຫ່ງໜື່ງ, ເວລາເຮັດວຽກ: 24.00 - 8.00ເຊົ້າ)ເປັນປະຈໍາທຸກໆມື້ ເພື່ອຫວັງໄດ້ເງີນມາ ເປັນຄ່າໃຊ້ຈ່າຍຕ່າງໆ ແລະ

ສາມາດຊື້ຂອງຂວັນອັນງາມໃຫ້ກັບແຟນສາວຂອງຕົນ. 

ເວລາຜ່ານໄປໄດ້ປະມານ 2ເດືອນກວ່າ, ແຟນສາວຂອງລາວເລີ້ມເຮັດຄືແບບບໍ່ສົນໃຈ ໃຍດີຕໍ່ລາວເລີຍ ແລະຍັງໂທມາບອກວ່າ:

ເຈົ້ານັ້ນບໍ່ມີເວລາ ທີ່ຈະມາເອົນໃຈຂ້ອຍໄດ້ຄືເກົ່າແລ້ວ ຊັ້ນຂໍໃຫ້ເຈົ້າເຊົາຄົບກັບຂ້ອຍເລີຍເດີ.! ແລະຍັງບອກອີກວ່າ: ຫຼັງຈາກທີ່ເຈົ້າ

ເລີກວຽກແລ້ວ ເຈົ້າມີແຕ່ກັບໄປນອນ ພໍຮອດຕອນແລງກະໄປຮຽນ, ເຈົ້າເຮັດຄືບໍ່ມີເວລາໃຫ້ກັບຂ້ອນີ້ແຫລະ.

 ສວ່ນຝ່າຍຊາຍກໍ່ໄດ້ແຕ່ໂທຫາຢ່າງດຽວ ບໍ່ເຄີຍໄດ້ເຫັນໜ້າແຝນສາວຄືແຕ່ກ່ອນ, ສຸດທ້າຍທັງ2 ຕ່າງຝ່າຍ ຕ່າງກໍ່ແຍກທາງຄົນລະທາງ

ຝ່າຍຊາຍ ປັດຈຸບັນນີ້ລາວຍັງເຮັດວຽກຢູ່ບ່ອນເກົ່າ ແລະກໍ່ບໍ່ມີໃຜສົນໃຈ ທີ່ຈະມາຮັກແບບຈີງຈັງກັບລາວເລີຍ,​ ຝ່າຍຍີງ  (ບໍ່ມີຂ່າວຄາວຫຍັງເລີຍ)