ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 3, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

ຂອງຈິງເດີ..........ຊອກເບີ່ງຂໍ້ມູນເພີ້ມໄດ້:( Search @ flying fish)

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 3, 2012 | ມີ 12 ຄຳເຫັນ ແລະ 0 trackback(s)

ພຶດຕິກໍາທີ່ເປັນການສໍ້ລາດບັງຫຼວງ

  • ຍັກຍອກຊັບ ຂອງລັດຫຼືຂອງລວມໝູ່
  • ການສໍ້ໂກງເອົາ ຊັບຂອງລັ ຫຼືຂອງລວມໝູ່
  • ການຮັບສິນບົນ
  • ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ ເພື່ອເອົາ ຊັບຂອງລັດ, ຂອງລວມໝູ່ ຫຼືຂອງບຸກຄົນ
  • ການໃຊ້ອໍານາດເກີນຂອບເຂດ
  • ການລັກໂລບ, ປອມແປງ ມາດຕະຖານເຕັກນິກ, ອອກແບບ, ຄິດໄລ່ ແລະອື່ນ
  • ໂກງການປະມູນ ຫຼື ສໍາປະທານ
  • ປອມແປງ, ກົດໜ່ວງຖວ່ງດຶງ ເອກະສານ
  • ອື່ນໆ

(ສີ່ງຕ່າງໆ ທີ່ກ່າວມານີ້ ລ້ວນແຕ່ແມ່ນພຶດຕິກໍາທີ່ ສະແດງງອອກໃນການກະຜິດ ທາງກົດໝາຍ ສໍ້ລາດບັງຫຼວງ)

ມາດຕາ 33: ການປະຕິບັດລະບຽບວິໄນ

  • ຕິຕຽນ, ກ່າວເຕືອນ, ຂຽນບັນທຶກ
  • ໂຈະການເລື່ອນຊັ້ນ, ຂັ້ນເງີນເດືອນ, ການຍ້ອງຍໍ
  • ປົດຕໍາແໜງ ຫຼືຍົກຍ້າຍໄປຮັບໜ້າທີ່ຕໍາແໜ່ງອື່ນ ທີ່ຕໍ່າກວ່າ
  • ໃຫ້ອອກຈາກລັດຖະການ ໂດຍບໍ່ໄດ້ຮັດນະໂຍບາຍໃດໆ
  • ສົ່ງຂື້ນສານ ດໍາເນີນຄະດີ(ມາດຕາ 34: ການດໍາເນີນຄະດີ)

 

ຈົ່ງຊ່ວຍກັນ ແຈ້ງຂ່າວໃຫ້ທົ່ວເຖີງກັນ......ຢ່າປ່ອຍໃຫ້ຄົນມີອໍານາດ ສວຍໃຊ້ແຕ່ສິດໜ້າທີຢູ່ຝ່າຍດຽວ

ສໍາລັບຂໍ້ມູນ ຂ່າວສານເພີ້ມຕື່ມ021 912165(ຄະນະໂຄສະນາ ສຶສາອົມຮົມ,


ທ່ານ ອາຊາງ ລາວລີ
ປະທານ ຄະນະກຳມະການກວດກາຂັ້ນສູນກາງ ນະຄອນຫລວງວຽງຈັນ   021900814
2 ທ່ານ ຈັນສຸກ ບຸນພະຈິດ ຮອງປະທານ ຄະນະກຳມະການກວດກາຂັ້ນສູນກາງ ນະຄອນຫລວງວຽງັຈນ   021911244
3 ທ່ານ ທອງສີ ອ້ວນລາສີ ຮອງປະທານ ຄະນະກຳມະການກວດກາຂັ້ນສູນກາງ ນະຄອນຫລວງວຽງຈັນ   021911243
4 ທ່ານ ຄຳສວນ ຈັນທະວົງ ຄະນະກຳມະການກວດກາສູນກາງ ຄະນະກຳມະການກວດກາຂັ້ນສູນກາງ ນະຄອນຫລວງວຽງຈັນ   021911253
5 ທ່ານ ສິງເພັດ ບຸນສະຫວັດທິພັນ ຄະນະກຳມະການກວດກາສູນກາງ ຄະນະກຳມະການກວດກາຂັ້ນສູນກາງ ນະຄອນຫລວງວຽງຈັນ   021911254
6 ທ່ານ ຄຳສຸກ ບຸນຍະວົງ ຄະນະກຳມະການກວດກາສູນກາງ ຄະນະກຳມະການກວດກາຂັ້ນສູນກາງ ນະຄອນຫລວງວຽງຈັນ   021900728
7 ທ່ານ ບຸນປອນ ສັງສົມສັກ ຄະນະກຳມະການກວດກາສູນກາງ ຄະນະກຳມະການກວດກາຂັ້ນສູນກາງ ນະຄອນຫລວງວຽງຈັນ   021900671
8 ທ່ານ ຄຳກິ່ງ ຜຸຍຫຼ້າມະນີວົງ ເລຂາປະທານ ຄະນະກຳມະການກວດກາຂັ້ນສູນກາງ ນະຄອນຫລວງວຽງຈັນ   021900813
9 ທ່ານ ສານເທີ ສີວົງໄຊ ຫົວໜ້າຫ້ອງການ ຫ້ອງການ ນະຄອນຫລວງວຽງຈັນ   021412446
10 ທ່ານ ສຸວັນ ພັນນະວົງ ຫົວໜ້າພະແນກ ພະແນກຄຸ້ມຄອງບໍລິຫານ ນະຄອນຫລວງວຽງຈັນ   02190067

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 5, 2012 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ວັນວາເລັນທາຍນີ້....ໃຜມີຄວາມໃນໃຈ ຈະບອກຄົນທີ່ທ່ານຮັກ...ເຂົ້າມາລະບາຍໄດ້ຕາມເລີຍ

ຮັກໃຜ....?

ຄິດຮອດໃຜ....?

ຫ່ວງໃຍໃຜ...?

ຈະເລີກກັບໃຜ....?

ຢາກເປັນແຟນກັບໃຜ...?

......ລະບາຍໄດ້ເລີຍ.....

ຂຽນເມື່ອ ຂຽນເມື່ອ: ມ.ກ.. 28, 2012 | ມີ 24 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ທ່ານມີຄວາມຄິດເຫັນແນວໃດ  ຖ້າຫາກທ່ານມີໝູ່ເພື່ອນ ຫຼືແຟນຂອງທ່ານຕົກຢູ່ໃນກໍລະນີນີ້:

ຄົນເຮັດວຽກເສີມຕອນກາງຄືນ( 24:00 - 8:00 ເຊົ້າ) ແລ້ວກັບບ້ານ(ໄປນອນພັກຜ່ອນ), ສ່ວນຕອນແລງກໍ່ໄປຮຽນຕໍ່.

ເຫດການຕົວຢ່າງທີ່ເກີດຂື້ນຈີງກັບໝູ່ ປະມານ1ປີກ່ອນ:

ເລື່ອງ:​ ມີໝູ່ຄົນ1 ທີ່ມາຈາກຕ່າງແຂວງ  ເຊີ່ງໃນຊ່ວງກໍາລັງສຶກສາຢູ່ ໂຮງຮຽນວິຊາຊີບ ປີ1 ລາວໄດ້ຄົບກັບແຟນສາວ1ຄົນ

ເຊີ່ງຕ່າງຝ່າຍ ຕ່າງກໍ່ເຂົ້າໃຈກັນເປັນຢ່າງດີ ມີຄວາມຮັກທີ່ຫວານຊື້ງ(ມີບັນຫາໜ້ອຍໜື່ງກໍ່ ສາມາດຜ່ານຜ່າໄປໄດ້).....

ແຕ່ຫຼັງຈາກນັ້ນຕໍ່ມາ ປະມານ 9ເດືອນກ່ວາ ຜູ້ເປັນແຟນ(ຝ່າຍຊາຍ) ໄດ້ຕັດສີນໃຈໄປຊອກເຮັດວຽກເສີມ (ຄື ເປັນ ພ/ງ ຮັບຕ້ອນ

ຢູ່ໃນໂຮງແຮມແຫ່ງໜື່ງ, ເວລາເຮັດວຽກ: 24.00 - 8.00ເຊົ້າ)ເປັນປະຈໍາທຸກໆມື້ ເພື່ອຫວັງໄດ້ເງີນມາ ເປັນຄ່າໃຊ້ຈ່າຍຕ່າງໆ ແລະ

ສາມາດຊື້ຂອງຂວັນອັນງາມໃຫ້ກັບແຟນສາວຂອງຕົນ. 

ເວລາຜ່ານໄປໄດ້ປະມານ 2ເດືອນກວ່າ, ແຟນສາວຂອງລາວເລີ້ມເຮັດຄືແບບບໍ່ສົນໃຈ ໃຍດີຕໍ່ລາວເລີຍ ແລະຍັງໂທມາບອກວ່າ:

ເຈົ້ານັ້ນບໍ່ມີເວລາ ທີ່ຈະມາເອົນໃຈຂ້ອຍໄດ້ຄືເກົ່າແລ້ວ ຊັ້ນຂໍໃຫ້ເຈົ້າເຊົາຄົບກັບຂ້ອຍເລີຍເດີ.! ແລະຍັງບອກອີກວ່າ: ຫຼັງຈາກທີ່ເຈົ້າ

ເລີກວຽກແລ້ວ ເຈົ້າມີແຕ່ກັບໄປນອນ ພໍຮອດຕອນແລງກະໄປຮຽນ, ເຈົ້າເຮັດຄືບໍ່ມີເວລາໃຫ້ກັບຂ້ອນີ້ແຫລະ.

 ສວ່ນຝ່າຍຊາຍກໍ່ໄດ້ແຕ່ໂທຫາຢ່າງດຽວ ບໍ່ເຄີຍໄດ້ເຫັນໜ້າແຝນສາວຄືແຕ່ກ່ອນ, ສຸດທ້າຍທັງ2 ຕ່າງຝ່າຍ ຕ່າງກໍ່ແຍກທາງຄົນລະທາງ

ຝ່າຍຊາຍ ປັດຈຸບັນນີ້ລາວຍັງເຮັດວຽກຢູ່ບ່ອນເກົ່າ ແລະກໍ່ບໍ່ມີໃຜສົນໃຈ ທີ່ຈະມາຮັກແບບຈີງຈັງກັບລາວເລີຍ,​ ຝ່າຍຍີງ  (ບໍ່ມີຂ່າວຄາວຫຍັງເລີຍ)