ຂຽນເມື່ອ: ມ.ນ.. 22, 2011
| ມີ
5 ຄຳເຫັນ
ແລະ
0 trackback(s)
ສິນຂໍ້ສາມຢ້ານຫ້າມບໍ່ຢູ່
(ເນື້ອຮ້ອງ-ທຳນອງໂດຍ: ບ່າວນິດນິລັນ ຄົນພັນລາວ)
*** ສິນຂໍ້ສາມ ອ້າຍນີ້ຢ້ານເອົາບໍ່ຢູ່
ທັ້ງໆທີ່ອ້າຍກໍ່ຮູ້ ວ່າມັນຜິດຮີດຜິດຄອງ
ແຕ່ວ່າຫົວໃຈ ມັກໄປແອບຝັນໄຝ່ປອງ
ຮັກຄົນມີເຈົ້າຂອງ ຈຳຕ້ອງໄດ້ປີນຕົ້ນງິ້ວ
*** ຄົນໂສດມາກມາຍ ແຕ່ອ້າຍກະບໍ່ສົນໃຈ
ເມື່ອເຫັນເມຍເຂົາຍາມໃດ ຫຼອຍສົບຕາສົ່ງຍີ້ມຍິກຄີ້ວ
ຕັນຫາຄອບງຳ ສິນຂໍ້ສາມບໍ່ໄດ້ທ່ອງຕິວ
ຈັກມື້ຕ້ອງປີນຕົ້ນງີ້ວ ເພາະອ້າຍມັກແຕ່ຂອງເຂົາ
R *** ຈັກເປັນຈັ່ງໃດ ຮັກຍາມໃດກໍ່ເປັນແບບນີ້
ລັກຈອບຫຼອຍມາຫຼາຍທີ ຄົນດີຍາມທີ່ອ້າຍເມົາ
ທັມມະເພີ່ນສອນ ເພີ່ນຫ້າມລ່ວງຊູ້ເມຍເຂົາ
ແຕ່ຄົນຢ່າງເຮົາ ບໍ່ຟັງຄຳຜູ້ໃດຫ້າມ
*** ສິນຂໍ້ສາມ ອ້າຍນັ້ນຄົງເຮັດບໍ່ໄດ້
ຊິເປັນຈັ່ງໃດ ຈັ່ງໃດກະຍອມເປັນຕາມ
ເພາະຮັກເມຍເຂົາ ບໍ່ຟັງໃຜຈະມາຫ້າມ
ຍອມຮັບບາບກຳ ຊິຕົກນາລົກກໍ່ຍອມ...
(ຈົບ)
......ບ່າວນິດນິດລັນມືໃໝ່ຫັດຂຽນ......