
ຂຽນເມື່ອ: ພ.ພ.. 7, 2010
| ມີ
4 ຄຳເຫັນ
ແລະ
0 trackback(s)
ທ້າວໂອເລ້ ເປັນຄົນໄທວຽງຈັນ ຂຶ້ນໄປຫລິ້ນເມືອງຫລວງ. ມີມື້ນື່ງ ລາວໄດ້ນັດຜູ້ສາວໄປເບີ່ງບຸນຊ່ວງເຮືອ, ເມື່ອຄອບແມ່ຜູ້ສາວແລ້ວກໍ່ພາກັນອອກໄປແຕ່ເຊົ້າຈົນຮອດຄໍ່າ ຈຶ່ງກັບມາ ແມ່ຜູ້ສາວກະເລີຍຖາມທ້າວໂອເລ້ວ່າ:
ແມ່ : ໄປຫລີ້ນບຸນຊ່ວງເຮືອມາ ມ່ວນບໍ່ລູກ?
ທ້າວໂອເລ້ : ກະມ່ວນຫລາຍລະບໍ່ ແມ່
ແມ່ : ໄດ້ຍິນເຂົາເຈົ້າເວົ້າໄຫ້ຟັງວ່າ ສູສີກັນນະ ( ສຽງເວົ້າເປັນສຳນຽງເມືອງຫລວງ )
ທາງທ້າວໂອເລ້ກະຕົກໃຈຢ່າງແຮງວ່າ ເປັນຫັຍງແມ່ຈີ່ງຖາມແນວນັ້ນ! ກະເລີຍຕອບແມ່ຜູ້ສາວໄປວ່າ: ບໍ່ແມ່ນຄວາມຈິງດອກແມ່ ແມ່ນໃຜເວົ້າໄຫ້ແມ່ຟັງແນວນັ້ນ ພວກລູກບໍ່ໄດ້ເຮັດຫັຍງກັນແບບເຂົາເວົ້າໃຫ້ແມ່ຟັງຫັ້ນດອກ ພວກລູກມີແຕ່ກອດ ກັບຈູບກັນ ລ້າໆ . . .
ຜູ້ສາວອາຍແຮງກະເລີຍເວົ້າວ່າ: ອ້າຍອັນນີ້, ແມ່ບໍ່ໄດ້ຖາມແບບອ້າຍຄິດດອກ
ແມ່ : !!!

( ເລື່ອງນີ້ຈື່ບໍ່ໄດ້ຄືກັນວ່າເຄີຍອ່ານມາຈາກ ເວບບອດໃດ ຄິດໄດ້ ກໍ່ນຳມາໂພສຕໍ່ອີກເທື່ອໜຶ່ງ )