ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 23, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ດາລາທີ່ອັນຕະລາຍຂອງໂລກ

 

( ຄັດຈາກວາລະສານ ອັບເດດ ສະບັບນີ້ )

ຂຽນເມື່ອ ຂຽນເມື່ອ: ພ.ພ.. 27, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

. ມີເດັກຊາຍ ອະນາຖາຄົນໜຶ່ງ ເດີນພະເນຈອນຫາງານທຳຢູ່ໃນເມືອງ ລາວບໍ່ໄດ້ກິນເຂົ້າມາຫລາຍມື້​ແລ້ວ ແລະ ມື້ນີ້ລາວກໍ່ຫິວຫລາຍ ລາວຈຶ່ງຕັດສິນໃຈໄປເຄາະປະຕູເຮືອນຫລັງໜຶ່ງເພື່ອຫວັງວ່າຈະຂໍ ເຂົ້າກິນ ແຕ່ ພໍປະຕູເປີດອອກ ມີຜູ້ຍິງຄົນໜຶ່ງມາໄຂປະຕູ ເດັກຊາຍຄົນນັ້ນເກີດມີຄວາມຄິດລະອາຍ ເລີຍປ່ຽນໃຈ ຈຶ່ງຂໍນ້ຳກິນຈອກໜຶ່ງ, ແຕ່ຜູ້ຍິງຄົນນັ້ນຮູ້ວ່າເດັກຊາຍມີອາການຫິວເຂົ້າຢູ່ ລາວມີຄວາມອີດູຕົນ ລາວຈຶ່ງເອົານົມມາໃຫ້ເດັກຊາຍຄົນນັ້ນໜຶ່ງຈອກ. ຫລັງຈາກດື່ມນົມແລ້ວເດັກຊາຍໄດ້ຖາມວ່າ :
- ນົມຈອກນີ້ ລາຄາເທົ່າໃດ ? ຜູ້ຍິງຄົນນັ້ນຕອບວ່າ :
- ບໍ່ໄດ້ຄິດເງິນດອກ, ໃຫ້ດື່ມລ້າ . ເດັກຊາຍຄົນ​ນັ້ນກໍ່ມີແຮງເດີນ ສູ້ຊີວິດຕໍ່ໄປ.
ເວລາຜ່ານໄປຫລາຍສິບປີ ມີຜູ້ຍິງແກ່ຄົນໜຶ່ງເປັນໂລກຫົວໃຈໄດ້ເຂົ້້າປິ່ນປົວທີ່ໂຮງໝໍ ໝໍກໍ່ໄດ້ທຳການຜ່າຕັດໃຫ້. ຫລັງຈາກຟື້ນຂຶ້ນມາ ຄົນເຈັບໄດ້ເຫັນບິນຄ່າປິ່ນປົວຢູ່ຂ້າງຕຽງ ເລີຍເວົ້າກັບທ່ານໝໍວ່າ :
- ທ່ານໝໍເອີຍ, ຄ່າຜ່າຕັດປິ່ນປົວ ແລະ ຢຸກຢາແພງເກີນໄປ ຂ້ອຍບໍ່ມີເງິນຫລາຍພໍ ທີ່ຈະຈ່າຍໃຫ້ໄດ້ດອກ.
ທ່ານໝໍຕອບວ່າ : - ທ່ານຈ່າຍແລ້ວ ເມື່ອຫລາຍປີກ່ອນ, ທ່ານຈ່າຍແລ້ວດ້ວຍນົມ ໜຶ່ງຈອກ.

=>ທ່ານໄດ້ເຫັນແລ້ວວ່າ ການໃຫ້ທານດ້ວຍການກຸສົນນັ້ນບໍ່ໄດ້ຄິດຄ່າເປັນເງິນ ແຕ່ຜົນບຸນກຸສົນນັ້ນມັນມີຄ່າ ຍິ່ງໃຫຍ່ມະຫາສານພຽງໃດ

( ບົດນີ້ ຂ້ອຍເອງເຄີຍໂພສ ມາແລ້ວຄັ້ງໜຶ່ງ ເມື່ອ 2-3 ປີກ່ອນ ທີ່ inlao.net )

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 8, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ໃນ​ໄລຍະ​ຫລັງໆນີ້ ຂ້ອຍ​ເຫັນສະມາຊິກ​ຫລາຍໆຄົນຂຽນກະທູ້​ກ່ຽວກັບ​ຄວາມ​ຮັກ ຂ້ອຍ​ກໍ່​ເລີຍ​ຄິດ​ຢາກ​ຂຽນ​ເປັນ​ແບບ​ສະບັບ​ຂອງ​ຕົນ​ເອງ​​ໃຫ້ໝູ່​ໄດ້ອ່ານ​ນຳກັນ​,

. ນັກ​ປັຊຍາ​ທົ່ວ​ໂລກ​ພະຍາຍາມ​ຫາ​ຄວາມໝາຍທີ່​ແນ່ນອນ ຫລື​ຫາ​ນິຍາມ​ໃຫ້​ກັບ​ຄວາມ​ຮັກ ​ແຕ່​ກໍ່ບໍ່ອາດ​ສາມາດ​ຫາ​ຂໍ້​ສະຫລຸບ​ໄດ້​ວ່າ ຄວາມ​ຮັກ​ນັ້ນ ມີ​ນິຍາມ​ເປັນ​ຢ່າງ​ໃດ? ​ເພາະ ຄຳ​ວ່າ​ຮັກ ມີ​ຄວາມໝາຍ​ໃນ​ຫລາຍ​ແງ່​ມູມ ​ຊຶ່ງ​ທັງ​ເລິ​ກ​ເຊິ່ງ ​ແລະ​ກ້ວາງ​ຂວາງ ຕ່າງ​ຄົນ​ຕ່າງ​ມີ​ຄວາມ​ຮັກ​ຕໍ່ຜູ້​ອື່ນ​ແຕກ​ຕ່າງ​ກັນ​ໄປ ຕົວຢ່າງ​ເຊັ່ນ: ຄວາມ​ຮັກ​ຄື​ການ​ໃຫ້, ຄວາມ​ຮັກ​ຄື​ຄວາມສຸກ, ຄວາມ​ຮັກ​ຄືຄວາມ​ຫອມ​ຫວນ ຫວານ​ຊື່ນ, ຄວາມ​ຮັກ​ຄື​ທຸກ​ສິ່ງ, ຄວາມຮັກຄືດາບ 2 ຄົມ, ຄວາມຮັກ ຄືສາຍລົມ, ຄວາມຮັກ ຄືສາຍໝອກ, ຄວາມຮັກ ຄືແສງອະລຸນຍາມເຊົ້າ, ຄວາມຮັກ ຄືຄວາມ ມືດມິດ ເຢັນຊາ, ຄວາມຮັກ ຄືສັດຕູຂອງໄວຮຽນ, ຄວາມ​ຮັກ​ຄື​ຄວາມທຸກລະ​ທົມຂົມຂື່ນ, ຄວາມຮັກຄືການເຫັນແກ່ຕົວ. . . ດັ່ງນັ້ນ ຈຶ່ງ​ຍາ​ກທີ່​ຈະ​ອະທິບາຍ ​ແລະ​ໃຫ້​ຄຳ​ນິຍາມ​ຄຳ​ວ່າ​ຮັກ​​ແບບ​ສະ​ເພາະ​ເຈາະ​ຈົງ​ໄດ້.

 ຄວາມ​ຮັກ ​ເປັນ​ຄຳ​ທີ່​ມີ​ຄວາມໝາຍກ່ຽວ​ເຖິງ​ອາລົມ ຄວາມ​ຮູ້ສຶກ ​ພໍ​ໃຈ ການ​ຜູກ​ພັນ​ທາງ​ຈິດ​ໃຈ​ກັບ​ບາງ​ສິ່ງ​ບາງ​ຢ່າງ ​ເປັນສັນຊາດ​ຕະຍານ​ທີ່​ມີ​ມາ​ແຕ່ກຳ​ເນີ​ດຢ່າງໜຶ່ງຂອງ​ມະນຸດ, . . . ຫາກ​ມີ​ຮັກ ກໍ່ຈະ​ຕ້ອງມີ​ຝ່າຍຮັກ ​ແລະ​ອີກ​ຝ່າຍ​ເປັນ​ຜູ້​ຖືກ​ຮັກ, ຄວາມ​ຮັກ​ເປັນ​ນາມ​ມະ​ທຳ ຈຶ່ງ​ບໍ່ອາດ​ຈະ​ເບິ່ງ​ເຫັນ​ໄດ້ ບໍ່ອາດ​ຈັບ​ຕ້ອງ ບໍ່ອາດ​ວັດ​ແທກ​ປະລິມານ​ໄດ້. ການ​ສູນ​ເສຍ ຫລື​ຈາກ​ໄປ​ຂອງ​ສິ່ງ​ຮັກ ຈະ​ນຳ​ມາ​ເຊິ່ງຄວາມ​ເສົ້າ​ໂສກ​ເສຍ​ໃຈ​ຂອງ​ຜູ້​ຮັກ ​ເພາະ​ຜູ້​ຮັກ​ໄດ້​ໃຫ້​ຄຸນຄ່າ​ແກ່​ສິ່ງ​ນັ້ນ, ຄວາມ​ໂສກ​ເສົ້າຈະ​ມີໜ້ອຍຫລື​ຫລາຍ​ປານ​ໃດ ຂຶ້ນກັບ​ຄຸນຄ່າຜູ້​ຮັກ​ກຳນົດ​ໃຫ້​ກັບ​ສິ່ງ​ທີ່​ຕົນ​ຮັກ . . .

 ສັນຍາ​ລັກ​ທີ່ໝາຍ​ເຖິງ​ຄວາມ​ຮັກ​ຄື ຮູບ​ຫົວ​ໃຈ​ສີ​ແດງ, ສ່ວນ​ຮູບ​ຫົວ​ໃຈ​ທີ່​ແຕກ​ແຫງໝາຍ​ເຖິງ​ ຄວາມ​ຮັກ​ທີ່​ບໍ່ສົມ​ຫວັງ ຫລື​ອົກ​ຫັກ, ຮັກ​ແທ້​ບໍ່​ໄດ້​ຈຳ​ແນ​ກຊົນ​ຊັ້ນ ​ເຊື້ອຊາດ ສາສະໜາ ສື່ພາສາ ການ​ຍົກ​ມື​ຂຶ້ນ​ໂດຍ​ການ​ກາງ​ນິ້ວ​ໂປ້ ຊີ້ ກ້ອຍ ​ແລະ​ຫຸບ​ນິ້ວກາງ​ກັບນິ້ວນາງ​ໄວ້ ມີ​ຄວາມໝາຍວ່າ: ຂ້ອຍ​ຮັກ​ເຈົ້າ ວັນ​ແຫ່ງ​ຄວາມ​ຮັກ​ຄື​ວັນ​ທີ 14 ກຸມພາ ຂອງ​ທຸກໆປີ ດອກ​ກຸຫລາບ​ເປັນ​ດອກ​ໄມ້​ສື່​ແທນ​ເຖິງ​ຄວາມ​ຮັກ ການ​ມອບ​ດອກ​ກຸຫລາບ​ໃຫ້​ກັນ​ກໍ່ມີ​ຄວາມໝາຍວ່າ ຂ້ອຍ​ຮັກ​ເຈົ້າ​ ເຊັ່ນ​ກັນ… ​ແລ້ວ​ ຮັກ ​ໃນ​ຄວາມໝາຍຂອງ​ເຈົ້າ​ເດ ?

 

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 7, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ທ້າວ​ໂອ​ເລ້ ເປັນຄົນ​ໄທວຽງຈັນ ​ຂຶ້ນໄປຫລິ້ນເມືອງຫລວງ. ມີມື້ນື່ງ ລາວໄດ້ນັດຜູ້ສາວໄປເບີ່ງບຸນຊ່ວງເຮືອ, ເມື່ອຄອບແມ່ຜູ້ສາວແລ້ວກໍ່ພາກັນອອກໄປແຕ່ເຊົ້າຈົນຮອດຄໍ່າ ຈຶ່ງກັບມາ ແມ່ຜູ້​ສາວກະເລີຍຖາມທ້າວ​ໂອ​ເລ້​ວ່າ:
ແມ່ : ໄປຫລີ້ນບຸນຊ່ວງເຮືອມາ ມ່ວນບໍ່ລູກ?

ທ້າວ​ໂອ​ເລ້ : ກະມ່ວນຫລາຍລະບໍ່ ແມ່
ແມ່ : ໄດ້ຍິນເຂົາເຈົ້າເວົ້າໄຫ້ຟັງວ່າ ສູສີກັນນະ ( ສຽງເວົ້າເປັນສຳນຽງເມືອງຫລວງ )
ທາງທ້າວ​ໂອ​ເລ້​ກະຕົກໃຈຢ່າງແຮງວ່າ ເປັນຫັຍງແມ່ຈີ່ງຖາມແນວນັ້ນ! ກະເລີຍຕອບແມ່ຜູ້​ສາວໄປວ່າ: ບໍ່ແມ່ນຄວາມຈິງດອກແມ່ ແມ່ນໃຜເວົ້າໄຫ້ແມ່ຟັງແນວນັ້ນ ພວກລູກບໍ່ໄດ້ເຮັດຫັຍງກັນແບບ​ເຂົາ​ເວົ້າ​ໃຫ້​ແມ່​ຟັງຫັ້ນດອກ ພວກລູກມີແຕ່ກອດ ກັບຈູບກັນ  ລ້າໆ . . .
ຜູ້ສາວອາຍແຮງກະເລີຍເວົ້າວ່າ: ອ້າຍອັນນີ້, ແມ່ບໍ່ໄດ້ຖາມແບບອ້າຍຄິດດອກ
ແມ່ : !!!

       

 

 

( ເລື່ອງນີ້ຈື່ບໍ່ໄດ້ຄືກັນວ່າເຄີຍອ່ານມາຈາກ ເວບບອດໃດ ຄິດໄດ້ ກໍ່ນຳມາໂພສຕໍ່ອີກເທື່ອໜຶ່ງ )