
ຂຽນເມື່ອ: ພ.ພ.. 8, 2010
| ມີ
10 ຄຳເຫັນ
ແລະ
0 trackback(s)


ໃນໄລຍະຫລັງໆນີ້ ຂ້ອຍເຫັນສະມາຊິກຫລາຍໆຄົນຂຽນກະທູ້ກ່ຽວກັບຄວາມຮັກ ຂ້ອຍກໍ່ເລີຍຄິດຢາກຂຽນເປັນແບບສະບັບຂອງຕົນເອງໃຫ້ໝູ່ໄດ້ອ່ານນຳກັນ,
. ນັກປັຊຍາທົ່ວໂລກພະຍາຍາມຫາຄວາມໝາຍທີ່ແນ່ນອນ ຫລືຫານິຍາມໃຫ້ກັບຄວາມຮັກ ແຕ່ກໍ່ບໍ່ອາດສາມາດຫາຂໍ້ສະຫລຸບໄດ້ວ່າ ຄວາມຮັກນັ້ນ ມີນິຍາມເປັນຢ່າງໃດ? ເພາະ ຄຳວ່າຮັກ ມີຄວາມໝາຍໃນຫລາຍແງ່ມູມ ຊຶ່ງທັງເລິກເຊິ່ງ ແລະກ້ວາງຂວາງ ຕ່າງຄົນຕ່າງມີຄວາມຮັກຕໍ່ຜູ້ອື່ນແຕກຕ່າງກັນໄປ ຕົວຢ່າງເຊັ່ນ: ຄວາມຮັກຄືການໃຫ້, ຄວາມຮັກຄືຄວາມສຸກ, ຄວາມຮັກຄືຄວາມຫອມຫວນ ຫວານຊື່ນ, ຄວາມຮັກຄືທຸກສິ່ງ, ຄວາມຮັກຄືດາບ 2 ຄົມ, ຄວາມຮັກ ຄືສາຍລົມ, ຄວາມຮັກ ຄືສາຍໝອກ, ຄວາມຮັກ ຄືແສງອະລຸນຍາມເຊົ້າ, ຄວາມຮັກ ຄືຄວາມ ມືດມິດ ເຢັນຊາ, ຄວາມຮັກ ຄືສັດຕູຂອງໄວຮຽນ, ຄວາມຮັກຄືຄວາມທຸກລະທົມຂົມຂື່ນ, ຄວາມຮັກຄືການເຫັນແກ່ຕົວ. . . ດັ່ງນັ້ນ ຈຶ່ງຍາກທີ່ຈະອະທິບາຍ ແລະໃຫ້ຄຳນິຍາມຄຳວ່າຮັກແບບສະເພາະເຈາະຈົງໄດ້.
ຄວາມຮັກ ເປັນຄຳທີ່ມີຄວາມໝາຍກ່ຽວເຖິງອາລົມ ຄວາມຮູ້ສຶກ ພໍໃຈ ການຜູກພັນທາງຈິດໃຈກັບບາງສິ່ງບາງຢ່າງ ເປັນສັນຊາດຕະຍານທີ່ມີມາແຕ່ກຳເນີດຢ່າງໜຶ່ງຂອງມະນຸດ, . . . ຫາກມີຮັກ ກໍ່ຈະຕ້ອງມີຝ່າຍຮັກ ແລະອີກຝ່າຍເປັນຜູ້ຖືກຮັກ, ຄວາມຮັກເປັນນາມມະທຳ ຈຶ່ງບໍ່ອາດຈະເບິ່ງເຫັນໄດ້ ບໍ່ອາດຈັບຕ້ອງ ບໍ່ອາດວັດແທກປະລິມານໄດ້. ການສູນເສຍ ຫລືຈາກໄປຂອງສິ່ງຮັກ ຈະນຳມາເຊິ່ງຄວາມເສົ້າໂສກເສຍໃຈຂອງຜູ້ຮັກ ເພາະຜູ້ຮັກໄດ້ໃຫ້ຄຸນຄ່າແກ່ສິ່ງນັ້ນ, ຄວາມໂສກເສົ້າຈະມີໜ້ອຍຫລືຫລາຍປານໃດ ຂຶ້ນກັບຄຸນຄ່າຜູ້ຮັກກຳນົດໃຫ້ກັບສິ່ງທີ່ຕົນຮັກ . . .
ສັນຍາລັກທີ່ໝາຍເຖິງຄວາມຮັກຄື ຮູບຫົວໃຈສີແດງ, ສ່ວນຮູບຫົວໃຈທີ່ແຕກແຫງໝາຍເຖິງ ຄວາມຮັກທີ່ບໍ່ສົມຫວັງ ຫລືອົກຫັກ, ຮັກແທ້ບໍ່ໄດ້ຈຳແນກຊົນຊັ້ນ ເຊື້ອຊາດ ສາສະໜາ ສື່ພາສາ ການຍົກມືຂຶ້ນໂດຍການກາງນິ້ວໂປ້ ຊີ້ ກ້ອຍ ແລະຫຸບນິ້ວກາງກັບນິ້ວນາງໄວ້ ມີຄວາມໝາຍວ່າ: ຂ້ອຍຮັກເຈົ້າ ວັນແຫ່ງຄວາມຮັກຄືວັນທີ 14 ກຸມພາ ຂອງທຸກໆປີ ດອກກຸຫລາບເປັນດອກໄມ້ສື່ແທນເຖິງຄວາມຮັກ ການມອບດອກກຸຫລາບໃຫ້ກັນກໍ່ມີຄວາມໝາຍວ່າ ຂ້ອຍຮັກເຈົ້າ ເຊັ່ນກັນ… ແລ້ວ ຮັກ ໃນຄວາມໝາຍຂອງເຈົ້າເດ ?