
ຂຽນເມື່ອ: ພ.ພ.. 27, 2010
| ມີ
10 ຄຳເຫັນ
ແລະ
0 trackback(s)
. ມີເດັກຊາຍ ອະນາຖາຄົນໜຶ່ງ ເດີນພະເນຈອນຫາງານທຳຢູ່ໃນເມືອງ ລາວບໍ່ໄດ້ກິນເຂົ້າມາຫລາຍມື້ແລ້ວ ແລະ ມື້ນີ້ລາວກໍ່ຫິວຫລາຍ ລາວຈຶ່ງຕັດສິນໃຈໄປເຄາະປະຕູເຮືອນຫລັງໜຶ່ງເພື່ອຫວັງວ່າຈະຂໍ ເຂົ້າກິນ ແຕ່ ພໍປະຕູເປີດອອກ ມີຜູ້ຍິງຄົນໜຶ່ງມາໄຂປະຕູ ເດັກຊາຍຄົນນັ້ນເກີດມີຄວາມຄິດລະອາຍ ເລີຍປ່ຽນໃຈ ຈຶ່ງຂໍນ້ຳກິນຈອກໜຶ່ງ, ແຕ່ຜູ້ຍິງຄົນນັ້ນຮູ້ວ່າເດັກຊາຍມີອາການຫິວເຂົ້າຢູ່ ລາວມີຄວາມອີດູຕົນ ລາວຈຶ່ງເອົານົມມາໃຫ້ເດັກຊາຍຄົນນັ້ນໜຶ່ງຈອກ. ຫລັງຈາກດື່ມນົມແລ້ວເດັກຊາຍໄດ້ຖາມວ່າ :
- ນົມຈອກນີ້ ລາຄາເທົ່າໃດ ? ຜູ້ຍິງຄົນນັ້ນຕອບວ່າ :
- ບໍ່ໄດ້ຄິດເງິນດອກ, ໃຫ້ດື່ມລ້າ ໆ. ເດັກຊາຍຄົນນັ້ນກໍ່ມີແຮງເດີນ ສູ້ຊີວິດຕໍ່ໄປ.
ເວລາຜ່ານໄປຫລາຍສິບປີ ມີຜູ້ຍິງແກ່ຄົນໜຶ່ງເປັນໂລກຫົວໃຈໄດ້ເຂົ້້າປິ່ນປົວທີ່ໂຮງໝໍ ໝໍກໍ່ໄດ້ທຳການຜ່າຕັດໃຫ້. ຫລັງຈາກຟື້ນຂຶ້ນມາ ຄົນເຈັບໄດ້ເຫັນບິນຄ່າປິ່ນປົວຢູ່ຂ້າງຕຽງ ເລີຍເວົ້າກັບທ່ານໝໍວ່າ :
- ທ່ານໝໍເອີຍ, ຄ່າຜ່າຕັດປິ່ນປົວ ແລະ ຢຸກຢາແພງເກີນໄປ ຂ້ອຍບໍ່ມີເງິນຫລາຍພໍ ທີ່ຈະຈ່າຍໃຫ້ໄດ້ດອກ.
ທ່ານໝໍຕອບວ່າ : - ທ່ານຈ່າຍແລ້ວ ເມື່ອຫລາຍປີກ່ອນ, ທ່ານຈ່າຍແລ້ວດ້ວຍນົມ ໜຶ່ງຈອກ.
=>ທ່ານໄດ້ເຫັນແລ້ວວ່າ ການໃຫ້ທານດ້ວຍການກຸສົນນັ້ນບໍ່ໄດ້ຄິດຄ່າເປັນເງິນ ແຕ່ຜົນບຸນກຸສົນນັ້ນມັນມີຄ່າ ຍິ່ງໃຫຍ່ມະຫາສານພຽງໃດ
( ບົດນີ້ ຂ້ອຍເອງເຄີຍໂພສ ມາແລ້ວຄັ້ງໜຶ່ງ ເມື່ອ 2-3 ປີກ່ອນ ທີ່ inlao.net )