ຂຽນເມື່ອ: ທ.ວ.. 19, 2010
| ມີ
9 ຄຳເຫັນ
ແລະ
0 trackback(s)
ໃນກາລະຄັ້ງຫນຶ່ງ ໃນມະຫາໄລແຫ່ງຊາດ ມີອາຈານຄົນຫນຶ່ງໄດ້ມາບັນຍາຍເລົ່າເລື່ອງຄວາມຈິງຂອງອາຈານໃຫ້ພວກນັກສຶກສາທັງຫລາຍໄດ້ຟັງກັນ
ອາຈານ ທັງເວົ້າທັງຮ້ອງໄຫ້ ເພາະໄດ້ກິນແຫນງໃຈໃນພານລຸນ
"ເລື່ອງມີຢູ່ວ່າ"
ໃນສະໃຫມ່ ອາຈານໄດ້ບວດຮ່ຳຮຽນ ບວດນຳກັນ ສອງຄົນ ອາຈານຊື່ ແສງຫລ້າ ຫມູ່ຂອງອາຈານຊື່ ແພງ ໄດ້ຮ່ຳຮຽນນຳກັນເປັນເວລາ ສາມປີກວ່າໆ
ເຊິງທັງສອງເປັນຫມູ່ຮັກຫມູ່ແພງກັນມາແຕ່ຕົ້ນ ກໍ່ບໍ່ເຄີຍຊິດ່າວ່າຮ້າຍໃຫ້ກັນແລະກັນ ມີມາມື້ຫນຶ່ງ ຈົວແພງ (ຫມູ່ຂອງອາຈານ) ໄດ້ໄປແອບມັກລູກສາວ
ຂອງ ພໍ່ຈານວັດ ຈົວແສງຫລ້າ (ອາຈານ) ເກີດຄວາມບໍ່ພໍໃຈຂື້ນມາ ເພາະວ່າຢາກໃຫ້ເພື່ອນ ຕັ້ງໃຈຮ່ຳຮຽນຄືກັນ ດ້ວຍຄວາມຫວັງດີຈາກ ຫມູ່ເພື່ອນ
ອາຈານກໍ່ໄດ້ໄປລາຍງານ ເຈົ້າອາວາດ ເຈົ້າອາວາດກໍ່ເລີຍໄລ່ ຈົວແພງໃຫ້ຍ້າຍວັດ ໃນເມື່ອຈົວແພງຖືກໄລ່ອອກຈາກວັດ ລາວກໍ່ສິກອອກ ໃນຄວາມເປັນ ຈົວ
ຫລັງຈາກສິກແລ້ວ ຊຽງແພງ ກໍ່ໄດ້ໄປເປັນກຳມະກອນ ກິນເຫລົ້າກິນເບຍ ກໍ່ເລີຍກາຍເປັນຄົນຂີ້ເມົສຂື້ນມາ ອີກບໍ່ດົນ ຊຽງແພງກໍ່ໄດ້ເສຍຊີວິດໄປ
ຈົວແສງຫລ້າ ກໍ່ໄດ້ດັບໄດ້ດີ ແຕ່ກໍ່ບໍ່ລືມເພື່ອນ ຄື ແພງ ອາຈານກໍ່ບໍ່ຮູ້ສາເຫດວ່າ ຈົວແພງ ຢູ່ໃສ (ສະໃຫມ່ນັ້ນບໍ່ມີໂທລະສັບ) ໂດຍບໍ່ໄດ້ຕິດຕໍຫາກັນເປັນເວລາ
ດົນານ ໃນເມື່ອອາຈານ ເສັງ ຈົບ ມໍ3 ກໍຄິດເຖິງ ຫມູ່ ລາວເວົ້າໃນໃຈວ່າ: ຖ້າແພງ ຢູ່ກັບລາວ ແພງກໍ່ຄົງຊິຈົບມໍ3 ຄືກັນ ປີຕໍ່ມາ ອາຈານກໍ່ຈົບມໍ4 ແລ້ວກໍ່ບໍ່ລືມເພື່ອນ
ຄືເກົ່າ ມີແຕ່ຄິດເຖິງຫມູ່ຕະຫລອດ ຈົນກະທັງຈົບ ປະລິນຍາຕີ ອາຈານກໍ່ຄິດໃນໃຈວ່າ: ຖ້າແພງຢູ່ກັບລາວ ແພງກໍ່ຄົງຈະຈົບ ປະລິນຍາຕີຄືກັນ ໃນເມື່ອ ຄິດແບບນັ້ນ
ອາຈານກໍ່ສະອື້ນໃຈ ຄິດກິນແຫນງທີ່ໄດ້ເອົາ ເລື່ອງໃຫ້ເຈົ້າອາວາດຮູ້ ອາຈານຢາກໄປຂໍໂທດກັບ ແພງ ຢ່າງແຮງ ຄິດວ່າຈະໄປຂໍໂທດຫມູຍາມໃດກໍ່ມີແຕ່ຮ້ອງໄຫ້
ເທົ່ານັ້ນ ໂດຍຄວາມຈິງມັນບໍ່ເກີດຂື້ນ ອາຈານກໍ່ໄດ້ກັບຄືນໄປ ຊອກຫາຫມູ່ ກໍ່ບໍ່ພົບພໍ້ ຈົນໄດ້ກັບໄປຫາທີ່ບ້ານຂອງຫມູ່ ໃນເມື່ອໄປບໍ່ທັນຮອດບ້ານຊ້ຳ ກໍ່ມີຄົນບອກວ່າ
ຊຽງແພງຕາຍແລ້ວ ອາຈານກໍ່ບໍ່ຊ່າງເຮັດຫຍັງຈົນເປັນລົມລົ້ມຢູ່ກາງທາງ ຫລັງຈາກເມື່ອຮູ້ສຶກຕົວຂື້ນມາ ອາຈານວ່າຮ້ອງໄຫ້ຈົນບໍ່ອອກ ອາຈານກໍນຳໄປຫາທີ່ຂຸມຟັງສົບ
ຂອງຊຽງແພງ ທັງໄຫ້ ທັງຂໍໂທດ ຢູ່ເທິງຂຸມສົບຂອງຫມູ່ ແຕ່ກໍ່ບໍ່ປາກົດຮ່າງຂອງ ຊຽງແພງອອກມາ ໃນເມື່ອຄວາມຈິງບໍ່ເກີດຂື້ນ ອາຈານກໍ່ໄດ້ກັບມາຫາຄອບຄົວຂອງຊຽງ
ແພງ ມາຂໍໂທດພໍ່ແມ່ແທນ ລາວເວົ້າວ່າຕົ້ນສາເຫດທີ່ຊຽງແພງມາເສຍຊີວິດກໍ່ເພາະລາວ.
* ຫມູ່ເພື່ອນສະມາຊິກພັນລາວເຮົາທຸກໆຄົນ ຈົ່ງຮັກກັນໄວ້ເຖີດ ມັນບໍ່ເສຍຫາຍຫຍັງດອກ ຄວາມກຽດຄວາມຊັງ ພາໃຫ້ເສຍໃຈໃນພາຍຫລັງ
ຄວາມຮັກບໍ່ໄດ້ຊື້ໄດ້ຂາຍ ຈົ່ງສ້າງສາຕົນເອງໄວ້ໃຫ້ດີ ເຖິງວ່າຫມູ່ເພື່ອນບໍ່ດີກໍ່ຈົ່ງພະຍາຍາມ ກ່າວວ່າຕັກເຕືອນກັນ ບໍ່ຈຳເປັນຈະຕ້ອງໃຊ້ຄວາມຮຸ່ນແຮງໃສ່ກັນ
ເພື່ອບໍ່ໃຫ້ເສຍໃຈໃນພາຍຫລັງຄືອາຈານ ໄດ້ເລົ່າມາ ຄວາມຊັງ ຄວາມລັງກຽດ ອິດສາລິດສະຍາກັນ ເປັນສິ່ງທີ່ເສຍຫາຍທັງນັ້ນ ມັນບໍ່ແມ່ນເລື່ອງດີດອກ