ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 27, 2009 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ


ມີເງິນ..ເຂົາເອີ້ນວ່າ..ນ້ອງ..
ມີທອງ..ເຂົາເອີ້ນວ່າ..ອ້າຍ..


>>>…
ຖ້າມີແກ້ວແຫວນ..ເງິນທອງ..
>>>…
ມີເພັດພອຍ....
ສິ່ງຕ່າງໆ ເຫລົ່ານີ້..
ເອີ້ນວ່າ..ເປັນຂອງມີຄ່າ..

ຄຸນຄ່າຂອງສິ່ງເຫລົ່ານັ້ນ..
ຄວນແກ່ການເກັບຮັກສາໄວ້..
>>>…
ຖ້າໃຜມີຫລາຍເທົ່າໃດ...
>>>…
ກໍ່ເປັນການບົ່ງບອກວ່າ..
ຜູ້ນັ້ນ..ໄດ້ຊື່ວ່າ..ເປັນອະພິມະຫາເສດຖີ..ຜູ້ລ້ຳລວຍ..

ສິ່ງຂອງທີ່ມີຄ່າເຫລົ່ານັ້ນ..
>>>…
ກໍ່ເປັນພຽງສົມບັດພາຍນອກ..
>>>…
ທີ່ໃຊ້ໄປແລ້ວ..ກໍ່ຫມົດສິ້ນໄປ..

ແຕ່ສົມບັດອັນລ້ຳຄ່າ..ທີ່ຕິດໂຕເຮົາ..
ບໍ່ມີໃຜຂະໂມຍໄດ້..
ຍິ່ງໃຊ້ຫລາຍເທົ່າໃດ..
ກໍ່ມີແຕ່ເພີ່ມທະວີຄູນໄປເລື້ອຍໆ..

>>>…
ສົມບັດອັນລ້ຳຄ່າທີ່ສຸດຂອງຊີວິດເຮົາ
>>>…
ເປັນສົມບັດພາຍໃນ..
>>>…
ນັ້ນກໍ່ຄື..ປັນຍາແລະຄຸນນະທຳ..

ປັນຍາໃຊ້ຫລາຍ..ຍິ່ງສະຫລາດຫລາຍ..
ແຕ່ສະຫລາດຢ່າງດຽວບໍ່ພໍ..
ຕ້ອງມີຄຸນນະທຳກັບກຳຊີວິດດ້ວຍ..

>>>…
ຄຸນນະທຳຍິ່ງມີໃນໂຕເອງຫລາຍເທົ່າໃດ..
>>>…
ກໍ່ເປັນການເພີ່ມຄຸນຄ່າໃນໂຕບຸກຄົນນັ້ນ
>>>…
ມີແຕ່ຄົນຍົກຍ້ອງ...ສັນລະເສີນ...
ແລະໄດ້ຊື່ວ່າ...
ມີສົມບັດອັນລ້ຳຄ່າໃນໂຕເອງ...ຢ່າງແທ້ຈິງ..


ບົດຄວາມດີໆຈາກ LAOHOT

ຂຽນເມື່ອ ຂຽນເມື່ອ: ກ.ລ.. 26, 2009 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ກ່ອນຈະເລີ່ມຕົ້ນເຮັດຫຍັງກໍ່ຕາມ ພວກເຮົາຄວນຈະກຳນົດ   "ເປົ້າໝາຍ"   ທີ່ຕ້ອງການເອົາໄວ້ລ່ວງໜ້າກ່ອນສະເໝີເພາະເປົ້າໝາຍ

ປຽບດັ່ງເຂັມທິດຊີ້ທາງທີ່ຄອຍບອກວ່າ ເຮົາໃກ້ຈະເຖິງປາຍທາງຫຼືສີ່ງທີ່ຄາດຫວັງ ແລະ ຕ້ອງເຮັດໃຫ້ມັນສຳເລັດໄດ້ເທົ່າໃດຊຶ່ງຫຼັກ

ການກຳນົດເປົ້າໝາຍທີ່ດີ  ຫຼື   “ຫຼັກ SMART ນັ້ນມີລາຍລະອຽດດັ່ງນີ້:


Specific  ຊັດເຈນ (ຮູ້ວ່າເຮົາຕ້ອງການຫຍັງ ແລະຈະບັນລຸເປົ້າໝາຍຕອນໃດ.)


Measurable   ວັດຜົນໄດ້ (ຮູ້ວ່າໃກ້ຈະເຖິງເປົ້າໝາຍແລ້ວຫຼືຍັງ.)


Accountable ເຮັດສຳເລັດໃຫ້ໄດ້

(ຮູ້ວ່າຈະເຮັດແນວໃດເພື່ອໃຫ້ບັນລຸຜົນ ຕາມເປົ້າໝາຍທີ່ວາງໄວ້ແລະຕ້ອງມີຮັບຊອບຕໍ່ຜົນສຳເລັດນັ້ນ.)


Realistic  ສາມາດບັນລຸຜົນໄດ້ 
(ຕັ້ງເປົ້າໝາຍຢ່າງສົມເຫດສົມຜົນ ແລະ ສາມາດເຮັດໃຫ້ເກີດຜົນເປັນຈິງໄດ້.)


Time Bound ມີກຳນົດເວລາ  (ມີກຳນົດເວລາທີ່ຊັດເຈນ ແນ່ນອນ.)

 

ບົດຄວາມດີໆຈາກ LAOHOT

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 16, 2009 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ລັກສະນະຂອງເພື່ອນທີ່ບໍ່ດີ

1. ຄິດເອົາແຕ່ໄດ້ຝ່າຍດຽວ

2. ເສຍໜ້ອຍແຕ່ຄິດເອົາຫຼາຍ

3. ເມື່ອມີໄພມາເຖີງໂຕຈຶ່ງຮັບເຮັດວຽກໃໝ່

4. ຄົບເພື່ອຍ້ອນເຫັນແກ່ຜົນປະໂຫຍດຂອງຕົນ

5. ເກັບເອົາເລື່ອງທີ່ຜ່ານໄປແລ້ວມາເວົ້າ

6. ເກັບເອົາເລື່ອງທີຍັງບໍ່ເກີດມາເວົ້າ

7. ໃຫ້ແຕ່ສິ່ງທີ່ບໍ່ມີປະໂຫຍດ

8. ມີແຕ່ເວົ້າແຕ່ອາໃສບໍ່ໄດ້

9. ຈະເຮັດຊົ່ວ ຫຼື ເຮັດບໍ່ດີກໍ່ຄ້ອຍຕາມ

10. ຕໍ່ໜ້າສັນລະເສີນລັບຫຼັງນິນທາ

11. ຊັກຊວນດື່ມນໍ້າເເມົາ

12. ຊັກຊວນທ່ຽວກາງຄືນ

13. ຊັກຊວນໃຫ້ເມົາມົວແຕ່ການຫຼີ້ນກິນ

14. ຊັກຊວນຫຼີ້ນການພະນັນ

 

 

ລັກສະນະຂອງເພື່ອນທີ່ດີ

1. ປົກປ້ອງເພື່ອນຜູ້ຜິດພາດໄປແລ້ວ

2. ປົກປ້ອງຊັບສົມບັັດຂອງເພື່ອນຜູ້ຜິດພາດໄປແລ້ວ

3. ເມື່ອເພື່ອນມີໄພກໍ່ເປັນທີ່ອາໃສໄດ້

4. ເມື່ອເພື່ອນມີທຸລະກໍ່ຊ່ວຍຊັບເກີນກ່ວາທີ່ຈະອອກປາກໄວ້

5. ໄຂຄວາມລັບຂອງຕົນຕໍ່ເພື່ອນ

6. ປົກປິດຄວາມລັບຂອງເພື່ອນບໍ່ໃຫ້ແຜ່ຜາຍ

7. ບໍ່ຖີ້ມເພື່ອນໃນຍາມຫຍຸ້ງຍາກຂັດສົນ

8. ສະຫຼະຊີວິດແທນເພື່ອນໄດ້

9. ຫ້າມບໍ່ໃຫ້ເພື່ອທໍາຊົ່ວແນະນໍາໃຫ້ເພື່ອນທໍາແຕ່ຄວາມດີ

10. ໃຫ້ເພື່ອຟັງໃນສິ່ງທີ່ບໍ່ເຄີຍຟັງ

11. ບອກທາງໄປສູ່ຄວາມສຸກໃຫ້ແກ່ເພື່ອນ

12.​ ເມື່ອເພື່ອນມີທຸກກໍ່ທຸກດ້ວຍ ເມື່ອສຸກກໍ່ສຸກດ້ວຍ

13. ໂຕ້ຖຽງຄົນທີ່ຕໍານິເພື່ອນ

14. ເຫັນດີກັບຄົນທີສັນລະເສີນເພື່ອນ