ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 2, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ສາຍລົມພັດມາຄ່ອຍໆ… ເຖິງຄື້ນລົມຈະອ່ອນນ້ອຍ ແຕ່ກໍເຮັດໃຫ້ຄວາມຮ້ອນທີ່ເຜົາຜານຮ່າງຄີງຄ່ອຍຫຼຸດລົງໄປຫຼາຍເຕີບ… ສາຍຕາອັນຝ່າມົວທອດໄປຍັງສາຍນ້ຳຫ້ວຍທີ່ໄຫຼເລື່ອຍລົງສູ່ຄ້ອຍຊັນຂອງໜ້າດິນທ່າມກາງແສງແດດອັນຮ້ອນກ້າທີ່ແຜ່ຄຸມລົງໃສ່ຈົນເກີດເປັນປະກາຍແວວວັບເຫຼື້ອມມະຍິບມະຍັບດຸດດັ່ງມະນີໂຊແກ້ວປະເສີດທີ່ວາງຂາຍຢູ່ຕາມຫ້າງຮ້ານອັນຍະມະນີ…
ຫຼາຍປີແລ້ວທີ່ເຂົາບໍ່ໄດ້ມານັ່ງເບິ່ງສາຍນ້ຳໄຫຼຢູ່ນະສາຍຫ້ວຍແຫ່ງນີ້ ຍ້ອນພາລະໜ້າທີ່ທີ່ຕ້ອງຈຳຈາກຈອນແດນບ້ານເກີດໄປສູ່ປະເທດອື່ນເພື່ອການສຶກສາ… ແຕ່ມາບັດນີ້ ທັງໆທີ່ສຽງນ້ຳໄຫຼດັງຊວດຊາດ ແຕ່ຄວາມງຽບເຫງົາຊ້ຳພັດເຂົ້າມາຢ້ຽມຢາມຫົວໃຈແບບບໍ່ໄດ້ນັດໝາຍ ເມື່ອຫວນຄືນອະດີດຄັ້ງທີ່ເຄີຍມີນາງມານັ່ງຄຽງໃກ້… ພຽງແຕ່ 4 ປີທີ່ຫ່າງຈາກກັນ ສາຍສຳພັນທີ່ເຄີຍແໜ້ນແຟ້ນ ຖືກມາຍອອກດ້ວຍນ້ຳມືຂອງນາງ… ບັດເຊີນເຂົ້າຮ່ວມງານດອງທີ່ຈະຈັດຂຶ້ນຢູ່ພັດຕາຄານຊ້າງເຜືອກໃນຄືນມື້ນີ້ຍັງນອນແຜ່ຄວາມຮ້ອນຮົນຢູ່ໃນອຸ້ງມື… ຄວາມເຈັບຊ້ຳລະກຳໃຈແຕກກະຈາຍໄປທົ່ວຮ່າງຄີງປານປະໜຶ່ງເກີດແຜ່ນດິນໄຫວຢູ່ໃນຂົ້ວຫົວໃຈ! ໂອ້! ນີ້ຫວະ…ຄວາມຮັກ! ຄວາມຮັກທີ່ປະສົບກັບຄວາມຜິດຫວັງ! ນີ້ລະນໍ ອາການຂອງຄົນອົກຫັກ ຄົນທີ່ຖືກເຂົາທຳລາຍໝາກຫົວໃຈ… ເຖິງຈະເຈັບຈະປວດກໍຈະທົນ… ສູ້ທົນເພື່ອອະນາຄົດ ບໍ່ຍອມພ່າຍແພ້ຕໍ່ອາການທີ່ແສນເຈັບປວດນີ້… ລາກ່ອນຄວາມງຽບເຫງົາເສົ້າຊວງ… ເຂົາລຸກຂຶ້ນຢືນດ້ວຍທ່າທາງອິດອ່ອນ ແຕ່ຊອງສີບົວຍັງຖືກຈັບແໜ້ນໃນມື…
“ຄືນມື້ນີ້ຈະໄປ ຫຼື ບໍ່ໄປ?” ເຂົາຖາມຕົວເອງດ້ວຍສຽງເບົາໆ ແລະໃນທັນທີນັ້ນກໍຮູ້ສຶກສະດຸ້ງຕື່ນເພາະມີສຽງຕອບຢູ່ທາງຫຼັງເຂົາ…
“ອ້າຍຕ້ອງໄປ!” ເປັນສຽງຫວານທີ່ເຂົາຄຸ້ນເຄີຍມາກ່ອນ… ເຂົາຟ້າວຫຼຽວຄືນຫຼັງໄປທີ່ສຽງນັ້ນ ຮູ້ສຶກຕົນໂຕເບົາວ່ອງ ເພາະເຈົ້າຂອງສຽງຕອບນັ້ນ ແມ່ນຍິງທີ່ເຮັດໃຫ້ຫົວໃຈຂອງເຂົາຕ້ອງເນົ່ານູມ… ເຂົາເອົາຫຼັງມືຖູຕາຕົນເອງ ກ່ອນຈະສົ່ງສຽງອອກຈາກປາກວ່າ: “ເປັນໄປບໍ່ໄດ້!”
“ແຕ່ມັນກໍເປັນໄປແລ້ວ!” ນາງຕອບ ພ້ອມທັງຖະຫຼາໂຕເຂົ້າຫາເຂົາ… ທັງສອງຢູ່ໃນວົງແຂນຂອງກັນແລະກັນ…
“ແລ້ວຊື່ຜູ້ຢູ່ໃນບັດເຊີນນັ້ນແມ່ນໃຜ?” ເຂົາຖາມດ້ວຍຄວາມງົງງັນ.
“ນ້ອງສາວຕ່າງມານດາຂອງນ້ອງເອງ, ຊື່ຂອງພວກນ້ອງທັງສອງໃກ້ຄຽງກັນຈົນເກືອບແຍກບໍ່ອອກຖ້າບໍ່ເບິ່ງຄັກໆ!” ນາງໃຫ້ເຫດຜົນ ຈົນເຂົາຕ້ອງໄດ້ຫອມແກ້ມນາງຢ່າງໜັກໜ່ວງເພື່ອເປັນການສະແດງໃຫ້ນາງເຫັນວ່າຄວາມເຈັບປວດທີ່ເຂົາມີມານັ້ນໄດ້ລອຍຫາຍໄປຈາກຫຼືບຫົວໃຈຂອງເຂົາແລ້ວ…
ແຕ່ນາງກໍອົດຕຳໜິເຂົາບໍ່ໄດ້ທີ່ຕາຟາງຈົນເຫັນຊື່ນ້ອງສາວຂອງນາງກາຍເປັນຊື່ຄົນຮັກຂອງຕົນເອງ... ເພື່ອເປັນການລົງໂທດ ນາງໄດ້ໃຊ້ໂປ້ມືແລະນິ້ວຊີ້ແປງກາຍໃຫ້ເປັນຄີມໜີບເຂົ້າຕົ້ນແຂນຂອງເຂົາ ແລະບິດຢ່າງແຮງຈົນເຂົາຮ້ອງເອີກອອກມາດ້ວຍຄວາມເຈັບປວດ...
"ເຈັບກາຍຍັງດີກວ່າເຈັບໃຈ!" ເຂົາກ່າວອອກມາຢ່າງມີຄວາມສຸກສຸດຂີດ...

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 28, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ສຽງເພງປະສານກັບຂອດກິຕ້າດັງກັງວານກ້ອງມາຕາມສາຍລົມ ເຮັດໃຫ້ຍິງສາວທີ່ຢືນຢູ່ລະບຽງຊັ້ນສອງຂອງຫໍພັກຍິງຫຼັງທີໜຶ່ງທີ່ໃກ້ຮົ້ວມະຫາວິທະຍາໄລເບື້ອງທິດເໜືອ ຕ້ອງຢືນຊຶງກຶ້ງຕາໄປສູ່ທີ່ມາຂອງສຽງດັ່ງກ່າວດ້ວຍຫົວໃຈລັນຈວນຊວນໃຫ້ເສົ້າ…

* ເຖິງຈາກກັນໄປ.............ຈົນສຸດຂອບຟ້າ
ແຕ່ອຸລາສອງເຮົາ..............ຍັງຢູ່ຄຽງກັນ
ຈາກໄປຄາວນີ້..................ໄປຕາມໜ້າທີ່ວຽກງານ
ບໍ່ລືມຄຳໝັ້ນ....................ສັນຍາແຂ່ງຂັນກັນໄວ້

* ອາໄລອາວອນ.........ຫວນຄືນພາບແຫ່ງຄວາມຫຼັງ
ຄັ້ງເຮົາຍັງ..................ພ້ອມກັນຮໍ່າຮຽນສຶກສາ
ວຽກງານຫຍຸ້ງຍາກ....ພວກເຮົາພ້ອມກັນຜ່ານຜ່າ
ຄ້ອຍໃຈໜັກໜ້າ..........ສັ່ງລານໍ້າຕາຫລັ່ງນອງ

* ບໍ່ຢາກຈາກໄກ..........ຈຳໃຈຕ້ອງຂໍລາຈາກ
ບໍ່ຢາກຈະພາກ............ຈຳຈາກໄປກ່ອນຂວັນໃຈ
ຂໍຝາກສຽງເພງ...........ບັນເລງອອກຈາກດວງລືໄທ
ມອບແດ່ຊາມໄວ..........ຂວັນໃຈໃນວັນຈາກລາ…

ແມ່ນແລ້ວ ເຊົ້າມື້ອື່ນນີ້ ຊາຍໃນດວງໃຈຂອງນາງຈະໄດ້ອອກເດີນທາງໄປສຶກສາຕໍ່ຢູ່ຕ່າງປະເທດເປັນເວລາ 3 ປີ. ກ່ອນທີ່ຈະສັ່ງລາເປັນເທື່ອສຸດທ້າຍ ເຂົາໄດ້ໃຫ້ຄຳໝັ້ນສັນຍາກັບນາງວ່າ ຈະຍຶດໝັ້ນສາຍສຳພັນທີ່ມີມາກັບນາງຕະຫຼອດປີກວ່າໆມານີ້ ແລະຈະບໍ່ລືມສົ່ງຂ່າວຄາວຫານາງໃຫ້ໄດ້ອາທິດລະເທື່ອ. ກ່ອນຍ່າງລົງຈາກຫໍພັກຍິງໄປ ເຂົາໄດ້ຍື່ນຫໍ່ຂອງຂວັນໃຫ້ແກ່ນາງ ແລະໄດ້ສັ່ງຄວາມໃຫ້ນາງຮັກສາຂອງຂວັນນີ້ໄວ້ດີໆ ແລະນຳໃຊ້ໃຫ້ເປັນປະໂຫຍດ… ແຕ່ຍ້ອນຄວາມອາໄລຕໍ່ຊາຍໜຸ່ມທີ່ຮູ້ໃຈ ຈຶ່ງໃຫ້ນາງຮູ້ສຶກສະທ້ານໃຈ ໂດຍບໍ່ໄດ້ສົນໃຈນຳຫໍ່ຂອງຂວັນນັ້ນ ໄດ້ແຕ່ຄິດຄຳນຶງກັນຕົນເອງວ່າ ອີກດົນປານໃດນໍຈຶ່ງຈະໄດ້ພົບກັນອີກ…

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 16, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຕັ້ງໃຈວ່າຈະຂຽນບົດກ່ຽວກັບຄວາມຮັກມ່ວນໆອອກມາສູ່ບັນດາເພື່ອນໆໄດ້ອ່ານກັນ ແຕ່ພິມໄປໄດ້ເກືອບໜ້າ ກໍເກີດອຸບັດເຫດ ຂໍ້ຄວາມທີ່ພິມໄດ້ຫຼາຍກວ່າຫ້າສິບກວ່າປະໂຫຍກຖືກລືບແບບທັນທີທັນໃດ ພະຍາຍາມກອບກູ້ໂດຍຊອກຫາ undo ແຕ່ຜັດບໍ່ມີ ກໍເລີຍຍັງເຫຼືອແຕ່ໜ້າຂາວໆຂອງຈໍຄອມ... ວ່າຊິເລົ່າກ່ຽວກັບເລື່ອງແຟນດັ້ງແຟນເດີມ ກໍເລີຍເປັນໝັນຊໍ້າ... ເອົາໄວ້ມື້ໜ້າກ່ອນນໍ ເພາະເວລາບໍ່ມີແລ້ວສຳລັບມື້ນີ້ ຕ້ອງໄດ້ເຂົ້າໜ້າວຽກກ່ອນ ຈັກໜ້ອຍຫົວໜ້າຊິເທດໃຫ້...