ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 22, 2010 | ມີ 3 ຄຳເຫັນ ແລະ 0 trackback(s)

ອີກພຽງແຕ່ບໍ່ເທ່ົາໃດຊົ່ວໂມງຂ້າງໜ້າວັນບຸນອອກພັນສາກໍຈະມາຮອດແລ້ວ! ຊຽງເອງຮູ້ສຶກມີແຮງຢູ່ໃນຫົວໃຈວາດໃດວາດໜຶ່ງ... ເກືອບເປັນເວລາ 3 ເດືອນທີ່ລາວຕ້ອງໄດ້ອົດກິນເຫຼົ້າເຂົ້າພັນສາ ຢາກໍບໍ່ໄດ້ດູດ ເລກເບີກໍບໍ່ໄດ້ຊື້ ຊຶ່ງເປັນໄລຍະເວລາທີ່ນາງຄຳອອນເມຍສຸດທີ່ຮັກຂອງລາວມີຄວາມສຸກທີ່ສຸດ ເພາະບໍ່ໄດ້ມ້ຽນຮາກຂອງຜົວ ສາມາດທ້ອນໂຮມເງິນໄດ້ກ້ອນໜຶ່ງ ຫວັງຈະຊື້ລົດຈັກຈີນໃຫ້ລູກສາວທ່ຽວໄປຮຽນຢູ່ດົງໂດກຈັກຄັນ ແລະອັນທີ່ສຳຄັນກໍແມ່ນບໍ່ໄດ້ຖືກສັນແຄ່ງຂອງຜູ້ເປັນຜົວ... ແຕ່ໄລຍະແຫ່ງຄວາມສຸກຂອງນາງກຳລັງໝົດໄປ ອີກບໍ່ເທົ່າໃດຊົ່ວໂມງຂ້າງໜ້າ ການຖືສິນກິນໃນທໍາຂອງຜູ້ເປັນຜົວອາດຈະປັບປ່ຽນໄປ... ເມື່ອອອກພັນສາ ອ້າຍຊຽງເອງຂີ້ເມົາຂອງບັນດານັກດື່ມໃນຄຸ້ມບ້ານກໍຈະກັບຄືນ​ຟື້ນຊີບມາອີກຄັ້ງໜຶ່ງ...

ແມ່ອີ່ໂໝະ! ເຈົ້າບອກໃຫ້ລູກໄປຊື້ເຄື່ອງຫໍ່ເຂົ້າຕົ້ມມາລະຫວະ?” ສຽງຂອງຊຽງເອງດັງເຂົ້າຫູຈົນຜູ້ເປັນເມຍຕື່ນຍຸບບາດໜຶ່ງ ແລ້ວກໍບອກຜູ້ເປັນຜົວວ່າ ເຂົາຊື້ມາລະເດ. ໄດ້ຍິນດັ່ງນັ້ນ ຊຽງເອງຫົວຍຸ້ມອອກມາ ພ້ອມທັງຈັບເອົາໝາກພ້າວຫ້າວ​ຈາກ​ສວນ​ຢູ່​ທາງ​ຫຼັງ​ເຮືອນ​ມາ​ຜ່າ ​ແລະ​​ເອົາມາ​ຂູດ​ໃສ່​ກະຕ່າຍ​​ເພື່ອ​ຄັ້ນ​ເອົາ​ກະທິ​ມາ​ຂົ້ວ​ໃສ່​ເຂົ້າໜຽວ​ເພື່ອ​ເຮັດ​ເຂົ້າຕົ້ມ​ໄປ​ໃສ່​ບາດ​ຢູ່​ວັດ​ມື້​ອື່ນ​ນີ້.

ນາງ​ຄໍາ​ອອນ​ເຫັນ​​ການ​ເຄື່ອນ​ໄຫວ​ຂອງ​ຜົວ​ເປັນ​ດັ່ງ​ນີ້ ກໍ​ລັກ​ຍິ້ມຢູ່​ໃນ​ໃຈຢ່າງ​ມີ​ຄວາມ​ຫວັງ ທາງ​ມື​ກໍ​ເອົາ​ຕອງ​ມາ​ຫໍ່​ເຂົ້າ…

“ມື້​ອື່ນ​ພໍ່ຊິ​ໄປ​ໃສ່​ບາດ​ນຳ​ແມ່​ເດີ!” ຊຽງ​ເອງ​ເອີ່ຍ​ປາກ​​ໃສ່​ເມຍ​ພາຍຫຼັງທີ່​ເຂົ້າຕົ້ມທີ່​ອອກ​ອາຍ​ຕ້ວດໆຢູ່​ຫວດຖືກ​ເອົາ​ອອກ​ມາ​ວາງ​ກອງ​ກັນ​ຢູ່​ພາ​ຖາດ.

“ກະດີ​ຕວ່າ, ພໍ່! ພວກ​ເຮົາ​ກໍ​ຊິ​ໄດ້​ບຸນ​ຫຼາຍ… ຕະຫຼອດ 3 ​ເດືອນ​ຜ່ານ​ມາ ພໍ່​ບໍ່​ພຽງ​ແຕ່​ຖື​ສິນ​ກິນ​ແຕ່​ອາຫານ​ທີ່​ມີ​ປະ​ໂຫຍ​ດ​ເທົ່າ​ນັ້ນ ພໍ່​ຍັງ​ເອົາ​ໃຈ​ໃສ່​ຊ່ອຍ​ວຽກ​ເຮືອນ​ການ​ຊານ ພ້ອມ​ທັງ​ປະຢັດ​ລາຍ​ຈ່າຍ ຈົນ​ອີ່​ໂໝະຊິ​ໄດ້​ລົດຈັກ​ທ່ຽວ​ໄປ​ໂຮງຮຽນ​ໄດ້​ຍ້ອນ…” ຄໍາອອນ​ກ່າວ​ອອກ​ມາ​ດ້ວຍ​ສຽງ​ອັນ​ແຈ່ມ​ໃສ ​ເຮັດ​ໃຫ້​ຊຽງ​ເອງ​ຫຼຽວໜ້າ​ມາ​ຫາ​ພ້ອມ​ທັງ​ຍິ້ມ​ສີ​ຝືດໆ​ວາດ​ໃດ​ວາ​ດໜຶ່ງ…

“ມື້​ອື່ນ​ກໍ​ຈະ​ອອກ​ພັນ​ສາ​ແລ້ວ! ຄວາມ​ອົດ​ກັ້ນຂອງ​ພໍ່​ແມ່ນ​ໃກ້ຊິ​ຮອດ​ຈຸດ​ຈົບ​ແລ້ວ​ເດ!” ທັງ​ເວົ້າທັງ​ກັດ​ແຂ້ວ​ແບບ​ຄົນ​ມີ​ບັນຫາ…

“ພໍ່​ຊິ​ກັບ​ຄືນ​ໄປ​ຫາ​ມັນ​ອີກ​ຫວາ?” ​ເມຍ​ຖາມ​ດ້ວຍ​ໃບ​ໜ້າ​ອັນ​ຫົດຫູ່.

“ມັນ​ເປັນ​ວັດ​ຖະຈັກ, ​ແມ່​ມັນ​ເອີ​ຍ! ພໍ່​ຄົງ​ປະນ້ຳ​ໃສໆ​ເຮັດ​ໃຫ້​ໃຈ​ເບີກບານ​ບໍ່​ໄດ້ດອກ! ອີ່​ຕົນ​ພໍ່​ແດ່!” ຊຽງ​​ເອງ​ເຮັດ​ສຽງ​ເປັນຕາ​ສົງສານ.

“ພໍ່​ລືມ​ຜົນ​ກວດ​ສຸຂະພາບ​ຫວ່າງ​ເດືອນ​ແລ້ວ​ນີ້​ລະ​ຫວາ!?!” ຜູ້​ເປັນ​ເມຍ​ງັດ​ເອົາ​ໄມ້​ເດັດ​ອອກ​ມາຕໍ່​ລອງ…

“ຍັງ​ບໍ່​ລືມ​ດອກ ​ແຕ່​ຂໍ​ໃຫ້​ແມ່​ຈົ່ງ​ເຫັນ​ໃຈ…” ​ເວົ້າສຸດ ຊຽງ​ເອງກໍ​ໂຍບ​ໂຕລົງ​ນັ່ງ​ຢູ່​ກັບ​ພື້ນ ​ແນມ​ໄປ​ຍັງ​ເຈ້ຍ​ຜົນ​ກວດ​ທີ່​ນອນ​ແຜ່​ຢູ່​ໃນ​ຕູ້ຢາ​ທີ່​ຫ້ອຍ​ຢູ່​ຂ້າງ​ຝາ…

ຄໍາອອນ​ພາວະນາ​ໃນ​ໃຈ​ຂໍ​ໃຫ້​ຜົວ​ຂອງ​ຕົນ​ສາມາດ​ຫຼຸດພົ້ນຈາກ​ການ​ເປັນ​ທາດ​ຂອງ​ສິ່ງ​ມຶນ​ເມົາ​ບໍ່ພຽງແຕ່ໃນຍາມເຂົ້າພັນສາເທົ່ານັ້ນ ຂໍ​ໃຫ້​ສິ່ງ​ສັກສິດ​ຈົ່ງ​ດົນ​ໃຈ​ລາວ​ໃຫ້​ເຊົາກິນເຫຼົ້າໃນຍາມອອກພັນສາແດ່​ທ້ອນ!

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 2, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ສາຍລົມພັດມາຄ່ອຍໆ… ເຖິງຄື້ນລົມຈະອ່ອນນ້ອຍ ແຕ່ກໍເຮັດໃຫ້ຄວາມຮ້ອນທີ່ເຜົາຜານຮ່າງຄີງຄ່ອຍຫຼຸດລົງໄປຫຼາຍເຕີບ… ສາຍຕາອັນຝ່າມົວທອດໄປຍັງສາຍນ້ຳຫ້ວຍທີ່ໄຫຼເລື່ອຍລົງສູ່ຄ້ອຍຊັນຂອງໜ້າດິນທ່າມກາງແສງແດດອັນຮ້ອນກ້າທີ່ແຜ່ຄຸມລົງໃສ່ຈົນເກີດເປັນປະກາຍແວວວັບເຫຼື້ອມມະຍິບມະຍັບດຸດດັ່ງມະນີໂຊແກ້ວປະເສີດທີ່ວາງຂາຍຢູ່ຕາມຫ້າງຮ້ານອັນຍະມະນີ…
ຫຼາຍປີແລ້ວທີ່ເຂົາບໍ່ໄດ້ມານັ່ງເບິ່ງສາຍນ້ຳໄຫຼຢູ່ນະສາຍຫ້ວຍແຫ່ງນີ້ ຍ້ອນພາລະໜ້າທີ່ທີ່ຕ້ອງຈຳຈາກຈອນແດນບ້ານເກີດໄປສູ່ປະເທດອື່ນເພື່ອການສຶກສາ… ແຕ່ມາບັດນີ້ ທັງໆທີ່ສຽງນ້ຳໄຫຼດັງຊວດຊາດ ແຕ່ຄວາມງຽບເຫງົາຊ້ຳພັດເຂົ້າມາຢ້ຽມຢາມຫົວໃຈແບບບໍ່ໄດ້ນັດໝາຍ ເມື່ອຫວນຄືນອະດີດຄັ້ງທີ່ເຄີຍມີນາງມານັ່ງຄຽງໃກ້… ພຽງແຕ່ 4 ປີທີ່ຫ່າງຈາກກັນ ສາຍສຳພັນທີ່ເຄີຍແໜ້ນແຟ້ນ ຖືກມາຍອອກດ້ວຍນ້ຳມືຂອງນາງ… ບັດເຊີນເຂົ້າຮ່ວມງານດອງທີ່ຈະຈັດຂຶ້ນຢູ່ພັດຕາຄານຊ້າງເຜືອກໃນຄືນມື້ນີ້ຍັງນອນແຜ່ຄວາມຮ້ອນຮົນຢູ່ໃນອຸ້ງມື… ຄວາມເຈັບຊ້ຳລະກຳໃຈແຕກກະຈາຍໄປທົ່ວຮ່າງຄີງປານປະໜຶ່ງເກີດແຜ່ນດິນໄຫວຢູ່ໃນຂົ້ວຫົວໃຈ! ໂອ້! ນີ້ຫວະ…ຄວາມຮັກ! ຄວາມຮັກທີ່ປະສົບກັບຄວາມຜິດຫວັງ! ນີ້ລະນໍ ອາການຂອງຄົນອົກຫັກ ຄົນທີ່ຖືກເຂົາທຳລາຍໝາກຫົວໃຈ… ເຖິງຈະເຈັບຈະປວດກໍຈະທົນ… ສູ້ທົນເພື່ອອະນາຄົດ ບໍ່ຍອມພ່າຍແພ້ຕໍ່ອາການທີ່ແສນເຈັບປວດນີ້… ລາກ່ອນຄວາມງຽບເຫງົາເສົ້າຊວງ… ເຂົາລຸກຂຶ້ນຢືນດ້ວຍທ່າທາງອິດອ່ອນ ແຕ່ຊອງສີບົວຍັງຖືກຈັບແໜ້ນໃນມື…
“ຄືນມື້ນີ້ຈະໄປ ຫຼື ບໍ່ໄປ?” ເຂົາຖາມຕົວເອງດ້ວຍສຽງເບົາໆ ແລະໃນທັນທີນັ້ນກໍຮູ້ສຶກສະດຸ້ງຕື່ນເພາະມີສຽງຕອບຢູ່ທາງຫຼັງເຂົາ…
“ອ້າຍຕ້ອງໄປ!” ເປັນສຽງຫວານທີ່ເຂົາຄຸ້ນເຄີຍມາກ່ອນ… ເຂົາຟ້າວຫຼຽວຄືນຫຼັງໄປທີ່ສຽງນັ້ນ ຮູ້ສຶກຕົນໂຕເບົາວ່ອງ ເພາະເຈົ້າຂອງສຽງຕອບນັ້ນ ແມ່ນຍິງທີ່ເຮັດໃຫ້ຫົວໃຈຂອງເຂົາຕ້ອງເນົ່ານູມ… ເຂົາເອົາຫຼັງມືຖູຕາຕົນເອງ ກ່ອນຈະສົ່ງສຽງອອກຈາກປາກວ່າ: “ເປັນໄປບໍ່ໄດ້!”
“ແຕ່ມັນກໍເປັນໄປແລ້ວ!” ນາງຕອບ ພ້ອມທັງຖະຫຼາໂຕເຂົ້າຫາເຂົາ… ທັງສອງຢູ່ໃນວົງແຂນຂອງກັນແລະກັນ…
“ແລ້ວຊື່ຜູ້ຢູ່ໃນບັດເຊີນນັ້ນແມ່ນໃຜ?” ເຂົາຖາມດ້ວຍຄວາມງົງງັນ.
“ນ້ອງສາວຕ່າງມານດາຂອງນ້ອງເອງ, ຊື່ຂອງພວກນ້ອງທັງສອງໃກ້ຄຽງກັນຈົນເກືອບແຍກບໍ່ອອກຖ້າບໍ່ເບິ່ງຄັກໆ!” ນາງໃຫ້ເຫດຜົນ ຈົນເຂົາຕ້ອງໄດ້ຫອມແກ້ມນາງຢ່າງໜັກໜ່ວງເພື່ອເປັນການສະແດງໃຫ້ນາງເຫັນວ່າຄວາມເຈັບປວດທີ່ເຂົາມີມານັ້ນໄດ້ລອຍຫາຍໄປຈາກຫຼືບຫົວໃຈຂອງເຂົາແລ້ວ…
ແຕ່ນາງກໍອົດຕຳໜິເຂົາບໍ່ໄດ້ທີ່ຕາຟາງຈົນເຫັນຊື່ນ້ອງສາວຂອງນາງກາຍເປັນຊື່ຄົນຮັກຂອງຕົນເອງ... ເພື່ອເປັນການລົງໂທດ ນາງໄດ້ໃຊ້ໂປ້ມືແລະນິ້ວຊີ້ແປງກາຍໃຫ້ເປັນຄີມໜີບເຂົ້າຕົ້ນແຂນຂອງເຂົາ ແລະບິດຢ່າງແຮງຈົນເຂົາຮ້ອງເອີກອອກມາດ້ວຍຄວາມເຈັບປວດ...
"ເຈັບກາຍຍັງດີກວ່າເຈັບໃຈ!" ເຂົາກ່າວອອກມາຢ່າງມີຄວາມສຸກສຸດຂີດ...

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 28, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ສຽງເພງປະສານກັບຂອດກິຕ້າດັງກັງວານກ້ອງມາຕາມສາຍລົມ ເຮັດໃຫ້ຍິງສາວທີ່ຢືນຢູ່ລະບຽງຊັ້ນສອງຂອງຫໍພັກຍິງຫຼັງທີໜຶ່ງທີ່ໃກ້ຮົ້ວມະຫາວິທະຍາໄລເບື້ອງທິດເໜືອ ຕ້ອງຢືນຊຶງກຶ້ງຕາໄປສູ່ທີ່ມາຂອງສຽງດັ່ງກ່າວດ້ວຍຫົວໃຈລັນຈວນຊວນໃຫ້ເສົ້າ…

* ເຖິງຈາກກັນໄປ.............ຈົນສຸດຂອບຟ້າ
ແຕ່ອຸລາສອງເຮົາ..............ຍັງຢູ່ຄຽງກັນ
ຈາກໄປຄາວນີ້..................ໄປຕາມໜ້າທີ່ວຽກງານ
ບໍ່ລືມຄຳໝັ້ນ....................ສັນຍາແຂ່ງຂັນກັນໄວ້

* ອາໄລອາວອນ.........ຫວນຄືນພາບແຫ່ງຄວາມຫຼັງ
ຄັ້ງເຮົາຍັງ..................ພ້ອມກັນຮໍ່າຮຽນສຶກສາ
ວຽກງານຫຍຸ້ງຍາກ....ພວກເຮົາພ້ອມກັນຜ່ານຜ່າ
ຄ້ອຍໃຈໜັກໜ້າ..........ສັ່ງລານໍ້າຕາຫລັ່ງນອງ

* ບໍ່ຢາກຈາກໄກ..........ຈຳໃຈຕ້ອງຂໍລາຈາກ
ບໍ່ຢາກຈະພາກ............ຈຳຈາກໄປກ່ອນຂວັນໃຈ
ຂໍຝາກສຽງເພງ...........ບັນເລງອອກຈາກດວງລືໄທ
ມອບແດ່ຊາມໄວ..........ຂວັນໃຈໃນວັນຈາກລາ…

ແມ່ນແລ້ວ ເຊົ້າມື້ອື່ນນີ້ ຊາຍໃນດວງໃຈຂອງນາງຈະໄດ້ອອກເດີນທາງໄປສຶກສາຕໍ່ຢູ່ຕ່າງປະເທດເປັນເວລາ 3 ປີ. ກ່ອນທີ່ຈະສັ່ງລາເປັນເທື່ອສຸດທ້າຍ ເຂົາໄດ້ໃຫ້ຄຳໝັ້ນສັນຍາກັບນາງວ່າ ຈະຍຶດໝັ້ນສາຍສຳພັນທີ່ມີມາກັບນາງຕະຫຼອດປີກວ່າໆມານີ້ ແລະຈະບໍ່ລືມສົ່ງຂ່າວຄາວຫານາງໃຫ້ໄດ້ອາທິດລະເທື່ອ. ກ່ອນຍ່າງລົງຈາກຫໍພັກຍິງໄປ ເຂົາໄດ້ຍື່ນຫໍ່ຂອງຂວັນໃຫ້ແກ່ນາງ ແລະໄດ້ສັ່ງຄວາມໃຫ້ນາງຮັກສາຂອງຂວັນນີ້ໄວ້ດີໆ ແລະນຳໃຊ້ໃຫ້ເປັນປະໂຫຍດ… ແຕ່ຍ້ອນຄວາມອາໄລຕໍ່ຊາຍໜຸ່ມທີ່ຮູ້ໃຈ ຈຶ່ງໃຫ້ນາງຮູ້ສຶກສະທ້ານໃຈ ໂດຍບໍ່ໄດ້ສົນໃຈນຳຫໍ່ຂອງຂວັນນັ້ນ ໄດ້ແຕ່ຄິດຄຳນຶງກັນຕົນເອງວ່າ ອີກດົນປານໃດນໍຈຶ່ງຈະໄດ້ພົບກັນອີກ…

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 16, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຕັ້ງໃຈວ່າຈະຂຽນບົດກ່ຽວກັບຄວາມຮັກມ່ວນໆອອກມາສູ່ບັນດາເພື່ອນໆໄດ້ອ່ານກັນ ແຕ່ພິມໄປໄດ້ເກືອບໜ້າ ກໍເກີດອຸບັດເຫດ ຂໍ້ຄວາມທີ່ພິມໄດ້ຫຼາຍກວ່າຫ້າສິບກວ່າປະໂຫຍກຖືກລືບແບບທັນທີທັນໃດ ພະຍາຍາມກອບກູ້ໂດຍຊອກຫາ undo ແຕ່ຜັດບໍ່ມີ ກໍເລີຍຍັງເຫຼືອແຕ່ໜ້າຂາວໆຂອງຈໍຄອມ... ວ່າຊິເລົ່າກ່ຽວກັບເລື່ອງແຟນດັ້ງແຟນເດີມ ກໍເລີຍເປັນໝັນຊໍ້າ... ເອົາໄວ້ມື້ໜ້າກ່ອນນໍ ເພາະເວລາບໍ່ມີແລ້ວສຳລັບມື້ນີ້ ຕ້ອງໄດ້ເຂົ້າໜ້າວຽກກ່ອນ ຈັກໜ້ອຍຫົວໜ້າຊິເທດໃຫ້...

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 15, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ສະບາຍດີ

ຊົ່ວຊິເຂົ້າມາເປັນສະມາຊິກພັນລາວໄດ້ກໍຕ້ອງໃຊ້ເວລາຕັ້ງ 3 ມື້ພຸ້ນນະ! ອາດຈະແມ່ນຍ້ອນຄວາມບໍ່ປະສີປະສາທາງດ້ານຄອມພິວເຕີ ແລະອິນເຕີເນັດຕິເບ໊າະ ຈຶ່ງເປັນແນວນີ້! ບາດຊິໄດ້ ກໍງ່າຍປານປອກກ້ວຍ ເພາະຫຼົງແຕ່ໄປພິມຊື່ເປັນພາສາລາວຢູ່ຕັ້ງຫຼາຍສິບຄັ້ງຈົນວ່າອ່ອນໃຈ ທັງຮູ້ສຶກອິດສາຜູ້ທີ່ໄດ້ເປັນສະມາຊິກແລະມີບົດຂຽນມ່ວນໆອອກມາໃຫ້ໝູ່ອ່ານ. ແນວໃດກໍຢ່າ ມາເຖິງຂັ້ນນີ້ແລ້ວ ກໍຂໍສະເໜີໂຕມາຍັງບັນດາສະມາຊິກເກົ່າພັນລາວທຸກຄົນ ເພື່ອມາແລກປ່ຽນຄວາມຮູ້-ປະສົບການ ຕະຫຼອດຄວາມຮູ້ສຶກດີໆຕໍ່ກັນແລະກັນ.

ດ້ວຍຄວາມຮັກແພງຈາກໃຈຈິງ

ອະລຸນະພາ