ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 13, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

12 ຕຸລາ 2011 ກົງກັບ ມື້ ຂື້ນ 15 ຄ່ຳ ເດືອນ11 ມື້ ອອກພັນສານັ້ນ ເອງ ນອກຈາກນັ້ນກໍ່ຍັງມີ ງານປະເພນີ ບຸນຊວງເຮືອ ໃນຍາມກາງເວັນ

ແລະຕອນກາງຄືນ ກໍ່ມີການຄົບງັນ ກັນຕາມປະເພນີ ແລະ ມີ ປະເພນີ ການໄຫຼເຮືອ ໄຟ ລອຍກະທົງອີກ ເທສະບານເມືອງໄກສອນ ເພີ່ນຈັດງານກັນ ທີ່ ວັດໃຫຍ່ ໄຊຍະພູມ

ແຄມຟັງ ແມ່ນ້ຳ ຂອງ ແລະ ມີການແຂ່ງຂັນເຮືອ ມິດຕະພາບ ລາວ-ໄທ ແຂວງ ສະຫັວນະເຂດ ແລະ ຈັງຫັວດ ມຸກດາຫານ( ຈັງ ຫັວດກັບ ແຂວງເດີ ພີ່ນ້ອງ ທັງໂຄສົກ ລາວໄທ ພາກ ບໍ່ມີຜິດ ພ້ຽງ)

ໃຜໆໆ ກໍ່ຕັ້ງໃຈຈະໄປລອຍກະທົງກັນ ເປັນແຖວ ລໍ ມາດົນ ປີລະຄັ້ງເທົ່ານັ້ນ ພໍມາຮອດ ຍາມແລງ ປະມານ 6:30 ໄດ້ ເທວະດາ ກໍ່ກັ່ນ ແກ້ງຊາຍໝຸ່ມ ຍິງສາວ

ຝົນຕົກລົງ ມາຂ້ອນຂ້າງໜັກ ປະມານຊົ່ວໂມງກວ່າ ເຮັດໃຫ້ ບາງຄົນໜົດອາລົມໄປ

ແຕ່ບາງຄົນ ກໍ່ ໄປເອົາຕອນເດີກ ຫຼັງຝົນເຊົາ ເປັນການພິສູດຮັກແທ້ ລະ ອິອີ

ທີ່ໜ້າສົງສານ ກໍ່ຄົງຈະເປັນ ບັນດາ ແມ່ ຄ້າຊາວຂາຍເຮົານີ້ ລະ ປີ້ງໄກ ແລະ ກະທົງ ຖຶກຝົນຕົກຮຳ ເປັນແຖວໆໆ

ເສຍຄ່າ ເຊົ່າ ກະຕັ້ງແພງ ຄ່ານ້ຳ ຄ່າໄຟ ສະລະພັດ ຈະເສຍ ມື້ສຳຄັນ ພັດ ເຈີ ຝົນ ສະ

ມື້ຕໍມາ 13 ກໍ່ ແມ່ນ ມື້ສຸດທ້າຍຂອງການແຂ່ງຂັນ ເຮືອ ຊວ່ງ ລາວ - ໄທ ຈັກໃຜຊິ ຊະນະ ເນາະ??????

ຍັງນັ່ງຫຼີ້ນເນັດ ຢູ່ຫ້ອງການ ເລີຍບໍ່ຮູ້ ໃຜໄປ ມາເລົ່າ ສູ່ຟັງແນ່ ເດີ

ຢູ່ ທ້ອງຖີ່ນອື່ນເດລະ ເປັນ ແນວໃດ ???? ໃຜເຫັນ ບັ້ງໄຟພະຍານາກແນ່ ?????

ເຮົານະ ຢູ່ມາຈົນປານນີ້ຍັງບໍ່ເຄີຍໄປລອຍກະທົງເລີຍ ເຄີຍແຕ່ວຽບ ທຽນ

 

Delicious Digg Fark Twitter