ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

1ວິທີຕົ້ມໄຂ່ໃຫ້ກິນແຊບແລະໄດ້ຄຸນຄ່າ

ເວລາຕົ້ມຄວນເອົາໄຂ່ໃສ່ພ້ອມກັບນ້ຳແລ້ວເອົາໄປຕົ້ມແລະບໍ່ຄວນຈະຕົ້ມນ້ຳຈົນຟົດແລ້ວຈຶ່ງເອົາໄຂ່ໃສ່ ເດັດຂາດ ເມືອ່ຕົ້ມສຸກແລ້ວຄວນເອົາໄຂ່ໄປແຊ່ນນ້ຳເຢັນທັນທີຈະເຮັດໃຫ້ໄຂ່ຕົ້ມອອ່ນແຊບພ້ອມທັງຍ່ອຍງ່າຍອີກດ້ວຍ

2ວິທີ ຕົ້ມໄຂ່ໃຫ້ໄຂ່ແດງຢູ່ທາງກາງ:

ຖ້າຢາກຕົ້ມໄຂ່ແລ້ວໃຫ້ໄຂ່ແດງຢູ່ທາງກາງ ເວລາຕົ້ມໃຫ້ຫມັ່ນຄົນເພືອ່ໃຫ້ໄຂ່ແດງມີການປີ້ນເບື້ອງ ຢູ່ສະເຫມີ ເມືອ່ຕົ້ມສຸກແລ້ວຜ່າອອກມາ ຈະເຫັນວ່າ ໄຂ່ແດງຢູ່ທາງກາງຂອງໄຂ່ຂາວຢ່າງສະເຫມີກັນ

3 ວິທີຕົ້ມໄຂ່ໃຫ້ປອກເປືອກງ່າຍ:

ເວລາຕົ້ມໄຂ່ຖ້າຢາກໃຫ້ ປອກເປືອກງ່າຍ ໃນເວລາຕົ້ມໃຫ້ໃສ່ເກືອ 1 ບ່ວງແກງ ຕໍ່ນ້ຳ 1 ລິດ ເວລາຕົ້ມໄຂ່ສຸກແລ້ວຈະເຮັດໃຫ້ປອກເປືອກງ່າຍ.

4 ວິທີຈືນໄຂ່ບໍ່ໃຫ້ ດ້ານ:

ສ່ວນຫລາຍແມ່ນເກີດຈາກ ການເອົາໄຂ່ອອກ ມາຈາກຕູ້ເຢັນ ແລ້ວນຳມາຈືນທັນທີ ຈຶ່ງເປັນເຫດເຮັດໃຫ້ໄຂ່ດ້ານ ວິທີແກ້ ງ່າຍໆ ໃຫ້ເອົາໄຂ່ອອກມາປະໄວ້ ໃຫ້ເຊົາເຢັນກ່ອນ

ແລ້ວຈຶ່ງເອົາໄປຕີ ແລ້ວຈືນໃນຫມໍ້ ຮ້ອນໆໆ

5 ວິທີ ຕົມ້ໄຂທີມີຮອ່ຍລ້າວບໍ່ໃຫ້ ແຕກ

ໄຂ່ແມ່ນສານອາຫານທີ່ອຸດົມສົມບູນໄປດ້ວຍຄຸນຄ່າທາງໂພຊະນາການ ເວົ້າໄດ້ວ່າກິນໄຂ່ຫນວ່ຍດຽວໄດ້ ສານອາຫານຄົບທັງ5 ຫມວດ ທຸກເຮຶອນຈິ່ງຕ້ອງມີໄຂ່ ໄວ້ ແລະໄຂ່ກໍ່ມີ ວິທີປຸງທີ່

ງ່າຍທີ່ສຸດແລະຍັງເປັນໄດ້ທັງອາຫານຄາວແລະອາຫານຫວານ ບໍ່ວ່າໄຂ່ໄກ່ຫລືໄຂ່ເປັດ ແຕ່ຖ້າບໍລະມັດລະວັງ ໄຂ່ອາດຈະກະທົບກະແທກ ເຮັດໃຫ້ມີຮອຍລ້າວ ເມືອ່ເອົາໄປຕົ້ມໄຂ່ ກໍ່ຈະແຕກ

ອອກຈາກ ເປືອກ ດັ່ງນັ້ນ ກ່ອນທີ່ ຈະນຳເອົາໄຂ່ທີ່ມີ ຮອຍລ້າວໄປຕົ້ມ ໃຫ້ໃສ່ເກືອ່ 1 ບວ່ງແກງ ຄວາມເຄັມຂອງເກືອ ຈະຊ່ວຍອັດຮອຍລ້າວຂອງເປືອກບໍ່ໃຫ້ໄຂ່ໄຫລອອກມາ ແລະຖ້າຢາກຕົ້ມໄຂ່ໃຫ້ແດງງາມ ເປັນຕາແຊບຂຶ້ນ ແມ່ນໃຫ້ໃຊ້ເວລາ8 ນາທີ ໃນການຕົ້ມ

 

ນອກຈາກນີ້ ແລ້ວໄຂ່ຍັງເພີ່ມ ຮໍໂມນຂອງເພດຊາຍ

ໄຂ່ນີ້ແລະເປັນຂອງດີ ໃນການເພີ່ມ ຮໍໂມນ ບໍ່ຕ້ອງກັງວົນເລື່ອງໂລກຫົວໃຈເພາະວ່າມີການສຶກສາໃນປະເທດ ສ ອາເມລິກາ ແລ້ວພົບວ່າຜູ້ຊາຍທີ່ກິນໄຂ່ວັນລະ 3 ຟອງ ກໍບໍ່ມີຜົນຕໍ

ລະດັບ ຄລໍເຣດສະເຕີຣອນເລີ

 

ທີ່ມາ ຫນັງສື ພິມແຮງງານ

 

 

Delicious Digg Fark Twitter