![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ຕ.ລ.. 1, 2008
| ມີ
19 ຄຳເຫັນ
ແລະ
0 trackback(s)
***ມີເຄັດລັບກ່ຽວກັບຄວາມຮັກອີກຫຼາຍໆຢ່າງທີ່ຄົນເຮົາຍັງຕ້ອງຄົ້ນຫາ, ແຕ່ມັນບໍ່ແມ່ນເລຶ່ອງຍາກທີ່ຈະເຂົ້າໃຈ, ຍິ່ງຄົ້ນຫາ ກໍຈະເຮັດໃຫ້ຮູ້ສຶກເຖິງຄຸນຄ່າຂອງມັນຫຼາຍຂື້ນ
ຄວາມຮັກເລີມຈາກຄວາມຄິດ:ຄວາມຄິດເປັນຈຸດເລີມຕົ້ນຂອງຄວາມຮັກ ບາງທີຄວາມຮັກກໍເຮັດໃຫ້ເຮົາປ່ຽນແປງ ຄວາມຄິດແບບທີ່ເຄິຍເປັນ ຕ້ອງປັບປຸງໃນສິ່ງທີ່ເຮົາເຄິຍເຮັດ ພຽງເພຶ່ອໃຫ້ເຂົ້າກັບໃຜບາງຄົນ. ຄວາມຮັກເຮັດໃຫ້ເກິດຄວາມສັດທາ: ເຈົ້າບໍ່ສາມາດຮັກໃຜໄດ້ຖ້າເຈົ້າບໍ່ຮູ້ສຶກເຊຶ່ອໝັ້ນ ແລະຄົນທຳອິດທີ່ເຈົ້າຕ້ອງສັດທາເຊື່ອໝັ້ນນັ້ນກໍຄືໂຕເຈົ້າເອງ.
ຄາມຮັກຄືການໃຫ້: ຖ້າເຈົ້າຕ້ອງການທີ່ຈະໄດ້ຄວາມຮັກ ສິ່ງທີ່ຕ້ອງເຮັດກໍຄື ຮູ້ຈັກໃຫ້ ໃນເມຶ່ອເຈົ້າໃຫ້ໄປຫຼາຍເທົ່າໃດ,ເຈົ້າຍິງຈະໄດ້ຮັບຜົນຫຼາຍຂື້ນ. ສູດລັບຂອງຄວາມສຸກ ແລະເຮັດໃຫ້ມິດຕະພາບຍືນຍາວທີ່ຄວນຈື່: ຢ່າຖາມວ່າ ຄົນອື່ນໃຫ້ຫຍັງເຈົ້າແດ່, ແຕ່ຄວນຖາມວ່າ ເຈົ້າຈະເຮັດ ຫຼື ຈະໃຫ້ຫຍັງເພຶ່ອຄົນອື່ນແດ່.
ໃນຄວາມຮັກມີມິດຕະພາບເຊຶ່ອງຊ້ອນຢູ່: ຢາກໄດ້ຮັກແທ້ ກໍຕ້ອງຫາເພື່ອນແທ້ໃຫ້ໄດ້ກ່ອນ. ການທີ່ຈະຮັກກັນໄດ້ ບໍ່ພຽງແຕ່ການຈ້ອງຕາ ແຕ່ຢູ່ທີ່ວ່າ ຕ່າງຄົນຕ່າງມີຫຍັງຄ້າຍຄືກັນ ຫຼືບໍ່...ຖ້າຫາກຈະຮັກໃຜຢ່າງຈິງໃຈເຈົ້າດໍຄວນຮັກໃນສິ່ງທີ່ເຂົາເປັນ ບໍ່ແມ່ນພຽງແຕ່ພາບທີ່ເຈົ້າເຫັນ, ມິດຕະພາບກໍຄ້າຍຄືກັບປຸຍຊ່ວຍເຮັດໃຫ້ຄວາມຮັກແບ່ງບານຂື້ນທຸກໆມື້ຫັນແຫຼະ!
ການສຳຜັດກັນຈະຊ່ວຍສານຕໍ່ຄວາມຮັກໃຫ້ດີຂື້ນ: ເຈົ້າເຄິຍຮູ້ສຶກດີແມ່ນບໍ່ ເວລາທີ່ມີໃຜມາໂອບກອດເຈົ້າ. ການສຳຜັດກັນນັ້ນ ເປັນການສະແດງອອກຢ່າງໜຶ່ງ ທີ່ມີພະລັງຊ່ວຍທຳວາຍກຳແພງແຫ່ງຄວາມກຽດຊັງ ແລະ ການບໍ່ເຂົ້າໃຈກັນອີກດ້ວຍ. ມັນສາມາດປ່ຽນແປງອາລົມ ແລະ ທ່າທາງທີ່ແຂງກະດ້າງໃຫ້ເບົາບາງລົງໄດ້.
ຢາກຮັກຕ້ອງຮູ້ຈັກປົດປ່ອຍ: ຖ້າຫາກເຈົ້າຮັກໃຜ ກໍຈົ່ງປ່ອຍໃຫ້ເຂົາເປັນອິດສະລະແດ່ ເຈົ້າເອງກໍຮູ້ສຶກອຶດອັດແມ່ນບໍ່ ຖ້າຫາກມີໃຜມາຄວບຄຸມເຈົ້າໄວ້. ຈົ່ງຮຽຮຮູ້ທີ່ຈະໃຫ້ອາໄພ ແລະ ລືມອະດິດທີ່ບໍ່ດີຜ່ານມາ, ປົດປ່ອຍຄົນທີ່ກຽດຊັງເຈົ້າ ຫຼື ແຟນເກົ່າຂອງເຈົ້າອອກໄປຈາກໃຈ, ໃຫ້ຄວາມຍຸດຕິທຳແກ່ທຸກໆຄົນທີ່ເຂົ້າມາໃກ້ເຈົ້າ.
ຊິວິດຈະປ່ຽນໄປ: ເມຶ່ອເຈົ້າຮຽນຮູ້ທີ່ຈະເປິດໃຈໃຫ້ກ້ວາງ ແລະ ຊື່ສັດຕໍ່ກັນ ຈົ່ງບອກກັບຄົນທີ່ເຈົ້າຮັກ ໂດຍບໍ່ຕ້ອງຢ້ານທີ່ຈະເວົ້າຄຳພິເສດ 3 ຄຳຄື "ຂ້ອຍຮັກເຈົ້າ" ບໍ່ຈຳເປັນຕ້ອງເວົ້າທຸກເວລາ ພຽງແຕ່ເຈົ້າເວົ້າ 3 ຄຳນີ້ທຸກຄືນ ກໍ່ຈະເຮັດໃຫ້ຄົນທີ່ເຈົ້າຮັກມີຄວາມສຸກແລ້ວ.
ຮັກແທ້ ຄື ການເຊື່ອໃຈກັນ: ຖ້າຫາກເຈົ້າບໍ່ເຊື້ອໃຈກັນແລ້ວໃຜຄົນໜຶ່ງກໍຈະເປັນຄົນລະແວງ,ກັງວົນໃຈ. ສ່ວນອີກຄົນໜຶ່ງກໍຈະຮູ້ສຶກອຶດອັດໃຈ. ເຈົ້າບໍ່ສາມາດຮັກໃຜແບບຈິງໃຈໄດ້ ຖ້າເຈົາບໍ່ເຊື່ອໃຈເຂົາຢ່າງແທ້ຈິງ.
ຂຽນໂດຍ: ທະນາພາ ເນົາວະຣາຊ໌