ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 12, 2008 | ມີ 7 ຄຳເຫັນ ແລະ 0 trackback(s)

ໄລຍະ"ຣອຍຕໍ່"ຂອງທຸກສິ່ງທຸກຢ່າງລ້ວນສຳຄັນ ເພາະຖ້າຣອຍຕໍ່ບໍ່ດີກໍ່ອາດຈະເກິດບັນຫາທີ່ນຳຄວາມເຈັບປວດມາໃຫ້ ແລະ ການເຣັດຫຍັງດ້ວຍການຣີບຣ້ອນກໍມັກຈະເຣັດໃຫ້ເຣົາຣ້ອນໃຈ ຈົນບໍ່ສາມາດຈະເຣັດສິ່ງນັ້ນໃຫ້ໄດ້ດີ. ຫນ້າຈະດີກວ່າຖ້າເຣົາຈະຖ້າຈົນພາຍຸສະງົບແລ້ວຈຶ່ງອອກເຣຶອ ແລະຄົງຈະດີກວ່າຖ້າເຣົາຈະຖ້າຈົນໃຈເຢັນແລ້ວຈຶ່ງຄ່ອຍກ້າວຕໍ່ໄປເທິງເສັ້ນທາງຣັກ.

 

ໄລຍະເວລາທີ່ເລີກລາກັນໃຫມ່ໆນັ້ນ ປຽບໄປກໍຄືກັບເວລາຂອງທະເລທີ່ມີພາຍຸພັດກະຫນໍ່າ ເຖິງຈະມີເຣຶອໂດຍສານຜ່ານມາ ແລະ ເຣົາຢາກຈະພາໂຕເອງໄປໃຫ້ໄກຈາກຝັ່ງບ່ອອນນີ້ຫລາຍພຽງໃດ ແຕ່ຖາມວ່າ

 

ເຣົາຈະໄປໄດ້ໄກບໍ່ ໃນສະຖານະການທີ່ສ່ຽງຂະຫນາດນີ້ ຄວາມຣູ້ສຶກຂອງເຣົາທີ່ມີທັງເສົ້າ ແລະ ເຫງົາ ເມຶ່ອພາຍຸແຫ່ງຣັກພັດເຂົ້າໃສ່.

ເມື່ອມີຄົນໃໝ່ຜ່ານເຂົ້າມາ ຄົນທີ່ເຖິງວ່າຈະອາສາພາເຣົາໄປໄກຈາກບ່ອນນີ້ ຄົນທີ່ເຖິງວ່າຈະໃຫ້ຄຳສັນຍາແສນດີວ່າຈະບໍ່ມີມື້ເຣັດໃຫ້ເຣົາສຽຍໃຈ ແຕ່ຖາມວ່າ...

ໃຈເຣົານີ້ງພໍຫລືຍັງ??

ໃນສະຖານະການທີ່ເຣົາຫາກໍເລິກກັບອີກຄົນມາແລ້ວກໍໃຫ້ປັບໃຈໄປຣັກອີກຄົນ1ໄດ້ທັນທີ...ແບບນັ້ນຫວາ??

ຈະດີກວ່າບໍ່ຖ້າຫາກເຣົາຈະລໍຖ້າຈົນພາຍຸຄວາມຣູ້ສຶກສະຫງົບລົງ. ອາດບໍ່ຕ້ອງເຖິງກັບຖ້າໃຫ້ລືມຄົນເກົ່າກໍໄດ້ ພຽງແຕ່ຖ້າໃຫ້ຈົນເຣົາໝັ້ນໃຈວ່າເຣົາບໍ່ໄດ້ຕ້ອນຣັບຄວາມຣັກຂອງໃຜພຽງເພາະຢາກມີໃຜໄວ້ກໍໄດ້ ເພື່ອເອົາໄວ້ຄວງແກ້ເຫງົາ. ດັ່ງທີ່ບອກໄວ້ແຕ່ຕົ້ນວ່າ ໄລຍະຣອຍຕໍ່ ຂອງທຸກສິ່ງທຸກຢ່າງລ້ວນສຳຄັນ ເພາະຖ້າຕໍ່ບໍ່ດີກໍ່ອາດຈະເກິດບັນຫາທີ່ນຳຕວາມເຈັບປວດມາໃຫ້ພາຍຫລັງ ແລະການເຣັດຫຍັງດ້ວຍຄວາມຣີບຣ້ອນ ກໍມັກຈະເຣັດໃຫ້ເຣົາຣ້ອນໃຈຈົນບໍ່ສາມາດປະຄັບປະຄອງສິ່ງນັ້ນໃຫ້ເປັນໄປໄດ້ດີ.

ຄວາມຣັກໝັ້ນຄົງ ເປັນເລຶ່ອງຂອງຄົນໃຈເຢັນ

ຄວາມຣັກທີ່ໝັ້ນໃຈ ເປັນເລຶ່ອງຂອງຄົນທີ່ລໍຖ້າໄດ້.

ຈົ່ງເລີ່ມຕົ້ນໃໝ່ອີກ ເມຶ່ອຫົວໃຈຣູ້ສຶກພ້ອມທີ່ຈະຣັກ ຢ່າດື້ດຶງທີ່ຈະເລີ່ມຕົ້ນໃໝ່...ຖ້າຫົວໃຈຍັງບໍ່ພ້ອມ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 1, 2008 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

***ມີເຄັດລັບກ່ຽວກັບຄວາມຮັກອີກຫຼາຍໆຢ່າງທີ່ຄົນເຮົາຍັງຕ້ອງຄົ້ນຫາ, ແຕ່ມັນບໍ່ແມ່ນເລຶ່ອງຍາກທີ່ຈະເຂົ້າໃຈ, ຍິ່ງຄົ້ນຫາ ກໍຈະເຮັດໃຫ້ຮູ້ສຶກເຖິງຄຸນຄ່າຂອງມັນຫຼາຍຂື້ນ

ຄວາມຮັກເລີມຈາກຄວາມຄິດ:ຄວາມຄິດເປັນຈຸດເລີມຕົ້ນຂອງຄວາມຮັກ ບາງທີຄວາມຮັກກໍເຮັດໃຫ້ເຮົາປ່ຽນແປງ ຄວາມຄິດແບບທີ່ເຄິຍເປັນ ຕ້ອງປັບປຸງໃນສິ່ງທີ່ເຮົາເຄິຍເຮັດ ພຽງເພຶ່ອໃຫ້ເຂົ້າກັບໃຜບາງຄົນ. ຄວາມຮັກເຮັດໃຫ້ເກິດຄວາມສັດທາ: ເຈົ້າບໍ່ສາມາດຮັກໃຜໄດ້ຖ້າເຈົ້າບໍ່ຮູ້ສຶກເຊຶ່ອໝັ້ນ ແລະຄົນທຳອິດທີ່ເຈົ້າຕ້ອງສັດທາເຊື່ອໝັ້ນນັ້ນກໍຄືໂຕເຈົ້າເອງ.

ຄາມຮັກຄືການໃຫ້: ຖ້າເຈົ້າຕ້ອງການທີ່ຈະໄດ້ຄວາມຮັກ ສິ່ງທີ່ຕ້ອງເຮັດກໍຄື ຮູ້ຈັກໃຫ້ ໃນເມຶ່ອເຈົ້າໃຫ້ໄປຫຼາຍເທົ່າໃດ,ເຈົ້າຍິງຈະໄດ້ຮັບຜົນຫຼາຍຂື້ນ. ສູດລັບຂອງຄວາມສຸກ ແລະເຮັດໃຫ້ມິດຕະພາບຍືນຍາວທີ່ຄວນຈື່: ຢ່າຖາມວ່າ ຄົນອື່ນໃຫ້ຫຍັງເຈົ້າແດ່, ແຕ່ຄວນຖາມວ່າ ເຈົ້າຈະເຮັດ ຫຼື ຈະໃຫ້ຫຍັງເພຶ່ອຄົນອື່ນແດ່.

ໃນຄວາມຮັກມີມິດຕະພາບເຊຶ່ອງຊ້ອນຢູ່: ຢາກໄດ້ຮັກແທ້ ກໍຕ້ອງຫາເພື່ອນແທ້ໃຫ້ໄດ້ກ່ອນ. ການທີ່ຈະຮັກກັນໄດ້ ບໍ່ພຽງແຕ່ການຈ້ອງຕາ ແຕ່ຢູ່ທີ່ວ່າ ຕ່າງຄົນຕ່າງມີຫຍັງຄ້າຍຄືກັນ ຫຼືບໍ່...ຖ້າຫາກຈະຮັກໃຜຢ່າງຈິງໃຈເຈົ້າດໍຄວນຮັກໃນສິ່ງທີ່ເຂົາເປັນ ບໍ່ແມ່ນພຽງແຕ່ພາບທີ່ເຈົ້າເຫັນ, ມິດຕະພາບກໍຄ້າຍຄືກັບປຸຍຊ່ວຍເຮັດໃຫ້ຄວາມຮັກແບ່ງບານຂື້ນທຸກໆມື້ຫັນແຫຼະ!

ການສຳຜັດກັນຈະຊ່ວຍສານຕໍ່ຄວາມຮັກໃຫ້ດີຂື້ນ: ເຈົ້າເຄິຍຮູ້ສຶກດີແມ່ນບໍ່ ເວລາທີ່ມີໃຜມາໂອບກອດເຈົ້າ. ການສຳຜັດກັນນັ້ນ ເປັນການສະແດງອອກຢ່າງໜຶ່ງ ທີ່ມີພະລັງຊ່ວຍທຳວາຍກຳແພງແຫ່ງຄວາມກຽດຊັງ ແລະ ການບໍ່ເຂົ້າໃຈກັນອີກດ້ວຍ. ມັນສາມາດປ່ຽນແປງອາລົມ ແລະ ທ່າທາງທີ່ແຂງກະດ້າງໃຫ້ເບົາບາງລົງໄດ້.

ຢາກຮັກຕ້ອງຮູ້ຈັກປົດປ່ອຍ: ຖ້າຫາກເຈົ້າຮັກໃຜ ກໍຈົ່ງປ່ອຍໃຫ້ເຂົາເປັນອິດສະລະແດ່ ເຈົ້າເອງກໍຮູ້ສຶກອຶດອັດແມ່ນບໍ່ ຖ້າຫາກມີໃຜມາຄວບຄຸມເຈົ້າໄວ້. ຈົ່ງຮຽຮຮູ້ທີ່ຈະໃຫ້ອາໄພ ແລະ ລືມອະດິດທີ່ບໍ່ດີຜ່ານມາ, ປົດປ່ອຍຄົນທີ່ກຽດຊັງເຈົ້າ ຫຼື ແຟນເກົ່າຂອງເຈົ້າອອກໄປຈາກໃຈ, ໃຫ້ຄວາມຍຸດຕິທຳແກ່ທຸກໆຄົນທີ່ເຂົ້າມາໃກ້ເຈົ້າ.

ຊິວິດຈະປ່ຽນໄປ: ເມຶ່ອເຈົ້າຮຽນຮູ້ທີ່ຈະເປິດໃຈໃຫ້ກ້ວາງ ແລະ ຊື່ສັດຕໍ່ກັນ ຈົ່ງບອກກັບຄົນທີ່ເຈົ້າຮັກ ໂດຍບໍ່ຕ້ອງຢ້ານທີ່ຈະເວົ້າຄຳພິເສດ 3 ຄຳຄື "ຂ້ອຍຮັກເຈົ້າ" ບໍ່ຈຳເປັນຕ້ອງເວົ້າທຸກເວລາ ພຽງແຕ່ເຈົ້າເວົ້າ 3 ຄຳນີ້ທຸກຄືນ ກໍ່ຈະເຮັດໃຫ້ຄົນທີ່ເຈົ້າຮັກມີຄວາມສຸກແລ້ວ.

ຮັກແທ້ ຄື ການເຊື່ອໃຈກັນ: ຖ້າຫາກເຈົ້າບໍ່ເຊື້ອໃຈກັນແລ້ວໃຜຄົນໜຶ່ງກໍຈະເປັນຄົນລະແວງ,ກັງວົນໃຈ. ສ່ວນອີກຄົນໜຶ່ງກໍຈະຮູ້ສຶກອຶດອັດໃຈ. ເຈົ້າບໍ່ສາມາດຮັກໃຜແບບຈິງໃຈໄດ້ ຖ້າເຈົາບໍ່ເຊື່ອໃຈເຂົາຢ່າງແທ້ຈິງ.

ຂຽນໂດຍ: ທະນາພາ ເນົາວະຣາຊ໌

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 16, 2008 | ມີ 13 ຄຳເຫັນ ແລະ 0 trackback(s)

ມີຊາຍສາມຄົນຕາຍ ແລະ ມາຮອດປະຕູສະຫວັນ ກໍພົບກັບ ຜູ້ເຝົ້າປະຕູສະຫວັນຖາມຫາສາເຫດການຕາຍຂອງແຕ່ລະຄົນ

ຖ້າເລື່ອງຂອງໃຜເປັນຕາຢ້ານຫຼາຍ ຄົນນັ້ນຈະໄດ້ໄປໃນສະຫວັນ ຖ້າບໍ່ຊັ້ນຈະຕົກນາລົກ

ຊາຍຄົນທຳອິດອາທິບາຍ: "ຂ້ອຍສົງໃສວ່າເມັຍຂອງຂ້ອຍມີຊູ້ ຂ້ອຍເລິຍລັກກັບໂດຍບໍ່ໄດ້ໂທມາບອກກ່ອນ ເພື່ອຈະມາຈັບຜິດລາວ ມື້ນີ້ຂ້ອຍກັບມາອາພັດເມ້ນ ແລ້ວກໍ່ເຫັນເມັຍຂອງຂ້ອຍນອນເປຶອຍກາຍຢູ່ເທິງຕຽງ ຂ້ອຍຢ່າງຊອກໄປທົ່ວຫ້ອງກໍບໍ່ພົບໃຜ ແລະແລ້ວຂ້ອຍກະຈື່ໄດ້ວ່າຊັ້ນທີ່ 25 ທີ່ເຮົາຢູ່ມັນມີລະບຽງ ຂ້ອຍກະເລິຍອອກໄປເບິ່ງລະບຽງ ແລ້ວກໍ່ພົບຜູ້ຊາຍຄົນໜຶ່ງ ກຳລັງປີນລະບຽງຢູ່ ຂ້ອຍພະຍາຍາມທຸບມືຂອງມັນ ມັນບໍ່ຕົກ ຂ້ອຍກໍເລິຍເຂົ້າໄປໃນຫ້ອງເພື່ອຈະເອົາຄ້ອນຕີມາທຸບມືມັນ ແລະບາດນັ້ນມັນກະຕົກລົງໄປຝຸ່ມໄມ້ຢູ່ລຸ່ມ ແຕ່ຊອກດີມັນຍັງມີຊີວິດຢູ່ ຂ້ອຍກະເລິຍໄປເອົາຕູ້ເຢັນ ຖີ້ມລົງໄປທັບມັນຈົນຕາຍ ແລະຍ້ອນຈາກຂ້ອຍໃຈຮ້ອນຫຼາຍ ຂ້ອຍກະເລິຍຫົວໃຈວາຍຕາຍ"

ຜູ້ເຝົ້າປະຕູສະຫວັນ: "ວ້າວ! ມັນຊ່າງໂຫດຮ້າຍສຳລັບເຈົ້າເລິຍເນາະ...ເຂົ້າປະຕູໄປໄດ້" 

ຊາຍຄົນທີສອງ: "ອືມ..ຂ້ອຍອາໃສຢູ່ຊັ້ນທີ່ 26ໃນອາພັດເມ້ນ ທຸກໆມື້ຂ້ອຍຈະຕ້ອງໄປບໍລິຫານຮ່າງກາຍຢູ່ທີ່ລະບຽງຫ້ອງຂອງຂ້ອຍ ບັງເອີນມື້ນີ້ຂ້ອຍຕົກລົງໄປທີ່ລະບຽງແລະເກາະຫ້ອຍໂຕ່ງເຕັງຢູ່ ຂ້ອຍພະຍາຍາມປີນຂື້ນໄປລະບຽງ ແຕ່ມີຜູ້ຊາຍຄົນໜື່ງແລ່ນເຂົ້າມາທຸບມືຂ້ອຍ ຂ້ອຍພາຍາຍາມເກາະໃຫ້ແນ້ນ ແຕ່ລາວພັດໄປເອົາຄ້ອຍຕີມາທຸບມືຂ້ອຍອີກ ຂ້ອຍກກະເລິຍຕົກລົງລະບຽງ ແຕ່ດີທີ່ຍັງມີຝຸ່ມໃມ້ຢູ່ ຂ້ອຍຄິດວ່າຈະລອດແລ້ວ ແຕ່ຜູ້ຊາຍຄົນນັ້ນບໍ່ຍອມຢຸດ ລາວໄດ້ເອົາຕູ້ເຢັນມາຖີ້ມໃສ່ຂ້ອຍ ແລະໄດ້ທັບຂ້ອຍຕາຍ"

ຜູ້ເຝົ້າປະຕູສະຫວັນ: "ວ້າວວ...ມັນເປັນເລຶ່ອງທີ່ໂຫດຮ້າຍເຊັ່ນກັນ...ເອົ້າ! ເຂົ້າໄປໄດ້"

ຊາຍຄົນທີ່ສາມ: "ຂ້ອຍບໍ່ຮູ້ວ່າເກິດອິຫຍັງຂື້ນ ອືມມ...ຂ້ອຍເປັນຊູ້ກັບເມັຍເຂົາ ຜົວເຂົາກັບມາຂ້ອຍກະເລິຍໄປລີ້ຢູ່ຕູ້ເຢັນ ແລ້ວຂ້ອຍກະຕາຍ ມາຢູ່ບ່ອນນີ້ແຫຼະ!"

ຂຽນເມື່ອ ຂຽນເມື່ອ: ກ.ລ.. 26, 2008 | ມີ 15 ຄຳເຫັນ ແລະ 0 trackback(s)

ເຂົ້າຮຽນວິຊາກາຍະວິພາກວີທະຍາ(ມີຫວາ?)ເປັນຄັ້ງທຳອິດ

ກັບສົບຊື່ງເປັນຮ່າງກາຍຂອງຜູ້ຊາຍທີ່ຫາກະເສຍຊີວິດ

ນັກສຶກສາທຸກຄົນອ້ອມຮອບຕຽງຜ່າຕັດ ເຊິ່ງມີຮ່າງສົບຄຸມດ້ວຍຜ້າສີຂາວ

ສາດສະດາຈານໄດ້ເລີ່ມການສອນ ແລະໄດ້ກ່າວກັບນັກສຶກສາແພດສາດທັງຫຼາຍວ່າ

"ໃນວິຊາແພດສາດ ມີພຽງ2ທີ່ສຳຄັນທີ່ຈະໃຫ້ທ່ານນັ້ນມີຄຸນນະສົມບັດເປັນແພດທີ່ມີຄຸນນະພາບໄດ້"

"ຄື..ຂໍ້ທຳອິດ...ມັນເປັນຄວາມຈຳເປັນທີ່ທຸກທ່ານຈະບໍ່ຂີ້ດຽດ"

ສາດສະດາຈານໄດ້ເປິດຜ້າຄຸມຂື້ນ ແລະຍັດນີ້ວມືເຂົ້າຮູທະວານຂອງສົບ ແລະເອົາອອກມາດູດ ໃຫ້ນັກສຶກສາເບິ່ງ

ສາດສະດາຈານກ່າວກັບນັກສຶກສາວ່າ

"ເອົ້າ ນັກຮຽນ ເຮັດແມະ! "

ນັກສຶກສາຕ່າງຢ້ານໃນເຫດການເຊັ່ນນີ້

ແຕ່ພາຍຫຼັງ ນັກສຶກສາກໍ່ພາກັນຍັດນີ້ວມືໄປທີ່ຖະວານໜັກຂອງສົບແລ້ວດູດຈົນຄົບທຸກຄົນ

ສາດສະດາຈານໄດ້ກ່າວກັບນັກສຶກສາວ່າ

"ຄຸນນະສົມບັດຂໍ້ທີ່ດີຂອງແພດ ຂໍ້ທີ່2..ຄື"

ຕ້ອງເປັນຄົນຊ່າງສັງເກດ...ເມື່ອກີ້ອາຈານເອົານີ້ວກາງຍັດເຂົ້າໄປ ແລ້ວດູດທີ່ນີ້ວຊີ້

ກະລຸນາສົນໃຈການສອນແນ່...ທຸກທ່ານ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2008 | ມີ 16 ຄຳເຫັນ ແລະ 0 trackback(s)

ເລື່ອງກໍ່ມີຢູ່ວ່າມີຜູ້ສາວ2ຄົນ

ຄົນໜື່ງແຕ່ງໂຕຄືຄົນລວຍໃສ່ເພັດໃສ່ຄຳ

ອິກຄົນໜື່ງໂຕລຽບໆ ແລ້ວເຂົາເຈົ້າກໍ່ລົມກັນ

A: ສະບາຍດີມາທ່ຽວຄົນດຽວຫວາ

B: ເຈົ້າມາຄົນດຽວ

A: ອືມມ ຂ້ອຍກະບໍ່ໄດ້ມາທ່ຽວຢ່າງດຽວໃດ ກະວ່າຈະມາເບີ່ງລົດPorche ໄປຝາກລູກຈັກ2 - 3 ຄັນ

B: ແມ່ນຫວາ

A: ຕອນສະໄໝຢູ່France ກໍ່ຂັບ Ferrari ທ່ານພໍ່ຊື້ໃຫ້ ເງີນສົດອີກ

B: ແມ່ນຫວາ

A: ມານີ້ຈະຊື້ຂອງຂັວນໃຫ້ໂຕເອງ ກະວ່າຈະຊື້ເພັດຈັກ 50 ກະຣັດ

B: ແມ່ນຫວາ

A: ລະເຈົ້າເດ່ ຊິວິດເປັນແນວໃດ

B: ກະບໍ່ມີອິຫຍັງຫຼາຍ ຊີວິດລຍບງ່າຍ ສະໄໝຮຽນ ພໍ່ໃຫ້ໄປຮຽນໃນວັງ

*ໄດ້ແຕ່ຍິບປັກຖັກຮ້ອຍ

*ຮ້ອຍພວງມາໄລ

*ເຮັດຂະໜົມ

ຄູຫ້າມເວົ້າຄຳຫຍາບ ຄູບອກວ່າຖ້າຈະດ່າໃຜ ອີ່ຕໍແຫຼ ໃຫ້ເວົ້າວ່າ ແມ່ນຫວາ

ຈົບ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2008 | ມີ 12 ຄຳເຫັນ ແລະ 0 trackback(s)

ຜູ້ຊາຍສ່ວນຫຼາຍລົງຄວາມເຫັນວ່າຜູ້ຍິງອາຍຸປະມານ17-18ປຽບເປັນກິລາກະຄືເຕະບານ(football) ກະຄືເປັນລູກໝາກບານທີ່ຜູ້ຊາຍທັງສອງທີມຈຳນວນ22ຄົນຈະລຸມຍາດ ແລະລ້ຽງລູກໃຫ້ຢູ່ໃນຝ່າຍຂອງຕົນ ເພາະວ່າໄວນີ້ເປັນໄວທີ່ໜ້າຖະນຸຖະນອມ ໃຜໆກະພາຍາຍາມຍາດກັນສຸດຊິວິດ ແຕ່ຖ້າອາຍຸປະມານ 25ປີ ກໍ່ຈະຄ້າຍໆກັບກິລາຣັກບີ້(Rugby) ກໍ່ຄື ຍັງມີຜູ້ຊາຍມາລຸມຍາດກັນຢູ່ ແຕ່ຈຳນວນຜູ້ຊາຍລຸດລົງ ແລະ ຖ້າໃຜຖະລຸຜ່ານ 30ປີໄປລະ ຜູ້ຊາຍບອກວ່າຄືກິລາເທນິສ(Tennis)ກໍ່ຄື ບໍ່ມີໃຜຢາກລ້ຽງລູກໄວ້ໃນຝ່າຍຕົນເອງ ຕ່າງຝ່າຍຕ່າງຢາກຕີໄປໃຫ້ຝ່າຍກົງກັນຂ້າມ ແລ້ວຜູ້ຍິງທີ່ອາຍຸໃກ້ 40ປີ ຜູ້ຊາຍປຽບຄືກິລາກ໊ອຟ(Golf) ກໍ່ຄື ບໍ່ມີໃຜຍາດລ້ຽງລູກແລ້ວ ແລະທຸກຄົນຍັງຢາກຕີໄປໃຫ້ໃກສຸດລູກຫູລູກຕາ ຕີໄປແບບບໍ່ໃຫ້ເດັ້ງກັບຄືນມາອິກເລິຍ

ແລະຜູ້ຍິງປຽບທຽບຜູ້ຊາຍເປັນໝາກໄມ້ ຜູ້ຊາຍອາຍຸປະມານ17-18ກະຄືໝາກໂມ ມີນວນສີແດງ.ມີນ້ຳຫວານອເຢັນນແລະຍັງກີນໄດ້ງ່າຍ ແຕ່ຖ້າເປັນຜູ້ຊາຍອາຍຸຈັກ 25ປີຂື້ນໄປ ຜູ້ຍິງປຽບເປັນໝາກນັດ ຍັງມີຄວາມຫວານຢູ່ ແຕ່ຖ້າກີນຫຼາຍ ກໍ່ອາດຈະເຮັດໃຫ້ແສບລີ້ນໄດ້ ແລະ ຜູ້ຊາຍປະມານ 30ປີ ກະຄືໝາກຕ້ອງ ຖ້າໃຜບໍ່ແພ້ກະດີໄປ ແຕ່ຖ້າໃຜແພ້ກະຊວຍ ເຮັດໃຫ້ເຈັບທ້ອງໄດ້ ເອີ້ນໄດ້ວ່າໃຫ້ໂທດຫຼາຍກວ່າໃຫ້ຄຸນ ແລະສຸດທ້າຍ ຜູ້ຊາຍອາຍຸ40ປີແລ້ວ ກະຄືຖົ່ວລຽນ ອາດຈະແຊບໃນບາງຄັ້ງຄາວ ແລະເຮັດໃຫ້ເກິດລົມໃນກະເພາະຂື້ນມາໄດ້ ສະຫຼຸບແລ້ວມີແຕ່ໄດ້ໂທດ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2008 | ມີ 11 ຄຳເຫັນ ແລະ 0 trackback(s)

ຂໍ້ທີ່1

ຜູ້ຍິງຫອມແກ້ມກັນ : ອຸ້ຍໜ້າຮັກ

ຜູ້ຊາຍຫອມແກ້ມກັນ : ຫວາດສຽວ...ຂົນລຸກ

 

ຂໍ້ທີ່2

ຜູ້ຍິງໃສ່ໂສ້ງFit : ເປັນຕາເບິ່ງ

ຜູ້ຊາຍໃສ່ໂສ້ງFit : ແຫວະ ປວດຮາກ

ຂໍ້ທີ່3

ຜູ້ຍິງຕົບຜູ້ຊາຍ : ປ້ອງກັນໂຕ

ຜູ້ຊາຍຕົບຜູ້ຍິງ  : ໜ້າຕົວເມຍ

ຂໍ້ທີ່4

ຜູ້ຍິງໄຫ້ : ຕາອິຕົນ

ຜູ້ຊາຍໄຫ້ : ປາຊິວ

ຂໍ້ທີ່5

ຜູ້ຍິງຫ່ວງໃຍເອົາໃຈໃສ່ກັນ : ໜ້າຮັກ ສົດໃສ

ຜູ້ຊາຍຫ່ວງໃຍເອົາໃຈໃສ່ກັນ : ເກ

ຂໍ້ທີ່6

ຜູ້ຍິງຫຼອກຮັບປະທານຜູ້ຊາຍ : ອຶມມ...ອາດຈະເປັນເລື່ອງປົກກະຕິ

ຜູ້ຊາຍຫຼອກຮັບປະທານຜູ້ຍິງ : ແມງດາປີກທອງ

ຂໍ້ທີ່7

ຜູ້ຍິງເວົ້າຕົງໆ : ເປິດເຜິຍ

ຜູ້ຊາຍເວົ້າຕົງໆ : ໂອ້ຍຍ ເວົ້າບໍ່ເຂົ້າຫູ

ຂໍ້ທີ່8

ຜູ້ຍິງເຂົ້າຫ້ອງນ້ຳຊາຍ : ເອີ...ມັນຜິດພາດກັນໄດ້

ຜູ້ຊາຍເຂົ້າຫ້ອງນ້ຳຍິງ : ໂລກຈິດ

ຂໍ້ທີ່9

ຜູ້ຍິງຢ່າງຕົກທໍ່ : ໜ້າສົງສານ...ເນີ

ຜູ້ຊາຍຢ່າງຕົກທໍ່ : ສົມນ້ຳໜ້າ!

ຂໍ້ທີ່10

ຜູ້ຍິງຂັບລົດຕັດໜ້າ : ຢ່າເທາະ...ຜູ້ຍິງກະຈັ່ງຊີ້ແຫຼະ

ຜູ້ຊາຍຂັບລົດຕັດໜ້າ : ແຊງຄືນ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 8, 2008 | ມີ 16 ຄຳເຫັນ ແລະ 0 trackback(s)

ມີມື້ໜື່ງSupermanຢາກອອກໄປຫຼີ້ນແຮງໆ ກະເລີຍໂທໄປຊວນBatmanໄປກີນເຫຼົ້າ

ແຕ່ຄຳຕອບທີ່Batmanຕອບກໍ່ຄື " ໄປບໍ່ໄດ້ແທ້ໆສ່ຽວ ເຮົາຕ້ອງໄດ້ເຝົ້າRobinບໍ່ສະບາຍ "

Supermanມີອາການເຊັງຢ່າງແຮງ ແຕ່ບໍ່ເປັນຫຍັງ ລອງໂທໄປຊວນSpiderMan ດີກວ່າ

ກໍ່ເລິຍໂທໄປຊວນ SpiderMan ແຕ່ ກໍ່ບອກມາວ່າ "ເຫີ້ຍສ່ຽວ ມື້ນີ້ກັນບໍ່ວ່າງຕ້ອງໄດ້ໄປງານລ້ຽງບ້ານແຟນ ເອົາໄວ້ມື້ໜ້າເດີ້"

Supermanກໍ່ເລິຍເຊັງໄປພັກໜຶ່ງ ແລະກໍ່ຄິດໃນໃຈວ່າ "ໄປຄົນດຽວກະໄດ້"

ແລ້ວກໍ່ບີນຂື້ນຟ້າໄປ ທັກໃດນັ້ນ ກໍ່ນຶກຂື້ນໄດ້ວ່າ

ແວະໄປບ້ານຂອງWonder Woman ດີກວ່າ ບາງທີ່ລາວໄປນຳ ຮິກຮິກ

ຄິດໄດ້ດັ່ງນັ້ນ ກໍ່ເລິຍໄປບ້ານWonder Woman ແລ້ວກໍ່ຫຼ່ຽວເຂົ້າໄປໃນຫ້ອງນອນຂອງລາວ

ເລິຍເຫັນWonder Woman ກຳລັງເປຶອຍກາຍ ຢູ່ກັບແຟນຂອງລາວ (Invisible Man)

Supermanກໍ່ເລິຍເກິດຕັນຫາ ແລະກໍ່ນຶກໃນໃຈວ່າ..."ເຮົາເປັນSupermanນິ ແລ້ວກໍ່ໄວກວ່າສຽງຢູ່ແລ້ວ

ເຮົາເຂົ້າໄປເຮັດຫຍັງລາວ ໄວໄວ ແລ້ວຮິບອອກມາ ລາວບໍ່ຮູ້ໂຕດອກ ຮ່າໆໆ ເສັດກູ"

ຄິດໄດ້ແນວນັ້ນກໍ່ຮິບໃຊ້ຄວາມໄວກວ່າສຽງເຂົ້າໄປເຮັດມະລ່ອມມະລ່ອຍ ແລ້ວກໍ່ບີນໄປຢ່າງໄວວາ ຈົນບໍ່ມີໃຜສາມາດເຫັນ

ແລະ ຍີ້ມດ້ວຍຄວາມສຸກ ຈື່ງບໍ່ໄດ້ຍີນສຽງWonder Woman ທີ່ກຳລັງເວົ້າອອກມາວ່າ

"ທີ່ຮັກ...ມື້ກີ້ໂຕເອງໄດ້ຍີນສຽງຫຍັງບໍ່?" WonderWoman ຖາມ Invisible Man ທີ່ກຳລັງນອນທັບລາວ

Invisible ຕອບ "ຂະເຈົ້າບໍ່ໄດ້ຍີນຫຍັງນະ ແຕ່ແປກຂະໜາດ ຢູ່ດີໆ ຕອນນີ້ຂະເຈົ້າຮູ້ສືກເຈັບກົ້ນໂຄດໆເລິຍ..."

....ຈົບ....

ຂຽນເມື່ອ ຂຽນເມື່ອ: ກ.ລ.. 8, 2008 | ມີ 10 ຄຳເຫັນ ແລະ 0 trackback(s)

ຜູ້ຊາຍນີນທາຜູ້ຍິງ

ຜູ້ຍິງກະແບບນີ້ລະ

ຜູ້ຍິງທີ່ນິໃສດີມັກຈະບໍ່ງາມ

ຜູ້ຍິງທີ່ງາມມັກຈະຫຼີ້ນໂຕ

ຜູ້ຍິງທີ່ທັງງາມ ແລະ ບໍ່ຫຼີ້ນໂຕມັກຈະເປັນທອມ

ຜູ້ຍິງທັງງາມ ບໍ່ຫຼີ້ນໂຕ ແລະບໍ່ແມ່ນທອມ ມັກຈະມີເຈົ້າຂອງແລ້ວ

ຜູ້ຍິງທີ່ຄ່ອຍງາມ ນິໃສດີ ມັກຈະບໍ່ມີ ເ ງີ ນ

ຜູ້ຍິງທີ່ບໍ່ຄ່ອຍງາມ ນິໃສດີ ມີເງີນມັກຈະຄິດວ່າເຮົາເຫັນແກ່ເງີນຂອງລາວ

ຜູ້ຍິງທີ່ງາມ ແຕ່ບໍ່ມີເງີນ ມັກຈະເຫັນແກ່ເງີນຂອງເຮົາ

ຜູ້ຍິງທີ່ງາມ ຫຼີ້ນໂຕ ແລະເປັນຍິງແທ້ ມັກຈະຄິດວ່າເຮົາບໍ່ຫຼໍ່ພໍ

ຜູ້ຍິງທີ່ເຫັນວ່າເຮົາຫຼໍ່ ແລະເໝາະສົມກັບລາວ ມັກຈະເປັນຄົນທີ່ຂາດຄວາມໝັ້ນໃຈ

ຜູ້ຍິງທີ່ຄ່ອນຄ່າງງາມ ຄ່ອນຄ່າງບໍ່ຫຼີ້ນໂຕ ຄ່ອນຄ່າງມີຖານະ ແລະເປັນຍິງແທ້ ມັກຈະສະງວນໃຈຫຼາຍເກີນໄປ

ທ້າຍທີ່ສຸດແລ້ວ...ຜູ້ຍິງທີ່ສະງວນໃຈຫຼາຍເກີນໄປ

ມັກຈະເປັນຜູ້ຍິງທີ່ຜູ້ຊາຍບໍ່ສົນໃຈ

ມື້ໜ້າຈະເອົາມາຝາກອີກ

The End

ຂຽນເມື່ອ ຂຽນເມື່ອ: ກ.ລ.. 8, 2008 | ມີ 14 ຄຳເຫັນ ແລະ 0 trackback(s)

ຜູ້ຍິງນີນທາຜູ້ຊາຍ:

ຜູ້ຊາຍກະຈັ່ງຊີ້ລະ

ຜູ້ຊາຍທີ່ນິໃສດີມັກຈະຂີ້ລ້າຍ

ຜູ້ຊາຍທີ່ຫຼໍ່ມັກຈະບໍ່ສຸພາບ

ຜູ້ຊາຍທັງຫຼໍ່ ທັງສຸພາບ ມັກຈະເປັນເກ

ຜູ້ຊາຍທີ່ຫຼໍ່ ສຸພາບ ແລະ ບໍ່ເປັນເກ ມັກຈະແຕ່ງງານແລ້ວ

ຜູ້ຊາຍທີ່ບໍ່ຄ່ອຍຫຼໍ່ ນິໃສດີ ມັກຈະບໍ່ມີ ເ ງີ ນ

ຜູ້ຊາຍທີ່ບໍ່ຄ່ອຍຫຼໍ່ ນິໃສດີ ມີເງີນ ມັກຈະເຫັນແກ່ເງີນຂອງເຂົາ

ຜູ້ຊາຍທີ່ຫຼໍ່ ແຕ່ບໍ່ມີເງີນ ກໍ່ມັກຈະເຫັນແກ່ເງີນຂອງເຮົາ

ຜູ້ຊາຍທີ່ຫຼໍ່ ນິໃສບໍ່ຄ່ອຍດີ ແລະເປັນຊາຍແທ້ ມັກຈະຄິດວ່າເຮົາບໍ່ງາມພໍ

ຜູ້ຊາຍທີ່ເຫັນວ່າເຮົາງາມ ແລະ ເໝາະສົມກັບລາວ ແມ່ນຜມັກຈະເປັນຄົນທີ່ຂາດຄວາມໝັ້ນໃຈ

ຜູ້ຊາຍທີ່ຄ່ອນຄ່າງຫຼໍ່ ຄ່ອນຄ່າງສຸພາບ ຄ່ອນຄ່າງຖານະດີ ແລະ ແມ່ນຊາຍແທ້ ມັກຈະອາຍແລະຢ້ານການທີ່ຈະເລີ້ມຕົ້ນ

ທ້າຍທີ່ສຸດແລ້ວ....ຜູ້ຊາຍທີ່ຢ້ານການເລີ້ມຕົ້ນ

ມັກຈະເປັນຜູ້ຊາຍທີ່ຜູ້ຍິງບໍ່ຄ່ອຍສົນໃຈ

to be continued part 2

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 21, 2008 | ມີ 8 ຄຳເຫັນ ແລະ 0 trackback(s)

ມີຜີ3ໂຕມານັ່ງລົມກັນຢູ່ຂ້າງວັດ

ຜີໂຕທຳອິດ: ຖາມຜີໂຕທີ່ສາມວ່າ "ມຶງເປັນອິຫຍັງຕາຍ?"

ຜີໂຕທີ່ສາມ: "ກູຖືກລົດຕຳຕາຍ ລະມຶງເດ໋ເປັນຫຍັງຕາຍ"

ຜີໂຕທຳອິດເລີຍຕອບວ່າ: "ກູຖືກແທງ"

ຜີໂຕທີ່ສອງມີແຕ່ນັ່ງໄຫ້ ຫື ຫື ຫື ຫື ຫື

ຜີໂຕທຳອິດແລະຜີໂຕທີ່ສາມເລີຍຖາມຜີໂຕທີ່ສອງວ່າ:

"ມຶງໄຫ້ເຮັດຫຍັງ ມຶງເປັນອິຫຍັງຕາຍ"

............................................................

 .............................

.......

ຜີໂຕທີ່ສອງ: "ກູຍັງບໍ່ໄດ້ຕາຍ......ກູມາຂີ້...."alt

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 16, 2008 | ມີ 5 ຄຳເຫັນ ແລະ 0 trackback(s)

ມີແມ່ເຖົ້າຄົນໜື່ງມີຖານະລວຍ(ໂຄດລວຍ) ຕ້ອງການຈະທົດສອບຄວາມມີນໍ້າໃຈຂອງລູກເຂີຍທັງສາມຄົນ

ມີມື້ໜື່ງແມ່ເຖົ້າໄດ້ພາລູກເຂີຍຄົນທໍາອິດໄປຢ່າງຫຼີ້ນຢູ່ສວນຫຼັງບ້ານ ແລະບໍ່ມີໃຜຄາດຄິດວ່າ ແມ່ເຖົ້າຈະໂດດລົງໄປໃນສະນໍ້າຂ້າງສວນ ແລະຮ້ອງຫາລູກເຂີຍ

ລູກເຂີຍຄົນທໍາອິດໂດດລົງໄປໃນສະນໍ້າທັນທີພ້ອມທັງຊ່ວຍແມ່ເຖົ້າຂື້ນຝັ່ງໄດ້ຢ່າງປອດໄພ ສ້າງຄວາມພໍໃຈໃຫ້ແມ່ເຖົ້າຫຼາຍ

ເຊົ້າມື້ຕໍ່ມາ ຂະນະທີ່ລູກເຂີຍຄົນທໍາອິດອອກຈາກປະຕູໜ້າບ້ານ ກໍ່ເຫັນລົດBENZສີຟ້າຄັນງາມຈອດຢູ່ໜ້າປະຕູບ້ານ ພ້ອມຂໍ້ຄວາມຕິດຢູ່ໜ້າລົດວ່າ

*ຂອບໃຈຫຼາຍເດີ້ລູກເຂີຍ ເຈົ້າເຮັດໃຫ້ຂ້ອຍປະທັບໃຈຫຼາຍ ຈາກ ແມ່ເຖົ້າ*

ມື້ຕໍ່ມາ ແມ່ເຖົ້າໄດ້ພາລູກເຂີຍຄົນທີ່ສອງໄປສວນຫຼັງບ້ານດຽວກັນ ແລ້ວໂດດລົງໄປໃນສະນໍ້າຕາມເຄີຍ ລູກເຂີຍຄົນທີສອງຫີບໂດດລົງໄປໃນສະນໍ້າທັນທີແລ້ວສາມາດຊ່ວຍແມ່ເຖົ້າຂື້ນຝັ່ງໄດ້ຄືກັນ ສ້າງຄວາມພໍໃຈໃຫ້ແມ່ເຖົ້າຫຼາຍ

ເຊົ້າມື້ຕໍ່ມາ ຂະນະທີ່ລູກເຂີຍຄົນທີສອງອອກຈາກປະຕູໜ້າບ້ານ ກໍ່ເຫັນລົດBENZສີຂຽວຄັນງາມຈອດຢູ່ໜ້າປະຕູບ້ານ ພ້ອມຂໍ້ຄວາມຕິດຢູ່ໜ້າລົດວ່າ

*ຂອບໃຈຫຼາຍເດີ້ລູກເຂີຍ ເຈົ້າເຮັດໃຫ້ຂ້ອຍປະທັບໃຈຫຼາຍ ຈາກ ແມ່ເຖົ້າ*

ມື້ຕໍ່ມາ ແມ່ເຖົ້າໄດ້ພາລູກເຂີຍຄົນທີສາມໄປທີ່ສວນຫຼັງບ້ານ ແລ້ວໂດດລົງສະນໍ້າຕາມເຄີຍ ແຕ່ລູກເຂີຍຄົນທີສາມເຮັດເປັນບໍ່ສົນໃຈ ແລ້ວແມ່ເຖົ້າກໍ່ຈົມນໍ້າຕາຍ....

ເຊົ້າມື້ຕໍ່ມາ ຂະນະທີ່ລູກເຂີຍຄົນທີສາມອອກຈາກປະຕູໜ້າບ້ານ ກໍ່ເຫັນລົດFERRARIສີແດງຄັນງາມຈອດຢູ່ໜ້າປະຕູບ້ານ ພ້ອມຂໍ້ຄວາມຕິດຢູ່ໜ້າລົດວ່າ

*ຂອບໃຈຫຼາຍເດີ້ລູກເຂີຍ ເຈົ້າເຮັດໃຫ້ຂ້ອຍປະທັບໃຈຫຼາຍ ຈາກ ພໍ່ເຖົ້າ*

ຈົບ....

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 10, 2008 | ມີ 10 ຄຳເຫັນ ແລະ 0 trackback(s)
Photobucket


ການຈູບນອກຈາກຈະເປັນການສະແດງຄວາມຮັກເຊິ່ງກັນແລະກັນແລ້ວ ທ່ານຮູ້ບໍ່ວ່າການຈູບກັນຍັງມີປະໂຫຍດຕໍ່ຮ່າງກາຍອີກໃດ໋   alt  ເພາະວ່າໃນລະຫວ່າງທີ່ເຮົາຈູບກັບຄົນທີ່ເຮົາຮັກ ພາຍໃນຮ່າງກາຍຂອງເຮົາຈະລັ່ງສານຄວາມສຸກອອກມາ ເຮັດໃຫ້ຈິດໃຈປອດໂປງມີຄວາມສຸກ ແລະໃນລະຫວ່າງທີ່ມີການແລກປ່ຽນເອນໄຊ້ມ(ບໍ່ຮູ້ວ່າແມ່ນຫຍັງ ຮິ່ກ ຮິກ) ຈະມີຈຸລີນຊີກວ່າ 20% ທີ່ຮ່າງກາຍບໍ່ຮູ້ຈັກ ເຊິ່ງຮ່າງກາຍຈະສ້າງພູມຄຸ້ມກັນຂື້ນມາ ນອກຈາກນີ້ໃນລະຫວ່າງທີ່ເຮົາຈູບກັນ ຍັງຖືເປັນການ exercise ກ້າມເນື້ອປາກອີກ ^^ ລະຍັງເຜົາຜານພະລັງງານໄດ້ຕັ້ງວ່າ 12 ກິໂລແຄລໍລີ້ພຸ້ນ!!

ຮູ້ແນວນີ້ແລ້ວ ສະນັ້ນການຈູບຄັ້ງຕໍ່ໄປໃຫ້ຮູ້ວ່ານອກຈາກຈະສະແດງຄວາມຮັກແລ້ວ ກະຍັງເພື່ອສຸຂະພາບອີກດ້ວຍ=p

ປ.ລ ຜູ້ຂຽນບໍ່ເຄີຍເດີ້ XD

ຄໍາເຕືອນ::: ກະລຸນາຢ່າຈູບປະເຈີດປະເຈີ້ໃນສະຖານທີ່ສາທາລະນະ ຖ້າບໍ່ຢາກຖືກສາຍຕາປາຊາຊົນຄົນອິດສາເດີ້

ຂຽນເມື່ອ ຂຽນເມື່ອ: ພ.ພ.. 31, 2008 | ມີ 8 ຄຳເຫັນ ແລະ 0 trackback(s)
Photobucket

Photobucket Photobucket Photobucket Photobucket Photobucket Photobucket Photobucket Photobucket