ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 12, 2008 | ມີ 7 ຄຳເຫັນ ແລະ 0 trackback(s)

ໄລຍະ"ຣອຍຕໍ່"ຂອງທຸກສິ່ງທຸກຢ່າງລ້ວນສຳຄັນ ເພາະຖ້າຣອຍຕໍ່ບໍ່ດີກໍ່ອາດຈະເກິດບັນຫາທີ່ນຳຄວາມເຈັບປວດມາໃຫ້ ແລະ ການເຣັດຫຍັງດ້ວຍການຣີບຣ້ອນກໍມັກຈະເຣັດໃຫ້ເຣົາຣ້ອນໃຈ ຈົນບໍ່ສາມາດຈະເຣັດສິ່ງນັ້ນໃຫ້ໄດ້ດີ. ຫນ້າຈະດີກວ່າຖ້າເຣົາຈະຖ້າຈົນພາຍຸສະງົບແລ້ວຈຶ່ງອອກເຣຶອ ແລະຄົງຈະດີກວ່າຖ້າເຣົາຈະຖ້າຈົນໃຈເຢັນແລ້ວຈຶ່ງຄ່ອຍກ້າວຕໍ່ໄປເທິງເສັ້ນທາງຣັກ.

 

ໄລຍະເວລາທີ່ເລີກລາກັນໃຫມ່ໆນັ້ນ ປຽບໄປກໍຄືກັບເວລາຂອງທະເລທີ່ມີພາຍຸພັດກະຫນໍ່າ ເຖິງຈະມີເຣຶອໂດຍສານຜ່ານມາ ແລະ ເຣົາຢາກຈະພາໂຕເອງໄປໃຫ້ໄກຈາກຝັ່ງບ່ອອນນີ້ຫລາຍພຽງໃດ ແຕ່ຖາມວ່າ

 

ເຣົາຈະໄປໄດ້ໄກບໍ່ ໃນສະຖານະການທີ່ສ່ຽງຂະຫນາດນີ້ ຄວາມຣູ້ສຶກຂອງເຣົາທີ່ມີທັງເສົ້າ ແລະ ເຫງົາ ເມຶ່ອພາຍຸແຫ່ງຣັກພັດເຂົ້າໃສ່.

ເມື່ອມີຄົນໃໝ່ຜ່ານເຂົ້າມາ ຄົນທີ່ເຖິງວ່າຈະອາສາພາເຣົາໄປໄກຈາກບ່ອນນີ້ ຄົນທີ່ເຖິງວ່າຈະໃຫ້ຄຳສັນຍາແສນດີວ່າຈະບໍ່ມີມື້ເຣັດໃຫ້ເຣົາສຽຍໃຈ ແຕ່ຖາມວ່າ...

ໃຈເຣົານີ້ງພໍຫລືຍັງ??

ໃນສະຖານະການທີ່ເຣົາຫາກໍເລິກກັບອີກຄົນມາແລ້ວກໍໃຫ້ປັບໃຈໄປຣັກອີກຄົນ1ໄດ້ທັນທີ...ແບບນັ້ນຫວາ??

ຈະດີກວ່າບໍ່ຖ້າຫາກເຣົາຈະລໍຖ້າຈົນພາຍຸຄວາມຣູ້ສຶກສະຫງົບລົງ. ອາດບໍ່ຕ້ອງເຖິງກັບຖ້າໃຫ້ລືມຄົນເກົ່າກໍໄດ້ ພຽງແຕ່ຖ້າໃຫ້ຈົນເຣົາໝັ້ນໃຈວ່າເຣົາບໍ່ໄດ້ຕ້ອນຣັບຄວາມຣັກຂອງໃຜພຽງເພາະຢາກມີໃຜໄວ້ກໍໄດ້ ເພື່ອເອົາໄວ້ຄວງແກ້ເຫງົາ. ດັ່ງທີ່ບອກໄວ້ແຕ່ຕົ້ນວ່າ ໄລຍະຣອຍຕໍ່ ຂອງທຸກສິ່ງທຸກຢ່າງລ້ວນສຳຄັນ ເພາະຖ້າຕໍ່ບໍ່ດີກໍ່ອາດຈະເກິດບັນຫາທີ່ນຳຕວາມເຈັບປວດມາໃຫ້ພາຍຫລັງ ແລະການເຣັດຫຍັງດ້ວຍຄວາມຣີບຣ້ອນ ກໍມັກຈະເຣັດໃຫ້ເຣົາຣ້ອນໃຈຈົນບໍ່ສາມາດປະຄັບປະຄອງສິ່ງນັ້ນໃຫ້ເປັນໄປໄດ້ດີ.

ຄວາມຣັກໝັ້ນຄົງ ເປັນເລຶ່ອງຂອງຄົນໃຈເຢັນ

ຄວາມຣັກທີ່ໝັ້ນໃຈ ເປັນເລຶ່ອງຂອງຄົນທີ່ລໍຖ້າໄດ້.

ຈົ່ງເລີ່ມຕົ້ນໃໝ່ອີກ ເມຶ່ອຫົວໃຈຣູ້ສຶກພ້ອມທີ່ຈະຣັກ ຢ່າດື້ດຶງທີ່ຈະເລີ່ມຕົ້ນໃໝ່...ຖ້າຫົວໃຈຍັງບໍ່ພ້ອມ

Delicious Digg Fark Twitter