ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 16, 2008 | ມີ 5 ຄຳເຫັນ ແລະ 0 trackback(s)

ມີແມ່ເຖົ້າຄົນໜື່ງມີຖານະລວຍ(ໂຄດລວຍ) ຕ້ອງການຈະທົດສອບຄວາມມີນໍ້າໃຈຂອງລູກເຂີຍທັງສາມຄົນ

ມີມື້ໜື່ງແມ່ເຖົ້າໄດ້ພາລູກເຂີຍຄົນທໍາອິດໄປຢ່າງຫຼີ້ນຢູ່ສວນຫຼັງບ້ານ ແລະບໍ່ມີໃຜຄາດຄິດວ່າ ແມ່ເຖົ້າຈະໂດດລົງໄປໃນສະນໍ້າຂ້າງສວນ ແລະຮ້ອງຫາລູກເຂີຍ

ລູກເຂີຍຄົນທໍາອິດໂດດລົງໄປໃນສະນໍ້າທັນທີພ້ອມທັງຊ່ວຍແມ່ເຖົ້າຂື້ນຝັ່ງໄດ້ຢ່າງປອດໄພ ສ້າງຄວາມພໍໃຈໃຫ້ແມ່ເຖົ້າຫຼາຍ

ເຊົ້າມື້ຕໍ່ມາ ຂະນະທີ່ລູກເຂີຍຄົນທໍາອິດອອກຈາກປະຕູໜ້າບ້ານ ກໍ່ເຫັນລົດBENZສີຟ້າຄັນງາມຈອດຢູ່ໜ້າປະຕູບ້ານ ພ້ອມຂໍ້ຄວາມຕິດຢູ່ໜ້າລົດວ່າ

*ຂອບໃຈຫຼາຍເດີ້ລູກເຂີຍ ເຈົ້າເຮັດໃຫ້ຂ້ອຍປະທັບໃຈຫຼາຍ ຈາກ ແມ່ເຖົ້າ*

ມື້ຕໍ່ມາ ແມ່ເຖົ້າໄດ້ພາລູກເຂີຍຄົນທີ່ສອງໄປສວນຫຼັງບ້ານດຽວກັນ ແລ້ວໂດດລົງໄປໃນສະນໍ້າຕາມເຄີຍ ລູກເຂີຍຄົນທີສອງຫີບໂດດລົງໄປໃນສະນໍ້າທັນທີແລ້ວສາມາດຊ່ວຍແມ່ເຖົ້າຂື້ນຝັ່ງໄດ້ຄືກັນ ສ້າງຄວາມພໍໃຈໃຫ້ແມ່ເຖົ້າຫຼາຍ

ເຊົ້າມື້ຕໍ່ມາ ຂະນະທີ່ລູກເຂີຍຄົນທີສອງອອກຈາກປະຕູໜ້າບ້ານ ກໍ່ເຫັນລົດBENZສີຂຽວຄັນງາມຈອດຢູ່ໜ້າປະຕູບ້ານ ພ້ອມຂໍ້ຄວາມຕິດຢູ່ໜ້າລົດວ່າ

*ຂອບໃຈຫຼາຍເດີ້ລູກເຂີຍ ເຈົ້າເຮັດໃຫ້ຂ້ອຍປະທັບໃຈຫຼາຍ ຈາກ ແມ່ເຖົ້າ*

ມື້ຕໍ່ມາ ແມ່ເຖົ້າໄດ້ພາລູກເຂີຍຄົນທີສາມໄປທີ່ສວນຫຼັງບ້ານ ແລ້ວໂດດລົງສະນໍ້າຕາມເຄີຍ ແຕ່ລູກເຂີຍຄົນທີສາມເຮັດເປັນບໍ່ສົນໃຈ ແລ້ວແມ່ເຖົ້າກໍ່ຈົມນໍ້າຕາຍ....

ເຊົ້າມື້ຕໍ່ມາ ຂະນະທີ່ລູກເຂີຍຄົນທີສາມອອກຈາກປະຕູໜ້າບ້ານ ກໍ່ເຫັນລົດFERRARIສີແດງຄັນງາມຈອດຢູ່ໜ້າປະຕູບ້ານ ພ້ອມຂໍ້ຄວາມຕິດຢູ່ໜ້າລົດວ່າ

*ຂອບໃຈຫຼາຍເດີ້ລູກເຂີຍ ເຈົ້າເຮັດໃຫ້ຂ້ອຍປະທັບໃຈຫຼາຍ ຈາກ ພໍ່ເຖົ້າ*

ຈົບ....

Delicious Digg Fark Twitter