ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2008 | ມີ 12 ຄຳເຫັນ ແລະ 0 trackback(s)

ຜູ້ຊາຍສ່ວນຫຼາຍລົງຄວາມເຫັນວ່າຜູ້ຍິງອາຍຸປະມານ17-18ປຽບເປັນກິລາກະຄືເຕະບານ(football) ກະຄືເປັນລູກໝາກບານທີ່ຜູ້ຊາຍທັງສອງທີມຈຳນວນ22ຄົນຈະລຸມຍາດ ແລະລ້ຽງລູກໃຫ້ຢູ່ໃນຝ່າຍຂອງຕົນ ເພາະວ່າໄວນີ້ເປັນໄວທີ່ໜ້າຖະນຸຖະນອມ ໃຜໆກະພາຍາຍາມຍາດກັນສຸດຊິວິດ ແຕ່ຖ້າອາຍຸປະມານ 25ປີ ກໍ່ຈະຄ້າຍໆກັບກິລາຣັກບີ້(Rugby) ກໍ່ຄື ຍັງມີຜູ້ຊາຍມາລຸມຍາດກັນຢູ່ ແຕ່ຈຳນວນຜູ້ຊາຍລຸດລົງ ແລະ ຖ້າໃຜຖະລຸຜ່ານ 30ປີໄປລະ ຜູ້ຊາຍບອກວ່າຄືກິລາເທນິສ(Tennis)ກໍ່ຄື ບໍ່ມີໃຜຢາກລ້ຽງລູກໄວ້ໃນຝ່າຍຕົນເອງ ຕ່າງຝ່າຍຕ່າງຢາກຕີໄປໃຫ້ຝ່າຍກົງກັນຂ້າມ ແລ້ວຜູ້ຍິງທີ່ອາຍຸໃກ້ 40ປີ ຜູ້ຊາຍປຽບຄືກິລາກ໊ອຟ(Golf) ກໍ່ຄື ບໍ່ມີໃຜຍາດລ້ຽງລູກແລ້ວ ແລະທຸກຄົນຍັງຢາກຕີໄປໃຫ້ໃກສຸດລູກຫູລູກຕາ ຕີໄປແບບບໍ່ໃຫ້ເດັ້ງກັບຄືນມາອິກເລິຍ

ແລະຜູ້ຍິງປຽບທຽບຜູ້ຊາຍເປັນໝາກໄມ້ ຜູ້ຊາຍອາຍຸປະມານ17-18ກະຄືໝາກໂມ ມີນວນສີແດງ.ມີນ້ຳຫວານອເຢັນນແລະຍັງກີນໄດ້ງ່າຍ ແຕ່ຖ້າເປັນຜູ້ຊາຍອາຍຸຈັກ 25ປີຂື້ນໄປ ຜູ້ຍິງປຽບເປັນໝາກນັດ ຍັງມີຄວາມຫວານຢູ່ ແຕ່ຖ້າກີນຫຼາຍ ກໍ່ອາດຈະເຮັດໃຫ້ແສບລີ້ນໄດ້ ແລະ ຜູ້ຊາຍປະມານ 30ປີ ກະຄືໝາກຕ້ອງ ຖ້າໃຜບໍ່ແພ້ກະດີໄປ ແຕ່ຖ້າໃຜແພ້ກະຊວຍ ເຮັດໃຫ້ເຈັບທ້ອງໄດ້ ເອີ້ນໄດ້ວ່າໃຫ້ໂທດຫຼາຍກວ່າໃຫ້ຄຸນ ແລະສຸດທ້າຍ ຜູ້ຊາຍອາຍຸ40ປີແລ້ວ ກະຄືຖົ່ວລຽນ ອາດຈະແຊບໃນບາງຄັ້ງຄາວ ແລະເຮັດໃຫ້ເກິດລົມໃນກະເພາະຂື້ນມາໄດ້ ສະຫຼຸບແລ້ວມີແຕ່ໄດ້ໂທດ

 

Delicious Digg Fark Twitter