ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 16, 2008 | ມີ 13 ຄຳເຫັນ ແລະ 0 trackback(s)

ມີຊາຍສາມຄົນຕາຍ ແລະ ມາຮອດປະຕູສະຫວັນ ກໍພົບກັບ ຜູ້ເຝົ້າປະຕູສະຫວັນຖາມຫາສາເຫດການຕາຍຂອງແຕ່ລະຄົນ

ຖ້າເລື່ອງຂອງໃຜເປັນຕາຢ້ານຫຼາຍ ຄົນນັ້ນຈະໄດ້ໄປໃນສະຫວັນ ຖ້າບໍ່ຊັ້ນຈະຕົກນາລົກ

ຊາຍຄົນທຳອິດອາທິບາຍ: "ຂ້ອຍສົງໃສວ່າເມັຍຂອງຂ້ອຍມີຊູ້ ຂ້ອຍເລິຍລັກກັບໂດຍບໍ່ໄດ້ໂທມາບອກກ່ອນ ເພື່ອຈະມາຈັບຜິດລາວ ມື້ນີ້ຂ້ອຍກັບມາອາພັດເມ້ນ ແລ້ວກໍ່ເຫັນເມັຍຂອງຂ້ອຍນອນເປຶອຍກາຍຢູ່ເທິງຕຽງ ຂ້ອຍຢ່າງຊອກໄປທົ່ວຫ້ອງກໍບໍ່ພົບໃຜ ແລະແລ້ວຂ້ອຍກະຈື່ໄດ້ວ່າຊັ້ນທີ່ 25 ທີ່ເຮົາຢູ່ມັນມີລະບຽງ ຂ້ອຍກະເລິຍອອກໄປເບິ່ງລະບຽງ ແລ້ວກໍ່ພົບຜູ້ຊາຍຄົນໜຶ່ງ ກຳລັງປີນລະບຽງຢູ່ ຂ້ອຍພະຍາຍາມທຸບມືຂອງມັນ ມັນບໍ່ຕົກ ຂ້ອຍກໍເລິຍເຂົ້າໄປໃນຫ້ອງເພື່ອຈະເອົາຄ້ອນຕີມາທຸບມືມັນ ແລະບາດນັ້ນມັນກະຕົກລົງໄປຝຸ່ມໄມ້ຢູ່ລຸ່ມ ແຕ່ຊອກດີມັນຍັງມີຊີວິດຢູ່ ຂ້ອຍກະເລິຍໄປເອົາຕູ້ເຢັນ ຖີ້ມລົງໄປທັບມັນຈົນຕາຍ ແລະຍ້ອນຈາກຂ້ອຍໃຈຮ້ອນຫຼາຍ ຂ້ອຍກະເລິຍຫົວໃຈວາຍຕາຍ"

ຜູ້ເຝົ້າປະຕູສະຫວັນ: "ວ້າວ! ມັນຊ່າງໂຫດຮ້າຍສຳລັບເຈົ້າເລິຍເນາະ...ເຂົ້າປະຕູໄປໄດ້" 

ຊາຍຄົນທີສອງ: "ອືມ..ຂ້ອຍອາໃສຢູ່ຊັ້ນທີ່ 26ໃນອາພັດເມ້ນ ທຸກໆມື້ຂ້ອຍຈະຕ້ອງໄປບໍລິຫານຮ່າງກາຍຢູ່ທີ່ລະບຽງຫ້ອງຂອງຂ້ອຍ ບັງເອີນມື້ນີ້ຂ້ອຍຕົກລົງໄປທີ່ລະບຽງແລະເກາະຫ້ອຍໂຕ່ງເຕັງຢູ່ ຂ້ອຍພະຍາຍາມປີນຂື້ນໄປລະບຽງ ແຕ່ມີຜູ້ຊາຍຄົນໜື່ງແລ່ນເຂົ້າມາທຸບມືຂ້ອຍ ຂ້ອຍພາຍາຍາມເກາະໃຫ້ແນ້ນ ແຕ່ລາວພັດໄປເອົາຄ້ອຍຕີມາທຸບມືຂ້ອຍອີກ ຂ້ອຍກກະເລິຍຕົກລົງລະບຽງ ແຕ່ດີທີ່ຍັງມີຝຸ່ມໃມ້ຢູ່ ຂ້ອຍຄິດວ່າຈະລອດແລ້ວ ແຕ່ຜູ້ຊາຍຄົນນັ້ນບໍ່ຍອມຢຸດ ລາວໄດ້ເອົາຕູ້ເຢັນມາຖີ້ມໃສ່ຂ້ອຍ ແລະໄດ້ທັບຂ້ອຍຕາຍ"

ຜູ້ເຝົ້າປະຕູສະຫວັນ: "ວ້າວວ...ມັນເປັນເລຶ່ອງທີ່ໂຫດຮ້າຍເຊັ່ນກັນ...ເອົ້າ! ເຂົ້າໄປໄດ້"

ຊາຍຄົນທີ່ສາມ: "ຂ້ອຍບໍ່ຮູ້ວ່າເກິດອິຫຍັງຂື້ນ ອືມມ...ຂ້ອຍເປັນຊູ້ກັບເມັຍເຂົາ ຜົວເຂົາກັບມາຂ້ອຍກະເລິຍໄປລີ້ຢູ່ຕູ້ເຢັນ ແລ້ວຂ້ອຍກະຕາຍ ມາຢູ່ບ່ອນນີ້ແຫຼະ!"

Delicious Digg Fark Twitter