ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 7, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຕອນຂ້ອຍອາຍຸ3ປີ ຢູ່ກັບພໍ່ກັບແມ່ຢູ່ດີໆກະມີຍ່າມາຢູ່ນຳຈັກມາແຕ່ໃສ (ມາແຕ່ຊຽງຂວາງ ບ້ານໂພນສະຫວັນ), ເພິ່ນມັກເຮັດນັ້ນເຮັດນີ້ ຂ້ອຍລະບໍມັກເພິ່ນເລີຍ
ມືເພິ່ນກະແຮ່ວໆ ແຂ້ວເພິ່ນກະດຳໆ ເວລາເພິ່ນເວົ້າ ກະຈັກແມ່ນເວົ້າຫຍັງ ຟັງບໍ່ຮູ້ເລື້ອງເລີຍ (ເພິ່ນເວົ້າສຳນຽງຊຽງຂວາງ).
ເພິ່ນຫນຶ້ງເຂົ້າແລ້ວກະຊ່ວຍເຂົ້າດ້ວຍມືແຮ່ວໆ ຂ້ອຍລະຂີ້ດຽດເຮັ່ງ. ເວລາກິນເຂົ້າຮ່ວມພາ ເພິ່ນນັ່ງໄກ້ແອບເຂົ້າ
ເພິ່ນປັ້ນເຂົ້າໃຫ້ຂ້ອຍ ລະບໍ່ຮູ້ວ່າຂ້ອຍຂີ້ດຽດມືແຮ່ວໆຂອງເພິ່ນ, ຈ້າງຂ້ອຍກະບໍ່ເອົາ (ຊັງນະ ຂີ້ດຽດພ້ອມ).
ຂ້ອຍເຄີຍຊື່ມຖາມແມ່ວ່າ "ແມ່ນໃຜຫັ້ນນະ ມາຢູ່ເຮືອນເຮົານະ ແມ່ ! " ,ແມ່ຂ້ອຍຕອບວ່າ " ຍ່າ ແມ່ຕູ້ຍ່າ ".
ຂ້ອຍລະຢາກໃຫ້ເພິ່ນໄປໄວໆ ບໍ່ຢາກໃຫ້ເພິ່ນມາຢູ່ເຮືອນຂອງຂ້ອຍດົນ (ຊັງເພິ່ນແຮງນະ).
ຕະຫລອດເວລາທີ່ມີຍ່າຢູ່ໃນເຮືອນຂອງຂ້ອຍ ຂ້ອຍລະອຶດອັດ ບໍ່ມີຄວາມສຸກໃຈເລີຍ ຢາກໃຫ້ເພິ່ນຫນີໄວໆ.
   ຢູມາມື້ຫນຶ່ງ ຂ້ອຍໄປຫລິ້ນນຳຫມູ່ ກັບມາຄ່ຳມືດຈືດຕາ ລືມແລງລືມງາຍ (ລືມຮອດເວລາອາບນ້ຳ ລືມເວລາກິນເຂົ້າ)ກະເລີຍຖືກແມ່ຕີ
ແມ່ຂ້ອຍຈັບແຂນຂ້ອຍໄວ້ຂ້າງຫນຶ່ງ ແລ້ວໃຊ້ໄມ້ແສ້ຕີຂ້ອຍທັງກັດແຂ້ວ ທັງດ່າຂ້ອຍ ແລະຕີຂ້ອຍຈົນກົ້ນລາຍ ແຂນລາຍ,ຂ້ອຍທັງຮ້ອງ ທັງ
ໃຫ້ ຮ້ອງຈົນຄໍແຫບ ແມ່ຂ້ອຍກະຍັງບໍ່ເຊົາຕີ ຈົນຍ່າ ມາດຶງເອົາຂ້ອຍໄປກອດໄວ້ບໍ່ໃຫ້ແມ່ຂ້ອຍຕີຂ້ອຍອີກ ຍ່າໄດ້ເອົາມືຂອງເພິ່ນລູບຫົວຂ້ອຍ
ແລະໃຊ້ມືແຮ່ວໆຂອງເພິ່ນ ເຊັດນ້ຳຕາໃຫ້ຂ້ອຍ ພ້ອມທັງຮ້ອງອອກມາວ່າ " ຢ່າ ! ຢ່າ ! ພໍແລ້ວ ຢ່າຕີຫລານກັນ ".
ມັນເປັນເທື່ອທຳອິດທີ່ຂ້ອຍຟັງສຳນຽງຍ່າ ເຂົ້າໃຈ,ໃນເວລານັ້ນບໍ່ມີໃຜເລີຍ ທີ່ເຂົ້າໃຈຄວາມຮູ້ສຶກຂ້ອຍ ນອກຈາກຍ່າຄົນດຽວ ຄົນທີຂ້ອຍຊັງທີ່ສຸດ ກໍ່
ກາຍມາເປັນຄົນທີ່ຂ້ອຍຮັກທີ່ສຸດ , ນັບຕັ້ງແຕ່ມື້ນັ້ນມິດຕະພາບ ແລະຄວາມຮັກ ທີ່ຂ້ອຍມີຕໍ່ຍ່າຂອງຂ້ອຍ ແມ່ນບໍ່ມີໃຜສາມາດແຍກມັນໄປໄດ້ເລີຍ.
ຜູ້ໃດປັ້ນເຂົ້າໜຽວໃຫ້ ຂ້ອຍກໍ່ບໍ່ເອົາ ໃຫ້ຍ່າປັ້ນເຂົ້າໃຫ້ຂ້ອຍກິນໄດ້ຄົນດຽວ ຍິ່ງຢູ່ໄກ້ຍ່າ ຍິ່ງມີແຕ່ຄວາມສຸກ ຄວາມອົບອຸ່ນ ທີ່ບໍ່ມີໃຜໃຫ້ໄດ້ຄືກັບຍ່າ.
  ມາມື້ຫນຶ່ງຄວາມໂສກເສົ້າກໍ່ບັງເກີດ,ອາຄົນຫນຶ່ງ ມາແຕ່ຊຽງຂວາງ ມາຮັບເອົາຍ່າຂອງຂ້ອຍ ກັບຄືນເມືອຊຽງຂວາງ.
ຍ່າຂອງຂ້ອຍໄດ້ກຽມເຄື່ອງນຸ່ງ ພ້ອມດ້ວຍກະຕ່າຫມາກຂອງເພິ່ນ ກຽມຈະຂຶ້ນລົດ ຂ້ອຍໃຫ້ແທ້ໃຫ້ວ່າ
ບໍ່ຢາກໃຫ້ຍ່າໄປ ແມ່ຂ້ອຍເພິ່ນກະບໍ່ໃຫ້ຂ້ອຍໄປນຳຍ່າ, ທຸກຄົນພະຍາຍາມເອົາໃຈຂ້ອຍ ອອຍຂ້ອຍວ່າສິພາຂ້ອຍໄປຊື້ເຂົ້າຫນົມ,
ແຕ່ຂ້ອຍບໍ່ຢາກໄດ້ເຂົ້າຫນົມ ຂ້ອຍຢາກໄດ້ຍ່າ ຂ້ອຍຢາກໃຫ້ຍ່າຢູ່ນຳຂ້ອຍອີກ ບໍ່ຊັ້ນກະ ໃຫ້ຂ້ອຍໄປນຳຍ່າ ຂ້ອຍຢູ່ຄົນດຽວບໍ່ໄດ້ຖ້າບໍ່ມີຍ່າ...
ຂ້ອຍກະຢາກຢູ່ກັບແມ່,ແຕ່ຢາກໄປນຳຍ່າຫລາຍກົ່ວ.ຂ້ອຍແລ່ນໄປຫາພໍ່ຂ້ອຍຢູ່ສວນ ເຮັດທຸກວິທີທາງເພື່ອໃຫ້ໄດ້ໄປກັບຍ່າ ແລ້ວຄວາມຫວັງກໍ່ເປັນຈິງ.
ພວກເພິ່ນລົມກັນຫຍັງບຸ ແລ້ວຂ້ອຍກໍ່ໄດ້ໄປກັບຍ່າ,ຂ້ອຍດີໃຈສຸດໆ ຕອນຂ້ອຍໄປຂ້ອຍບໍ່ໄດ້ຫັນມາເບິ່ງສີຫນ້າແລະລ່ຳລາແມ່ຂ້ອຍເລີຍ(ດີໃຈແຮງ) ແມ່ຂ້ອຍຄົງຈະຄິດຮອດຂ້ອຍຫລາຍ.
   ມາຮອດຊຽງຂວາງ ຂ້ອຍກໍ່ໄດ້ພົບກັບປູ່ ເພິ່ນໃສ່ສີ່ຕາ ມັກກິນກາເຟ ເພິ່ນເປັນຊ່າງໄມ້ ເຫລົາໄມ່ຖູ່ຂາຍ ແລະເປັນຊ່າງຕີເຫລັກພ້ອມ ຕີພ້າ ຕີງ້າວ.
ຢູ່ຊຽງຂວາງ ປູ່ຂອງຂ້ອຍເພິ່ນປູກຫມາກໄມ້ຫລາຍຊະນິດ : ຫມາກລະແຊັງ ຫມາກຫມັ້ນ ຫມາກຝຸງ ຫມາກຈອງ ຫມາກຄາຍ ຫມາກພິລາ ຫມາກພຸກ ຫມາກນາວ
ຕົ້ນກາເຟ ຕົ້ນຝິ່ນ ຕົ້ນກັນຊາ ຫມາກຫນອດ ຫມາກຮຸ່ງ ຫມາກມ່ວງ ຫມາກຊິດາ ຕົ້ນກ້ວຍ ມັນຕົ້ນ ມັນດ້າງ ປູກຜັກພ້ອມ ແລະປູ່ ຍັງລ້ຽງເປັດ ລ້ຽງໄກ່ ລ້ຽງຫ່ານ ລ້ຽງຫມູ ລ້ຽງຮອດກະຕ່າຍ ນຳອີກ.
ເພິ່ນມີລູກທັງຫມົດ 8ຄົນ ພໍ່ຂ້ອຍເປັນຄົນທີ່3.
ຂ້ອຍໄປຢູ່ຊຽງຂວາງ ສຳນຽງຂອງຂ້ອຍກໍ່ເລີຍກາຍເປັນສຳນຽງຊຽງຂວາງໄປເລີຍ ປ່ຽນໄປຕອນໃດບໍ່ຮູ້ຕົວເລີຍ.
ຍ່າໄປໃສ ຂ້ອຍໄປນຳ ຍ່າຂອງຂ້ອຍເພິ່ນເປັນຄົນດີແທ້ໆ ເວລາຂ້ອຍໃຈຮ້າຍ ເອົາກຳປັ້ນຕີຫລັງເພິ່ນ ,ເພິ່ນກໍ່ບໍ່ເຄີຍຕີຂ້ອຍຄືນຈັກເທື່ອເລີຍ
ເພິ່ນຈັ່ງແມ່ນໃຈເຢັນແທ້ໆ ,ເພິ່ນມັກຕື່ນເດິກ ລຸກເຊົ້າ ຍູ້ລໍ້ເຂົ້າປຽກໄປຂາຍທີ່ຕະຫລາດ ຂ້ອຍມັກໄປນຳເພິ່ນ ຊຽງຂວາງຕອນເຊົ້າອາກາດຫນາວຫລາຍ
ຫມອກກະຫລາຍ ເອົາເປັນວ່າ ຂ້ອຍມີຄວາມສຸກທີ່ສຸດທີ່ຄັ້ງຫນຶ່ງໃນຊີວິດໄດ້ຢູ່ກັບປູ່ແລະຍ່າ ຂອງຂ້ອຍ.

ຂຽນເມື່ອ ຂຽນເມື່ອ: ມ.ສ.. 3, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

01-ແຕ່ງງານກັບຄົນລວຍ
02-ໄດ້ຮັບມໍລະດົກ
03-ຖືກເລກ-ຖືກຫວຍ,ຫລິ້ນການພະນັນ,ສ່ຽງໂຊກ
04-ຂີ້ລັກ,ປຸ້ນຈີ້,ຂີ້ໂກງ,ຮັບສິນບົນ
05-ປະຫຍັດ,ອົດອອມ
06-ຂີ້ຕັກມັກໄດ້,ຂີ້ຖີ່

ຂຽນເມື່ອ ຂຽນເມື່ອ: ມ.ສ.. 3, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

01-ໃຫ້ກຽດ ແລະເຄົາລົບເຊິ່ງກັນແລະກັນ
02-ແບ່ງປັນ ທຸກ-ສຸກ
03-ຮູ້ຈັກໃຫ້ອະໄພ
04-ເຊື່ອຫມັ້ນ
05-ຊື່ສັດ
06-ຍອມຮັບຄວາມເປັນຕົວຕົນຂອງກັນແລະກັນ
07-ມີຄວາມຄິດສ້າງສັນ(refresh ຄວາມຮັກກັນແນ່)


     ລອງສັງເກດຄວາມຮັກຂອງຕົວເອງເບິ່ງ
     ວ່າຂາດສິ່ງໃດສິ່ງຫນຶ່ງຈາກຂ້າງເທິງໄປ ຫລືບໍ່?

ຂຽນເມື່ອ ຂຽນເມື່ອ: ມ.ສ.. 3, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ປີ1994 ປະມານເດືອນກໍລະກົດ ທີ່ບ້ານໂນນຂີເຫລັກ ປະກົດມີນາງຫນຶ່ງ ຊື່ວ່າສຸລິຕາ ຂີ່ລົດຖີບ ຍີ່ຫໍ້ ຟາມິງໂກ້(Flamingo)

ສີຂຽວ ຜ່ານຫນ້າບ້ານຂ້ອຍ(ເຊິ່ງເປັນຮ້ານຈອດຢາງລົດແຄມທາງ)

ສາວ ສຸລິຕາ ເປັນຜູ້ຍິງທີ່ງາມຫລາຍ ຫຸ່ນດີ ຜົມຍາວ ຄິ້ວດົກ ແມ້ແຕ່ຫນ້າບູດກໍ່ຍັງງາມເລີຍ

ຂ້ອຍແນມເບິ່ງລາວຖີບລົດຜ່ານໄປຈົນສຸດສາຍຕາ ລາວແມ່ນໃຜ ມາແຕ່ໃສ ຂ້ອຍຄືບໍ່ເຄີຍເຫັນລາວມາກ່ອນ ຂ້ອຍບໍ່ເຄີຍເຫັນຜູ້ຍິງງາມແລະຫຸ່ນດີແບບນີ້ມາກ່ອນ

ຫົວໃຈຂອງຂ້ອຍມັນກິ້ງຕາມກົງລົດຖີບຂອງລາວໄປແລ້ວ ແລະກໍ່ບໍ່ຮູ້ເລີຍວ່າຈະໄດ້ເຫັນລາວອີກຫລືບໍ່(ພໍແຕ່ຢາກຖີບລົດຕາມໄປຮອດບ້ານພຸ້ນແຫລະ ຫນ້າເສຍດາຍ)

      ມາມື້ຫນຶ່ງ ເຫມືອນສະຫວັນບັນດານ ຢາງລົດຖີບລາວຮົ່ວ ແລະມາຈອດທີ່ຮ້ານຂອງຂ້ອຍ ນ້ອງຊາຍຂ້ອຍກຳລັງຈອດຢາງລົດໃຫ້ລາວຢູ່ ຂ້ອຍເປີດປະຕູເຮືອນອອກມາພໍດີເຈີລາວແບບບໍ່ຄາດຄິດມາກ່ອນ

ທັນທີທີ່ເຫັນລາວຂ້ອຍເຮັດຫຍັງບໍ່ຖືກເລີຍ ຂ້ອຍຟ້າວປິດປະຕູທັນທີແລ້ວເຂົ້າໄປລີ້ຢູ່ໃນເຮືອນບໍ່ອອກມາອີກເລີຍຈົນລາວໄປ.ຕອນນັ້ນຂ້ອຍຮູ້ສຶກມີຄວາມສຸກແລະດີຈຫລາຍທີ່ສຸດເລີຍທີ່ເຫັນລາວອີກຄັ້ງ.

     ເດືອນກັນຍາ ປີ1994 ເປີດສົກຮຽນມໍຕົ້ນ ເກົ້າລ້ຽວ ດັ່ງຟ້າບັນດານອີກແລ້ວທ່ານ. ສາວ ສຸລິຕາ ມາເຂົ້າໂຮງຮຽນມັດທະຍົມຕອນຕົ້ນເກົ້າລ້ຽວຄືກັນ ໄດ້ຮຽນໂຮງຮຽນດຽວກັນເລີຍບາດນິ(ດີໃຈສຸດໆໄປເລີຍ).ແຕ່ຮຽນຄົນລະຫ້ອງ ລາວຮຽນຫ້ອງດຽວກັນກັບຫມູ່ຂ້ອຍ ແຕ່ຂ້ອຍກໍ່ບໍ່ເຄີຍບອກໃຫ້ຫມູ່ຂ້ອຍຮູ້ເລື້ອງຂອງສາວສຸລິຕາ.

ຍ້ອນລາວເປັນຄົນງາມຕິເບາະ ຈຶ່ງມີຄົນຢອກລາວ ກວນລາວຫລາຍ ບາຍຫັ້ນບາຍຫນີ້ ຈັບກົ້ນລາວພ້ອມ ບາງເທື່ອຂ້ອຍເຫັນລາວຈົນໃຫ້ຍ້ອນ. ຂ້ອຍຢາກຊ່ວຍລາວເປັນທີ່ສຸດ ແຕ່ວ່າ ຂ້ອຍເຮັດບໍ່ໄດ້.

ຂ້ອຍໄດ້ແຕ່ເບິ່ງຫນ້າຄົນທີ່ກວນສາວສຸລິຕາດ້ວຍຄວາມແຄ້ນ ສິ່ງທີ່ຂ້ອຍຄິດກໍ່ຄືບອກອຳນວຍການຂອງໂຮງຮຽນໃຫ້ຈັດການພວກມັນ ແຕ່ຂ້ອຍກໍ່ຍັງແປກໃຈ ທີ່ສາວສຸລິຕາກໍ່ຍັງຄົງເວົ້ານຳພວກມັນຢູ

ຂ້ອຍຄິດວ່າມັນຄົງເປັນການຢອກກັນແຮງໆແບບຫມູ່ກັນຫລາຍກົ່ວ.

    ພໍຈົບມໍ3 ຈາກມັດທະຍົມຕອນຕົ້ນເກົ້າລ້ຽວ ກໍ່ມາຕໍ່ມໍປາຍ ທີ່ ມັດທະຍົມຕອນປາຍທົ່ງປົ່ງ ແນ່ນອນສາວສຸລິຕາກໍ່ມາຮຽນຕໍ່ທີ່ດຽວກັນ ແຕ່ຄົນລະຫ້ອງ.ຕະຫລອດເວລາຜ່ານມາເລື້ອຍໆ

ຂ້ອຍບໍ່ເຄີຍມີຄວາມກ້າບອກຮັກສາວສຸລິຕາຊຶ່ງໆຫນ້າຈັກເທື່ອເລີຍ ຈົນມີຫມູ່ຂ້ອຍຜູ້ຫນຶ່ງສົນໃຈສາວສຸລິຕາ ແລະໃຫ້ຂ້ອຍຕິດຕໍ່ໃຫ້,ຂ້ອຍເລີຍກ້າລົມກັບສາວສຸລິຕາ ແລະເອົາຈົດຫມາຍຈາກຫມູ່ຂ້ອຍໃຫ້ສາວສຸລິຕາ

ມາຮອດຕອນນີ້ ຂ້ອຍກໍ່ເລີຍໄດ້ຮູ້ຈັກສາວສຸລິຕາ ວ່າລາວເປັນຄົນລ່າເລີງ ນິໃສດີ ຕົງໄປຕົງມາ ມັກມ່ວນ ເຮຮາ  ຕະຫລົກເປັນບາງຄັ້ງ ຂ້ອຍກ້າລົມກັບລາວແບບສະນິດສະຫນົມກໍ່ຕອນມໍ6ນີ້ແຫລະ

ແຕ່ທັງຂ້ອຍແລະສາວສຸລິຕາກໍ່ລົມກັນແບບຫມູ່ເທົ່ານັ້ນ. ຈາກທີ່ຂ້ອຍແອບມັກລາວ ແລະຄິດວ່າລາວເປັນນາງຟ້າມາຕະຫລອດນັ້ນ ມາຮອດຕອນນີ້ຂ້ອຍກໍໄດ້ຮູ້ວ່າ ລາວກໍ່ເປັນຄົນທຳມະດານີ້ເອງ

ບໍ່ແມ່ນນາງຟ້າມາແຕ່ໃສດອກ.ລາວກະກິນເຂົ້າຈ້ຳແຈ່ວເຫມືອນຄົນທົ່ວໄປນີ້ແຫລະ.

ຂ້ອຍຮູ້ສຶກວ່າສາວສຸລິຕາກໍ່ມີໃຈໃຫ້ຂ້ອຍ ຖ້າຂ້ອຍຈະຈີບກໍ່ຫນ້າຈະຕິດ ແຕ່ຂ້ອຍກໍ່ບໍ່ໄດ້ຮູ້ສຶກແບບນັ້ນກັບສາວສຸລິຕາອີກແລ້ວ ຍ້ອນວ່າລາວເປັນຄົນທຳມະດາບໍ່ແມ່ນນາງ

ຟ້າຄືທີ່ຂ້ອຍຄິດໄວ້ຕັ້ງແຕ່ຕອນທຳອິດ ແລະອີກຢ່າງຫນຶ່ງ ຕອນທີ່ຂ້ອຍເຫັນສາວສຸລິຕາໃຫມ່ໆ ລາວຫຸ່ນດີຫລາຍ ແຕ່ມາຕອນນີ້ ລາວກໍ່ມີການຂະຫຍາຍຕົວ ແຕ່ຂະຫຍາຍຕົວອອກດ້ານຂ້າງ.

ແລະກໍ່ບໍ່ສູງຍາວຄືເກົ່າ (ເຕ້ຍລົງ).

     ສ່ວນຫມູ່ຂອງຂ້ອຍ ທີ່ໃຫ້ຂ້ອຍຕິດຕໍ່ສາວສຸລິຕາໃຫ້ນັ້ນ ກໍ່ອົກຫັກ ຍ້ອນສາວສຸລິຕາບໍມີໃຈໃຫ້.

ຂຽນເມື່ອ ຂຽນເມື່ອ: ມ.ສ.. 3, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຕອນຂ້ອຍອາຍຸ15ປີ ຂ້ອຍໄດ້ເປີດຫນັງສືປະຫວັດສາດໂລກເຫລັ້ມຫນຶ່ງ ທີ່ເປັນເປັນພາສາອັງກິດທີ່ພໍ່ຂ້ອຍໄດ້ເກັບຮັກສາໄວ້ແຕ່ດົນນານແລ້ວ ໃນນັ້ນມີທັງຮູບແຕ້ມສະເຫມືອນຈິງ ແລະຮູບຂາວດຳ

ໃນນັ້ນມີຮູບຂາວດຳຢູ່ຫນ້າຫນຶ່ງໃນຫນັງສືເຫລັ້ມນັ້ນ (ຫນ້າທີ549) ຂ້ອຍໄດ້ພົບກັບຍິງສາວຜູ້ຫນຶ່ງ ຍິງສາວຄົນນີ້ກຳລັງຍິ້ມດ້ວຍດ້ວຍຄວາມເບີກບານໃຈ ເປັນຮູບຂາວດຳທີ່ລາວຖ່າຍພ້ອມກັບຄອບຄົວ

ຂ້ອຍສຳຜັດໄດ້ເຖິງອາລົມ ຄວາມຮູ້ສຶກຂອງລາວ ປານກັບວ່າຂ້ອຍເຄີຍຮູ້ຈັກລາວມານານແສນນານແລ້ວກໍ່ວ່າໄດ້ ຂ້ອຍຕົກຫລຸມຮັກຍິງສາວຄົນນີ້ແລ້ວ ຫລັງເລີກໂຮງຮຽນ ຫລື ພັກທ່ຽງ ກັບມາຮອດບ້ານເທື່ອໃດຂ້ອຍມັກເປີດໃປຫນ້າທີ 549 ຂອງຫນັງສືເຫລັ້ມດັ່ງກ່າວສະເຫມີເພື່ອເບິ່ງຮູບຂອງລາວທຸກທຸກມື້ເລີຍ ມີບາງເທື່ອຂ້ອຍເອົາປຶ້ມເຫລັ້ມນັ້ນ (ຫນັກເປັນກິໂລ) ໃສ່ຖົງປຶ້ມໄປໂຮງຮຽນນຳ ທຸກຄັ້ງທີ່ມີເວລາ ຂ້ອຍກໍ່ເປີດຮູບລາວຂຶ້ນມາເບິງ ຂ້ອຍຫລົງໄຫລລາວເປັນທີ່ສຸດ ເຂົ້າບ່ອນນອນຂ້ອຍກໍ່ເອົາເຂົ້ານອນນຳ (ວາງໄວ້ໄກ້ໆຫມອນ) ຫົວໃຈຂອງຂ້ອຍຢູໃນຮູບໃບນັ້ນ ຂ້ອຍບໍ່ໄດ້ປັນໃຈໃຫ້ຍິງໃດເລີຍ

ບາງຄັ້ງຂ້ອຍຢາກຍ້ອນເວລາ ທະລຸມິຕິກັບໄປຫາຍິງສາວຄົນນັ້ນໃນອະດີດ ແລະບອກລາວວ່າຂ້ອຍຮັກລາວ ເວລາຂ້ອຍຮ້ອງໃຫ້ເສຍໃຈຍ້ອນຖືກແມ່ດ່າ ຂ້ອຍກໍ່ເປີດຮູບລາວຂຶນມາເບິງ