ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 6, 2009 | ມີ 7 ຄຳເຫັນ ແລະ 0 trackback(s)

ທ້າວ ຈ່ອຍ ລາວຢູ່ບ້ານໂນນສົມບູນ ໃປເຮັດວຽກຢູ່ໃນວຽງຈັນພູ້ນແລ  ເຮັດໃປໄດ້ໄລຍະ 1 ກໍ່ເລີຍໂຊກດີອັນມະຫາສານ ໃປໄດ້ເມຍຟຣັ່ງ ແລະ 2 ຄົນເຂົາຢູ່ນຳກັນໃປຢ່າງມີຄວາມສຸກ ຫາ້ວຈ່ອຍ ຢາກໃຫ້ພໍ່ແມ່ຮູ້ນຳ ກາເລີຍໂທລະສັບຫາແມ່ ແລ້ວເລົ່າໃຫ້ແມ່ຟັງວ່າ 

ທ້າວຈ່ອຍ : ເຮົາກັບບ້ານເທື່ອນິ ຊິພາລູກສະໄພ້ໃປໃຫ້ເບ່ີງເດີ້ແມ່ເດີ້

ແມ່ : ໂອ້   ແມ່ນແທ້ວາ ພາມາໂລດ  ວ່າແຕ່ເມ່ຍລູກຫັ້ນນະມັນງາມຢູ່ບໍ

ທ້າວຈ່ອຍ : ແມ່ ແມ່ ເຮົາໄດ້ເມຍຟຣັ່ງ ໃດແມ່

ແມ່ : ປາຕິໂທ້  ກູຊິບໍ່ໄດ້ຮຽນພາສາຟຣັ່ງ ວາບາດນີນະ

ຫຼັງຈາກນັ້ນ ຄອວຄົວຂອງທ້າວຈ່ອຍ ກໍ່ພາກັນຮຽນພາສາຟຣັງກັນໝົດທຸກຄົນ ພ້ອມທັງຂີ້ໂມ້ໃຫ້ຊາວບ້ານຮູ້ນຳອິກ

ແລ້ວທ້າວຈ່ອຍກໍ່ພາເມຍກັບມາຢາມບ້ານ     ພໍ່ ແມ່ ອ້າຍ ເອືອຍ ນ້ອງ ຕ່າງກໍ່ພາກັນມາຕ້ອນຮັບ ເມືອມາຮອດເຮືອນ

ແມ່ຂອງທ້າວຈ່ອຍ ເລີຍຖາມວ່າ    :   ໃສ ຈ່ອຍເມຍຟຣັ່ງມືງນະມາໃຫ້ກູ Speaking ກັບມັນລອງເບ່ີງດູ  

ທ້າວຈ່ອຍ  :  ນີ້ແລະເມຍເຮົານະ

ແມ່  :   ເອົາມືງລາວ່າ ມືງໄດ້ເມຍຟຣັ່ງ

ທ້າວຈ່ອຍ : ການີແລະເມ່ຍຟຣັ່ງ    ຂອງ ແນວຟຣັ່ງມັນປະແລ້ວ ເຮົາກາໃປເອົາເມ້ຍມັນ      ຈົບ!

ມີຄຳຖາມ :

1 ສຳລັບຜູ້ຊາຍ: ຖ້າວ່າແມ່ນເຈົ້າ ເຈົ້າຊິເອົາບໍ່ເມ່ຍຟຣັ່ງ ?

2 ສຳລັບຜູ້ຍີງ : ເປັນຈັ່ງໃດເວລາຟຣັ່ງ ມັນຖີ້ມ ?