ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 6, 2009 | ມີ 7 ຄຳເຫັນ ແລະ 0 trackback(s)

ທ້າວ ຈ່ອຍ ລາວຢູ່ບ້ານໂນນສົມບູນ ໃປເຮັດວຽກຢູ່ໃນວຽງຈັນພູ້ນແລ  ເຮັດໃປໄດ້ໄລຍະ 1 ກໍ່ເລີຍໂຊກດີອັນມະຫາສານ ໃປໄດ້ເມຍຟຣັ່ງ ແລະ 2 ຄົນເຂົາຢູ່ນຳກັນໃປຢ່າງມີຄວາມສຸກ ຫາ້ວຈ່ອຍ ຢາກໃຫ້ພໍ່ແມ່ຮູ້ນຳ ກາເລີຍໂທລະສັບຫາແມ່ ແລ້ວເລົ່າໃຫ້ແມ່ຟັງວ່າ 

ທ້າວຈ່ອຍ : ເຮົາກັບບ້ານເທື່ອນິ ຊິພາລູກສະໄພ້ໃປໃຫ້ເບ່ີງເດີ້ແມ່ເດີ້

ແມ່ : ໂອ້   ແມ່ນແທ້ວາ ພາມາໂລດ  ວ່າແຕ່ເມ່ຍລູກຫັ້ນນະມັນງາມຢູ່ບໍ

ທ້າວຈ່ອຍ : ແມ່ ແມ່ ເຮົາໄດ້ເມຍຟຣັ່ງ ໃດແມ່

ແມ່ : ປາຕິໂທ້  ກູຊິບໍ່ໄດ້ຮຽນພາສາຟຣັ່ງ ວາບາດນີນະ

ຫຼັງຈາກນັ້ນ ຄອວຄົວຂອງທ້າວຈ່ອຍ ກໍ່ພາກັນຮຽນພາສາຟຣັງກັນໝົດທຸກຄົນ ພ້ອມທັງຂີ້ໂມ້ໃຫ້ຊາວບ້ານຮູ້ນຳອິກ

ແລ້ວທ້າວຈ່ອຍກໍ່ພາເມຍກັບມາຢາມບ້ານ     ພໍ່ ແມ່ ອ້າຍ ເອືອຍ ນ້ອງ ຕ່າງກໍ່ພາກັນມາຕ້ອນຮັບ ເມືອມາຮອດເຮືອນ

ແມ່ຂອງທ້າວຈ່ອຍ ເລີຍຖາມວ່າ    :   ໃສ ຈ່ອຍເມຍຟຣັ່ງມືງນະມາໃຫ້ກູ Speaking ກັບມັນລອງເບ່ີງດູ  

ທ້າວຈ່ອຍ  :  ນີ້ແລະເມຍເຮົານະ

ແມ່  :   ເອົາມືງລາວ່າ ມືງໄດ້ເມຍຟຣັ່ງ

ທ້າວຈ່ອຍ : ການີແລະເມ່ຍຟຣັ່ງ    ຂອງ ແນວຟຣັ່ງມັນປະແລ້ວ ເຮົາກາໃປເອົາເມ້ຍມັນ      ຈົບ!

ມີຄຳຖາມ :

1 ສຳລັບຜູ້ຊາຍ: ຖ້າວ່າແມ່ນເຈົ້າ ເຈົ້າຊິເອົາບໍ່ເມ່ຍຟຣັ່ງ ?

2 ສຳລັບຜູ້ຍີງ : ເປັນຈັ່ງໃດເວລາຟຣັ່ງ ມັນຖີ້ມ ?

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2009 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄວາມຮັັກຄືຢາຜິດ !  

ຫົວສະລິດຄືຢາງຢຶດ!

ຂີ້ກະຕືກຄືແມ້ທ້ອງ!

ອ້າຍຮັກນ້ອງຄືຈັ່ງຕອງຮອງຂີ້!

ນ້ອງຮັກອ້າຍຄືຈັ່ງຂີ້ຟູນ້ຳ

ຖ້າປາບໍ່ຕອດຂີ້ບໍ່ແຕກເຮົາກະຊິບໍ່ແຍກອອກຈາກກັນ!

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 10, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

ໃນຕອນແລງ ຂອງວັນທີ 5 ກຸມພາ 2009. ເຊີງແມ່ນວັນ ພະຫັດ ຂື້ນ 11 ເດືອນ 3, ຂ້າພະເຈົ້າໄດ້ໃປຊື້ບີ້ລົດເມ ຢູ່ທີຄິວລົດສາຍໄຕ້ຂອງນະຄອນຫລວງວຽງຈັນ.ເວລານັ້ນ ແມ່ນ 15:30',ຂ້າພະເຈົ້າໄດ້ລໍຄິວຖ້າ

ຊື້ປີ້ລົດຢູ່ນັ້ນ, ກໍ່ປະກົດເຫັນຜູ້ຫຍີງສອງຄົນ ທີມີໜ້າຕາດີ ແລະ ຄ້າຍກັນທ່ີສຸດ ກຳລັງມຸ້ງໜ້າມາຍັງບ່ອນຂາຍປີ້. (ແນວວ່າເຮົາເປັນຜູ້ຊາຍ ເຫັນຜູ້ຫຍີງງາມ ກາເບ່ີງແດ່ຫັ້ນລະ).ເມື່ອສອງຄົນນັ້ນເຂົ້າມາໄກ້ ຖາມຂ້ອຍວ່າ : ຜູ້ບ່າວ ມາຊື້ປີ້ລົດວະ

ຂ້າພະເຈົ້າຕອບວ່າ : ແມ່ນແລ້ວຂ້ອຍມາຊື້ປີ້ລົດ

ຫຍີງຄົນນັ້ນຖາມ : ເຈົ້າຊິໃປໃສ

ຂ້າພະເຈົ້າຕອບວ່າ : ໃປເຮັດວຽກຢູ່ ແຂວງ ສະຫວັນນະເຂດ

ຫຍີງຄົນນັ້ນເວົ້າວ່າ : ພວກຂ້ອຍກາເຮັດວຽກຢູ່ສະຫວັນຄືກັນ,ແຕ່ພວກຂ້ອຍເຮັດຢູ່ເມືອງລັບແລໃປພ້ອມກັນເນາະ

ຂ້າພະເຈົ້າຕອບວ່າ : ໃປ , ຈາກນັ້ນເຮັາທັງສາມຄັນກໍ່ໃປຊື້ປີ້ (ລົດເມສາຍພິເສດ VIP.ເຂົາຈະມີບ່ອນນັ່ງຕາມປີ້ລົດ,ນ້ຳເບີບ່ອນນັ່ງຂອງສອງຄົນນັ້ນແມ່ນ 8;9 ແລະ ຂ້າພະເຈົ້າແມ່ນ 10.),ນ້ຳເບີລົດ : 8999

ເມື່ອຮອດເວລາ 20:30' ລົດອອກ ຂ້າພະເຈົ້າໄດ້ຂື້ນໃປນັ່ງຕາມນ້ຳເບີບ່ອນນັ່ງ10,ແຕ່ວ່າ ບ່ອນນັ່ງ ເບີ 8;9 ພັດມີຜູ້ຫຍີງຜູ້ເຖົ້າສອງຄົນນັ່ງຫຍ້ຳໜາກຈະຈະຈະຢູ່,ຂ້າພະເຈົ້ົ້າກາເລີືຍເສືຍໄວ້ ພໍໄປຮອດຖ່າແຂກ.ຂ້າພະເຈົ້າກາລົງໃປຊື້ນັ້ນຊື້ນີ້ຫັ້ນລະ ໄລຍະໜື່ງມີຂໍ້ຄວາມເຂົ້າມາວ່າ ໃປແທ້ເບາະ ເມືອງ ລັບແລ ນະ.ວ່າຊິໂທກັບເບີໂທຊ້ຳພັດບໍ່ມີ ກາເລືຍວ່າບໍ່ສົນໃຈ.ຮອດສະຫວັນເວລາ 4:15' ລົງລົດເມມາປະກົດວ່າບໍ່ເຫັນມີຜູ້ເຖົ້າຈັກຄົນເລືຍ.ຫລັງຈາກນັ້ນ ຂ້ອຍໃປນອນຢູ່ບ້ານພັກຕໍ່  ຊື່ບ້ານພັກ ...............ໃນຄະນະທ່ີຂ້ອຍນອນຢູ່ນັ້ນ ປະກົດວ່າມີຜູ້ຊາຍຄົນໜື່ງໃສ່ໝວກ ຢ່າງເຂົ້າມາຈັບມືແລ້ວເວົ້າວ່າ : ນອນສະດີບໍ່,ຖ້າບໍ່ສະບາຍໃປ ຢູ່ນຳຂ້ອຍ  

ຂ້າພະເຈົ້າຕອບວ່າ : ໃປຢູ່ໃສ.

ຜູ້ຊາຍຄົນເວົ້າອິກວ່າ : ໃປຢູ່ ເມືອງ ລັບເລ.

ຂ້າພະເຈົ້າຕອບວ່າ : ບໍ່ຕອນນີ້ຂ້ອຍຊິໄດ້ອອກເດີນທາງຕໍ່.

ຜູ້ຊາຍຄົນນັ້ນເອົາມາຂົ່ມໜ້າຜາກຂ້າພະເຈົ້າ ແລ້ວມັນເວົ້າວ່າ ເປັນຫຍັງ*********ບໍ່ຢາກໃປຢູ່ ມັນລະສະບາຍແທ້ໃດ ບໍ່ອຶດເງີນ,ຄຳໃຊ້   ພໍດີຄົນອານາໄມຫ້ອງມາ ກາເລືຍວ່າຕື່ນ ຈາກນັ້ນກໍ່ເດີນທາງເຂົ້າໃປ ເມືອງ ວິລະບູລີຕູ່. ແລ້ວ ແລ້ວ ແລ້ວ ໃປຖາມຜູ້ເຖົ້າຜູ້ແກ່ ເບີງວ່າ : ເມືອງ ລັບແລ ແມ່ນຫຍັງ