ນີ້ແມ່ນລິ້ງຂອງຕອນນກ່ອນຫນ້ານີ້ເດີ້
http://punlao.com/XuXiujing/diary/13801/
-------------------------------------------------
ບົດທີ່3: Perfect crime
ຂ້ອຍກັບຊູເຮຟ້າວຄລິກໄປທີ່ຫ້ອງແຊັດ ເພື່ອຖາມເບິ່ງ ວ່າແມ່ນໃຜກັນແທ້ ທີ່ກຳລັງເອົາຊື່ momo ມາອອນໄລນ໌ຢູ່
chat room
Ryohei: ສະບາຍດີ
momo: ...........
Ryohei : ແມ່ນໃຜນິ? ໂມໂມບໍ?
momo: ໂຣກຕິດຕໍ່...
[momo has sign out this chat room]
"ອີ່ຫຍັງຫວະ!!" ຊູເຮຮ້ອງຂຶ້ນມາ, ລາວພະຍາຍາມພິມຂໍ້ຄວາມສົ່ງໄປຕື່ມ ແຕ່ບໍ່ມີໃຜຕອບກັບມາ
ຂ້ອຍກັບຊູເຮສົງໄສຢ່າງແຮງ ວ່າແມ່ນໃຜ ທີ່ແອບອ້າງເອົາ user ຂອງໂມໂມມາອອນໄລນ໌
ຊຸເຮເຂົ້າໄປກວດເບິ່ງຢູ່ທີ່ຫນ້າສະມາຊິກຂອງເວັບ ເພື່ອເບິ່ງວ່າມີຊື່ momo ຈັກຄົນ
ແຕ່ປາກົດວ່າ ຊື່ momo ມີແຕ່ຄົນດຽວ
ຕອນນີ້ພວກເຮົາທັງສອງພາກັນຂົນລຸກໄປຫມົດແລ້ວ
ດ້ວຍຄວາມຢາກຮູ້ ຂ້ອຍເລີຍໂທໄປທີ່ບ້ານຂອງໂມໂມ
"ຮາໂຫຼ, ນີ້ແມ່ນແມ່ຂອງໂມໂມຫວາ, ຂໍຖາມແນ່ ຢູ່ຫັ້ນມີໃຜກຳລັງໃຊ້ອິນເຕີເນັດຢູ່ບໍ່?"
"ບໍ່, ບໍ່ມີ... ໂທຄິໂກະແມ່ນບໍ່ນິ?" ແມ່ຂອງໂມໂມຖາມຂຶ້ນ
ຂ້ອຍເລົ່າເລື່ອງຂອງ funny dead duck ໃຫ້ແມ່ຂອງໂມໂມຟັງຈົນຫມົດ, ລວມເຖິງຄົນທີ່ອອນໄລນ໌ໂດຍໃຊ້ຊື່ momo ນັ້ນ
ແລ້ວກໍວາງສາຍໄປ
"ເຈົ້າຄິດວ່າມີໃຜແດ່ ທີ່ພໍຈະຮູ້ລະຫັດຂອງໂມໂມ?" ຊູເຮຖາມ
"ໂມໂມເອງ ເຈົ້າຂອງເວັບ ແຮັກເກີ້ ຄົນທີ່ໂມໂມບອກ..." ຂ້ອຍເວົ້າໄປເລື້ອຍໆ
"ຂ້ອຍວ່າຍັງມີອີກຄົນຫນຶ່ງ...ຄົນທີ່ອ່ານຄວາມລັບຂອງໂມໂມ"
"ທະນາຍວາກະ!!"
"ແມ່ນແລ້ວ, ລາວມີໄດອາຣີ່ຂອງໂມໂມ ເຊິ່ງໂມໂມອາດຈະຂຽນບອກລະຫັັດໄວ້ ແລະທີ່ສຳຄັນ ລາວຮູ້ເລື່ອງເວັບໄຊດ໌ນີ້"
"ແມ່ໂມໂມກະຫາຮູ້ເລື່ອງເວັບນີ້ວ່າງກີ້ ເພາະຂ້ອຍຫາກໍບອກ...ຕ້ອງແມ່ນທະນາຍວາກະຄົນນັ້ນແນ່ນອນ ລາວແຮ່ງ
ສະຫຼາດໆ ແລະມັກສອດແດ່" ພໍຄິດວ່າເປັນທະນາຍວາກະກໍຮູ້ສຶກໂລ່ງໃຈຂຶ້ນມາ ຢ່າງນ້ອຍຄົນທີ່ຫຼິ້ນກໍບໍ່ແມ່ນ
ໂມໂມກໍແລ້ວກັນ.
ເພື່ອຄວາມແນ່ໃຈ ຂ້ອຍເລີຍໂທໄປຂໍເບີທະນາຍວາກະກັບແມ່ໂມໂມ , ໄດ້ເບີມາປຸ໊ບ ຂ້ອຍກໍໂທຫາທະນາຍວາກະທັນທີ
ຕູ໊ດດດດດດດດດດດ-------ຕູ໊ດດດດດດດດດດ
"ສາຍວ່າງ ແຕ່ບໍ່ມີຄົນຮັບ" ຂ້ອຍບອກ
"ລາວກຳລັງຫຍຸ້ງກັບເນັດຢູ່ຕິເບາະ"ຊູເຮເດົາ, ແລ້ວມືຖືຊູເຮກໍດັງຂຶ້ນ
(ຮາໂຫຼ ຊູເຮຫວາ?) ສົງໄສຈະແມ່ນຫມູ່ເພິ່ນຫັ່ນລະ
(ຊ່ວງນີ້ຫາຍຫນ້າຫາຍຕາໄປໃສຫວາ ໄດ້ຂ່າວວ່າກຳລັງກິກກັບໂທຄິໂກະຢູ່ຫວາ ຮ່າໆໆໆໆ)
ຫມູ່ຂອງຊູເຮເວົ້າແຮງຈົນດັງອອກມາ, ສົງໄສຊູເຮຈະເຂີນເລີຍຢ່າງອອກໄປລົມຢູ່ນອກຫ້ອງ
ລະຫວ່າງທີ່ຊູເຮກຳລັງລົມກັບຫມູ່ລາວ ຂ້ອຍເລີຍລອງເຂົ້າໄປເບິ່ງໃນເວັບ ວ່າມີເກມຫຍັງແດ່ທີ່ເປັນສະມາຊິກເທົ່ານັ້ນ
ຈຶ່ງຈະຫຼິ້ນໄດ້
- ເຂົາວົງກົດມໍລະນະ ແມ່ນເກມທີ່ຈະຕ້ອງເຂົ້າໄປໃນເຂົາວົງກົດ ແລ້ວຂ້າຄູ່ຕໍ່ສູ້ໃຫ້ຕາຍຫມົດ ແລ້ວຫາທາງ
ອອກຈາກເຂົາວົງກົດນັ້ນມາໃຫ້ໄດ້ພາຍໃນເວລາທີ່ກຳນົດ
- ເກມbasketball ຟັງເບິ່ງເປັນເກມບາສທຳມະດາ ແຕ່ວ່າຫມາກບານມັນເປັນຫົວຄົນ
- ພູເຂົາຜີສາດ ແມ່ນເກມທີ່ຜູ້ຫຼິ້ນຕ້ອງເປັນຍົມມະທູດ ໄລ່ລ້າວິນຍານທີ່ເລ້ລ້ອນໄປຂັງໄວທີ່ພູເຂົາຜີສາດ
ແຕ່ຕ້ອງລະວັງຢ່າໃຫ້ຖືກວິນຍານຂ້າ ແລະເມື່ອຄົບກຳນົດຈະໄດ້ກິນວິນຍານເຫຼົ່ານັ້ນເພີ່ມພະລົງ
- ເກມ perfect crime ບໍ່ມີຄຳອະທິບາຍ
ດ້ວຍຄວາມຢາກຮູ້ ຂ້ອຍເລີຍລອງກົດເຂົ້າໄປຫຼິ້ນເບິ່ງ ແຕ່ມັນບອກໃຫ້ໃສ່ລະຫັດອີກຄັ້ງ
ເພາະຂ້ອຍບໍ່ຮູ້ລະຫັດຂອງຊູເຮເລີຍບໍ່ໄດ້ຫຼິ້ນຊ້ຳ
"ໂທຄິໂກະ ຫຼັງຈາກນີ້ແລ້ວວ່າງບໍ່? ຟ້າວກັບບ້ານບໍ່?" ຊູເຮເຂົ້າມາໃນຫ້ອງແລ້ວຖາມຂຶ້ນ
"ກະວ່າງຢູ່, ບໍ່ໄດ້ຟ້າວກັບດອກ, ມີຫຍັງບໍ່?"
"ແຫະໆ ພໍດີຫມູ່ຂ້ອຍຊວນໄປກິນເບຍທີ່ຮ້ານ Tripleແ ນະ ໄປນຳກັນບໍ່?"
Triple ແມ່ນຮ້ານອາຫານທີ່ຄ່າອາຫານໂຄດແພງເລີຍ ແຕ່ກໍບໍ່ຮູ້ເປັນຫຍັງໄວລຸ້ນຈຶ່ງມັກໄປກິນເບຍຢູ່ຮ້ານນີ້
ຂ້ອຍກຳລັງຈະປະຕິເສດວ່າບໍ່(ບໍ່ມີເງິນ) ແຕ່ຊູເຮກໍລາກຂ້ອຍຂຶ້ນລົດກ່ອນແລ້ວ
ໄປກໍດີຄືກັນ ເພາະຮູ້ສຶກວ່າຕັ້ງແຕ່ໂມໂມຕາຍ ຂ້ອຍຈະຫມອງລົງໄປເລື້ອຍໆ ອອກໄປຜ່ອນຄາຍຫນ້ອຍຫນຶ່ງຄືຊິສົດຊື່ນ
ຂຶ້ນມາແດ່
ຊູເຮພາຂ້ອຍໄປແນະນຳໂຕກັບຫມູ່ຂອງລາວ, ຫມູ່ລາວກໍມີແຊວໆເລື່ອງຂ້ອຍກັບຊູເຮຫນ້ອຍຫນຶ່ງ
ຊູເຮກັບຂ້ອຍຕ່າງກໍຫນ້າແດງໄປຕາມໆກັນ
ຂ້ອຍນັ່ງຢູ່ຟາກແຈຫນຶ່ງຕ່າງຫາກແລ້ວກິນນັ້ນກິນນີ້ຄົນດຽວ ເພາະວ່າບໍ່ລຶ້ງໃຜກໍເລີຍບໍ່ໄດ້ລົມກັບໃຜ
ສ່ວນຊູເຮແມ່ນນັ່ງກິນເບຍແລ້ວຝອຍກັບຫມູ່ລູກດຽວ, ພໍຫມູ່ລາວເລີ່ມເມົາ ລາວຈຶ່ງປິ່ນມາຫາຂ້ອຍ
"ໂທຄິໂກະບໍ່ກິນເບຍຫວາ?"
"ບໍ່ກິນ, ຂ້ອຍວ່າພວກເຈົ້າເຊົາກິນເທາະ ເມົາຫຼາຍແລ້ວ ດຽວຊິພາກັນກັບບໍ່ໄດ້"
ຊູເຮເຫັນດີນຳເລີຍເອິ້ນບັນດາຫມູ່ໆຂອງລາວໃຫ້ໄດ້ສະຕິແລ້ວແຈກຢາຍກັນກັບບ້ານ
ເມື່ອມາຮອດຫນ້າບ້ານຂ້ອຍ ລາວກໍລົງມາສົ່ງຂ້ອຍຄືເທື່ອກ່ອນ
"ຢ່າສຸໄຫ້ເດີ້ ຂ້ອຍເປັນຫ່ວງ...ຫຼາຍກ່ວາມື້ວານອີກ"
ຊູເຮລູບຫົວຂ້ອຍເບົາໆແລ້ວຂຶ້ນລົດໄປ.
ເມື່ອເຂົ້າມາໃນບ້ານ ຂ້ອຍກໍຄິດຮອດໂມໂມອີກແລ້ວ, ເພາະວ່າໂມໂມມັກມາຫຼິ້ນບ້ານຂ້ອຍປະຈຳ
ສະນັ້ນ ບໍ່ວ່າຈະຫຼຽວໄປທາງໃດກໍຄິດເຫັນແຕ່ພາບຂອງໂມໂມ
ອະ! ນຶກເຖິງໂມໂມກໍນຶກເຖິງຄົນທີ່ໃຊ້ຊື່ໂມໂມອອນໄລນ໌ເມື່ອຫົວແລງນີ້
ທະນາຍວາກະ!! ຂ້ອຍໂທໄປປຫາທະນາຍວາກະອີກຄັ້ງ
ຕູ໊ດດດດດດດດດດດດດ------------ຕູ໊ດດດດດດດດດດດດດ
ສາຍວ່າງ ແຕ່ວ່າບໍ່ມີຄົນຮັບອີກແລ້ວ
ແລະແລ້ວຄືນນັ້ນ ຂ້ອຍກໍຝັນເຫັນໂມໂມອີກ
"ໂທຄິໂກະ ມັນເປັນໂຣກຕິດຕໍ່ ເຊົາໄດ້ແລ້ວ" ໂມໂມເວົ້າ
"ແມ່ນຫຍັງ?"
"ໂຣກຕິດຕໍ່ນະ..."
"ເຮ້! ໂມໂມ ມື້ນີ້ມີຄົນໃຊ້ຊື່ໂຕອອນໄລນ໌ແຫຼະ "
"ມັນເປັນໂຣກຕິດຕໍ່ຂອງຄວາມຕາຍ"
ໂມໂມບໍ່ຟັງຂ້ອຍເລີຍ. ເວົ້າຈົບໂມໂມກໍໂດດຕຶກລົງໄປອີກ, ຂ້ອຍແລ່ນໄປຈະດຶງໂມໂມໄວ້ ແຕ່ບໍ່ທັນ.
ຂ້ອນສະດຸ້ງຕື່ນຂຶ້ນມາ, ຝັນອີກແລ້ວ ຂ້ອຍຝັນເຫັນຫມູ່ຕາຍມາສອງຄືນຕິດໆກັນ
ຢູ່ດີໆສຽງມືຖືຂ້ອຍກໍດັງຂຶ້ນ ມັນຂຶ້ນຊື່ວ່າທະນາຍວາກະ, ຂ້ອຍດີໃຈທີ່ລາວຕິດຕໍ່ກັບມາ
(ຮາໂຫຼ ແມ່ນໃຜນິ)
"ຂ້ອຍແມ່ນໂທຄິໂກະ ຈື່ໄດ້ບໍ່ ທີ່ເຈົ້າມາສອບສວນເລື່ອງຂອງໂມໂມຫັ້ນເດະ ຄືວ່າ..."
ເວົ້າຍັງບໍ່ຫມົດ ຝ່າຍນັ້ນກໍເວົ້າຂຶ້ນກ່ອນ
(ໂທດເດີ້ ທະນາຍວາກະໄດ້ເສຍຊີວິດແລ້ວ ເມື່ອຫົວຄ່ຳວານນີ້ ພວກເຮົາສັນນິຖານວ່າເປັນການຂ້າໂຕຕາຍ
ແຕ່ຍັງບໍ່ພົບແຮງຈູງໃຈໃນການຕາຍ ແລະເຈົ້າກໍເປັນຄົນສຸດທ້າຍ ທີ່ພະຍາຍາມຕິດຕໍ່ຫາລາວ
ດັ່ງນັ້ນ ພວກເຮົາຂໍສອບປາກຄຳເຈົ້າແດ່ເດີ້ ດຽວຊິໂທນັດຕາມຫຼັງອີກ"
"ໂດຍ..."
ຫົວໃຈຂ້ອຍຕົກວູບລົງກັບພື້ນ
ມັນເກີດຫຍັງຂຶ້ນ
ມັນແມ່ນຫຍັງ
ຫຼືມັນຈະເປັນ
ໂຣກຕິດຕໍ່ຂອງຄວາມຕາຍ...
ຂ້ອຍວ່າການຕາຍຂອງທະນາຍວາກະ ມັນມີບາງສິ່ງບາງຢ່າງຄ້າຍຄືກັບການຕາຍຂອງໂມໂມ
ທະນາຍວາກະກຳລັງສືບເລື່ອງຂອງໂມໂມ ສະນັ້ນ ເປັນໄປບໍ່ໄດ້ທີ່ລາວຈະຂ້າໂຕຕາຍຕອນນີ້
ລາວຂ້າໂຕຕາຍແບບບໍ່ມີເຫດຈູງໃຈຫຍັງຄືກັນກັບໂມໂມ
ລາວຫຼິ້ນ funny dead duck ຄືກັນກັບໂມໂມ
ແລ້ວຈຸດເຊື່ອມຕໍ່ການຕາຍຂອງທັງສອງຄົນນັ້ນກໍຄືເວັບໄຊດ໌ດັ່ງກ່າວ
ແຕ່ຄິດໄປຄິດມາ ໍຫຼືວ່າສອງຄົນຈະຖືກຂ້າໂດຍຄົນໆດຽວກັນ ແຕ່ວ່າມັນສົມບູນແບບເກີນໄປ
ມັນບໍ່ມີຫຼັກຖານຫຍັງຫຼົງເຫຼືອໄວ້ເລີຍ ແຖມຜູ້ຂ້າຍັງສາມາດດຳເນີນການໄດ້ຢ່າງວ່ອງໄວ
ຂ້ອຍລອງໂທເຂົ້າໄປທີ່ເບີຂອງທະນາຍວາກະອີກເທື່ອຫນຶ່ງ
"ໂທດເດີ້ ນີ້ແມ່ນເບີຂອງທະນາຍວາກະແມ່ນບໍ່?"
"ແມ່ນແລ້ວ, ແຕ່ຕອນນີ້ທະນາຍວາກໄດ້ເສຍຊີວິດໄປແລ້ວ"
"ເລື່ອງນັ້ນຂ້ອຍຮູ້ແລ້ວ, ຢາກຮູ້ວ່າລາວເປັນຫຍັງຕາຍ?"
"ລາວກິນຢານອນຫຼັບເກີນຂະຫນາດ"
"ແລ້ວລາວເສຍຊີວິດຢູ່ໃສ? ຕອນຈັກໂມງ?"
"ປະມານ 7ໂມງແລງ ຢູ່ທີ່ຫ້ອງເຮັດວຽກຂອງລາວນີ້ແຫຼະ"
ຕອນ 7ໂມງຂ້ອຍຍັງຢູ່ກັບຊູເຮ
"ຂໍຖາມອີກຢ່າງເດີ່ ຕອນນີ້ເຈົ້າຢູ່ທີ່ຫ້ອງເຮັດວຽກຂອງທະນາຍວາກບໍ່?"
"ແມ່ນແລ້ວ"
"ລາວໄດ້ເປີດຄອມພິວເຕີໄວ້ບໍ່?"
"ອືມ ເປີດຢູ່"
"ຊ່ວຍກວດເບິ່ງໃຫ້ແດ່ ວ່າລາວໄດ້ເຂົ້າເວັບ funny dead duck ບໍ່?"
"ໄດ້ໆ ຖ້າບຶດຫນຶ່ງເດີ້......ລາວໄດ້ເຂົ້າເວັບນັ້ນອີ່ຫຼີ, ຢາກຮູ້ວ່າເຈົ້າຖາມເລື່ອງນີ້ໄປເຮັດຫຍັງ?"
"ຂ້ອຍກໍບໍ່ແນ່ໃຈຄືກັນ ເມື່ອຕອນຫົວຄ່ຳຂ້ອຍໄດ້ລົມກັບລາວທາງເວັບນັ້ນແຫຼະ ແຕ່ລາວບໍ່ຕອບຫຍັງເລີຍ
ແລະລາວຍັງຫຼິ້ນໂດຍໃຊ້ຊື່ຄົນອື່ນ"
ຕຳຫຼວດງົງໆ ກັບເລື່ອງທີ່ຂ້ອຍເລົ່າ ລາວເລີຍນັດໃຫ້ຂ້ອຍອອກໄປຫາຕອນນີ້ເລີຍ
ກ່ອນຈະອອກໄປ ຂ້ອຍໄດ້ໂທໄປເລົ່າເລື່ອງການຕາຍຂອງທະນາຍວາກະໃຫ້ແມ່ໂມໂມຟັງ
ແຕ່ກ່ອນຈະວາງສາຍຂ້ອຍກໍນຶກໄດ້ວ່າໄດອາຣີ່ຂອງໂມໂມຢູ່ກັບທະນາຍວາກະ ຂ້ອຍຢາກອ່ານມັນໃຫ້ລະອຽດຕື່ມ ເພາະສັງຫອນໃຈວ່າ
ໄດອາຣີ່ເຫຼັ້ມນັ້ນມັນຕ້ອງກຳຄວາມລັບໄວ້ແນ່ນອນ, ຂ້ອຍຈຶ່ງຂໍຮ້ອງໃຫ້ແມ່ໂມໂມ ໄປເອົາໄດອາຣີ່ນັ້ນກັບຕຳຫຼວດມາໃຫ້ຂ້ອຍ
ຂ້ອຍຈຶ່ງຊວນແມ່ຂອງໂມໂມ ໄປທີ່ບ້ານຂອງທະນາຍວາກະນຳກັນ
ຂ້ອຍໂຕນຮຽນຄາບເຊົ້າ
ທີ່ບ້ານຂອງທະນາຍວາກະ ຍັງມີຕຳຫຼວດແລະພວກພີ່ນ້ອງຢູ່ຈຳນວນຫນຶ່ງ ແຕ່ສົບຂອງທະນາຍວາກະໄດ້ຖືກສົ່ງໄປໂຮງ
ຫມໍແລ້ວ ແຕ່ກໍບໍ່ທັນ ເພາະລາວຂາດໃຈຕາຍກ່ອນ
ຂ້ອຍໄປຫາຕຳຫຼວດຜູ້ທີ່ຮັບໂທລະສັບຂອງທະນາຍວາກະມື້ວານນີ້
ຕຳຫຼວດຄົນນັ້ນພະຍາຍາມຊັກໄຊ້ເລື່ອງຕ່າງໆ, ຂ້ອຍເລີຍເລົ່າເລື່ອງທຸກຢ່າງໃຫ້ລາວຟັງ
ພ້ອມທັງແມ່ຂອງໂມໂມກໍຢູ່ນຳ.
ຕຳຫຼວດເຮັດຫນ້າງົງໆ ແລະ ຖາມເລື່ອງນີ້ເລື່ອງນັ້ນຕໍ່, ຖາມໄປຖາມມາ ສຸດທ້າຍກໍໄປຊອດເລື່ອງການຕາຍຂອງໂມໂມ
ເມື່ອຖືກຖາມຫຼາຍ ຂ້ອຍກັບແມ່ຂອງໂມໂມເລີຍໄຫ້ອອກມາພ້ອມກັນ
ແລ້ວກໍສຳເລັດ, ແມ່ໂມໂມເອົາໄດອາຣີ່ຄືນມາໄດ້ ແລະ ກະວ່າຊິເອົາໃຫ້ຂ້ອຍເລີຍ
ແຕ່ຂ້ອຍເກງໃຈ ເລີຍເອົາໄປກັອບປີ້ ແລ້ວຄືນໄດອາຣີ່ໄປໃຫ້ແມ່ໂມໂມເກັບໄວ້ແທນ
- ໃນຫ້ອງຮຽນ -
"ເຈົ້ານອນບໍ່ຫຼັບແມ່ນບໍ່? ເຈົ້າໄຫ້ຫວາ?" ພໍແຕ່ມານັ່ງ ຊູເຮກໍຖາມຂຶ້ນທັນທີ
" ອືມ ມັນກໍບໍ່ແປກດອກ ຖ້າຂ້ອຍຈະໄຫ້ ຫຼື ນອນບໍ່ຫຼັບ"
"ອື້ມ ຂ້ອຍເຂົ້າໃຈ ແຕ່ເປັນໄປໄດ້ ຂ້ອຍຢາກໃຫ້ເຈົ້າກັບມາສົດໃສຄືເກົ່າໄວໆ"
ຊູເຮເວົ້າແລ້ວກັບໄປຟັງອະຈານອະທິບາຍບົດຮຽນ
ທີ່ຈິງຕັ້ງແຕ່ໂມໂມຕາຍ ຂ້ອຍກໍບໍ່ໄດ້ຕັ້ງໃຈຮຽນເລີຍ
ຕອນນີ້ຂ້ອຍກຳລັງແນມເບິ່ງຫນ້າຊູເຮ ຄິດຢູ່ວ່າຕອນນີ້ພວກເຮົາລົງເຮືອລຳດຽວກັນແລ້ວ
ຂ້ອຍຕັດສິນໃຈສົ່ງເຈ້ຍນ້ອຍໃຫ້ລາວ
-ຊູເຮ...ທະນາຍວາກະຕາຍແລ້ວມື້ວານຕອນຫົວຄ່ຳ, ມື້ເຊົ້າຂ້ອຍໄປບ້ານລາວມາ ພົບວ່າລາວໄດ້ຫຼິ້ນ
ເວັບນັ້ນ ແຕ່ຍັງບໍ່ແນ່ໃຈວ່າລາວເປັນຄົນໃຊ້ຊື່ໂມໂມບໍ່. ແລະຕອນນີ້ຂ້ອຍກັອບປີ້ໄດອາຣີ່ຂອງໂມໂມມາແລ້ວ
ຂ້ອຍວ່າໄດອາຣີ່ເຫຼັ້ມ ຕ້ອງມີຫຍັງບໍ່ທຳມະດາແນ່ນອນ-
----------------------------------------
ຂໍອະໄພ ອາດມີບາງຄຳທີ່ພິມຜິດ ແຕ່ມັນຟ້າວບໍ່ໄດ້ກວດຄືນ ເພາະພິມຕອນເດິກ ແຫະໆ
ຢາກຮູ້ວ່າໄດອາຣີ່ເຫຼັ້ມນັ້ນມີຫຍັງຕ້ອງ....
(ຕິດຕາມຕອນຕໍ່ໄປ)