ອັນນີ້ແມ່ນລິ້ງຂອງຕອນກ່ອນຫນ້ານີ້ເດີ້
http://punlao.com/XuXiujing/diary/13924/
---------------------------------------------------
ບົດທີ່5: Password
"ເຈົ້າເປີດເບິ່ງໄຟລ໌ນັ້ນກ່ອນແລ້ວ!" ຂ້ອຍເວົ້າໃຫ້ຊູເຮ
"ອືມ ຂ້ອຍຢາກຮູ້ເລີຍເປີດເບິ່ງກ່ອນ ຮູ້ສຶກວ່າມັນຈະແມ່ນໄຟລ໌ຂອງເກມ Perfect crime
ຫັ້ນແຫລະ ແຕ່ມັນບໍ່ມີຫຍັງເລີຍ ຂ້ອຍເຂົ້າໄປໃນເກມແລ້ວ ມັນຕ້ອງໄດ້ລົງຊື່ຜູ້
ຫລິ້ນອີກ 5ຄົນ ຈຶ່ງຈະສາມາດຫລິ້ນໄດ້"
"ແລ້ວແນວໃດຕໍ່?"
"ມັນຍັງບອກອີກວ່າ ໃຫ້ລົງຊື່ນາມສະກຸນແທ້ ກັບ ວັນເດືອນປີເກີດແທ້ ຂ້ອຍວ່າມັນແປກໆ
ເລີຍຍັງບໍ່ໄດ້ຫລິ້ນ"
"ແມ່ນຫວາ...." ຂ້ອຍຄິດໃນໃຈວ່າຈະເຮັດແນວໃດຕໍ່
"ຂ້ອຍລະບໍ່ຢາກບອກຂໍ້ມູນແທ້ກັບເວັບບ້າໆນັ້ນ ແລະທີ່ສຳຄັນ ມັນຕ້ອງໄດ້ລາກ
ຄົນມາກ່ຽວຂ້ອງອີກຕັ້ງວ່າ 5ຄົນພຸ້ນນະ" ຂ້ອຍຈົ່ມ
"ກົດຂອງເກມມັນວ່າຈັ່ງຊັ້ນເດະ ແຕ່ທີ່ສຳຄັນກ່ວານັ້ນບໍ່ແມ່ນເລື່ອງເກມດອກ
ເມື່ອເປັນສະມາຊິກພິເສດແລ້ວ ພວກເຮົາສາມາດເບິ່ງໄດ້ ວ່າມີໃຜເຄີຍຫລິ້ນເກມ
ນັ້ນມາກ່ອນແດ່..."
ຊູເຮເບິ່ງຫນ້າຂ້ອຍໃນແບບທີ່ວ່າ ຂ້ອຍເດົາໄດ້ແນ່ນອນວ່າລາວຫມາຍເຖິງໃຜ
"ໂມໂມ! ໂມໂມເຄີຍຫລິ້ນເກມນີ້ແມ່ນບໍ່?" ຂ້ອຍຮູ້ສຶກຕຳຫນິໂມໂມໃນໃຈ ແຕ່ກໍນຶກຂຶ້ນໄດ້
"ແລ້ວໂມໂມໃສ່ຊື່ໃຜລົງໄປອີກ5ຄົນ?" ຂ້ອຍຖາມ
"ເລື່ອງນັ້ນກວດເບິ່ງຈາກ userອື່ນບໍ່ໄດ້ ນອກຈາກຂອງໂມໂມເອງ"
ສະແດງວ່າ ພວກເຮົາຕ້ອງກັບໄປຄົ້ນຫາລະຫັດຂອງໂມໂມອີກຄັ້ງ
"ຖ້າເປັນຄອມພິວເຕີ້ທີ່ບ້ານຂອງໂມໂມ ລາວອາດຈະສັ່ງໃຫ້ຈື່ລະຫັດໄວ້ກໍເປັນໄດ້!" ຂ້ອຍເວົ້າ
"ຮະຮະ ເລື່ອງງ່າຍໆແບບນີ້ ພວກເຮົາຫນ້າຈະຄິດໄດ້ແຕ່ດົນ, ປະ!ຊູເຮ ໄປບ້ານໂມໂມ" ຂ້ອຍຊວນ
"ເຈົ້ານິຈັ່ງແມ່ນໃຈຮ້ອນ ຕອນນີ້ຫາກໍພັກທ່ຽງຊື່ໆ ຍັງອີກຕັ້ງດົນກ່ວາຈະເລີກຮຽນ"
ກໍແມ່ນໄດ໊ເນາະ ຮູ້ສຶກວ່າ 2-3ມື້ມານີ້ຂ້ອຍໂຕນຫ້ອງຕະຫລອດ ສົງໄສຕ້ອງໄດ້ໄປເຂົ້າຮຽນແດ່
ແລ້ວ. ຂ້ອຍຕັ້ງໃຈຮຽນເຕັມທີ່ ເພາະເລີ່ມຈະວາງໃຈໄດ້ແລ້ວ ປິດສະຫນາທຸກຢ່າງມັນກຳລັງຈະ
ໄຂອອກມາຫມົດແລ້ວ.
ມື້ນີ້ຮຽນກ່ຽວກັບ ບົດກະວີພາສາອັງກິດ ຂ້ອຍຕັ້ງໃຈນັ່ງຟັງອາຈານອາ່ນບົດກະວີຈົນໄປຮອດ
ວັກທີ່ວ່າ "Baby,please kill me under the sunlight" ຂ້ອຍຮູ້ສຶກມັກປະໂຫຍກນີ້ຫລາຍ
"ເຮ້! ເຈົ້າຄືມາເຮັດຫນ້າເຫລີແທະ" ຊູເຮເວົ້າກວນ
"ເວົ້າຫັ້ນນ່າ...ຂ້ອຍກຳລັງຕັ້ງໃຈຮຽນ"
"ເຈົ້າຢາກຖືກຂ້າໃຕ້ແສງຈັນ ຫລື ໃຕ້ແສງອາທິດ ?" ຊູເຮຖາມກວນໆ
"ອ້າກກກກກກກກກກກກກ! ເຈົ້າໄປຂ້າສາວອື່ນໄປ໊ ມີຫລາຍຄົນເຕັມໃຈຢາກໃຫ້ເຈົ້າຂ້າຢູ່ດອກ"
"ເວົ້າແທ້ຫວາ" "ຢູ່ຊື່ໆ ຊູເຮກໍເຮັດສີຫນ້າຈິງຈັງຂຶ້ນມາ
"ໂອ້ຍ....ເຈົ້າເປັນຄົນດີ ຢ່າຂ້າຂ້ອຍເລີຍ" ຂ້ອຍເວົ້າກວນກັບໄປ
"ບໍ່! ເຈົ້າຕ້ອງໃຫ້ຂ້ອຍຂ້າ ເຂົ້າໃຈບໍ່ ຂ້ອຍຄົນດຽວເທົ່ານັ້ນ"
"ເວົ້າຫຍັງແທ້ເກາະ,ຂ້ອຍງົງໄປຫມົດແລ້ວ ຄຳວ່າ ຂ້າ ຂອງເຈົ້າຫັ້ນຫມາຍເຖິງຫຍັງ?"
ຊູເຮຍັງບໍ່ທັນໄດ້ຕອບ ອາຈານກໍຍ່າງເຂົ້າມາກ່ອນ
"ສອງຄົນນີ້ຖ້າຈະຈີບກັນລະອອກໄປຈີບຢູ່ນອກຫ້ອງໄປ໊!!"
ອົດສາວ່າຕັ້ງໃຈຮຽນ ສຸດທ້າຍກໍຖືກອາຈານໄລ່ອອກມາຢູ່ນອກຫ້ອງອີກ
ຕອນນີ້ຂ້ອຍກຳລັງຢືນຢູ່ນອກ້ອງກັບຊູເຮ ພ້ອມທັງຮ້າຍລາວໄປພ້ອມ ທີ່ມາກວນຂ້ອຍ
ຈົນຕ້ອງຖືກໄລ່ອອກມາຢູ່ນອກແບບນີ້, ແຕ່ຊູເຮບໍ່ສະເທືອນຫຍັງເລີຍ
ລາວຈັບມືຂ້ອຍແລ້ວຍິ້ມຢູ່ແນວນັ້ນ ເບິ່ງລາວຄືມີຄວາມສຸກແທ້ເນາະ
ແຕ່ວາຂ້ອຍເມື່ອຍຍຍຍຍຍຍຍຍຍຍຍ ຢືນມາເປັນຊົ່ວໂມງແລ້ວ
ຈາກນັ້ນບໍ່ດົນ ອາຈານກໍເອິ້ນໃຫ້ເຂົ້າໄປຮຽນຄືເກົ່າ
ເທື່ອນີ້ພວກເຮົາຕັ້ງໃຈຮຽນກັນແທ້ໆແລ້ວ
......ຈົນຮອດເວລາເລີກຮຽນ........
"ໂທຄິໂກະ ບ້ານໂມໂມໄປທາງໃດ?" ຊູເຮຖາມ
"ໄປທາງຖະຫນົນ ກ. ແລ້ວລ້ຽວເຂົ້າໄປໃນຊອຍ ຂ. ......" ຂ້ອຍບອກທາງ
ແລ້ວສຽງມືຖືຂ້ອຍກໍດັງຂຶ້ນ
'ຮາໂຫລ ນີ້ແມ່ນເບີໂທຄິໂກະບໍ່?'
'ແມ່ນແລ້ວ...ນີ້ແມ່ນຕຳຫລວດທີ່ສືບເລື່ອງຂອງທະນາຍວາກະຫວາ?'
'ແມ່ນແລ້ວ ຕອນແລງນີ້ພວກເຮົາຂໍເຊີນເຈົ້າມາໃຫ້ປາກຄຳແດ່ເດີ້'
ຈັ່ງແມ່ນບັງເອີນ ກຳລັງຈະໄດ້ຮູ້ລະຫັດຂອງໂມໂມຢູ່ແລ້ວ ແຕ່ກໍຕ້ອງໄປຫາຕຳຫລວດກ່ອນ
ຂ້ອຍເລີຍໂທໄປຄອບແມ່ຂອງໂມໂມ
'ຮາໂຫລ ແມ່ຂອງໂມໂມຫວາ ນີ້ແມ່ນໂທຄິໂກະເດີ້ ພໍດີຕອນແລງນີ້ຕຳຫລວດທີ່ເຮັດຄະດີຂອງ
ທະນາຍວາກະນັດເຮົາໄປພົບນະ ເອົາໄວ້ມື້ອື່ນເຮົາຈຶ່ງໄປຫາເດີ້"
'ບໍ່ເປັນຫຍັງ ມື້ອື່ນມາກໍໄດ້'
'ໂດຍ ຂອບໃຈແມ່ຫລາຍໆ'
ກ່ອນຈະວາງສາຍໄປ ຂ້ອຍໄດ້ຍິນສຽງບົດສວດອີ່ຫຍັງຈັກຢ່າງ ລອດມາຕາມສາຍ ຂ້ອຍຄຶດບໍ່ອອກ
ວ່າເຄີຍໄດ້ຍິນບົດສວດນັ້ນຢູ່ໃສ
ຕອນແລງຂ້ອຍກໍໄປຕາມນັດ ແລ້ວກໍຖືກຊັກຖາມເລື່ອງຕ່າງໆ ທີ່ກ່ຽວຂ້ອງກັບຄະດີຂອງທະນາຍ
ວາກະ ແລ້ວຫລັງຈາກນັ້ນກໍກບໄປພ້ອມກັບຊູເຮ
"ໂທຄິໂກະ ໄປແວ່ບ້ານຂ້ອຍກ່ອນບໍ່?"
"ອືມ ກໍດີ ຂ້ອຍຢາກໄປເປີດເບິ່ງໄຟລ໌ນັ້ນຢູ່ພໍດີ"
ນີ້ເປັນມື້ທີ່4ແລ້ວ ທີ່ໂມໂມຕາຍ ແລະກໍເປັນມື້ທີ່3ແລ້ວ ທີ່ຂ້ອຍໄປບ້ານຂອງຊູເຮ
ຕິດຕໍກັນ
ພວກເຮົາເຂົ້າໄປທີ່ເວັບຂອງ funny dead duck ຄືທຸກທເທື່ອ ເຊິ່ງຕອນນີ້ມັນມີການອັບເດດເກມ
ໃຫມ່ ກໍຄືເກມທີ່ສາມາດບັງຄັບຄື້ນສຶນາມິສາດໃສ່ຄົນໄດ້ຫັ້ນລະ
ຂ້ອຍລະຫງຸດຫງິດທີ່ເຈົ້າຂອງເວັບເຫັນການຕາຍ ເປັນພຽງເລືອງຕະລົກ
ເມື່ອເຂົ້າໄປໃນເກມ dead duck ມັນກໍບໍ່ໄດ້ມີຫຍັງແຕກຕ່າງຈາກເກມອື່ນໆຫລາຍ
ກຣາຟຟິກກໍທຳມະດາ ສຽງປະກອບກໍແມ່ນບົດສວດມົນຄືເກມກ່ອນໆ
ເອະ!! ບົດສວດມົນ! ແມ່ນແລ້ວ ຂ້ອຍຫາກໍນຶກຂຶ້ນໄດ້ ສຽງບົດສວດທີ່ຂ້ອຍໄດ້ຍິນ
ກ່ອນທີ່ຈະວາງສາຍກັບແມ່ໂມໂມແມ່ນບົດສວດຂອງເວັບນີ້ນິເອງ
ຂ້ອຍຄຶດຫາຈຸດເຊື່ອມຕໍ່ລະຫວ່າງການຕາຍຂອງໂມໂມກັບທະນາຍວາກະແລ້ວ
ກໍຄື ເຂົາເຈົ້າຫລິ້ນ funny dead duck ຄືກັນ
"ໂທຄິໂກະ ເປັນອີ່ຫຍັງ?" ຊູເຮເບິ່ງຫນ້າຂ້ອຍງົງໆ ແລ້ວຖາມຂຶ້ນ
"ຕາຍລະ...ແມ່ຂອງໂມໂມຫລິ້ນ funny dead duck ແລ້ວ"
"ຫມາຍຄວາມວ່າຫຍັງ?" ຊູເຮຍັງງົງໆ
"ຂ້ອຍບໍ່ຫນ້າບອກເລື່ອງນີ້ໃຫ້ແມ່ໂມໂມຮູ້ເລີຍ ແມ່ຂອງໂມໂມຕ້ອງໃຊ້ຄອມເຄືອງດຽວກັບ
ຂອງໂມໂມແນ່ນອນ ສະນັ້ນ ແມ່ຂອງໂມໂມອາດຈະເຂົ້າລະຫັດຂອງໂມໂມໄດ້ແລ້ວ"
ຊູເຮກໍກັງວົນຂຶ້ນມາຄືກັນ ແຕ່ລາວກໍບອກໃຫ້ຂ້ອຍໃຈເຢັນ ຢ່າຟ້າວສະຫລຸບຄວາມເອົາເອງ
ແລະໃຫ້ຂ້ອຍໂທໄປຖາມແມ່ໂມໂມອີກ ເພື່ອຄວາມແນ່ໃຈ
------ຕູ໊ດດດດດດດດດດດດດດດດດດດດດດດດດ-----
ສາຍວ່າງ ແຕ່ບໍມີຄົນຮັບອີກແລ້ວ!!!
-----------------------------------------------------
ຂ້ອຍເລີ່ມກະວົນກະວາຍ ທັງເຫື່ອ ທັງນ້ຳຕາໄຫລອອກມາ ທີ່ຈິງມັນອາດຈະບໍ່ມີຫຍັງ
ເກີດຂຶ້ນເລີຍກໍໄດ້ ຂ້ອຍອາດຈະຄິດຫລາຍໄປເອງຢ່າງທີ່ຊູເຮບອກ
ແຕ່ວ່າຂ້ອຍມີລາງສັງຫອນເລິກໆໃນໃຈ
ເຫັນຂ້ອຍກະວົນກະວາຍ ຍ່າງໄປຍ່າງມາສຸດທ້າຍ ຊູເຮເລີຍອາສາພາຂ້ອຍໄປທີ່ບ້ານຂອງໂມໂມເລີຍ
"ໂທຄິໂກະ ບໍ່ເປັນຫຍັງ ໃຈເຢັນໆໄວ້"
ເຖິງຈະເວົ້າປອບຂ້ອຍ ແຕ່ສຽງລາວກໍສັ່ນໆໄປຄືກັນ
ແລະແລ້ວ ພວກເຮົາກໍມາຮອດບ້ານຂອງໂມໂມຢ່າງໄວວາ
ຕອນນີ້ຊູເຮພະຍາຍາມໂທເຂົ້າໄປໃນບ້ານແທນຂ້ອຍ ສ່ວນຂ້ອຍກົດກະດິ່ງຢູ່ປະຕູ
ພ້ອມທັງຮ້ອງເອິ້ນພໍ່ແມ່ຂອງໂມໂມໄປພ້ອມ ແຕ່ກໍບໍ່ມີໃຜອອກມາເລີຍ
"ມີໃຜຢູ່ບໍ່ ເປີດປະຕູໃຫ້ແນ່!!"
"ເປີດປະຕູແດ່...!!"
ບໍ່ມີຄົນຮັບໂທລະສັບ ແລະກໍບໍ່ມີຄົນມາເປີດປະຕູ ມັນແປກໆແລ້ວໄດ໊
ຊູເຮຕັດສິນໃຈຫງັດປະຕູເຂົ້າໄປ, ເມື່ອປະຕູເປີດອອກ ຄວັນໄຟກໍລອຍອອກມາທັນທີ
"ໄຟໄຫມ້!"
ບໍ່ທັນໃດ ແກ້ວຈາກປ່ອງຢ້ຽມທຸກບານກໍແຕກອອກມາພ້ອມກັນ ເພາະຄວາມຮ້ອນພາຍໃນບ້ານ
ສຽງເຄື່ອງຂອງໃນບ້ານທີ່ຕົກລົງມາ ເຮັດໃຫ້ຄົນແຖວນັ້ນອອກມາມຸງເບິ່ງ
ຂ້ອຍພະຍາຍາມຮ້ອງເຂົ້າໄປ ແຕ່ກໍບໍ່ມີໃຜຕອບກັບມາ ຂ້ອຍເລີຍຄິດຈະແລ່ນເຂົ້າໄປໃນບ້ານ
ແຕ່ກໍຖືກຊູເຮດຶງໄວ້ ເພາະຊູເຮບອກວ່າຈະເຂົ້າໄປເອງ , ແຕ່ຊູເຮກໍຖືກຄົນແຖວນັ້ນ
ດຶງໂຕໄວ້ອີກ
ຂ້ອຍຮ້ອງເອິ້ນພໍ່ແມ່ຂອງໂມໂມຢູ່ແນວນັ້ນ ກ່ອນທີ່ພາບເບື້ອງຫນ້າຈະມືດລົງ
ຝັນຮ້າຍປາກົດຂຶ້ນມາອີກ...
ພໍ່ແມ່ຂອງໂມໂມ ພ້ອມທັງໂມໂມຢືນຢູ່ທ່າມກາງໄຟທີ່ລຸກໄຫມ້
"ທັງສາມຄົນອອກມານີ້ໄວໄວ" ຂ້ອຍຮ້ອງບອກ
"ບໍ່ໄດ້ ໂທຄິໂກະ .......... ມັນເປັນໂຣກຕິດຕໍ່ຂອງຄວາມຕາຍ..."
ແລ້ວເປວໄຟກໍລຸກຮືຂຶ້ນຢ່າງໃຫຍ່ ຈົນເຜົາບ້ານທັງຫລັງໃຫ້ຫາຍໄປໃນຊົ່ວພິບຕາ
ແລ້ວຂ້ອຍກໍສະດຸ້ງຕື່ນຂຶ້ນມາ
"ໂທຄິໂກະຕື່ນແລ້ວ" ໄດ້ຍິນສຽງຊູເຮກ່ອນເລີຍ
ຫລັງຈາກທີ່ໄດ້ສະຕິ ກໍຮູ້ວ່າຕອນນີ້ຂ້ອຍຢູ່ທີ່ໂຮງຫມໍ ມີພໍ່ແມ່ ແລະນ້ອງຊາຍຂອງຂ້ອຍ
ຢູ່ນຳ ພ້ອມທັງຊູເຮ
"ເຈົ້າສະຫລົບໄປດົນຫລາຍ ຂ້ອຍນຶກວ່າເຈົ້າຈະຕາຍໄປອີກຄົນຫນຶ່ງແລ້ວ" ຊູເຮເວົ້າ
ຕາຂອງຊູເຮຊ້ຳໆບວມໆ ສົງໄສກ່ອນຫນ້ານີ້ລາວໄຫ້
"ດຽວກ່ອນ ທີ່ເຈົ້າວ່າອີກຄົນຫນຶຶ່ງນີ້ຫມາຍເຖິງພໍ່ແມ່ຂອງໂມໂມ...."
ຂ້ອຍໄຫ້ອອກມາອີກຮອບ ເວລາແບບນີ້ຄອບຄົວຄືຄົນທີ່ອົບອຸ່ນທີ່ສຸດ
ຂ້ອຍກອດພໍ່ກັບແມ່ແລ້ວໄຫ້ຢ່າງຫນັກຫນ່ວງ
"ແມ່ ລູກອອກໄປນອກກັບອ້າຍຄົນນີ້ບຶດຫນຶຶ່ງເດີ້ "
ນ້ອງຊາຍຂ້ອຍເວົ້າແລ້ວລາກຊູເຮອອກໄປນອກພ້ອມກັນ
"ເຈົ້າເປັນຫຍັງກັບເອື້ອຍຂ້ອຍ" ນ້ອງຊາຍຂ້ອຍຖາມຊູເຮ
"ເປັນຫມູ່...ຫລືອາດຈະຫລາຍກ່ວານັ້ນ" ຊູເຮຕອບ
"ເຮິ! ບໍ່ຄິດວ່າເອື້ອຍຂ້ອຍຈະເອົາຄົນຄືເຈົ້າ" ນ້ອງຊາຍຂ້ອຍເວົ້າຄ້າຍໆຢຽດຫຍາມ
ແຕ່ແລ້ວຢູ່ໆກໍເວົ້າຈິງຈັງຂຶ້ນມາ
"ເຈົ້າຕ້ອງເບິ່ງເອື້ອຍຂ້ອຍໃຫ້ດີໆ ຕໍ່ໄປນີ້ຢ່າໃຫ້ລາວເຂົ້າໄປຫຍຸ້ງກັບ
ເລື່ອງອັນຕະລາຍແບບນີ້ອີກ" ເວົ້າແລ້ວກໍຍ່າງຫນີ
ແລ້ວຊູເຮກໍຮ້ອງຕອບໄປ
"ຂ້ອຍຕ້ອງເບິ່ງເອື້ອຍເຈົ້າໃຫ້ດີຢູ່ແລ້ວ ເຈົ້າກໍຄືກັນ ເວລາທີ່ຂ້ອຍບໍ່ຢູ່
ກັບໂທຄິໂກະ ກໍຊວຍເບິ່ງລາວແດ່!"
ນ້ອງຊາຍຂ້ອຍຍິ້ມໃຫ້ກັບຊູເຮ ກ່ອນຈະອອກໄປຈາກບໍລິເວນນັ້ນ
ຂ້ອຍຮູ້ສຶກວ່າດີຂຶ້ນແລ້ວ ເລີຍບອກໃຫ້ພໍ່ແມ່ໄປເຮັດວຽກຄືເກົ່າ
ພໍ່ແມ່ລູບຫົວຂ້ອຍຢ່າງເປັນຫ່ວງກ່ອນຈະອອກໄປ
ພໍດີກັບທີ່ຊູເຮຍ່າງສວນເຂົ້າມາ
"ເຈົ້າກໍຄວນໄປໂຮງຮຽນໄດ້ແລ້ວ" ຂ້ອຍບອກຊູເຮ
ຊູເຮບໍ່ຟັງ ລາວນັ່ງລົງຂ້າງຕຽງຂ້ອຍ ແລ້ວເອົາແຕ່ຈ້ອງເບິ່ງຫນ້າຂ້ອຍ
ຂ້ອຍລຳຄານເລີຍຫັນຫລັງໃຫ້ລາວແລ້ວນອນ
ແຕ່ແລ້ວຊູເຮກໍເວົ້າເລື່ອງທີ່ເຮັດໃຫ້ຂ້ອຍນອນບໍ່ໄດ້ອອກມາ
"ຂ້ອຍໄດ້ລະຫັດຂອງໂມໂມມາແລ້ວ..."
------------------------------------------------------
ຕອນຫນ້າເປັນຕອນສຸດທ້າຍແລ້ວ
ປິດສະຫນາທຸກຢ່າງຈະສະເຫລີຍໃນຕອນຫນ້ານີ້ແລ້ວ
ຢ່າພາດເດີ້!
(ຕິດຕາມຕອນຕໍ່ໄປ)