ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 7, 2009 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ໃຜທີອົກຮັກ ມື້ນີ້ກຸ້ງມີຢາແກ້ອາການອົກຮັກມາຝາກ........

.alt

ຕົວຢາມີສ່ວນປະສົມດັ່ງນີ້:

1 ນ້ຳໃຈເພື່ອນທີປາຖະໜາດີ 5g

2 ນ້ຳຕາພໍ່ແມ່ທີ່ເຮົາຮັກ 10 ຫຍົດ

3 ຄວາມເຂັ້ມແຂງ 10 ບ່ວງກາແຟ

4 ຮາກແຫ່ງສັກສີ 5g

5 ໃບເຈັບແລ້ວຈຳ 5 ໃບ

6 ຄວາມເຂົ້າໃຈ(ໃນຮັກ) 5ບ່ວງກາແຟ

7 ສະຕິ 20g

8 ສະມາທິ 5g

9 ປັນຢາ  20g

10 ນ້ຳລ້າງຕາ (ໃຫ້ສະຫວ່າງ) 2 ຝາ

11 ຄວາມຮັກຕົວເອງ ເທົ່າກຳປັ້ນຕົວເອງ

ວິທີປຸງຢາ:

ທັນທີທີ່ອົກຮັກໃຫ້ເອົາສ່ວນປະສົມທັງໝົດບົດໃຫ້ລະອຽດ ແລ້ວຄົນໃຫ້ເຂົ້າກັນຈົນເປັນເນື້ອດຽວ ແລ້ວປັ້ນເປັນຮູບຫົວໃຈນ້ອຍໆ ບັນຈຸໃສ່ຂວດພ້ອມທັງຂຽນໃສ່ວ່າ:"ຢາແກ້ອົກຮັກ"

ວິທີກິນ:

ໃຫ້ກິນວັນລະ 3 ເວລາຫຼັງອາຫານ ເປັນເວລາຕິດຕໍ່ກັນຈົນຫາຍຈາກອາການເຈັບອົກ

ຢານີ້ບໍ່ມີວັນໝົດອາຍຸ ສາມາດເກັບໄວ້ຮັກສາອາການອົກຮັກໄດ້ຕະຫຼອດໄປ.

 

by: ກຸ້ງ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2009 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

alt

ຄວາມລັບ...ໄດ້ຍິນວ່າມັກເປັນສີດຳ

ຄວາມຮັກ...ຈື່ໄດ້ວ່າເປັນສີຊົມພູ

 

ຄວາມລັບ...ຕ້ອງກະຊິບຂ້າງຫູ

ຄວາມຮັກ...ອາດຮັບຮູ້ດ້ວຍຫົວໃຈ

 

ຄວາມລັບ...ຖ້າບອກຈະບໍ່ລັບອີກຕໍ່ໄປ

ຄວາມຮັກ...ໄດ້ຟັງຢາມໃດກໍ່ຍັງງົດງາມ

 

ຄວາມລັບ...ຈະບໍ່ບອກໃຫ້ໃຜຮູ້

ຄວາມຮັກ...ຢາກໃຫ້ໄດ້ຟັງຢູ່...ກໍ່ສຸກລົ້ນ

 

ຄວາມລັບ...ເຂົ້າໄປຫຼາຍຈະວົກວົນ

ຄວາມຮັກ...ພຽງແຕ່ຢູ່ໃນໃຈໃຜຈັກຄົນ...ກໍ່ພຽງພໍ

 

by: ກຸ້ງ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 28, 2009 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ວິທີງໍ້ຄົນຮັກ ໃຜທີກຳລັງຊອກຫາວິທີງໍ້ຄົນຮັກ ມື້ນີ້ກຸ້ງມີວິທີມາບອກ...alt



1 ສະແດງຄວາມຈິງໃຈ

2 ຊື້ຂອງຂັວນມາໃຫ້

3 ຊວນລາວອອກໄປຫລີ້ນ

4 ບອກໄປຕົງຕົງເລີຍວ່າ ເຈົ້າຍັງຮັກລາວຢູ່

5 ປັບຄວາມເຂົ້າໃຈ

6 ສັນຍາວ່າຈະເປັນຄົນຮັກທີດີ



ຖ້າຢາກໃຫ້ຄົນຮັກຄືນດີໄວໆ ກໍ່ລອງເອົາວິທີນີ້ໄປໃຊ້ກັນເບິ່ງ

^_^
 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 24, 2009 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມລັບທີແຟນບໍ່ຢາກບອກໄຫ້ເຮົາຮູ້

1   ຄວາມອ່ອນແອ

2   ຄວາມມັກສ່ວນຕົວ

3   ຊ່ວງເວລາທີ່ເຄີຍມີກັບແຟນເກົ່າ

4   ຊ່ວງເວລາທີ່ຫນ້າອາຍ

5   ຄວາມຜິດບາບເມື່ອຄັ້ງອາດີດ