![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ກ.ລ.. 31, 2009
| ມີ
21 ຄຳເຫັນ
ແລະ
0 trackback(s)
ການນອນແມ່ນການພັກຜ່ອນ ຫຼັງຈາກທີເມື່ອຍມາຫມົດມື້ ແລ້ວນອນແນວໃດຈື່ງບໍ່ໃຫ້ເສຍສຸຂະພາບ ມື້ນີ້ກຸ້ງມີຂໍ້ຫ້າມເມື່ອຈະເຂົ້ານອນມາຝາກ...
1 ບໍ່ຄວນໃສ່ໂມງຂໍ້ມືເຂົ້ານອນ
ເພາະເວລາໂມງທຳງານຢູ່ນັ້ນ ລ້ວນແຕ່ປ່ອຍພະລັງງານ ຖ້າເຮົາໃສ່ໂມງນອນຈະເປັນຜົນເສຍຕໍ່ສຸຂະພາບ.
2 ບໍ່ຄວນນອນຫລັບໄປພ້ອມໆກັບໂທລະສັບ ຫຼືວາງໂທລະສັບມືຖືໄວ້ໄກ້ໆ
ເພາະວ່າໂທລະສັບມືຖືຈະປ່ອຍຄື້ນແມ່ເຫຼັກໄຟ້າອອກມາແລະຄື້ນແມ່ເຫຼັກໄຟ້າເຫຼົ່ານີ້ ມີຜົນຕໍ່ລະບົບປະສາດ.
3 ຢ່າຫລັບໄປພ້ອມໆກັບເຄື່ອງສຳອາງ
ເພາະການທີ່ຫຼັບທັ້ງໆທີ່ເຄື່ອງສຳອາງຄາຢູ່ຜິວຫນ້າຈະເຮັດໃຫ້ເກີດບັນຫາທາງດ້ານຜິວພັນ
4 (ສຳລັບຜູ້ຍິງ) ບໍ່ຄວານນຸ່ງຍົກຊົງນອນ
ເພາະນັກວິທະຍາສາດຊາວອາເມລິກາ ພົບວ່າການນຸ່ງຍົກຊົງກາຍ12ຊົ່ວໂມງ ຈະສ່ຽງຕໍ່ການເປັນມະເຮັງ.
by: ກຸ້ງ ^_^