ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 7, 2009 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ໃຜທີອົກຮັກ ມື້ນີ້ກຸ້ງມີຢາແກ້ອາການອົກຮັກມາຝາກ........

.alt

ຕົວຢາມີສ່ວນປະສົມດັ່ງນີ້:

1 ນ້ຳໃຈເພື່ອນທີປາຖະໜາດີ 5g

2 ນ້ຳຕາພໍ່ແມ່ທີ່ເຮົາຮັກ 10 ຫຍົດ

3 ຄວາມເຂັ້ມແຂງ 10 ບ່ວງກາແຟ

4 ຮາກແຫ່ງສັກສີ 5g

5 ໃບເຈັບແລ້ວຈຳ 5 ໃບ

6 ຄວາມເຂົ້າໃຈ(ໃນຮັກ) 5ບ່ວງກາແຟ

7 ສະຕິ 20g

8 ສະມາທິ 5g

9 ປັນຢາ  20g

10 ນ້ຳລ້າງຕາ (ໃຫ້ສະຫວ່າງ) 2 ຝາ

11 ຄວາມຮັກຕົວເອງ ເທົ່າກຳປັ້ນຕົວເອງ

ວິທີປຸງຢາ:

ທັນທີທີ່ອົກຮັກໃຫ້ເອົາສ່ວນປະສົມທັງໝົດບົດໃຫ້ລະອຽດ ແລ້ວຄົນໃຫ້ເຂົ້າກັນຈົນເປັນເນື້ອດຽວ ແລ້ວປັ້ນເປັນຮູບຫົວໃຈນ້ອຍໆ ບັນຈຸໃສ່ຂວດພ້ອມທັງຂຽນໃສ່ວ່າ:"ຢາແກ້ອົກຮັກ"

ວິທີກິນ:

ໃຫ້ກິນວັນລະ 3 ເວລາຫຼັງອາຫານ ເປັນເວລາຕິດຕໍ່ກັນຈົນຫາຍຈາກອາການເຈັບອົກ

ຢານີ້ບໍ່ມີວັນໝົດອາຍຸ ສາມາດເກັບໄວ້ຮັກສາອາການອົກຮັກໄດ້ຕະຫຼອດໄປ.

 

by: ກຸ້ງ

Delicious Digg Fark Twitter