ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 26, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ເນື້ອງຈາກປະຈຸບັນ ເຫດການທາງດ້ານໄພທຳມະຊາດໄດ້ເກີດຂຶ້ນຫຼາຍກ່ວາປົກກະຕິ ເຊັ່ນແຜ່ນດິນໃຫວ ພະຍຸ ນ້ຳຖວ້ມ ແລະ ອື່ນໆ ລວມໄປເຖິງຂ່າວລືວ່າໂລກຊິແຕກໃນປີ 2012. ໃນປະເທດໄກ້ຄຽງລາວ ແລະ ປະເທດເຮົາກໍ່ໄດ້ເກີດແຜ່ນດິນໃຫວຂ້ອນຂ້າງຖີ່ຂື້ນ  ດັ່ງນັ້ນ ຫຼາຍທ່ານກໍອາດຈະວິຕົກກັງວົນ ວ່າອາດຈະເກີດແຜ່ນດິນໃຫວຂະໜາດໃຫຍ່ ຫຼື ມີຄວາມອັນຕະລາຍຮ້າຍແຮງໄປຕ່າງໆນາໆ. ໃນຖານະທີ່ຂ້າພະເຈົ້າໄດ້ສຶກສາໃນດ້ານນີ້ ແລະ ເຂົ້າໃຈກ່ຽວກັບເລື່ອງແຜ່ນດິນໃຫວພໍສົມຄວນ ດັ່ງນັ້ນ ຈຶ່ງຢາກຈະຊີ້ແຈງໃຫ້ບັນດາທ່ານ ຢ່າຢ້ານກົວ ວ່າຈະມີແຜ່ນດິນໃຫວຂະໜາດໃຫຍ່ຢູ່ລາວ ເພາະວ່າ ບໍ່ມີໂອກາດເກີດຮູນແຮງກວ່າ 7 ຣິກເຕີ.

ຈາກແຜນທີ່ (Seismic harzard map) ຂອງກົມສຳຫຼວດທາງທໍລະນີ ສະຫະລັດ (USGS) ໃນເຂດພາກເໜືອຂອງລາວ ໃນຊ່ວງເວລາ 50 ປີ (ຮູບລຸ່ມນີ້) ສະແດງໃຫ້ເຫັນວ່າ peak ground acceleration (m/s^2) ບໍລິເວນພາກຕາເວັນຕົກສ່ຽງເໜືອຂອງລາວ (ບໍ່ແກ້ວ, ອຸດົມໃຊ ຫຼວງນ້ຳທາ ໄຊຍະ) ເປັນສີສົ້ມ (ຄ່າ1.6-2.4) ໝາຍເຖິງໂອກາດເກີດຢູ່ໃນລະດັບກາງລົງມາ ຫຼື ບໍ່ເກີນ  7. ສ່ວນພາກເໜືອລາວສ່ວນໃຫຍ່ເປັນສີເຫຼືອງ (0.8-1.6) ສະແດງວ່າໂອກາດເກີດແຜ່ນດິນໃຫວທີ່ມີຄວາມແຮງຕຳລົງມາ.

ໝາຍເຫດ: ສີແດງ ຫຼາຍສຸດ ແລະ ສີຂາວໜ້ອຍສຸດ

ສະຫຼຸບ: ຖ້າຈະເກີດແຜ່ນດິນໃຫວຈະບໍ່ເກີນປະມານ 7 ຣິກເຕີ ທີ່ບໍ່ລິເວນພາກຕາເວັນຕົກສ່ຽງເໝືອຂອງລາວ ບໍລິເວນ 3-4 ແຂວງທີ່ກ່າວມາ ສ່ວນແຂວງອື່ນທາງພາກເໝືອໂອກາດເກີດລະດັບຕຳ່ກວ່າ. ດັ່ງນັ້ນ ບໍ່ຄວນຈະຢ້ານກວົເກີນເຫດ ຕັ້ງໃຈທຳມາຫາກິນ ດີກວ່າ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 16, 2011 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ເນື່ອງຈາກ ໄລຍະນີ້ ກະແສຂ່າວເລື່ອງການເກີດໄພທຳມະຊາດ ເກີດຂຶ້ນຢ່າງຕໍ່ເນື່ອງ ເຊັ່ນ: ແຜ່ນດິນໃຫວ, ຄື້ນຊິນາມິ, ນຳຖ້ວມ, ພະຍຸ, ....ໃນຫຼາຍພື້ນທີ່ທົ່ວໂລກ ແລະດັ່ງນັ້ນ ຜູ້ຄົນຈຶ່ງມາຫັນມາສົນໃຈຕິດຕາມຂ່າວສານເລື່ອງນີ້ຫຼາຍຂຶ້້ນກວ່າເກົ່າ. ບັນດານັກວິທະຍາສາດແລະ ໂຫລະສາດກໍ່ອອກມາວິພາກວິຈານກັນຕ່າງໆນາໆ ຈົນກ້າວໄປເຖິງວ່າ ໂລກຈະຈົບຊິ້ນໃນປີ 2012 ເຮັດໃຫ້ບາງຄົນແຕກຕື່ນ ກິນເຂົ້າບໍ່ແຊບ ນອນບໍ່ຫຼັບ ຈົນກະທັ້ງບາງຄົນກໍ່ຟ້າງສ້າງຄອບຄົວ ເພື່ອຈະໄດ້ລອງລົດຊາດ... ກ່ອນທີ່ໂລກຈະແຕກ.

ໃນຄວາມເຊື່ອທາງວິທະຍາສາດຂ້າພະເຈົ້າວ່າ ໂລກຈະບໍ່ແຕກແນ່ນອນ ແຕ່ມັນອາດຈະມີໄພທຳມະຊາດ ຫຼາຍກວ່າເກົ່າ. ເນື່ອງຈາກໄພທຳມະຊາດກໍເກີດຂຶ້ນມາຕະຫຼອດ ເຊັ່ນ:

1. ໄພທຳມະຊາດເມື່ອຫຼາຍລ້ານປີກ່ອນ ກໍ່ເຮັດໃຫ້ໄດໂນເສົາ ຫຼື ພຶດບາງຊະນິດ ສູນພັນ. ສະໃໝນັ້ນ ໄດໂນເສົາກະບໍ່ເຫັນຈະໄດ້ສ້າງໂຮງງານອຸດສະຫະກຳ ຫຼື ກິດຈະກຳອື່ນ ທີ່ເຮັດໃຫ້ໂລກເກີດໄພພິບັດ ແຕ່ໄພທຳມະຊາດກໍທຳລາຍພວກເຂົາ

2. ໃນປະເທດລາວ ເມື່ອປະມານລ້ານກວ່າປີກ່ອນ ຢູ່ພາກໃຕ້ຂອງລາວ ເຂດພູພຽງບໍລະເວນ(ຈຳປາສັກ, ສາລະວັນ ແລະ ເຊກອງ) ແລະ ພູພຽງສານໄຊ (ອັດຕະປື) ພູໄຟກໍລະເບີດຫຼາຍໆໆ ລູກກະຈາຍໄປທົ່ວ. ຖ້າລະເບີດຂຶ້ນໃນປະຈຸບັນກໍຄົງຈະໂທດມະນຸດດັ່ງທີ່ເປັນຢູ່

ຖ້າໂລກຈະແຕກຈິງໆ ອາດຈະມາຈາກ:

1. ມີດາວອື່ນ ຫຼື ລູກອູກາບາດ ທີ່ເຄື່ອນທີ່ຜິດວົງໂຄຈອນ ມາຕຳໃສ່ໂລກ (ໂອກາດກໍມີນ້ອຍ)

2. ມີແຜ່ນດິນໃຫວ ຫຼື ພູໄພ ລະເບີດທົ່ວໂລກ (ເປັນໄປບໍ່ໄດ້ ແຜ່ນດິນໃຫວມັກເກີດບ່ອນທີ່ມີຮອຍເລື່ອນ ຫຼື ຮອຍຕໍ່ຂອງແຜ່ນເປືອກໂລກເທົ່ານັ້ນ)

3.ນ້ຳຖວ້ມໂລກ ເນື່ອງຈາກໂລກຮ້ອນເຮັດໃຫ້ນ້ຳແຂງຢູ່ຂົ້ວໂລກເປື່ອຍ ( ກໍ່ເປັນໄປບໍ່ໄດ້. ຈະເອົານ້ຳມາແຕ່ໃສ ນ້ຳອາດຈະຖ້ວມບາງແຫ່ງທີ່ຕຳ ແຕ່ບໍ່ສາມາດຖ້ວມໝົດ ເພາະວ່ານ້ຳແຂງທີ່ຢູ່ຂົ້ວໂລກມີປະລິມານໜ້ອຍຫຼາຍເມື່ອທຽບໃສ່ນ້ຳໃນມະຫາສະໝຸດ)

4.ສານກຳມັນຕະພາບລັງສີທີ່ເກີດຈາກສົງຄາມທີ່ໃຊ້ລະເບີດນິວເຄຍ ຫຼື ຈາກໂຮງງານນິວເຄລຍລະເບີດ (ກໍອາດຈະມີບາງແຫ່ງ ອາດຈະບໍ່ສາມາດເກີດຂຶ້ນທົ່ວໂລກ)

ແຕ່ເຖິງຢ່າງໃດກໍຕາມ ພາວະໂລກຮ້ອນທີ່ເກີດຈາກການປ່ອຍ CO2 (ຊີໂອທູ) ກໍອາດຈະມີຜົນກະທົບຕໍ່ໂລກ ເຊັ່ນ: ເມື່ອນ້ຳແຂງໃນຂົ້ວໂລກເປື່ອຍ ມັນກໍໃຫຼ ລົງສູມະຫາສະໝຸດ ເຮັດໃຫ້ມວນສານຂອງແຜ່ນເປືອກໂລກ (TECTONIC PLATE)ບາງບ່ອນຂາດການດຸ່ນດ່ຽງ ດັ່ງນັ້ນ ມັນຈຶ່ງພະຍາຍາມປັບຕົວໃຫ້ເກີດການດຸ່ນດ່ຽງ ຄ້າຍກັບເອົານ້ຳ ໄປເຕີມໃສ່ຖາດ ຫຼື ວັດຖຸທີ່ສາມາດຂັງນຳໄວ້ບໍ່ເທົ່າກັນ ເຮັດຂາດການດ່ຽນດ່ຽງ ຫຼື ອີກຕົວຢ່າງ ເຊັ່ນ ແມ່ຍິງຖືພາໄກ້ຈະຄອດ ເວລາຍ່າງກະຕ້ອງຫຼັງເອ່ນ ນັ້ນເປັນການປັບຄວາມດຸ່ນດ່ຽງຂອງຮ່າງກາຍ ເພື່ອໃຫ້ຍ່າງໄດ້ສະດວກ.  ດັ່ງນັ້ນ ເປືອກໂລກກໍເໝືອນກັນ ເມື່ອມວນສານຂອງແຜ່ນເປືອກໂລກປ່ຽນແປ  ມັນກໍຕ້ອງການຄວາມດຸ່ນດຽ່ງດັ່ງນັ້ນ ມັນຈິ່ງຍ້າຍທີ່ ເມືອມັນຍ້າຍທີ່ ໂອກາດທີ່ເກີດແຜ່ນດິນໃຫວກໍມີຫຼາຍຂຶ້ນກວ່າປົກກະຕິ.

ໂດຍປົກກະຕິ ສາຍເຫດທີ່ພາໃຫ້ແຜ່ນເປືອກໂລກເຄື່ອນທີ່ ແມ່ນການນຳພາຂອງຄວາມຮ້ອນ (CONVECTION) ຢູ່ຊັນໃນຂອງໂລກ ຫຼື ຊັ້ນແມນເທິນ (MANTLE) ຊຶ່ງເປັນຊັ້ນທີ່ເປັນທາດແຫຼວ ປະກົດການນີ້ໄດ້ດຶງໃຫ້ແຜ່ນທະວີບເລື່ອນໄປ ດັ່ງຮູບ. ເມື່ອປະມານ 500 ລ້ານປີທຸກທະວີບເປັນແຜ່ນດຽວກັນ ປະຈຸບັນແຍກກັນດັ່ງທີ່ເຫັນ ກະຍ້ອນປະກົດການນີ້ແລ້ວ.

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 11, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

Tsunami (ຊຶນະມິ) ມາຈາກພາສາຍີ່ປຸ່ນ ມີຄວາມໝາຍວ່າຄື້ນຂະໜາດໃຫຍ່ ຫຼື ຄື້ນຍັກ

ຊຶນະມິ ເກີດຂຶ້ນໄດ້ຈັ່ງໃດ? ຄົງອາດຈະຍັງເປັນຂໍ້ກັງຂາຂອງຫຼາຍທ່ານ. ຂະພະເຈົ້າຈະສະຫຼຸບໂດຍຫຍໍ້ ດັ່ງນີ້:

ສາຍເຫດທີ່ພາໃຫ້ເກີດຄື້ນຊຶນະມິ ມີດັ່ງນີ້:

  1. ເກີດຈາກແຜ່ນດິນໃຫວ ໃນທະເລຫຼື ມະຫາສະໝຸດ (ສາຍເຫດຕົ້ນຕໍ)

ຖ້າເກີດແຜ່ນດິນໃຫວບໍລິເວນທີ່ເປັນແຜ່ນທະວີບຈະບໍ່ເກີດຄື້ນຊຶນະມິ

  1. ເກີດຈາກແຜ່ນດິນຖະຫຫຼົ່ມລົງໃນທະເລ ຫຼື ມະຫາສະໝຸດ (ມີໜ້ອຍ)
  2. ເກີດຈາກການທົດລອງລະເບີດນິວເຄລຍໃນທະເລ ຫຼື ມະຫາສະໝຸດ (ມີໜ້ອຍ)
  3. ມີລູກອຸກາບາດທີ່ມາຈາກນອກໂລກ ຕົກລົງໃນທະເລ ຫຼື ມະຫາສະໝຸດ (ມີໜ້ອຍ ເກືອບບໍ່ມີ)

ແຜ່ນດິນໃຫວໃນທະເລແບບໃດ? ຈິ່ງພາເກີດຄື້ນຊຶນະມິ:

ເປັນແຜ່ນດິນໃຫວທີເກີດການເຄື່ອນຕົວຂອງເປືອກໂລກ ທີ່ເຄື່ອນທີ່ຕາມລວງຕັ້ງ ດັ່ງຮູບ1 ( ຖ້າແຜ່ນເປືອກໂລກເຄືອນທີ່ຕາມລວງນອນຈະບໍ່ເກີດຄື້ນຊຶນະມິ). ເລື່ອງແຜ່ນດິນໃຫວຂະພະເຈົ້າໄດ້ຂຽນໃນໄດອະຣີກ່ອນໜ້ານີ້ແລ້ວ

ຮູບ1

ຄວາມສູງຂອງຄື້ນຊຶນະມິ ຫຼື ພະລັງງານທີ່ກະທົບໃສ່ຝັ່ງ ຂຶ້ນກັບ:

  1. ຂະໜາດຂອງແຜ່ນດິນໃຫວ
  2. ຄວາມຊັນຂອງການເຄື່ອນຕົວຂອງເປືອກໂລກ ຖ້າມັນເຄື່ອນທີ່ຕາມລວງຕັ້ງ ຈະເກີດຄື້ນຂະ ໜາດແຮງກວ່າ ມັນເຄື່ອນຕາມລວງເນີ້ງ
  3. ໄລຍະຫ່າງແຕ່ຈຸດເກີດຄື້ນຫາແຄມຝັ່ງ  ຖ້າເກີດຢູ່ໄກຝັ່ງພະລັງງານຂອງຄື້ນກໍຫຼຸດລົງ ກໍຄືຄື້ນນ້ຳທົວໄປ (ຄວາມຈິງມີສູດຄິດໄລ່) ຖ້າເກີດຢູ່ໄກ້ຝັ່ງມັນຈະສ້າງຄວາມເສຍຫາຍຫຼາຍກວ່າ
  4. ຄື້ນສິນະມິຂຶ້ນຝັ່ງໄດ້ໄກສຸດປະມານ 2 ກິໂລແມັດ ເພາະສະນັ້ນ ຖ້າຜູ້ໃດມີເຮືອນໄກແຄມຝັ່ງເກີນສອງກິໂລແມັດ ຍູທ່າງນອນກອດເມຍໂດຍບໍ່ຕ້ອງກັງວົນ

ລັກສະນະຂອງຄື້ນທີ່ເຄືອນທີ່ບໍລິເວນໄກ້ຝັ່ງ

ບໍລິເວນນ້ຳເລິກ ຄື້ນມີຄວາມສູງໜ້ອຍກວ່າ ຄື້ນທີ່ບໍລິເວນນ້ຳຕື້ນ ດັ່ງຮູບ 2   . ສູດການພົວພັນລະຫວ່າງ ຄວາມຍາວຄື້ນແລະຄວາມສູງຂອງຄື້ນ. ຄວາມຍາວຄື້ນຫລາຍ ແລະ ລວງສູງໜ້ອຍ (ຢູ່ບໍລິເວນນ້ຳເລິກ) ສວ່ນ ຄວາມຍາວຄື້ນໜ້ອຍ ແລະຄວາມສູງຂອງຄື້ນຫຼາຍ (ຢູ່ບໍລິເວນນ້ຳຕຶ້ນ) ດັ່ງຮູບ 2 ເຊິ່ງກໍອີງຕາມກົດເກນຮັກສາພະລັງງານນັ້ນເອງ. ຕົວຢ່າງ ເມື່່ອເກີດຄື້ນຊຶນະມິ ທີ່ບໍລິເວນໝູ່ ເກາະສຸມາດຕາ, ທະເລອັນດາມັນ ປີ 2004 ບັນດາເຮືອລົບຂອງອະເມລິກາທີ່ຈອດຢູ່ກາງມະຫາສະໝຸດປອດໄພ ແຕ່ລຳທີ່ຈອດຢູ່ແຄມຝັ່ງຖືກຄື້ນຊັດເຂົ້າຝັ່ງ ແລະ ເສຍຫາຍຢ່າງໜັກ

ຮູບ2

ຢູ່ລາວມີໂອກາດເກີດຊຶນະມິບໍ?

ບໍ່ເກີດແນ່ນອນ ເພາະວ່າ ລາວບໍ່ຕິດທະເລ ຖ້າສົມມຸດມັນເກີດຝັ່ງທະເລຫວຽດນາມ ມັນຄົງບໍ່ສາມາດຂ້າມສາຍພູຫຼວງໄດ້ຢ່າງແນ່ນອນ

 

ວັນທີ 11 /3/2011 ໄດ້ເກີດແຜ່ນດິນໃຫວຂະໜາດ 8,9 ຣິກເຕີ ກໍໃຫ້ເກີດຄື້ນຊິນະມິຂະໜາດໃຫຍ່ກະທົບຊາຍຝັ່ງຂອງປະເທດຍີ່ປຸ່ນ (NEAR THE EAST COAST OF HONSHU, JAPAN) ສ້າງຄວາມເສຍຫາຍຢ່າງໜັກ ເຫດຜົນ ດັ່ງຂໍ້ 1-3 ຂ້າງເທິງ  ແຕ່ສິ່ງສຳຄັນຄືເກີດໄກ້ໆ ກັບແຄມຝັ່ງດັ່ງນັ້ນມັນຈຶ່ງມີພະລັງມະຫາສານ ແລະ ເຂົ້າຈູ່ໂຈມຢ່າງໄວ ເຖິງແມ່ນວ່າປະເທດຍີ່ປຸ່ນມີລະບົບເຕືອນໄພທີ່ທັນສະໃໝ ລະດັບຕົ້ນໆຂອງໂລກກໍຕາມ.

ລາຍລະອຽດທ່ານສາມາດຕິດຕາມເລື່ອງແຜ່ນດິນໃຫວໄດ້ຈາກເວັບໄຊhttp://earthquake.usgs.gov/earthquakes/recenteqsww/Quakes/quakes_all.php

ຈາກຂໍ້ມູນນີ້ທ່ານສັງເກດເຫັນບໍ່ ວ່າມີຄື້ນແຜ່ນດິນໃຫວທີ່ເກີດຕາມມາ (After Shock) ຫຼາຍໆໆຄັ້ງ ປະມານ 15 ຄັ້ງ ທັງໃນທະເລ ແລະ ເທິງໜ້າດິນ

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 25, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ອາດຈະບໍເປັນເລື່ອງແປກວ່າມີແຜ່ນດິນໃຫວໃນລາວ. ໂດຍປົກກະຕິແຜ່ນດິນໃຫວໃນທົ່ວໂລກ
ເກີດມັນເກີດຂຶ້ນທຸກໆ ຊົ່ວໂມງຢູ່ແລ້ວ ແຕ່ເຂົາບໍ່ລາຍງງານເນື່ອງຈາກມີຂະໜາດນ້ອຍ ມັນບໍ່ສົ່ງຜົນກະທົບແກ່ຄົນເຮົາ. ຖ້າຂະໜາດໃຫຍ່ຈຶ່ງລາຍງານ. ລາຍລະອຽດເບິ່ງຂໍ້ມູນຈາກເວັບໄຊ ຂອງກົມສຳຫຼວດທາງທໍລະນີຂອງສະຫະລັດອາເມລິກາ ຫຼື USGS . http://earthquake.usgs.gov/earthquakes/
ເຂົາຈະລາຍງານເປັນລາຍວັນ, ລາຍອາທິດ, ລາຍເດືອນ, ລາຍປີ ແລະ ອື່ນໆ ຂຶ້ນກັບເຮົາຕ້ອງການເບິ່ງ. ທ່ານອາດຈະຕົກຕະລຶງວ່າມີຫຼາຍຂະໜາດໃດ?

ຂ້າພະເຈົ້າກວດສອບຂໍ້ມູນ ຈາກ USGS ໃນຊວ່ງ 7 ວັນທີ່ຜ່ານມາ Update time = Fri Feb 25 15:00:03 UTC 2011

http://earthquake.usgs.gov/earthquakes/recenteqsww/Quakes/quakes_all.php (Acces 25Feb2011)

ສາມາດສະຫຼຸບໄດ້ ດັ່ງນີ້: ໃນຊ່ວງ 7 ວັນທີ່ຜ່ານມາ ມີເແຜ່ນດິນໃຫວຄວາມແຮງ (2.5 ຫາ 6.4 ຣີກເຕີ)ໃນທົ່ວໂລກ ຈຳນວນ 231 ຄັ້ງ (ໂດຍສະເລ່ຍ 1 ຊົ່ວໂມງມີແຜ່ນດິນໃຫວ 1.3 ຄັ້ງ)

ຄວາມແຮງແຕ່ 2.5-2.9 ຣິກເຕີ  ມີຈຳນວນ 100 ຄັ້ງ

ຄວາມແຮງແຕ່ 3.0-3.9 ຣິກເຕີ  ມີຈຳນວນ 44 ຄັ້ງ

ຄວາມແຮງແຕ່ 4.0-4.9 ຣິກເຕີ  ມີຈຳນວນ 56 ຄັ້ງ

ຄວາມແຮງແຕ່ 5.0-5.9 ຣິກເຕີ  ມີຈຳນວນ 29 ຄັ້ງ

ຄວາມແຮງ>6.0 ມີຈຳນວນ 2 ຄັ້ງ SOUTH ISLAND OF NEW ZEALAND (6.3) ແລະ SOUTH OF THE FIJI ISLANDS (6.4)

ແຜ່ນດິນໃຫວໃນລາວກໍມີໂອກາດເກີດຂຶ້ນເໝືອນກັນ ໃນເຂດພາກເໜືອຂອງລາວ ເນື່ອງຈາກມັນມີຮອຍເລື່ອນທີ່ຍັງມີພະລັງຢູ່ (Active fault). ຊຶ່ງແຜ່ນດິນໃຫວສ່ວນໃຫຍ່ຈະເກີດຢູ່ບໍລິເວນດັ່ງກ່າວ ເຊັ່ນໃນປີ 2007 (6.1 Richter) ກໍເກີດໃນບໍເວນດັ່ງກ່າວ. ຈາກແຜນທີ່ຄວາມສ່ຽງດ້ານແຜ່ນດິນໃຫວ (Seismic Harzard map) ເຂດດັ່ງກ່າວ ຖ້າເກີດກໍອາດຈະບໍ່ເກີນ 7 Richter

ຖ້າເວົ້າເຖິງໃນອະດີດ ບ້ານເຮົາກໍເກີດແຜ່ນດິນໃຫວ ພູໄຟຢູ່ແລ້ວເຊັ່ນ:
1. ພູພຽງບໍລະເວນ ຊຶ່ງກວມເອົາແຂວງຈຳປາສັກ ສາລະວັນ ແລະ ເຊກອງ ປະມານຍຸກເຊໂນໂຊອິກ (Cenozoic)ກໍມີພູໄຟລະເບີດ ຫຼາຍລູກກະຈາຍທົ່ວພູພຽງບໍລະເວນ ກາຍເປັນຫີນພູໄຟ (ເອີ້ນວ່າ: ຫີນບາຊາລ basalt) ແລະ ແຂວງອັດຕະປືກໍເກີດມີຄືກັນ ຊຶ່ງກໍ່ໃຫ້ເກີດພູພຽງສານໄຊ.

2. ຢູ່ທາງພາກກາງ ເຊັ່ນແຂວງຄຳມ່ວນກໍມີຫີນບາຊາລ basalt ຊຶ່ງເປັນພຸໄຟມາຈາກພຶ້້ນທະເລທີ່ມີອາຍຸເກົ່າກວ່າ
3. ສ່ວນຢູ່ພາກເໜືອກໍມີ ເຊັ່ນຢູ່ແຂວງຫຼວງພະບາງ (ຫີນບາຊາລ ບ້ານຫາດງາ, ບ້ານດອນເງິນ) ເປັນຊຶ່ງເປັນພຸໄຟມາຈາກພຶ້້ນທະເລທີ່ມີອາຍຸເກົ່າ ປະມານ Mesozoic.

 

ພຽງແຕ່ຊວງຮ້ອຍປີ ຫຼື ພັນປີທີ່ຜ່ານມານີ້ຍັງບໍ່ຄ່ອຍມີ ບ້ານເຮົາຈິ່ງມັກເວົ້າວ່າ ປະເທດລາວບໍ່ມີແຜ່ນດິນໃຫວ ພູໄຟລະເບີດ ແຕ່ອະນາຄົດມັນກໍອາດຈະເກີດເໝືອນດັ່ງທີ່ເຄີຍເກີດມາໃນອະດີດ ຕ້ອງສຶກສາທາງດ້ານ (seismic harzard) ໃນພາກພື້ນ ຫຼື ໃນລາວ

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 25, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

 

ແຜ່ນດິນໄຫວເກີດຂຶ້ນເມື່ອແຜ່ນເປືອກໂລກມີການປົດປ່ອຍພະລັງງານເຮັດໃຫ້ ພື້ນໂລກ (ພື້ນດິນ) ສັ່ນສະເທືອນ. ສ່ວນໃຫຍ່ຈະເກີດຂຶ້ນຢູ່ບໍລິເວນ ຮອຍຕໍ່ຂອງແຜ່ນເປືອກໂລກ (Plate boundary) ຫຼື ຮອຍເລື່ອນ (Fault). ເມື່ອເກີດແຜ່ນດິນໃຫວມັນຈະສົ່ງ ຄື້ນສັ່ນສະເທືອນ (Seismic wave) ອອກໄປຕາມຊັ້ນດິນ ຫຼື ຫີນ ແລະ ເກີດມີການສະທ້ອນ ແລະ ການຫັກ (ຖ້າຮຽນວິຊາຟີຊິກ ກໍຄົງຮູ້ຄຸນລັກສະນະຂອງຄື້້ນ ຄື: ມີການສະທ້ອນ, ຫັກ, ສອດສະຫຼັບ ແລະ ສົນລະວົນ). ເມື່ອເກີດແຜ່ນດິນໃຫວກໍຈະມີການລາຍງານເຖິງ ຂະໜາດ, ຕຳແໜ່ງ  (focus ແລະ epicenter ພາສາລາວ ຈັກຊິແປວ່າຈັ່ງໃດ ເບິ່ງຕາມຮູບ) ແລະ ເວລາ ຂອງການເກີດ. ສາຍເຫດຕົ້ນຕໍທີ່ພາໃຫ້ເກີດແຜ່ນດິນໃຫວ ແມ່ນຍ້ອນ ການເຄື່ອຕົວຂອງເປືອກໂລກ

  ວິຊາທີ່ສຶກສາກ່ຽວກັບແຜ່ນດິນໃຫວ ເອີນວ່າ Seismology ວິຊາແຜ່ນດິນໃຫວ

ຄົນທີ່ສຶກສາກ່ຽວກັບແຜ່ນດິນໃຫວ ເອີນວ່າ Seismologist ນັກແຜ່ນດິນໃຫວວິທະຍາ

  

  ການວັດຂະໜາດຂອງແຜ່ນດິນໃຫວ ຕ້ອງມີເຄື່ອງວັດແທກເອີ້ນວ່າ: Seismograph ຊຶ່ງມີມາແຕ່ສະໃໝຈີນບູຮານ ດັ່ງຮູບ ມີໂອ່ງມີມັງກອນຄາບແກ້ວຢູ່ ແລະ ມີກົບງອຍຢູ່ອອ້ມ ເມື່ອມີການເກີດແຜ່ນດິນໃຫວ ແກ້ວກໍຈະຕົກລົງມາໃສ່ປາກກົບ. ເຄື່ອມືຍຸກໃໝ່ກໍມີສະປິງຕິດຢູ່ ແລະ ມີເຄື່ອງຂີດຄ້າຍຄືສໍ ເມື່ອເກີດແຜ່ນດິນໃຫວເຄື່ອງຂີດກໍຂີດເປັນຮອຍຮູບຄື້ນ ຖ້າແຜ່ນດິນໃຫວແຮງມັນກໍຂີດກວ້າງອອກ (ໄລຍະດັ່ງກ່າວເອີ້ນວ່າ Amplitude)

 ມາດຕາສ່ວນທີ່ວັດແທກຂະໜາດຂອງແຜ່ນດິນໃຫວ ມີຫຼາຍແບບ ແຕ່ສ່ວນໃຫຍ່ ແມ່ນໃຊ້ມາດຕາສ່ວນ ຣິກເຕີ (Richter scale) ຊຶ່ງແມ່ນທ່ານ F.C Richter 1935 ນັກຊ່ຽວຊານແຜ່ນດິນໃຫວ ສະຖາບັນເທັກໂນໂລຍີ ຄາຣີຟໍເນຍ. ຊຶ່ງເປັນການວັດແທກແຜ່ນດິນໃຫວໃນລະດັບທ້ອງຖິ່ນ (local eathquake). ສູດການຄິດໄລ່ ແມ່ນກ່ຽວຂ້ອງກັບໂລກາລິດພື້ນສິບ (log) ຂອງແອມປິຈູດ (amplitude). Note: ແຜ່ນດິນໃຫວທີ່ມີຄວາມແຮງ 7 ແລະ 8 Richter ແຕກຕ່າງກັນພຽງຫົວໜ່ວຍດຽວ ແຕ່ພະລັງງານຂອງການເກີດຕ່າງກັນຢ່າງມະຫາສານ 

 

 

 

 

ການຫາຕຳແໜ່ງຂອງການເກີດແຜ່ນດິນໃຫວ: ຕ້ອງເຂົ້າໃຈກ່ອນວ່າ ຄື້ນແຜ່ນດິນໃຫວຈະປະກອບມີຄື້ນ 2 ປະເພດ:

(1) Primary wave ຫຼື P-wave ຫຼື compressional wave (ໃຫ້ໄປສຶກສາເອງ)

(2) Secondary wave ຫຼື S-wave ຫຼື Shear wave: (ໃຫ້ໄປສຶກສາເອງ) ຊຶ່ງຄື້ນປະເພດນີ້ກໍແບ່ງອອກເປັນ ປະເພດອີກຄື້: (1) surface wave ຫຼື Love wave ແລະ (2) Rayleigh wave

P-wave ແລະ S-wave ມີຄວາມໄວບໍ່ເທົ່າກັນ ດັ່ງນັ້ນ ມັນຈຶ່ງໃຊ້ເວລາເດີນທາງຈາກບ່ອນເກີດແຜ່ນດິນໃຫວ ມາຮອດສະຖານີຕ່າງກັນ. ດັ່ງນັ້ນ ເມື່ອຮູ້ຄວາມແຕກຕ່າງລະຫວ່າງໄລຍະເວລາທີ່  P-wave ແລະ S-wave ຈາກບ່ອນເກີດແຜ່ນດິນໃຫວມາເຖິງສະຖານີວັດແທກ (Travel Time) ກໍຈະຮູ້ໄລຍະທາງແຕ່ບໍລິເວນທີ່ເກີດແຜ່ນດິນໃຫວ ຫາສະຖານີວັດແທກ (Station). ຖ້າຄວາມແຕກຕ່າງລະຫວ່າງໄລຍະເວລາຄື້ນສອງຊະນິດນີ້ຫຼາຍ ກໍສະແດງວ່າຄື້້ນເຄື່ອນທີ່ມາຈາກທີ່ໄກ 

 

ບັນຫາກໍຄື ຖ້າມີສະຖານີດຽວກໍບໍ່ສາມາດກຳນົດທີ່ຕັ້ງຂອງແຜ່ນດິນໃຫວໄດ້. ຕົວຢ່າງ: ສົມມຸດວ່າ ມີສະຖານີວັດແທກແຜ່ນດິນໃຫວຢູ່ວຽງຈັນ ກຳນົດໄລຍະທາງແຕ່ບ່ອນເກີດແຜ່ນດິນໃຫວມາຫາສະຖານີໄດ້ 200km (ແທກມາແຕ່ໃສກະບໍ່ຮູ້). ດັ່ງນັ້ນ ຖ້າຢາກກຳນົດທີ່ຕັ້ງຂອງແຜ່ນດິນໃຫວໄດ້ ຕ້ອງມີຢ່າງໜ້ອຍ 3 ສະຖານີວັດແທກ. ໂດຍການຂີີດໄລຍະທາງຂອງແຕ່ລະສະຖານີເປັນວົງມົນ ເມືອທັງສາມຕັດກັນກໍສາມາດກຳນົດທີ່ຕັ້ງຂອງແຜ່ນດິນໃຫວໄດ້ ດັ່ງຮູບ

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 5, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ຫີນກາວ ພາສາອັງກິດເອີ້ນວ່າ: Gypsum ເຊິ່ງມາຈາກພາສາ Greek ຊຶ່ງກ່ຽວກັບປູນກໍຄືມີສ່ວນປະກອບຂອງ Ca ນັ້ນເອງ . ຫີນກາວເປັນແຮ່ເສດທະກິດປະເພດໜຶ່ງຂອງລາວ. 

ຄວາມຈິງໃຊ້ຄຳສັບວ່າພາສາລາວທີ່ເອີ້ນວ່າ ຫີນກາວ ນັ້ນບໍ່ຄ່ອຍຖືກປານໃດ ເພາະວ່າມັນບໍ່ແມ່ນຫີນ  (rock) ມັນແມ່ນແຮ່ (mineral) ຊຶ່ງບັນດາທ່ານອາດຈະເຂົ້າໃຈແລ້ວນໍ ເຖິງຄວາມແຕກຕ່າງລະຫວ່າງ ຫີນ ແລະ ແຮ່ທາດ. ແຕ່ເຖິງຢ່າງໃດກໍຕາມ ຄຳສັບນີ້ໄດ້ໄຊ້ຢ່າງເປັນທາງການ

ຂະບວນການເກີດ: ເກີດຈາກການລະເຫີຍອາຍ (evaporation) ຂອງນ້ຳ ທີ່ມີອັດຕາການລະເຫີຍອາຍ ຂ້ອນຂ້າງສູງ ແລ້ວຕົກຕະກອນກາຍເປັນແຮ່ຢິບຊຳ ເຊິ່ງຄ້າຍຄືຂະບວນການເກີດບໍ່່ເກືອ (rock salt) ນັ້ນເອງ ເຊິງສ່ວນໃຫຍ່ເກີດໃນບໍລິເວນທີ່ເປັນແອ່ງຕະກອນ ຊຶ່ງຢູ່ບ້ານເຮົາ ກໍມີໃນເຂດພາກກາງ ເຊັ່ນ: ແຂວງຄຳມ່ວນ ມີສອງສາມແຫ່ງ ແລະ ສະຫວັນນະເຂດ  ບໍ່ຫີກາວດົງເຫັນ ( ນອນໃນແອ່ງຕະກອນສະຫວັນນະເຂດ ຫຼື Savannakhet Basin) ສ່ວນທາງພາກເໜືອບໂອກາດມີໜ້ອຍເນື່ອງຈາກເປັນພູ. ສູດເຄມີ (CaSO4.2H2O) ສີຂາວຂຸ່ນ ພລຶກເປັນຊັ້ນໆ.

ປະໂຫຍດ: ໃຊ້ເປັນສ່ວນປະສົມຂອງປູນຊີເມັນ, ກະບຶ້ອງໃຊ້ເຮັດເພດານ, ໃຊ້ເຮັດປຸຍ, ປັບປຸງດິນເຄັມ,

                     ແຮ່ຢິບຊຳ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 4, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ໂລກເປັນເໝືອນແທ່ງແມ່ເຫຼັກຂະໜາດໃຫຍ່  ທີ່ສ້າງທົ່ງແມ່ເຫຼັກອອ້ມຮອບໂລກ  ເຊິ່ງມີປະໂຫຍດຫຼາຍຢ່າງ ເຊັ່ນ: ເຂັມທິດ (ຖ້າບໍ່ທົ່ງແມ່ເຫຼັກໂລກ ເຂັມທິດກໍບໍ່ມີຄວາມໝາຍ) ນອກຈາກນັ້ນຍັງປົກປ້ອງ ບັນດາອະນຸພາກທີ່ມີໄຟຟ້າບັນຈຸ ຈາກລົມສຸລິຍາ (solar wind) ທີຈະຈູ່ໂຈມໂລກ ເຊິ່ງ ຈະເຮັດໃຫ້ບັນດາອານຸພາກເຫຼົ່ານັ້ນເຄື່ອນທີ່ໄປລົງຂົ້ວໂລກເປັນສ່ວນໃຫຍ່ ແລະ ອອ່ນກຳລັງລົງ.

ທົ່ງແມ່ເຫຼັກໂລກປະຈຸບັນເປັນແບບປົກກະຕິ (Normal Field) ຊິ່ງທົ່ງແມ່ເຫຼັກຊີ້ຈາກຂົ້ວໂລກໃຕ້ ຫາຂົ້ວໂລກເໜືອດັ່ງຮຸບ (ຂົ້ວແມ່ເຫຼັກໂລກປະຈຸບັນຈະອຽງໄປຈາກຂົ້ວໂລກ ທາງພູມສາດ ປະມານ 11.5 ອົງສາ). ແຕ່ເຖິງຢ່າງໃດກໍຕາມ ທົ່ງແມ່ເຫຼັກຂອງໂລກມີການກັບຂົ້ວ (Reversed Field) ມາຫຼາຍຄັ້ງແລ້ວນັບແຕ່ໂລກ ເກີດມາ.  ນອກຈາກນັ້ນຂົ້ວຂອງແມ່ເຫຼັກໂລກຍັງ ຍ້າຍບ່ອນໄປເລື້ອຍໆ (polar wandering).

ທົ່ງແມ່ເຫຼັກໂລກແບບປົກກະຕິ (Normal Field)ນີ້ມີອາຍຸມາປະມານ 7 ແສນປີແລ້ວ ມັນອາດຈະກັບຂົ້ວໃນໄວໆນີ້ກໍໄດ້.

ນັກວິທະຍາສາດສັນນິຖານວ່າ ເມື່ອທົ່ງແມ່ເຫຼັກກັບຂົ້ວອາດຈະເຮັດໃຫ້ບັນດາເມັດອະນຸພາກທີ່ມີໄຟຟ້າບັນຈຸຈູ່ໂຈມໂລກເຮົາ  ເຮັດໃຫ້ລະບົບໄຟຟ້າ (ອາດຈະຊອດ) ແລະ ລະບົບການສື່ສານອາດຈະມີບັນຫາ.

                         ທົ່ງແມ່ເຫຼັກໂລກປະຈຸບັນ

      ທົ່ງແມ່ເຫຼັກໂລກປົກກະຕິ                                      ທົ່ງແມ່ເຫຼັກໂລກກັບຂົ້ວ

           ທົ່ງແມ່ເຫຼັກໂລກປົກປອ້ງອະນຸພາກຈາກລົມສຸລິຍະທີ່ມາຈາກດວງອາທິດ

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 3, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

 

  ຕົວຢ່າງ: ຂຶ້ນກັບຄວາມໜາແໜ້ນ (ຖ້າຄວາມໜາແໜ້ນສູງ ຄວາມແຮງຍູ້ກໍສູງ)

1.   ເມື່ອຕື່ມເກືອໃສ່ໃນນ້ຳ ເຮັດໃຫ້ໜາແໜ້ນສູງຂຶ້ນ ສົ່ງຜົນໃຫ້ແຮງຍູ້ຫຼາຍຂຶ້ນ ດັ່ງນັ້ນ ໄຂ່ຈຶ່ງຟູ

2.   ທະເລທີ່ເຄັມທີ່ສຸດຊື່ວ່າ ເດດຊີ (Dead Sea) ຄົນເຮົາສາມາດນອນອ່ານໜັງສືພິມໄດ້ ເນື່ອງຈາກຄວາມໜາແໜ້ນສູງ

3.   ເມື່ອໄປລອຍໃນນ້ຳຂີ້ຕົມບໍ່ຈົມແນ່ນອນ ເນື່ອງຈາກຄວາມໜາແໜ້ນສູງ

ຕົວຢ່າງ: ຂຶ້ນກັບບໍລິມາດທີ່ໄປແທນທີ່ (ຖ້າບໍລິມາດທີ່ໄປແທນທີ່ ສູງ ຄວາມແຮງຍູ້ກໍສູງ)

1.   ເມື່ອເອົາເຫຼັກກອ້ນໜຶ່ງໄປວາງໃນນ້ຳຈະຈົມເນື່ອງຈາກບໍລິມາດຂອງເຫຼັກທີ່ໄປແທນທີ່ນ້ຳມີໜ້ອຍ  ແຕ່ເມື່ອເອົາເຫຼັກກອ້ນນັ້ນໄປເຮັດເຮືອພັດຟູ ເນື່ອງຈາກບໍລິມາດທີ່ໄປແທນທີ່ນ້ຳນັ້ນແມ່ນຜົ້ງເຮືອ (ເຊິ່ງມີຂະໜາດໃຫຍ່ ເຮັດໃຫ້ແຮງຍູ້ມີຫຼາຍ)

2.   ຄົນຕົກນ້ຳຕາຍ ມື້ທຳອິດຈົມ ແຕ່ເມື່ອເວລາຜ່ານໄປສອງ ສາມວັນພັດຟູ ຍ້ອນວ່າສົບໃຄ່ ຄືມີບໍລິມາດຫຼາຍຂຶ້ນ ເຮັດໃຫ້ແຮງຍູ້ຫຼາຍຂຶ້ນ

 

  ນັກທ່ອງທ່ຽວອ່ານໜັງສືພິມຢູ່ທີ່ທະເລ Dead Sea ຢູ່ລະຫວ່າງອິດສະລະເອລ ແລະ ຈໍແດນ

 

     ນັກທ່ອງທ່ຽວລອຍຕົວຢູທະເລ Dead Sea ຊຶ່ງຢູ່ລະຫວ່າງອິດສະລະເອລ ແລະ ຈໍແດນ 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 30, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ເນື່ອງຈາກເຊື້ອເພີງຈາກຟອສຊິລ (fossil fuel) ຊຶ່ງໄດ້ມາຈາກໄຮໂດຄາບອນ ເຊັ່ນ: ຖ່ານຫີນ ແລະ ປິໂຕລຽມ ອາດຈະໝົດໄປປະມານ 40-50 ປີຂ້າງໜ້າ. ດັ່ງນັ້ນ ມະນຸດເຮົາຈຶ່ງ ຕ້ອງຫາພະລັງງານ ທີ່ຈະມາທົດແທນເຊັ່ນ: ພະລັງງານນ້ຳ, ລົມ, ແສງຕາເວັນ, ພະລັງງານນິວເຄລຍ ແລະ ອື່ນໆ ໃນນັ້ນ ພະລັງງານນິວເຄລຍອາດຈະເປັນທາງເລືອກໜຶ່ງຂອງມະນຸດ

ໂຮງງານໄຟຟ້ານິວເຄລຍ (Nuclear Power Plant) 

 

 

ການເຮັດວຽກ: ນຳແຫຼ່ງເຊື້ອເພີງຢູເຣນຽມ ເຂົ້າໃນແກນປະຕິກິລິຍາ (Uranuim Reactor Core) ເຮັດໃຫ້ເກີດປະຕິກິລິຍານິວເຄລຍ ໂດຍການຍິງນິວຕຣອນເຂົ້າໃສ່ນິວເຄລສຂອງອາຕອມ U-235 ໃນແກນ ແລະ ມັນຈະສົ່ງຄວາມຮ້ອນອອກມາ ຊິ່ງຄວາມຮ້ອນນີ້ສາມາດຄວບຄຸມໄດ້ຕາມທີ່ຕ້ອງການ. ຄວາມຮ້ອນນີ້ຈະໃຊ້ຕົ້ມນ້ຳ ເຊິ່ງນ້ຳຮ້ອນນີ້ຈະສົ່ງໄປໃນເຄື່ອງກຳເນີດອາຍນ້ຳ ແລ້ວອາຍນ້ຳຈະສົ່ງຜ່ານໃບພັດ (Turbine) ເຮັດໃຫ້ໃບພັດນັ້ນປິ່ນ ເພື່ອໃຫ້ເກີດພະລັງງານໄຟຟ້າໃນ Generator

 ກາກຂອງສານກຳມັນຕະພາບທີ່ໄຊ້ແລ້ວ: ສະກັດເປັນ Plutonium ໃຊ້ເຮັດລະເບີດ ແລະ ສ່ວນອື່ນໆກໍ່ນຳເອົາໄປຖິ້ມ ນີ້ຍັງມີຄຳຕອບບໍ່ຊັດເຈນ ຫຼາຍປະເທດຍັງມີຂໍ້ກັງຂາ ໃນເລື່ອງນີ້ຢູ່

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 30, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

Water  - The Gift of Life ......

 

  • ເມື່ອຝົນຕົກລົງມາສູ່ໜ້າດິນ  ນ້ຳສ່ວນໜຶ່ງຈະໄຫຼລົງສູ່ແມ່ນ້ຳ ທະເລສາບ ທະເລ ຫຼື ມະຫາສະໝຸດ  ແລະ ອີກສ່ວໜຶ່ງຈະຊຶມລົງໄປໃນດິນ ກາຍເປັນນ້ຳບາດານ ເຊິ່ງນ້ຳບາດານກໍ່ໄຫຼແມ່ນ້ຳ ທະເລສາບ ທະເລ ຫຼື ມະຫາສະໝຸດ ອີກ
  • ເມື່ອນ້ຳໃນ  ແມ່ນ້ຳ ທະເລສາບ ຫຼື ມະຫາສະໝຸດ ເກີດລະເຫີຍອາຍ ກໍຈະກາຍເປັນເມກ ແລະ ແລ້ວກໍກັບກາຍມາເປັນນ້ຳອີກ

river:ແມ່ນ້ຳ    lake: ທະເລສາບ      Ocean:ມະຫາສະໝຸດ    runoff: ນຳໄຫຼຜ່ານ     evaporation: ການລະເຫີຍອາຍ

 infiltration: ການຊຶມ        groundwater: ນ້ຳໃຕ້ດິນ ຫຼື ນ້ຳບາດານ         bedrock:  ຫີຖານ

http://www.sperchemical.com/html/minerals_in_water.html

ຂຽນເມື່ອ ຂຽນເມື່ອ: ມ.ກ.. 23, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ໂຄງສ້າງພາຍໃນຂອງໂລກ ປະກອບດ້ວຍ ຊັ້ນ:

Crust  ຊັ້ນນອກສຸດ ເປັນທາດແຂງ

Mantle ຊັ້ນຖັດລົງໄປ ເປັນທາດແຫຼວ

core ມີສອງຊັ້ນ ຊັ້ນໃນສຸດເອີ້ນວ່າ inner core ເປັນທາດແຂງ ສ່ວນຊັ້ນອກສຸດເອີ້ນວ່າ  outer core ເປັນທາດແຫຼວ

ພາສາລາວບໍ່່ຮູ້ວ່າເພິ່ນແປແນວໃດ?

ຂຽນເມື່ອ ຂຽນເມື່ອ: ມ.ກ.. 16, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ບົດແກ້ຟີຊິກ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 11, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ເນື່ອງຈາກ ຄວາມແຮງດຶງດູດຂອງໂລກຫຼຸດລົງ ຫຼື ຄ່າອັດຕາເລັ່ງດຶງດູດຂອງໜ່ວຍໂລກ g ຕ່ຳລົງ ຍ້ອນອິດທິພົນຂອງດວງຈັນທີ່ ເຄື່ອນທີ່ມາຢູເບື້ອງດຽວກັບນ້ຳທະເລ . ອັນຄວາມຈິງແລ້ວທີ່ບອກວ່າ ຄ່າ g=9.81m/s2 ນັ້ນເປັນຄ່າສະເລ່ຍ ແຕ່ເມື່ອພິຈາລະນາລະອຽດແລ້ວ ຄ່າ g ຍັງປ່ຽນແປງຕາມເສັ້ນຂະໜານ ອີກຕາມສູດ g=GM/R^2. G ຕົວຄົງຄ່າຂອງການດຶງດູດຂອງຈັກກະວານ  M ມວນສານຂອງໂລກ  R ລັດສະໝີຂອງໂລກ. ໜ່ວຍໂລກບໍ່ໄດ້ເປັນໜ່ວຍມົນຢ່າງສົມບູນ ມັນເປັນຮູບຄ້າຍຄືໜາກອຶ ເຊິງລັດສະໝີຂອງໂລກທີ່ເສັ້ນສູນສູດ ຫຼາຍກວ່າ ລັດສະໝີຂອງໂລກທີ່ຂົ້ວໂລກ  ດັ່ງນັ້ນ ອີງຕາມສູດ ຢູ່ເສັ້ນສູນສູດ ຄ່າ g ຈະຕ່ຳກວ່າ g ທີ່ບໍລິເວນຂົ້ວໂລກ.

ໃນປະຈຸບັນໄດ້ມີເຄື່ອງມືວັດແທກ ຄ່າ g ຢ່າງລະອຽດສາມາດວັດແທກໄດ້ຫຼັງຈຸດໄປ 6 ຕົວເລກ ເຊັ່ນ g=9.81xxxx m/s2  ດັ່ງນັ້ນ ຈຶ່ງຖືກນຳໃຊ້ ເພື່ອຫາໂຄງສ້າງຂອງຂອງຊັ້ນດິນ ຫຼື ຊັ້ນຫີນ, ການສຳຫຼວດຫາບໍ່ແຮ່, ນ້ຳບາດານ ແລະອື່ນໆ   ໃນການສຳຫຼວດດ້ານ ການດຶງດູດຂອງໜ່ວຍໂລກ ຫຼືພາສາອັງກິດ ເອີ້ນວ່າ: Gravity exploration  ຫຼື Gravity investigation  ຫຼື Gravity survey ຊຶ່ງເປັນວິທີໜຶ່ງທາງດ້ານທໍລະນີຟີຊິກ.

ຕົວຢ່າງ: ບໍລິສັດຂຸດຄົ້ນບໍ່ຄຳເຊໂປນກໍໃຊ້ວິທີນີ້ ຮ່ວມກັບວິທີອື່ນໆ ເຊັ່ນ: Resistivity survey, Induced polarizatio (IP), Magnetic Survey ນອກຈາກນັ້ນ ຍັງໃຊ້ວິທີທາງທໍລະນີເຄມີອີກ

ທ່ານສາມາດຫາຂໍ້ມູນທົ່ວໄປໃນເວັບໄຊ