
ຂຽນເມື່ອ: ກ.ພ.. 3, 2011
| ມີ
9 ຄຳເຫັນ
ແລະ
0 trackback(s)
ຕົວຢ່າງ: ຂຶ້ນກັບຄວາມໜາແໜ້ນ (ຖ້າຄວາມໜາແໜ້ນສູງ ຄວາມແຮງຍູ້ກໍສູງ)
1. ເມື່ອຕື່ມເກືອໃສ່ໃນນ້ຳ ເຮັດໃຫ້ໜາແໜ້ນສູງຂຶ້ນ ສົ່ງຜົນໃຫ້ແຮງຍູ້ຫຼາຍຂຶ້ນ ດັ່ງນັ້ນ ໄຂ່ຈຶ່ງຟູ
2. ທະເລທີ່ເຄັມທີ່ສຸດຊື່ວ່າ ເດດຊີ (Dead Sea) ຄົນເຮົາສາມາດນອນອ່ານໜັງສືພິມໄດ້ ເນື່ອງຈາກຄວາມໜາແໜ້ນສູງ
3. ເມື່ອໄປລອຍໃນນ້ຳຂີ້ຕົມບໍ່ຈົມແນ່ນອນ ເນື່ອງຈາກຄວາມໜາແໜ້ນສູງ
ຕົວຢ່າງ: ຂຶ້ນກັບບໍລິມາດທີ່ໄປແທນທີ່ (ຖ້າບໍລິມາດທີ່ໄປແທນທີ່ ສູງ ຄວາມແຮງຍູ້ກໍສູງ)
1. ເມື່ອເອົາເຫຼັກກອ້ນໜຶ່ງໄປວາງໃນນ້ຳຈະຈົມເນື່ອງຈາກບໍລິມາດຂອງເຫຼັກທີ່ໄປແທນທີ່ນ້ຳມີໜ້ອຍ ແຕ່ເມື່ອເອົາເຫຼັກກອ້ນນັ້ນໄປເຮັດເຮືອພັດຟູ ເນື່ອງຈາກບໍລິມາດທີ່ໄປແທນທີ່ນ້ຳນັ້ນແມ່ນຜົ້ງເຮືອ (ເຊິ່ງມີຂະໜາດໃຫຍ່ ເຮັດໃຫ້ແຮງຍູ້ມີຫຼາຍ)
2. ຄົນຕົກນ້ຳຕາຍ ມື້ທຳອິດຈົມ ແຕ່ເມື່ອເວລາຜ່ານໄປສອງ ສາມວັນພັດຟູ ຍ້ອນວ່າສົບໃຄ່ ຄືມີບໍລິມາດຫຼາຍຂຶ້ນ ເຮັດໃຫ້ແຮງຍູ້ຫຼາຍຂຶ້ນ

ນັກທ່ອງທ່ຽວອ່ານໜັງສືພິມຢູ່ທີ່ທະເລ Dead Sea ຢູ່ລະຫວ່າງອິດສະລະເອລ ແລະ ຈໍແດນ
ນັກທ່ອງທ່ຽວລອຍຕົວຢູທະເລ Dead Sea ຊຶ່ງຢູ່ລະຫວ່າງອິດສະລະເອລ ແລະ ຈໍແດນ