![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ກ.ພ.. 4, 2011
| ມີ
11 ຄຳເຫັນ
ແລະ
0 trackback(s)
ຄວາມອາດຈະປະເມີນດ້ວຍສູດ:
ຄວາມສຸກ = ສິ່ງທີ່ມີ/ຄວາມຕ້ອງການ
ສິ່ງທີ່ມີ = ຫຼື >ຄວາມຕ້ອງການ ສະແດງວ່າ ມີຄວາມສຸກຫຼາຍ
ສິ່ງທີ່ມີ < ຄວາມຕ້ອງການ ສະແດງວ່າ ມີຄວາມສຸກໜ້ອຍ (ຄວາມທຸກຫຼາຍ)
ສິ່ງທີ່ມີ <<<ຄວາມຕ້ອງການ ສະແດງວ່າ ມີຄວາມສຸກໜ້ອຍໆໆໆ (ຄົນທີ່ແບກໂລກໄວ້)
ຕົວຢ່າງ: ນັກທຸລະກິດຜູ້ໜຶ່ງສະຫຼຸບລາຍຮັບເດືນນີ້ໄດ້ ຮ້ອຍລ້ານກີບ ແຕ່ລາວຍັງລາວນັ່ງເສົ້າໃຈ ເພາະວ່າ ເປົ້າໝາຍທີ່ລາວຢາກໄດ້ ສອງຮ້ອຍລ້ານ.
ຄົນຂໍທານຄົນໜຶ່ງໄດ້ຮັບຂອງທານເປັນເຂົ້າຫໍ່ໜຶ່ງ ແລະ ປີ້ງໄກ່ຂາໜຶ່ງ ລາວດີໃຈຢ່າງແຮງເພາະ ວ່າລາວຕັ້ງໃຈຈະໄປຂໍເຂົ້າພຽງຫໍ່ດຽວ.
ແລະ ແລ້ວບັນດາທ່ານມີຄວາມສຸກເທົ່າໃດ?