
ຂຽນເມື່ອ: ກ.ພ.. 5, 2011
| ມີ
10 ຄຳເຫັນ
ແລະ
0 trackback(s)
ຫີນກາວ ພາສາອັງກິດເອີ້ນວ່າ: Gypsum ເຊິ່ງມາຈາກພາສາ Greek ຊຶ່ງກ່ຽວກັບປູນກໍຄືມີສ່ວນປະກອບຂອງ Ca ນັ້ນເອງ . ຫີນກາວເປັນແຮ່ເສດທະກິດປະເພດໜຶ່ງຂອງລາວ.
ຄວາມຈິງໃຊ້ຄຳສັບວ່າພາສາລາວທີ່ເອີ້ນວ່າ ຫີນກາວ ນັ້ນບໍ່ຄ່ອຍຖືກປານໃດ ເພາະວ່າມັນບໍ່ແມ່ນຫີນ (rock) ມັນແມ່ນແຮ່ (mineral) ຊຶ່ງບັນດາທ່ານອາດຈະເຂົ້າໃຈແລ້ວນໍ ເຖິງຄວາມແຕກຕ່າງລະຫວ່າງ ຫີນ ແລະ ແຮ່ທາດ. ແຕ່ເຖິງຢ່າງໃດກໍຕາມ ຄຳສັບນີ້ໄດ້ໄຊ້ຢ່າງເປັນທາງການ
ຂະບວນການເກີດ: ເກີດຈາກການລະເຫີຍອາຍ (evaporation) ຂອງນ້ຳ ທີ່ມີອັດຕາການລະເຫີຍອາຍ ຂ້ອນຂ້າງສູງ ແລ້ວຕົກຕະກອນກາຍເປັນແຮ່ຢິບຊຳ ເຊິ່ງຄ້າຍຄືຂະບວນການເກີດບໍ່່ເກືອ (rock salt) ນັ້ນເອງ ເຊິງສ່ວນໃຫຍ່ເກີດໃນບໍລິເວນທີ່ເປັນແອ່ງຕະກອນ ຊຶ່ງຢູ່ບ້ານເຮົາ ກໍມີໃນເຂດພາກກາງ ເຊັ່ນ: ແຂວງຄຳມ່ວນ ມີສອງສາມແຫ່ງ ແລະ ສະຫວັນນະເຂດ ບໍ່ຫີກາວດົງເຫັນ ( ນອນໃນແອ່ງຕະກອນສະຫວັນນະເຂດ ຫຼື Savannakhet Basin) ສ່ວນທາງພາກເໜືອບໂອກາດມີໜ້ອຍເນື່ອງຈາກເປັນພູ. ສູດເຄມີ (CaSO4.2H2O) ສີຂາວຂຸ່ນ ພລຶກເປັນຊັ້ນໆ.
ປະໂຫຍດ: ໃຊ້ເປັນສ່ວນປະສົມຂອງປູນຊີເມັນ, ກະບຶ້ອງໃຊ້ເຮັດເພດານ, ໃຊ້ເຮັດປຸຍ, ປັບປຸງດິນເຄັມ,

ແຮ່ຢິບຊຳ