ຂຽນເມື່ອ: ພ.ພ.. 16, 2009
| ມີ
17 ຄຳເຫັນ
ແລະ
0 trackback(s)
ແຕ່ກີ້ແຕ່ກ່ອນ ມີເກາະແຫ່ງໜຶ່ງ ທີ່ບັນດາຄວາມຮູ້ສຶກທັງຫຼາຍອາໄສຢູ່, ບໍ່ວ່າຈະເປັນ: ຄວາມສຸກ, ຄວາມເສົ້າ, ຄວາມຮູ້ ແລະ ອື່ນໆອີກ ເຊິ່ງລວມທັງຄວາມຮັກ. ມີມື້ໜຶ່ງ ໄດ້ມີການປະກາດອອກມາວ່າ ເກາະກຳລັງຈະຈົມ. ເມື່ອໄດ້ຍິນດັ່ງນັ້ນແລ້ວ, ທຸກຄວາມຮູ້ສຶກກໍ່ໄດ້ພາກັນອອກຈາກເກາະ. ຍົກເວັ້ນ ຄວາມຮັກ.
ຍັງມີແຕ່ຄວາມຮັກເທົ່ານັ້ນທີ່ຍັງຢູ່ໃນເກາະ ແລະ ຕ້ອງການຈະຢູ່ຕໍ່ເຖິງວິນາທີສຸດທ້າຍ. ແຕ່ເມື່ອຮອດເວລາທີ່ເກາະໃກ້ຈະຈົມເກືອບໝົດນັ້ນເອງ ຄວາມຮັກ ກໍ່ໄດ້ຕັດສິນໃຈຮ້ອງຂໍຄວາມຊ່ວຍເຫຼືອ.
ໃນຂະນະນັ້ນ ຄວາມຮັ່ງມີກໍ່ກາຍມາ ພ້ອມດ້ວຍເຮືອກຳປັ່ນທີ່ໃຫຍ່ໂຕ. ດັ່ງນັ້ນ, ຄວາມຮັກກໍ່ຖາມຂຶ້ນວ່າ: "ຄວາມຮັ່ງມີ, ເຈົ້າສາມາດເອົາຂ້ອຍໄປນຳໄດ້ບໍ?" ຄວາມຮັ່ງມີຕອບວ່າ "ບໍ່, ບໍ່ໄດ້. ໃນເຮືອຂອງຂ້ອຍເຕັມໄປດ້ວຍເງິນ ແລະ ຄຳ. ມັນບໍ່ມີທີ່ວ່າງສຳລັບເຈົ້າ".
ຈາກນັ້ນ ຄວາມຮັກກໍ່ຖາມຄວາມສວຍງາມ ທີ່ຜ່ານມາພ້ອມເຮືອທີ່ສວຍສົດງົດງາມ. "ກະລຸນາຊ່ວຍຂ້ອຍແນ່, ຄວາມສວຍງາມ". "ຂ້ອຍຊ່ວຍເຈົ້າບໍ່ໄດ້. ເຈົ້າປຽກແລະເປີ້ອນເກີນໄປ, ເຈົ້າອາດຈະເຮັດໃຫ້ເຮືອຂອງຂ້ອຍເສຍຫາຍ". ຄວາມສວຍງາມຕອບ.
ຄວາມເສົ້າກໍ່ຜ່ານມາໃກ້ໆເກາະ. ຄວາມຮັກກໍ່ຮ້ອງຂຶ້ນວ່າ "ຄວາມເສົ້າ, ເອົາຂ້ອຍໄປນຳ". "ໂອ້…..ຄວາມຮັກ, ຕອນນີ້ຂ້ອຍກຳລັງເສຍໃຈ ຂ້ອຍຕ້ອງການຢູ່ຄົນດຽວ"
ຄວາມສຸກກໍ່ຜ່ານມາເຊັ່ນດຽວກັນ, ແຕ່ວ່າຄວາມສຸກ ກຳລັງມ່ວນຊື່່ນແລະເພີດເພີນ ຈຶ່ງບໍ່ໄດ້ຍິນສຽງຮ້ອງຂອງຄວາມຮັກ.
ທັນໃດນັ້ນ, ກໍ່ມີສຽງໜຶ່ງຮ້ອງ "ມາພີ້ຄວາມຮັກ, ຂ້ອຍຈະເອົາເຈົ້າໄປນຳ" ມັນເປັນສຽງຂອງຜູ້ອາວຸໂສ. ຍ້ອນດີໃຈຫຼາຍ, ຄວາມຮັກກໍ່ເລີຍລືມຖາມ ຜູ້ອາວຸໂສຜູ້ນັ້ນວ່າ ລາວຈະໄປໃສ.
ເມື່ອມາຮອດຝັ່ງ, ຜູ້ອາວຸໂສຜູ້ນັ້ນກໍ່ເດີນທາງ ໄປຕາມທາງຂອງລາວ. ແລະຄວາມຮັກກໍ່ສຳນຶກໄດ້ ວ່າໂຕເອງເປັນໜີ້ບຸນຄຸນອາວຸໂສຜູ້ນັ້ນຫຼາຍປານໃດ໋, ກໍ່ເລີຍຖາມຄວາມຮູ້ ຜູ້ອາວຸໂສອີກຜູ້ໜຶ່ງວ່າ
"ແມ່ນໃຜທີ່ຊ່ວຍຂ້ອຍ?",
"ເວລາ"ຄວາມຮູ້ຕອບ.
"ເວລາ ! ແຕ່ເປັນຫຍັງລາວຈຶ່ງຊ່ວຍຂ້ອຍ?".
ຄວາມຮູ້ຍິ້ມດ້ວຍສະຕິປັນຍາອັນຫຼັກແຫຼມ ແລະຕອບວ່າ, "ເພາະວ່າມີແຕ່ເວລາເທົ່ານັ້ນ ທີ່ສາມາດຮູ້ ແລະ ເຂົ້າໃຈວ່າ ຄວາມຮັກ ມີຄ່າຫຼາຍປານໃດ໋."