![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ກ.ລ.. 31, 2010
| ມີ
24 ຄຳເຫັນ
ແລະ
0 trackback(s)
ຖ້າເຈົ້າຜ່ານເຂົ້າມາອ່ານ ກໍ່ຮູ້ໄວ້ເດີ້ວ່າຂຽນກໍາລັງຂຽນເຖິງເຈົ້າ ຂ້ອຍບໍ່ເຄີຍຄິດວ່າສິເຮັດແບບນີ້
ຂ້ອຍພະຍາຍາມທີ່ຈະຮັກເຈົ້າ ແຕ່ເຈົ້າເຂົ້າໃຈບໍ່ວ່າ ຄົນທີ່ເຮົາບໍ່ຮັກມັນກະຄືບໍ່ຮັກ
ຂ້ອຍຮູ້ວ່າເຈົ້າອຶດອັດໃຈເທົ່າໃດ ແຕ່ຂ້ອຍກໍ່ບໍ່ຕ່າງຫຍັງກັບເຈົ້າດອກ
ຂ້ອຍນັ່ງຟັງສິ່ງທີ່ເຈົ້າເວົ້າແລະບອກຕໍ່ຂ້ອຍແລ້ວ ແຕ່ຂ້ອຍກໍ່ເຮັດໄດ້ແຕ່ຮັບຟັງເທົ່ານັ້ນ
ຂ້ອຍປ່ອຍໃຫ້ເຈົ້ານັ່ງຖ້າທັງທີ່ບໍ່ຮູ້ວ່າເມື່ອໃດທີ່ຂ້ອຍຈະມາ
ແຕ່ຂ້ອຍກໍ່ມາ ແຕ່ມັນເປັນຄວາມຮູ້ສຶກຮັບຜິດຊອບເທົ່ານັ້ນບໍ່ໄດ້ມີຫຍັງເກີນເລີຍ
ຂ້ອຍເຊົາຫຼາຍໃຈຕາມທີ່ເຈົ້າບອກແລ້ວ ແຕ່ບໍ່ແມ່ນຍ້ອນເຈົ້າ
ແຕ່ເພື່ອຕົວຂອງຂ້ອຍເອງ ເພາະວັນໃດວັນໜຶ່ງຖ້າຂ້ອຍບໍ່ຢຸດ
ຂ້ອຍກໍ່ສິກາຍເປັນຄົນທີ່ບໍ່ມີຄຸນຄ່າຖ້າວ່າຂ້ອຍໄດ້ພົບກັບຄົນທີ່ຂ້ອຍຮັກແລະຢູ່ນໍາເຂົາ
ຂ້ອຍບໍ່ຢາກໃຫ້ເຈົ້າເປັນແບບຂ້ອຍ
ຢ່າໄດ້ໜົດຫວັງໃນຄວາມຮັກ ຕອນນີ້ເຈົ້າອາດຈະໂຊກຮ້າຍ
ຄືກັບທີ່ຂ້ອຍເຄີຍພົບມາກໍ່ໜັກກ່ວາເຈົ້າຫຼາຍ ຢ່າໄດ້ເຮັດໃຫ້ໃຜເຈັບຄືກັບທີ່ເຈົ້າເຄີຍເຈັບ
ຂ້ອຍບໍ່ຮູ້ວ່າເຮົາສິມາໄກຈົນຮອດປານນີ້
ຄໍາສຸດທ້າຍຖ້າມັນຈະເຮັດໃຫ້ຕັດໃຈງ່າຍຂຶ້ນມັນອາດຈະເຈັບແດ່ໜ້ອຍໜຶ່ງແຕ່ກໍ່ຕ້ອງຍອມຮັບເດີ້
ຕັ້ງແຕ່ເຈົ້າເຂົ້າມາຫາຂ້ອຍ ຂ້ອຍເຄີຍສະແດງອາການວ່າຮັກເຈົ້າບໍ? ຂ້ອຍເຄີຍບອກຄໍາວ່າຮັກ
ເຈົ້າແລ້ວຫຼືຍັງ ?
ຂ້ອຍຈະບໍ່ຂໍໂທດເຈົ້າຈັກຄໍາ ຕໍ່ໃຫ້ຕອນນີ້ຄົນທັງໂລກເບິ່ງວ່າຂ້ອຍຜິດກໍ່ຕາມ
ແຕ່ຂ້ອຍຄິດມາຕັ້ງແຕ່ດົນແລ້ວວ່າມັນຖືຕ້ອງທີ່ຈະເຮັດແບບນີ້ 2 ເດືອນ ກັບ 26 ມື້
ມັນອາດຈະມີລາຍລະອຽດຫຼາຍຈົນຢາກທີ່ຈະລືມ
ແຕ່ຂ້ອຍກໍ່ບໍ່ໄດ້ບອກໃຫ້ເຈົ້າລືມ
ສ່ວນນໍ້າຕາທີ່ເສຍໄປຫັ້ນ ໃຫ້ຖືວ່າຄືຄວາມໂງ່ທີ່ມັນຈະບໍ່ມີວັນເກີດຂຶ້ນອີກ
ຂ້ອຍຈະຢຸດເຈົ້າກໍ່ຄວນຢຸດຄືກັນ
ຂ້ອຍຈະບໍ່ຍິ້ມໃຫ້ເຈົ້າເພາະຖ້າເຈົ້າເຫັນຮອຍຍິ້ມນັ້ນຂອງຂ້ອຍເຈົ້າຄືສິເຈັບ
ຂ້ອຍຈະບໍ່ລົມກັບເຈົ້າແຕ່ຂ້ອຍຈະຮັບຄໍາດາຂອງເຈົ້າໂດຍບໍ່ຖຽງຈັກຄໍາ
ຮັກໃຫ້ເປັນຄືຮັກຕົນເອງພ້ອມ ແລະ ຢ່າດີແຕ່ເວົ້າຈົນສິ່ງທີ່ເວົ້າອອກມາ
ມັນບໍ່ມີຄຸນຄ່າຫຍັງເມື່ອຕອນທີ່ຄົນອື່ນຟັງ !