ຂຽນເມື່ອ: ພ.ຈ.. 4, 2010
| ມີ
17 ຄຳເຫັນ
ແລະ
0 trackback(s)
ໃນເວລາຕົ້ນໆທີ່ຮັກກັນເຂົາອາດຈະບອກວ່າຮັກເຮົາທີ່ສຸດໃນຊີວິດ ເຂົາສາມາດເຮັດໄດ້ທຸກໆສີ່ງໃຫ້ເຮົາປະທັບໃຈ, ເຮັດທຸກສິ່ງຢ່າງເພື່ອຕາມໃຈເຮົາ ແລະ ບໍ່ຍອມທີ່ຈະແນມເບິ່ງຍິງຄົນອື່ນທັງໆທີ່ເຂົາເຈົ້າໜ້າສົນໃຈຂະໜາດນັ້ນ ເຂົາເຮັດທຸກສິ່ງຢ່າງເພື່ອໃຫ້ໄດເຄວາມເຊື່ອໃຈຈາກເຮົາ. ແຕ່ເມື່ອເຂົາໄດ້ຮັບຄວາມເຊື່ອໃຈນັ້ນແລ້ວ ເຂົາຊ້ຳພັດບໍ່ເຫັນຄຸນຄ່າຂອງໄລຍະເວລາທີ່ຜ່ານມາແຫ່ງຄວ່ມຍາກລຳບາກທີ່ຕົນໄດ້ຜ່ານມັນມາ ແລະ ກວ່າຈະໄດ້ຮັກກັນມັນກໍມີອຸປະສັກກີດກັ້ນນາໆປະການ ຈົນເກີນທີ່ຈະພັນລະນາ. ເຂົາເຄີຍບອກເຮົາທຸກມື້ວ່າ"ຮັກເຈົ້າທີ່ສຸດ" ແລະ ກໍຢ້ຳຕະຫຼອດວ່າ"ເລວາຈະເປັນເຄື່ອງພິສູດໃຈຂອງຂ້ອຍ ແລະ ຢາກໃຫ້ເຈົ້າເບິ່ງຢູ່ທີ່ການກະທຳຂອງຂອ້ຍ". ທຸກໆຄຳເວົ້າປະກອບດ້ວຍການກະທຳ ແລະ ສະຖານະການມັນໜ້າເຊື່ອຖື ແຕ່ພໍເວລາຜ່ານໄປບໍ່ຮອດປີ ເຂົາກໍລືມຄຳເວົ້າຂອງຕົນເອງ ແລະ ກໍໄດ້ທຳລາຍຄວາມຮັກ, ຄວາມເຊື່ອຖືທີ່ເຄີຍມີໃຫ້ກັນລົງ ໂດຍການນອກໃຈ ໄປມີຄົນໃໝ່ ໂດຍທີ່ບໍ່ໄດ້ຄິດເຖິງຄວາມຮູ້ສຶກຂອງຄົນໆໜື່ງທີ່ຕົນເຄີຍບອກວ່າ"ຮັກ" ສຸດທ້າຍຄວາມຮັກທີ່ເຄີຍເບັ່ງບານສົດໃສ ແລະ ເປັນທີ່ໜ້າອິດສາໃນສາຍຕາຄົນອື່ນ ກໍກາຍເປັນພຽງເສດແກ້ວທີ່ແຫຼກລະອຽດ. ດັ່ງນັ້ນ, ເຮົາຄວນທີ່ຈະຄິດໃຫ້ກວ້າງໆກ່ອນທີ່ຈະເຊື່ອໃຜຄົນໜຶ່ງ ເພື່ອບໍ່ໃຫ້ເສຍໃຈຕາມຫຼັງ, ບົດກະວີສອນໃຈທີ່ພວກເຮົາເຄີຍໄດ້ຍິນກັນນັ້ນກໍມີຄຸນຄ່າຖ້າຫາກເຮົາກ້າທີ່ຈະຄິດໃຫ້ກວ້າງ ບໍ່ແມ່ນກ້າທີຈະຢາກຮັກເຂົາພຽງຢ່າງດຽວ. ດັ່ງກັບຄຳທີ່ວ່າ "ຢ່າເຊື່ອຟ້າຍາມຝົນ ຢ່າເຊື່ອຄົນຍາມຮັກ".
ຫວັງວ່າເພື່ອນໆຫຼາຍຄົນຄົງຈະຄິດໃຫ້ກວ້າງເຊັ່ນກັນເພື່ອບໍ່ໃຫ້ເສຍໃຈຕາມຫຼັງ.