ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 19, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

* ຮັກຫນໍຮັກ ເປັນຫຍັງຕ້ອງ ເປັນຢ່າງນີ້

ທັ້ງທີ່ເຮົາ ຮັກລາວຫຼາຍ ຈັກເທົ່າໃດ

ແຕ່ລາວກັບ ບໍ່ເຫັນຄ່າ ບໍ່ໃສ່ໃຈ

ຍ່າງຈາກໄປ ໂດຍທີ່ບໍ່ ຫັນກັບມາ...

* ເຈັບເຫຼືອເກີນ ເຈັບແທບຕາຍ ໃຜຈະຮູ້

ບໍ່ຢາກບອກ ມັນຫົດຫູ່ ຈັກເທົ່າໃດ

ຢູ່ຄົນດຽວ ທໍລະມານ ໃນຫົວໃຈ

ນອນຮ້ອງໄຫ້ ນໍ້າຕາໄຫຼ ໄດ້ທັ້ງຄືນ...

ແຕ່ງໂດຍ: ຈ.ໂຈນ ປົ້ນໃຈ ^_^

*ນີ່ແຫລະນ້າ...ທີ່ເພິ່ນວ່າ

ຄວາມຮັກບໍ່ເຂົ້າໃຜອອກໃຜ

ເມື່ອເຮົາມອບຄວາມຮັກໃຫ້ໄປ

ແຕ່ເຂົາກໍ່ບໍ່ເຄີຍເຫັນຄ່າ

ສົ່ງກັບໃຫ້ເຮົາຄືນມາ

ເຫຼືອພຽງນໍ້າຕາ ກັບ ຄວາມເສຍໃຈ

ແຕ່ງໂດຍ: ຈ.ໂຈນ ປົ້ນໃຈ ^_^

*ເຖິງວ່າກາຍຈະຫ່າງ

ໄລຍະທາງເປັນອຸປະສັກ

ແຕ່ຖ້າໃຈສອງເຮົາແໜ້ນໜັກ

ຄວາມຮັກກໍ່ຈະບໍ່ມີວັນປ່ຽນແປງ

ແຕ່ງໂດຍ: ຈ.ໂຈນ ປົ້ນໃຈ ^_^

*ຝາກບອກຟ້າ ວ່າຂ້ອຍຫວ່ງໃຍ

ຝາກບອກລົມພັດໄປ ວ່າໃຈຫວ່ງຫາ

ຝາກດວງດາວຢູ່ທ້ອງນະພາໄປເຈົ້າວ່າ

ເຂົາຍັງຮັກ ແລະ ຄິດຮອດສະເໝີ

ແຕ່ງໂດຍ: ຈ.ໂຈນ ປົ້ນໃຈ ^_^

* ຄວາມ​ຮັກ​ເປັນ​ເລື່ອງ​ຂອງ​ຄົນ​ສອງ​ຄົນ ທີ່​ມີ​ຄວາມ​ຮັກ​ໃຫ້​ກັນ​ແລະ​ກັນ

​ເປັນ​ຫ່ວງ​ເປັນ​ໃຍ​ເຊິ່ງກັນແລະກັນ ຢູ່​ຄຽງຂ້າງ​ກັນ​ຕະຫຼອດ​ເວລາ…

ບໍ່​ຈະ​ສຸກ ຫຼື ທຸກ​ຢ່າງ​ໃດ​ກໍ​ພ້ອມ​ທີ່​ຈະ​ສູ້​ໄປ​ນຳ​ກັນ,ບໍ່​ຖິ້ມ​ກັນ

​ເ​ເຕ່​ເມື່ອ​ຄົນໜຶ່ງປ່ຽນ​ໄປ…ລືມ​ສັນຍາ​ທີ່​ໃຫ້​ໄວ້…ຄວາມ​ເຈັບ​ປວດ​ຢ່າງ​ເຂົ້າ​ມາ​​ໃນ​ຫົວ​ໃຈ

ຄວາມ​ເສຍ​ໃຈ​ເຮັດ​ໃຫ້​ມີ​ນໍ້າຕາ…

​ເມື່ອ​ຄວາມ​ຮັກ​ ມາເຖິງ​ຄາວ​

ຕ້ອງ​ຈາກ​ລາ

Convert ມາ ສະ​ແດງ​ວ່າ

​ແຍກ​ທາງ​ກັນ

​ເຈົ້າໝົດ​ໃຈ ໝົດ​ເຍື້ອ​ໃຍ

ຄວາມ​ສຳພັນ

​ໂອ້​ ^o^ ຄວາມ​ຝັນ​ ທີ່​ສ້າງ​ມາ

​ຕ້ອງ​ສະ​ລາຍ

​ເລິກ​ຕອນ​ນີ້ ດີກ​ວ່າ​ທົນ​

ຮັກ​ກັນ​ໄປ

ສຸກ​ແລະ​ທຸກ ທີ່​ເຄີຍ​ມີ

ຈົດ​ຈຳ​ໄວ້

​​ເມື່ອ​ເຈົ້າ​ນັ້ນ ຢາກ​ຈະ​ມີ​

ຄົນ​ຮັກ​ໃໝ່

ຂ້ອຍ​ກໍ່​ຄົງ​ ປ່ອຍ​ເຈົ້າ​ໄປ​

ໄດ້​ແຕ່​ມອງ…ລາ​ກ່ອນ…ຂໍ​​ໃຫ້ໂຊກ​ດີ

ແຕ່ງໂດຍ: ຈ.ໂຈນ ປົ້ນໃຈ ^_^

* ຄິດວ່າເຈົ້າຊູ້ ຄິດວ່າເຈົ້າຫລໍ່

ແຕ່ຂ້ອຍບໍ່ງໍ້ ເພາະເຈົ້າຫຼາຍໃຈ

ເຖິງຂ້ອຍຈະຮັກ ເຈົ້າຫຼາຍປານໃດ

ຂ້ອຍກໍ່ຕັດໃຈ ຈາກເຈົ້າໄດ້ຄືກັນ

ຍັງມີຜູ້ຊາຍ ເປັນຮ້ອຍເປັນພັນ

ບໍ່ສົນໃຈກັນ ບໍ່ໄດ້ເສຍດາຍ

ເພາະໃນວັນນີ້ ຂອ້ຍເປັນຄົນໃໝ່

ບໍ່ຢາກຮັກໃຜ ຮັກໂຕເອງດີກວ່າ

ແຕ່ງໂດຍ: ຈ.ໂຈນ ປົ້ນໃຈ ^_^

* ຮຽນ ຄ ສ ປ ຂໍບອກວ່າ ມັນລຳບາກ

ເຖິງຈະຍາກ ແຕ່ໃຈມັກ ກໍ່ຕ້ອງສູ້

ຮຽນຕໍ່ໄປ ຮຽນເລື້ອຍໆ ຮຽນຄືໝູ່

ບໍ່ເປັນຫຍັງ ຮຽນຕໍ່ສູ  ສູ້ຕໍ່ໄປຮຽນ

     ສະຖາປັດ ຕ້ອງມີແຕ້ມ ແຖມນອນເດິກ

ແຕ້ມຈົນເດິກ ຍັງບໍ່ພໍ ຕໍ່ຈົນແຈ້ງ

ບໍ່ກິນນໍ້າ ບໍ່ກິນເຂົ້າ ເຊົ້າຈຳແລງ

ຍັງມີແຮງ ແຕ້ມຕໍ່ສູ ສູ້ຕໍ່ໄປ

    ຮຽນ ຄ ສ ປ ທຸກແທ້ນໍ້ ແຕ່ກໍ່ຮຽນ

ໃຈພາກພຽນ ໄປໂຮງຮຽນ ບໍ່ເຄີຍຂາດ

ຮຽນເລື້ອຍໆ ຮຽນຈົນໄດ້ ໃບປະກາດ

ເພື່ອອອກ ໄປຮັບໃຊ້ຊາດ ດັ່ງວາດໄວ້...ທ່ານເອີຍ ^o^

ແຕ່ງໂດຍ: ຈ.ໂຈນ ປົ້ນໃຈ ^_^

Delicious Digg Fark Twitter