ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 23, 2010 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເຫງົາມາ ເຫງົາໄປ

ເຫງົາໃຈ ເຫງົາກາຍ

ເຫງົາເໜືອ ເຫງົາໃຕ້

ເຫງົາກັນທົ່ວປະເທດ

ໂດຍ: ຈ.ໂຈນ ປົ້ນໃຈ ^_^

 

ຢຸດ ໆໆ ຢຸດຫົວໃຈບໍ່ໃຫ້ຮັກເຈົ້າ

ຫ້າມ ໆໆ ຫ້າມຫົວໃຈບໍ່ໃຫ້ຄິດເຖິງເຈົ້າ

ແຕ່ ໆໆ ຂ້ອຍກໍຄົງຈະເຮັດບໍ່ໄດ້

ເພາະ ໆໆ ຫົວໃຈຂອງຂ້ອຍ ຍອມໃຫ້ເຈົ້າ

ຕັ້ງແຕ່ວັນທີ່ເຮົາພົບກັນຄັ້ງທຳອິດ

ໂດຍ: ຈ.ໂຈນ ປົ້ນໃຈ ^_^

 

ສະບັບດຽວກໍມີຄວາມໝາຍ

ສະບັບດຽວບໍ່ສົ່ງໃຫ້ໃຜ

ສະບັບດຽວທີ່ຂ້ອຍເກັບໄວ້

ສົ່ງໃຫ້ເຈົ້າຄົນດຽວ ຮັກເດີແຕ່ບໍ່ກ້າບອກ :p

ໂດຍ: ຈ.ໂຈນ ປົ້ນໃຈ ^_^

 

ວັນໃດທີ່ເຈົ້າທຸກ ວັນໃດທີ່ເຈົ້າທໍ້ ວັນໃດທີ່ເຈົ້າເຫງົາ

ວັນໃດທີ່ເຈົ້າເຈັບ ວັນໃດທີ່ເຈົ້າປວດ ວັນໃດທີ່ເຈົ້າໃດເສົ້າ

ວັນໃດທີ່ເຈົ້າເບື່ອ ວັນໃດທີ່ເຈົ້າເຊັງ ວັນໃດທີ່ເຈົ້າເມົາ

ວັນໃດທີ່ເຈົ້າບໍ່ມີໃຜ ຢາກໃຫ້ຮູ້ເອົາໄວ້ ເຈົ້າຍັງມີຂ້ອຍຢູ່

ໂດຍ: ຈ.ໂຈນ ປົ້ນໃຈ ^_^

 

ຂໍ້ຄວາມຂອງຄົນເຫົງາ

ໃຜເດຈະສົນໃຈ

ອ່ານແລ້ວກໍລືບຖີ້ມໄປ

ບໍ່ເກັບເອົາໄວ້ໃຫ້ເປືອງພື້ນທີ່ແມ໋ມ

ໂດຍ: ຈ.ໂຈນ ປົ້ນໃຈ ^_^

 

* ໃຈໜຶ່ງຖາມ ວ່າເປັນຫຍັງ ເພິ່ນກັບມາ

ເຂົາຈະລາ ແລ້ວເປັນຫຍັງ ເພິ່ນລັ້ງໄວ້

ຢາກຈະລືມ ລົບເພິ່ນອອກ ຈາກຫົວໃ

ເຮັດບໍ່ໄດ້ ເພາະອີກໃຈ ຍັງຮັກຢູ່...

* ລອງຄິດເບິ່ງ ຄັນເພິ່ນບໍ່ ກັບຄືນມາ

ເຂົາຄິດວ່າ ເຂົາຄົງຈະ ລືມເພິ່ນໄດ້

ແຕ່ເປັນຫຍັງ ເພິ່ນກັບມາ ໃຈຫວັ່ນໄຫວ

ຢາກຈະກັ້ນ ນ້ຳຕາໄວ້ ກັ້ນບໍ່ຢູ່....

* ມີຄົນຖາມ ເປັນຫຍັງບໍ່ ລືມເພິ່ນຊະ

ເພິ່ນກັບມາ ມີແຕ່ເຮັດ ໃຫ້ປວດໃຈ

ບໍ່ເສຍດາຍ ຫວານ້ຳຕາ ທີ່ເສຍໄປ

ເຂົາກໍຕອບ ລາວບໍ່ໄດ້ ເຂົາຮັກເພິ່ນ

* ເລື່ອງຄວາມຮັກ ນິເຂົາບໍ່ ເຂົ້າໃຈເລີຍ

ເພິ່ນເຮັດເສີຍ ບໍ່ສົນໃຈ ຫວ່ງໃຍເຂົາ

ແຕ່ເຂົາກໍ ຍັງຮັກເພິ່ນ ຄືແຕ່ເກົ່າ

ຄວາມຮັກເຮົາ ເຈັບແລະເສົ້າ ບໍ່ເຂົ້າໃຈ...

ໂດຍ: ຈ.ໂຈນ ປົ້ນໃຈ ^_^

Delicious Digg Fark Twitter